ຫຼາຍບ້ານ ຢູ່ເຂດ ຊາຍແດນຫວຽດນາມ - ລາວ ຖືກຕັດແຍກ ຍ້ອນນໍ້າຖ້ວມ

ຫຼາຍບ້ານ ຢູ່ເຂດ ຊາຍແດນຫວຽດນາມ - ລາວ ຖືກຕັດແຍກ ຍ້ອນນໍ້າຖ້ວມ

ຍສໝ -  ເນື່ອງຈາກຮັບຜົນກະທົບຈາກ ພາຍຸຫົວທີ 5, ຢູ່ເຂດຕາແສງນາງອຍ, ບາກລິ ແລະ ໝີລິ ໃນເມືອງ ກີເຊີນ, ແຂວງ ເຫງອ່ານ, ຝົນຕົກໜັກເຮັດໃຫ້ຕົ້ນໄມ້ລົ້ມ ແລະດິນເຊາະເຈື່ອນຢູ່ບາງເສັ້ນທາງ; ຫຼາຍບ້ານ ຢູ່ເຂດ ຊາຍແດນຫວຽດນາມ - ລາວ ຖືກຕັດແຍກ ຍ້ອນນໍ້າຖ້ວມ.

ຜົນກອງປະຊຸມລັດຖະບານ ສະໄໝສາມັນປະຈຳເດືອນກັນຍາ 2020

ຜົນກອງປະຊຸມລັດຖະບານ ສະໄໝສາມັນປະຈຳເດືອນກັນຍາ 2020

ກອງປະຊຸມລັດຖະບານ ສະໄໝສາມັນປະຈຳເດືອນກັນຍາ 2020 ໄດ້ເປີດໃນຕອນເຊົ້າວັນທີ 17 ແລະ ປິດລົງໃນຕອນແລງວັນທີ 18 ກັນຍາ 2020 ທີ່ ສຳນັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານເຂົ້າຮ່ວມ. 

ປີນີ້ເສດຖະກິດ ລາວ ຈະຕິດລົບເປັນເທື່ອທໍາໃນຮອບ 30 ປີ

ປີນີ້ເສດຖະກິດ ລາວ ຈະຕິດລົບເປັນເທື່ອທໍາໃນຮອບ 30 ປີ

ອີງຕາມບົດລາຍງານໃໝ່ ຂອງທະນາຄານ ພັດທະນາອາຊີ (ADB) ທີ່ເຜີຍແຜ່ໃນ ວັນທີ 15 ກັນຍາ 2020 ລະບຸວ່າ: ອັດຕາການຂະຫຍາຍຕົວ ທາງເສດຖະກິດຂອງ ສປປ ລາວ ຈະຕິດລົບໃນປີນີ້ ຊຶ່ງເປັນຄັ້ງທຳອິດໃນ 4 ທົດສະວັດຜ່ານມາ (ນັບຕັ້ງແຕ່ປີ 1986 ແລະ 1987 ເປັນຕົ້ນມາ), ແຕ່ວ່າປະເທດຈະເລີ່ມຟື້ນໂຕ ຈາກການສູນເສຍ ທາງດ້ານເສດຖະກິດ ທີ່ເກີດຈາກການແຜ່ລະບາດ ພະຍາດໂຄວິດ-19. ຂະນະທີ່ ບົດລາຍງານການ ພັດທະນາຂອງອາຊີ 2020 ສະບັບປັບປຸງ ຄາດຄະເນລວມຍອດຜະລິດຕະພັນພາຍໃນ(GDP) ໃຫ້ຢູ່ໃນລະດັບຕິດລົບ 2,5%. ເຖິງຢ່າງໃດກໍຕາມ, ການຂະຫຍາຍຕົວຄາດວ່າ ຈະຟື້ນໂຕມາທີ່ອັດຕາ 4,5% ໃນປີ 2021 ເຊິ່ງຖືວ່າເປັນການຟື້ນຕົວຊ້າ ຍ້ອນວ່າການແຜ່ລະ ບາດຂອງພະຍາດ ທີ່ອາດຈະຫລຸດລົງຢ່າງຊ້າໆ.

ລັດຖະມົນຕີຕ່າງປະເທດລາວ ສົນທະນາທາງ ໂທລະສັບກັບ ລັດຖະມົນຕີຕ່າງປະເທດ ມາເລເຊຍ

ລັດຖະມົນຕີຕ່າງປະເທດລາວ ສົນທະນາທາງ ໂທລະສັບກັບ ລັດຖະມົນຕີຕ່າງປະເທດ ມາເລເຊຍ

ໃນວັນທີ 17 ກັນຍາ 2020 ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ສົນທະນາທາງໂທລະສັບທາງໄກ ກັບ ທ່ານ ດາໂຕະ ສິຣິ ຮີຊະມູດິນ ຕູນ ຮູສຊິນ (Dato’ Seri HishammuddinTun Hussein), ລັດຖະມົນຕີກະ ຊວງການຕ່າງປະເທດ ມາເລເຊຍ ເພື່ອຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະ ຫວ່າງ ລາວ ແລະ ມາເລເຊຍ.

ປະເທດລາວ: ນຳໃຊ້ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ເພື່ອສົ່ງເສີມການຜະລິດກະສິກຳ ແລະ ການບໍລິການ

ປະເທດລາວ: ນຳໃຊ້ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ເພື່ອສົ່ງເສີມການຜະລິດກະສິກຳ ແລະ ການບໍລິການ

ໃນວັນທີ 16 ກັນຍາ 2020 ທີ່ສະຖາບັນການຄຸ້ມຄອງວິທະຍາສາດ ແລະ ເຕັກໂນໂລຊີ ນະຄອນຫລວງວຽງຈັນ, ໄດ້ຈັດສຳມະນາວິຊາການກ່ຽວກັບການນຳໃຊ້ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳເຂົ້າໃນການສົ່ງເສີມການຜະລິດກະສິກຳ ແລະ ການບໍລິການໃນຫົວຂໍ້ "ບົດບາດຄວາມສຳຄັນຂອງການປະຕິວັດອຸດສາຫະກຳ 4.0", ໂດຍການເປັນປະທານຂອງ ທ່ານ ບໍ່ວຽງຄຳ ວົງດາລາ - ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ (ກຕວ) ມີພະນັກງານອ້ອມຂ້າງກະຊວງ ເຂົ້າຮ່ວມ 200 ກວ່າທ່ານ.    

ທະຫານປ້ອງກັນຊາຍແດນ ເຫງ້ອານ ມອບຂອງຂວັນ ໃຫ້ແກ່ກຳລັງປະກອບອາວຸດ ແລະ ປະຊາຊົນເຂດຊາຍແດນຢູ່ແຂວງຫົວພັນ, ປະເທດລາວ

ທະຫານປ້ອງກັນຊາຍແດນ ເຫງ້ອານ ມອບຂອງຂວັນ ໃຫ້ແກ່ກຳລັງປະກອບອາວຸດ ແລະ ປະຊາຊົນເຂດຊາຍແດນຢູ່ແຂວງຫົວພັນ, ປະເທດລາວ

ຍສໝ -  ຈຳນວນຂອງຂວັນດັ່ງກ່າວລວມມີເຂົ້າສານ, ໝີ່ສໍາເລັດຮູບ, ນໍ້າປາ, ເກືອ, ປາແຫ້ງ, ເຄື່ອງໃຊ້ທີ່ ຈຳເປັນໃນຊິວີດປະຈໍາວັນ, ດ້ວຍຈຳນວນເງິນທັງໝົດເກືອບ 30 ລ້ານດົ່ງ.    

ໜູນຊ່ວຍວັດຖຸໃຫ້ກໍາລັງປະກອບອາວຸດ ແລະປະຊາຊົນປະເທດເພື່ອນມິດລາວ ທີ່ຖືກຜົນສະທ້ອນຈາກພະຍາດໂຄວິດ-19

ໜູນຊ່ວຍວັດຖຸໃຫ້ກໍາລັງປະກອບອາວຸດ ແລະປະຊາຊົນປະເທດເພື່ອນມິດລາວ ທີ່ຖືກຜົນສະທ້ອນຈາກພະຍາດໂຄວິດ-19

ຍສໝ - ໃນໄລຍະຜ່ານມາ, ກອງບັນຊາການທະຫານຊາຍແດນແຂວງເທື່ອທຽນເຫ້ວ, ຄ້າຍທະຫານຊາຍແດນດ່ານຊາຍແດນອາເດີດ, ອໍານາດການປົກຄອງ ແລະປະຊາຊົນເມືອງອາເລື໊ອຍ ຍາມໃດກໍ່ຄຽງບ່າຄຽງໄຫຼ່ພ້ອມກັບກໍາລັງປະກອບອາວຸດ ແລະປະຊາຊົນບັນດາບ້ານທີ່ຢູ່ຕິດກັບຊາຍແດນລາວ ຈັດກິດຈະກໍາຕ່າງໆເພື່ອໜູນຊ່ວຍສະບຽງອາຫານ, ອຸປະກອນການແພດ, ພິເສດແມ່ນໃນໄລຍະປ້ອງກັນ, ຕ້ານພະຍາດໂຄວິດ-19.

ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດ Covid – 19 ກ່ວາ 29.4 ລ້ານຄົນ, ໃນນັ້ນມີ ຜູ້ເສຍຊີວິດ 932.395 ຄົນ

ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດ Covid – 19 ກ່ວາ 29.4 ລ້ານຄົນ, ໃນນັ້ນມີ ຜູ້ເສຍຊີວິດ 932.395 ຄົນ

ອາເມລິກາສືບຕໍ່ແມ່ນປະເທດຖືກ ຜົນກະທົບຢ່າງແຮງທີ່ສຸດຈາກໂລກລະບາດ Covid – 19 ດ້ວຍຈຳນວນຜູ້ຕິດເຊື້ອພະຍາດແມ່ນ ເກືອບ 6,75 ລ້ານຄົນ.

ເພີ່ມທະວີການພົວພັນສອງຝ່າຍຢ່າງຮອບດ້ານ ລະຫວ່າງຮົງກາລີ - ລາວ

ເພີ່ມທະວີການພົວພັນສອງຝ່າຍຢ່າງຮອບດ້ານ ລະຫວ່າງຮົງກາລີ - ລາວ

ໃນຕອນເຊົ້າ ວັນທີ 12 ກັນຍາ 2020 ຢູ່ທີ່ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ - ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ.ລາວ ໄດ້ໃຫ້ກຽດຕ້ອນຮັບ ແລະ ພົບປະປຶກສາຫາລືຢ່າງເປັນທາງການ ກັບທ່ານປີເຕີ ຊີຢາໂຕ - ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າແຫ່ງ ຮົງກາຣີ.

ແຂວງແຄງຮ່ວາ, ດັກລັກ, ບິ່ງເຢືອງ ໄດ້ມອບເງິນຈຳນວນ 1 ຕື້ດົ່ງ ເພື່ອສະໜັບສະໜູນ ນະຄອນປາກເຊ, ແຂວງ ຈຳປາສັກ (ລາວ) ໃນການປັບແປງຕົກແຕ່ງຕົວເມືອງ

ແຂວງແຄງຮ່ວາ, ດັກລັກ, ບິ່ງເຢືອງ ໄດ້ມອບເງິນຈຳນວນ 1 ຕື້ດົ່ງ ເພື່ອສະໜັບສະໜູນ ນະຄອນປາກເຊ, ແຂວງ ຈຳປາສັກ (ລາວ) ໃນການປັບແປງຕົກແຕ່ງຕົວເມືອງ

ຍສໝ - ໃນໄລຍະທີ່ຜ່ານມາ, ຜ່ານບັນດາການເຄື່ອນໄຫວຮ່ວມມືກ່ຽວກັບການແລກປ່ຽນຄະນະຜູ້ແທນ, ການສະໜັບສະໜູນ ດ້ານການສຶກສາ, ຍຸຕິທຳ, ການພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງບັນດາແຂວງ ແຄງຮ່ວາ, ດັກລັກ, ບິ່ງເຢືອງ ແລະ ບັນດາທ້ອງຖິ່ນຕ່າງໆຂອງລາວນັບມື້ນັບ ໄດ້ຮັບການປັບປຸງ ແລະ ພັດທະນາ, ຕອບສະໜອງຄວາມຕ້ອງການຕົວຈິງຂອງທັງສອງຝ່າຍ.

ຫວຽດນາມ ໄດ້ສະໜອງສະບຽງອາຫານ ແລະ ເຄື່ອງໃຊ້ທີ່ຈຳເປັນໃຫ້ປະຊາຊົນຢູ່ເຂດຊາຍແດນປະເທດລາວ

ຫວຽດນາມ ໄດ້ສະໜອງສະບຽງອາຫານ ແລະ ເຄື່ອງໃຊ້ທີ່ຈຳເປັນໃຫ້ປະຊາຊົນຢູ່ເຂດຊາຍແດນປະເທດລາວ

ຍສໝ - ຄ້າຍທະຫານປະຕູຊາຍແດນ ອ່າເດີດ ໄດ້ປະສານສົມທົບກັບຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ເມືອງ ອ່າເລືອຍ ໄດ້ມອບຂອງຂວັນຈຳນວນຫຼາຍກວ່າ 120 ສ່ວນໃຫ້ແກ່ກອງກຳລັງປະກອບອາວຸດ ແລະ ປະຊາຊົນບ້ານ ກາໂລ, ເມືອງ ກ່າລຶມ, ແຂວງເຊກອງ (ປະເທດລາວ).

12 ວ​ັນ​ຢ່າງ​ລຽນ​ຕິດ ຫວຽດ​ນາມ ຢັ້ງ​ຢືນ​ບໍ່​ພົບ​ຜູ​້​ຕິດ​ເຊື້ອ​ໂຄວິດ - 19 ໃນ​ຊຸມ​ຊົນ

12 ວ​ັນ​ຢ່າງ​ລຽນ​ຕິດ ຫວຽດ​ນາມ ຢັ້ງ​ຢືນ​ບໍ່​ພົບ​ຜູ​້​ຕິດ​ເຊື້ອ​ໂຄວິດ - 19 ໃນ​ຊຸມ​ຊົນ

ປັດຈຸບັນ,  ຫວຽດນາມ ມີຜູ້ຕິດເຊື້ອໂຄວິດ - 19 ຈຳນວນ 918 ຄົນ ໃນຈຳນວນຜູ້ຕິດເຊື້ດທັງໝົດ 1063 ຄົນ ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ.

ສປປ ລາວ ບໍ່ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ ແລະ ຍິນດີ ກັບຜູ້ຕິດເຊື້ອນ້ຳເບີ 22 ໄດ້ອອກຈາກໂຮງໝໍແລ້ວ

ສປປ ລາວ ບໍ່ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ ແລະ ຍິນດີ ກັບຜູ້ຕິດເຊື້ອນ້ຳເບີ 22 ໄດ້ອອກຈາກໂຮງໝໍແລ້ວ

ໃນວັນທີ 14 ກັນຍາ 2020 ທີ່ກະຊວງສາທາລະນະສຸກ ໄດ້ລາຍງານສະພາບ ການລະບາດຂອງພະຍາດ ໂຄວິດ-19 ໃນ ສປປ ລາວ ໂດຍ ທ່ານ ນາງ ດຣ.ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ, ມີບັນດາສື່ມວນຊົນ ເຂົ້າຮ່ວມ.

ມອບ-ຮັບແຮງງານລາວ 27 ຄົນທີ່ໄປເຮັດວຽກຢູ່ໄທ ກັບຄືນປະເທດ

ມອບ-ຮັບແຮງງານລາວ 27 ຄົນທີ່ໄປເຮັດວຽກຢູ່ໄທ ກັບຄືນປະເທດ

ໃນວັນທີ 10 ກັນຍາ 2020 ຢູ່ຂົວມິດຕິພາບລາວ-ໄທ ແຫ່ງທີ 4 ແຂວງ ບໍ່ແກ້ວ ໄດ້ມີພິທີມອບ-ຮັບແຮງານລາວ ທີ່ໄປເຮັດວຽກຢູ່ປະເທດໄທ ຈຳນວນ 27 ຄົນ, ຍິງ 09  ຄົນກັບຄືນປະເທດ. ໃນນີ້, ແຮງງານຢູ່ແຂວງບໍ່ແກ້ວ 21 ຄົນ, ແຂວງຈຳປາສັກ, ອຸດົມໄຊ ແລະ ຫລວງພະບາງ ແຂວງລະ 2 ຄົນ. ຈາກນັ້ນ, ຄະນະສະເພາະກິດເພື່ອປ້ອງກັນ, ຄວາມຄຸມ ແລະ ແກ້ໄຂພະຍາດ ໂຄວິດ-19 ແຂວງບໍ່ແກ້ວ ຈະໄດ້ນຳສົ່ງໄປຈຳກັດບໍລິເວນ ຢູ່ສູນບ້ານມົກກະຕອກ ເມືອງຫ້ວຍຊາຍ ແລະ ໃນວັນດຽວກັນ ຄະນະ ສະເພາະກິດແຂວງ ກໍໄດ້ນຳເອົາແຮງງານ ຈາກ ສປ ຈີນ ທີ່ມາສືບຕໍ່ແກ້ໄຂວຽກ ທີ່ຍັງຄ້າງຢູ່ແຂວງ ບໍ່ແກ້ວ ຈຳນວນ 12 ຄົນ ເຂົ້າມາຈໍາກັດບໍລິເວນ ຢູ່ສູນດັ່ງກ່າວເຊັ່ນດຽວກັນ.

ກອງປະຊຸມ ໄອປາ ຄັ້ງທີ 41 ມອບລາງວັນໃຫ້ຜູ້ປະກອບສ່ວນດີເດັ່ນ

ກອງປະຊຸມ ໄອປາ ຄັ້ງທີ 41 ມອບລາງວັນໃຫ້ຜູ້ປະກອບສ່ວນດີເດັ່ນ

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດ ອາຊີຕາເວັນອອກສ່ຽງໃຕ້ ຫລື ໄອປາ(AIPA) ຄັ້ງທີ 41 ຜ່ານລະບົບທາງໄກ ທີ່ ສສ.ຫວຽດນາມ ເປັນເຈົ້າພາບ ໄດ້ສຳເລັດລົງດ້ວຍຜົນສຳເລັດອັນຈົບງາມ ໃນວັນທີ 10 ກັນຍາ 2020 ພາຍຫລັງດຳເນີນມາເປັນເວລາ 3 ວັນ, ໂດຍການ​ເປັນ​ປະທານ​ຂອງ​ ທ່ານ ນາງ ຫງວຽນທິ ກີ​ມ​ເງິນ ປະທານ​ສະພາ​ແຫ່ງ​ຊາດ ສສ.ຫວຽດນາມ, ມີ​ທູ​ຕາ​ນຸທູດ​ຂອງບັນດາ​ ປະ​ເທດສະມາຊິກ ​ເຂົ້າ​ຮ່ວມ.

ສປປ ລາວ ກວດພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 1 ລາຍ

ສປປ ລາວ ກວດພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 1 ລາຍ

ໃນວັນທີ 11 ກັນຍາ 2020 ທີ່ກະຊວງສາທາລະນະສຸກ ໄດ້ຖະແຫລງຂ່າວການລະບາດຂອງພະຍາດ ໂຄວິດ-19 ໃນ ສປປ ລາວ ໄດ້ກວດພົບຜູ້ຕິດເຊື້ອ ໂຄວິດ-19 ເພີ່ມອີກ 1 ລາຍ ໃນວັນທີ 10 ກັນຍາ 2020, ໄດ້ເກັບຕົວຢ່າງ ມາກວດວິເຄາະທັງໝົດ 418 ຄົນ, ໃນນັ້ນມີ ແຮງງານລາວມາແຕ່ໄທ 394 ຕົວຢ່າງ, ແຮງງານລາວມາແຕ່ຫວຽດນາມ 06 ຕົວຢ່າງ, ແຮງງານລາວມາແຕ່ຈີນ 03 ຕົວຢ່າງ, ບຸກຄົນທົ່ວໄປທີ່ມີອາການ 07 ຕົວຢ່າ   ແລະ ບຸກຄົນທົ່ວໄປທີ່ບໍ່ມີອາການ 08 ຕົວຢ່າງ; ຜົນກວດວິ ເຄາະທັງໝົດແມ່ນພົບຜູ້ຕິດເຊື້ອ ຈຳນວນ 01 ຕົວຢ່າງ ລາຍລະອຽດດັ່ງນີ້, ເປັນເພດຊາຍ ອາຍຸ 29 ປີ, ສັນຊາດ: ລາວ, ອາຊີບ ນັກກິລາກອງທັບ, ບັນຊາລົດຖັງ ກ່ອນໜ້າເດີນທາງໄປ ສ.ຣັດເຊຍ ພັກຢູ່ຫໍພັກທະຫານ ຢູ່ບ້ານ ດົງສະຫວາດ, ເມືອງໄຊທານີ, ກັກໂຕຢູ່ສູນຫລັກ 27.

ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ ຕີລາຄາສູງຕໍ່ຄວາມສາມາດໃນການຈັດຕັ້ງ AIPA 41 ຂອງ ສະພາແຫ່ງຊາດຫວຽດນາມ

ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ ຕີລາຄາສູງຕໍ່ຄວາມສາມາດໃນການຈັດຕັ້ງ AIPA 41 ຂອງ ສະພາແຫ່ງຊາດຫວຽດນາມ

ຍສໝ - ຫວຽດນາມ ໄດ້ມານະພະຍາຍາມປະຕິບັດບົດບາດປະທານເປັນຢ່າງດີ, ມີກົນໄກປຶກສາຫາລືກັບບັນດາປະເທດສະມາຊິກ AIPA ດີທີ່ສຸດ, ເຊິ່ງເປັນສິ່ງທີ່ຊ່ວຍໃຫ້ກອງປະຊຸມຮັບຮອງເອົາບັນດາມະຕິຕົກລົງແຕກຕ່າງກັນໂດຍໄວ ແລະ ດ້ວຍຄວາມເຫັນດີເປັນເອກະພາບສູງ.

ຕັດສິນໃຈ ແລະມານະພະຍາຍາມສູງທີ່ສຸດໃນການກໍ່ສ້າງຫໍສະພາແຫ່ງຊາດລາວຫຼັງໃໝ່

ຕັດສິນໃຈ ແລະມານະພະຍາຍາມສູງທີ່ສຸດໃນການກໍ່ສ້າງຫໍສະພາແຫ່ງຊາດລາວຫຼັງໃໝ່

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນເດືອນພະຈິກ 2016, ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໄດ້ຕາງໜ້າພັກ, ລັດ ແລະປະຊາຊົນຫວຽດນາມ ມອບກິດຈະກໍາກໍ່ສ້າງຫໍສະພາແຫ່ງຊາດລາວຫຼັງໃໝ່ໃຫ້ພັກ, ລັດ ແລະປະຊາຊົນລາວ. ກະຊວງປ້ອງກັນປະເທດຫວຽດນາມ ໄດ້ມອບໃຫ້ພົນລະພາກຫຼວງ 11 ລົງມືກໍ່ສ້າງໂຄງການດັ່ງກ່າວ.

ຊ່ຽວຊານລາວ: ການຈັດກອງປະຊຸມ AIPA ດ້ວຍຮູບການອອນລາຍແມ່ນຂໍ້ລິເລີ່ມທີ່ທັນການ

ຊ່ຽວຊານລາວ: ການຈັດກອງປະຊຸມ AIPA ດ້ວຍຮູບການອອນລາຍແມ່ນຂໍ້ລິເລີ່ມທີ່ທັນການ

ຍສໝ - ທ່ານສາດສະດາຈານ ອີກສະຫວ່າງ ວົງວິຈີດ - ຫົວໜ້າກຳມາທິການການຕ່າງປະເທດສະພາແຫ່ງຊາດລາວ ໄດ້ຕີລາຄາວ່າຫວຽດນາມ ໄດ້ສະແດງຄວາມຕັດສິນໃຈສູງ, ບັນດາຂໍ້ລິເລີ່ມທີ່ຫວຽດນາມ ຍົກອອກມາແມ່ນສະແດງຄວາມທັນການ ແລະ ເໝາະສົມ.