ຍສໝ - ວັນທີ 30 ພະຈິກ, ທີ່ນະຄອນຫຼວງ Tokyo, ສະຖານທູດຫວຽດນາມໃນປະເທດຍີ່ປຸ່ນ ຮ່ວມກັບ ກະຊວງມະຫາດໄທຫວຽດນາມ ໄດ້ຈັດພິທີ “ວັນແຮງງານຫວຽດນາມໃນປະເທດຍີ່ປຸ່ນ ປີ 2025”. ງານນີ້ເປັນໂອກາດໃນການຍົກຍ້ອງການມີສ່ວນຮ່ວມຂອງຊຸມຊົນແຮງງານຫວຽດນາມ, ພ້ອມທັງຢືນຢັນຄຸນນະພາບ, ຕຳແໜ່ງທີ່ເດັ່ນຊັດຂຶ້ນຂອງແຮງງານກຸ່ມນີ້ໃນຕະຫຼາດແຮງງານຂອງຍີ່ປຸ່ນ.
ຍສໝ - ພາຍຫຼັງການເຮັດວຽກຢ່າງເຄັ່ງຕຶງມາເປັນເວລາຫຼາຍຊົ່ວໂມງ, ມີກຳມະກອນຂອງບໍລິສັດ Nobaland (ເມືອງ 12, ນະຄອນໂຮ່ຈີມິນ) ໄດ້ກະຕື້ລືລົ້ນ ເຂົ້າຮ່ວມໂຄງການ “ຂ້າພະເຈົ້າທີ່ແຮງກ້າ”. ບັນດາກຳມະການເພດຍິງ ໄດ້ຂຶ້ນແຜນການສ້າງອອກເນື້ອໃນໃຫ້ແກ່ແຕ່ລະຊົ່ວໂມງຮຽນໃນໂຄງການ, ສະເໜີວິທີການແລກປ່ຽນທັກສະ ກ່ຽວກັບການດູແລລູກຫຼານ, ການເຮັດວຽກເປັນກຸ່ມ, ການຮຽນພາສາຕ່າງປະເທດ, ແຕ່ງຕົວ ແລະ ຝຶກແອບອອກກຳລັງກາຍ, ຫຼິ້ນກິລາ.
ສື່ມວນຊົນໃນພາກພື້ນ ແລະ ສາກົນ ພ້ອມກັນເອົາລົງຂ່າວສ່ອງແສງກ່ຽວກັບກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ເຊິ່ງໄດ້ຈັດຕັ້ງຢ່າງສຳເລັດ ດ້ວຍການລົງນາມຂໍ້ຕົກລົງດານການຄ້າໃຫຍ່ທີ່ສຸດໃນໂລກ, ໃນນັ້ນ ຖືອາຊີຕາເວັນອອກສ່ຽງໃຕ້ເປັນໃຈກາງ.
ຍສໝ - ອາຊຽນບໍ່ພຽງແຕ່ຍົກສູງຄວາມຮັບຮູ້ຂອງບັນດາປະເທດອາຊຽນເທົ່ານັ້ນ ຫາກຍັງຮ່ວມສຳພັນບັນດາອົງການຈັດຕັ້ງສາກົນ ແລະ ບັນດາປະເທດຕ່າງໆເພື່ອຮັບມືຢູ່ຫຼາຍລະດັບ ເພື່ອແນໃສ່ແກ້ໄຂບັນດາບັນຫາເກີດຂຶ້ນຈາກໂລກລະບາດ.
ຍສໝ - ເຂົ້າຮ່ວມພິທີມີຜູ້ຕາງໜ້າກົມຕາເວັນອອກກາງ - ອາຟຣິກາ, ກົມພິທີການ ກະຊວງການຕ່າງປະເທດ.
ຍສໝ - ເນື່ອງໃນໂອກາດການຢ້ຽມຢາມທາງລັດຖະກິດໄປຍັງສາທາລະນະລັດ ອິນໂດເນເຊຍ, ການຢ້ຽມຢາມຢ່າງເປັນທາງການຄະນະເລຂາ ອາຊຽນ ແຕ່ວັນທີ 9-11 ມີນາ, ທ່ານເລຂາທິການໃຫຍ່ ໂຕເລີມ ແລະ ພັນລະຍາພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ໄປຢ້ຽມຢາມສະຖານທູດ, ພົບປະກັບ ພະນັກງານບັນດາອົງການຜູ້ຕາງໜ້າ ແລະ ປະຊາຄົມຊາວຫວຽດນາມ ປະຈຳ ອິນໂດເນເຊຍ
ຍສໝ - ພາຍຫຼັງເຮືອບິນລົງຈອດຢູ່ສະໜາມບິນສາກົນ ເວິນໂດນ, ຜູ້ໂດຍສານທຸກຄົນໄດ້ຮັບການກວດສຸຂະພາບ ແລະ ແຍກຕົວຕາມຂໍ້ກຳນົດ.
ທ່ານເອກອັກຄະລັດຖະທູດ Ory Csaba ຢັ້ງຢືນວ່າ ຈະສືບຕໍ່ປະກອບສ່ວນໃຫ້ແກ່ການພັດທະນາການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ຮຸງກາຣີ.
ຍສໝ - ບັນດາຜູ້ແທນໄດ້ປຶກສາຫາລືຫຼາຍບັນຫາກ່ຽວກັບການສົ່ງເສີມການຄ້າ ແລະ ການຮ່ວມມືດໍາເນີນທຸລະກິດລະຫວ່າງວິສາຫະກິດ ຫວຽດນາມ ຢູ່ຕ່າງປະເທດ ກໍ່ຄືການເຊື່ອມຕໍ່ບັນດາວິສາຫະກິດ ຊາວຫວຽດນາມ ຢູ່ຕ່າງປະເທດ ກັບບັນດາວິສາຫາກິດພາຍໃນປະເທດ...
ຍສໝ - ອ້າງຕາມບົດລາຍງານ ເອກະລາດ ຂອງທະນາຄານພັດທະ ນາອາຊີ (ADB) ປະກາດເມື່ອວັນທີ 30 ເດືອນກັນຍາລະບຸວ່າ ບັນດາປະເທດ ພວມພັດທະນາ ໃນພາກພື້ນອາຊີ-ປາຊີຟິກ ຄວນໄດ້ຮັບການ ສະໜັບສະໜູນ ບຸລິມະສິດຂຶ້ນຕື່ມ ເພື່ອໃຫ້ມີໂອກາດ ບັນລຸເປົ້າໝາຍ ກ່ຽວກັບ ການພັດທະນາແບບຍືນຍົງ (SDG).
ຍສໝ - ຕອນບ່າຍວັນທີ 17 ມີນາ, ຢູ່ຮ່າໂນ້ຍ, ທ່ານພົນເອກ ໂຕເລິມ, ກຳມະການກົມການເມືອງ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບ ທ່ານພົນໂທ ກົງທອງ ພົງວິຈິດ, ກໍາມະການສູນກາງພັກປະຊາຊົນປະຕິວັດລາວ, ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລາວ.
ທີ່ກອງປະຊຸມ, ບັນດາຜູ້ແທນເຂົ້າຮ່ວມກໍ່ຍົກອອກບັນດາຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍທີ່ພວມປະເຊີນໜ້າ, ປຶກສາກ່ຽວກັບຈຸດຮ້ອນເຮັ່ງໃນການທ່ອງທ່ຽວ ແລະ ແບ່ງປັນບັນດາຄວາມຄິດເຫັນເພື່ອແນໃສ່ດຶງດູດແຂກທ່ອງທ່ຽວໃຫ້ຫຼາຍກ່ວາຕື່ມອີກ.
ເພື່ອແນໃສ່ໜູນຊ່ວຍປະຊາຊົນທີ່ປະສົບກັບຄວາມຫຍຸ້ງຍາກທີ່ຖືກຜົນກະທົບຈາກໂລກລະບາດໂຄວິດ - 19 ແລະ ກຳລັງປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໃນແນວໜ້າ, ສູນກາງສະພາກາແດງ ຫວຽດນາມ ໄດ້ຜັນຂະຫຍາຍຍຸດທະສາດ “ເຊື່ອມຕໍ່ປະຊາຄົມ - ຜ່ານຜ່າສິ່ງທ້າທາຍ” ຊື່ງໄດ້ປະຕິບັດແຕ່ເດືອນສິງຫາ ຫາເດືອນພະຈິກ ປີ 2021.
ຍສໝ - ພາຍຫຼັງ 2 ປີແຫ່ງການສ້າງຕັ້ງ ແລະ ພັດທະນາ, ສູນພາສາຫວຽດນາມ Tulip ຢູ່ Tulip ຢູ່ ໂຮນລັງ ໄດ້ກາຍເປັນສະຖານທີ່ພົບປະວັດທະນະທຳທີ່ຄຸ້ນເຄີຍຂອງປະຊາຄົມຊາວ ຫວຽດນາມ ຢູ່ເຂດດິນແດນດອກໄມ້ Tulip. ຈາກບັນດາຊັ້ນຮຽນທີ່ອ່ອນແອໃນເບື້ອງຕົ້ນ, ສູນໄດ້ຜັນຂະຫຍາຍເທື່ອລະກ້າວ, ປະກອບສ່ວນປົກປັກຮັກສາພາສາຫວຽດໃຫ້ຊາວຫວຽດນາມຢູ່ຕ່າງປະເທດລຸ້ນທີ 2 ແລະ 3, ພ້ອມທັງເຜີຍແຜ່ຄວາມສວຍງາມຂອງພາສາຫວຽດໃຫ້ແກ່ເພື່ອນມິດສາກົນ.
ຍສໝ - ທີ່ກອງປະຊຸມສະຫລຸບ 5 ປີແຫ່ງການປະຕິບັດຄຳສັ່ງສະບັບເລກທີ 45 ລົງວັນທີ 19 ພຶດສະພາ ປີ 2015 ຂອງກົມການເມືອງ ກ່ຽວກັບວຽກງານສຳລັບ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໃນສະພາບການໃໝ່, ທ່ານ ຟ້າມບິນມິງ, ລັດຖະມົນຕີ ກະຊວງການຕ່າງປະເທດຫວຽດນາມ ໄດ້ຕີລາຄາສູງຕໍ່ບັນດາການປະກອບສ່ວນອັນແທດຈິງຂອງ ປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ເຂົ້າໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດໃນໄລຍະທີ່ຜ່ານມາ.
ຍສໝ - ວັນທີ 6 ສິງຫາ, ຢູ່ຮ່າໂນ້ຍ, ຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ກະຊວງການຕ່າງປະເທດ ໄດ້ຈັດຕັ້ງກອງປະຊຸມຂ່າວ ເພື່ອຂໍ້ມູນກ່ຽວກັບບາງການເຄື່ອນໄຫວເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນຊາດແຫ່ງສາທາລະນະລັດສັງຄົມນິຍົມຫວຽດນາມ (2 ກັນຍາ 1945-2 ກັນຍາ 2025).
ຍສໝ - ໃນຕອນຮຸ່ງເຊົ້າຂອງວັນທີ 10 ມິຖຸນາ, ທີ່ສູນການຄ້າ ຊາປາ ຂອງ ຫວຽດນາມ ຢູ່ນະຄອນຫຼວງ Prague, ສາທາລະນະລັດ ເຊັກໂກ ໄດ້ເກີດເຫດໄຟໄໝ້ຮ້ານຂາຍອາຫານ ແລະ ສິນຄ້າບໍລິໂພກ. ໂຊກດີທີ່ໄຟໄດ້ຖືກຄວບຄຸມຢ່າງທັນການ. ສະຖານທູດ ຫວຽດນາມ ປະຈຳ ສາທາລະນະລັດ ເຊັກໂກ ໄດ້ລົງສະຖານທີ່ເກີດເຫດ ເພື່ອຈະໄປຢ້ຽມຢາມປະຊາຊົນພ້ອມທັງຫນູນຊ່ວຍຄົວເຮືອນທີ່ເສຍຫາຍໃນທັນທີ.
ບັນດາເອກອັກຄະລັດຖະທູດ ຈະປະຕິບັດໜ້າທີ່ຢູ່ 4 ທະວີບ (ຄື: ອາຊີ, ເອີລົບ, ອາເມລິກາ, ອາບຟຣີກາ), ໃນນັ້ນມີຫຼາຍປະເທດແມ່ນຄູ່ຮ່ວມມືສຳຄັນ, ເພື່ອນມິດທີ່ເປັນມູນເຊື້ອຂອງ ຫວຽດນາມ.
ຍສໝ - ກອງປະຊຸມມີການເຂົ້າຮ່ວມຂອງ 21 ສະມາຊິກ APEC, ສະພາໃຫ້ຄຳປຶກສາການດຳເນີນທຸລະກິດ APEC (ABAC), ອາຊຽນ, ສະພາຮ່ວມມືເສດຖະກິດ ປາຊີຟິກ (PECC), ເວທີປາໄສບັນດາເກາະຢູ່ປາຊີຟິກ (PIF), ອົງການການຄ້າ ໂລກ (WTO) ແລະ ຄະນະເລຂາສົນທິສັນຍາແມ່ ຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (UNFCCC).
ຍສໝ - ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໃຫ້ຮູ້ວ່າ: ຫວຽດນາມ ແລະ ອິນເດຍ ປາດຖະໜາຢາກເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ 2 ປະເທດເວົ້າລວມ ແລະ ການພົວພັນລະຫວ່າງບັນດາອົງການນິຕິບັນຍັດຂອງ 2 ປະເທດເວົ້າສະເພາະ.