ຍສໝ - ຕາມທ່ານເອກອັກຄະລັດຖະທູດ ຫງວຽນບ໊າຮຸ່ງ ແລ້ວ, ຈຳນວນເງິນບໍລິຈາກສະໜັບສະໜູນໃຫ້ແກ່ປະຊາຊົນລາວໄດ້ຂຶ້ນເຖິງ 150 ລ້ານກິບ (ປະມານ ເກືອບ 17,3 ພັນ USD). ຈຳນວນເງິນ 100 ລ້ານກີບທີ່ຍັງເຫຼືອ ພ້ອມກັບເຄື່ອງຂອງທີ່ຈຳເປັນ ປະຊາຊົນຊາວ ຫວຽດນາມ ອາໄສຢູ່ລາວ ຈະມອບໂດຍກົງໃຫ້ປະຊາຊົນເຂດຖືກນຳຖ້ວມຢູ່ 8 ເມືອງຢູ່ແຂວງ ສະຫວັນນະເຂດ.
ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ລາວ, ຕອນບ່າຍວັນທີ 26 ກໍລະກົດ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໂດ້ວັນຈ໊ຽນ ໄດ້ມີການພົບປະເຈລະຈາກັບທ່ານປະທານຄະນະກຳມະການແນວລາວສ້າງຊາດ ສິນລະວົງ ຄຸດໄພທູນ.
ຍສໝ - ໃນວັນດຽວກັນ, ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມໄດ້ສົ່ງໂທລະເລກໄປຍັງທ່ານ Jorge Arreaza Montserrat ລັດຖະມົນຕີກະຊວງການຕ່າງປະເທດ ເວເນຊູເອລາ.
ຍສໝ - ທ່ານ ໂດ໊ວັນຈ໊ຽນ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ປາດຖະໜາວ່າ ບັນດາພະສົງສຳມະເນນ ແລະ ພໍ່ແມ່ປະຊາຊົນຊາວເຜົ່າຂະແມ ສືບຕໍ່ສາມັກຄີ, ມານະພະຍາຍາມປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອວັດທະນະທຳອັນດີງາມຂອງຊາດ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 218 ປີແຫ່ງວັນຊາດ ເຊັກບີ (15 ກຸມພາ 1804 – 15 ກຸມພາ 2022), ວັນທີ 15 ກຸມພາ ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ສົ່ງສານອວຍພອນໄປຍັງທ່ານ Ivica Dacic ປະທານສະພາແຫ່ງຊາດເຊັກບີ
ຍສໝ - ກ່າວຄຳເຫັນຕໍ່ວົງການນັກຂ່າວໃນວັນທີ 23 ມີນາ, ທ່ານໂຄສົກຂອງປະທານາທິບໍດີ ສ.ເກົາຫຼີ Kim Eun-hye ໃຫ້ຮູ້ວ່າ: ຫວຽດນາມ ແມ່ນປະເທດມີຄວາມເປັນມິດກັບ ສ.ເກົາຫຼີ ແລະ ໄດ້ຮັກສາການພົວພັນບທີ່ມີຄວາມໄວ້ເນື້ອເຊື່ອໃຈເປັນມູນເຊື້ອໂດຍບໍ່ຫົວຊາຕໍ່ໂລກລະບາດໂຄວິດ-19 ແລະ ລະບົບສະໜອງທົ່ວໂລກຖືກຂາດວັດຂາດຕອນ.
ຍສໝ - ທີ່ກອງປະຊຸມ, ທ່ານ ເຈິ່ນຕວັນແອັງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າໄດ້ຍົກອອກບາງມາດຕະການເພື່ອແນໃສ່ຍາດແຍ່ງທ່າແຮງໃຫ້ດີທີ່ສຸດ, ຜ່ານຜ່າບັນດາຄວາມຫຍຸ້ງຍາກໃນປັດຈຸບັນ, ໃນນັ້ນໄດ້ສະເໜີໃຫ້ 2 ຝ່າຍສືບຕໍ່ຮ່ວມມືໃນບັນດາຂົງເຂດທີ່ເປັນທ່າແຮງຂອງຝລັ່ງຄື: ພະລັງງານ, ເຕັກໂນໂລຢີສູງ, ກະສິກຳ, ປຸ່ງແຕ່ງ…
ຄະນະປະຈຳສະພາແຫ່ງຊາດໄດ້ປະກອບຄຳເຫັນດ້ວຍເອກະສານຕໍ່ບົດລາຍງານຕີລາຄາເພີ່ມເຕີມໝາກຜົນຂອງການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ ແລະ ງົບປະມານແຫ່ງລັດປີ 2020.
ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໄດ້ປະກາດວ່າ ທຸກຮູບແບບການໂຄສະນາເຜີຍແຜ່ ບັນດາເນື້ອໃນທີ່ຜິດກັບຄວາມຈິງປະຫວັດສາດ ແລະ ກົດໝາຍສາກົນ ລ້ວນແຕ່ບໍ່ມີຄຸນຄ່າ, ບໍ່ສາດມາດປ່ຽນແປງໄດ້ຄວາມຈິງແມ່ນ ອະທິປະໄຕ, ອຳນາດອະທິປະໄຕ ແລະ ສິດອຳນາດສານຂອງ ຫວຽດນາມ ຕໍ່ສອງໝູ່ເກາະເຈື່ອງຊາ ແລະ ຮ່ວາງຊາ ກໍ່ຄືຄວາມຈິງກ່ຽວກັບບັນຫາຢູ່ທະເລຕາເວັນອອກ.
ເນື່ອງໃນໂອກາດທ່ານ ຫງວຽນຊວັນຟຸກ ໄດ້ຮັບການເລືອກຕັ້ງເປັນປະທານປະເທດແຫ່ງສສ.ຫວຽດນາມ, ທ່ານເລຂາທິການໃຫຍ່, ປະທານປະເທດແຫ່ງສປປ.ລາວ ທອງລຸນ ສີສຸລິດ ໄດ້ສົ່ງສານ ແລະ ອວຍພອນທາງໂທລະສັບ.
ຍສໝ - ນີ້ແມ່ນຂໍ້ສະເໜີຂອງອຳນາດການປົກຄອງແຂວງ Kyungsang ເໜືອ ແລະ ເມືອງ Bonghwa ທີ່ການພົບປະເຮັດວຽກກັບ ທ່ານລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ສ.ເກົາຫຼີ Yoo In-chon ໃນວັນທີ 13 ມີຖຸນາ.
ຍສໝ - ທ່ານປະທານປະເທດ ຫວໍວັນເຖືອງກໍ່ໄດ້ຖະຫວາຍທູບທຽນ ອາໄລຫາ ທ່ານອະດີດເລຂາທິການໃຫຍ່ ເລຮົ່ງຟອງ, ນັກຮົບເສຍສະຫຼະຊີວິດເພື່ອຊາດ, ນັກວິລະຊົນກຳລັງປະກອບອາວຸດປະຊາຊົນ ຫວໍທິເຊົາ.
ທ່ານນາງອະດີດຮອງປະທານປະເທດ ຫວຽດນາມ ດັ້ງທິງອກທິ້ງ ພ້ອມດ້ວຍການນຳແຂວງ ກວ໋າງນາມ ໄດ້ໄປຢ້ຽມຢາມ ແລະ ມອບຂອງຂວັນໃຫ້ແກ່ປະຊາຊົນຢູ່ຕາແສງຊາຍແດນ ເມືອງ ນາມຢາງ, ແຂວງ ກວ໋າງນາມ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 60 ປີແຫ່ງວັນໄພພິບັດທາດພິດສີສົ້ມ/ດີໂອຊິນ ຢູ່ ຫວຽດນາມ (10 ສິງຫາ 1961 – 10 ສິງຫາ 2021), ວາລະສານຍຸກສະໄໝໄດ້ມີການແລກປ່ຽນສຳລັບທ່ານ Yang Ho ຫົວໜ້າຜູ້ຕາງໜ້າອົງການຈັດຕັ້ງປະຊາຊົນ ເພື່ອສະພາບແວດລ້ອມ Bundang ຢູ່ ຫວຽດນາມ ໂດຍແມ່ນໜ່ວຍງານປະຕິບັດໂຄງການປັບປຸງ, ຍົກລະດັບສູນໜູນຊ່ວຍສັງຄົມສຳລັບຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ຫວຽດນາມ ໄລຍະທີ 2.
ຍສໝ - ໃນໄລຍະຈະມາເຖິງ, ກະຊວງອຸດສາຫະກຳ ແລະ ການຄ້າ ຈະສືບຕໍ່ສົມທົບກັບກະຊວງກະສິກຳ ແລະ ພັດທະນາຊົນນະບົດ ແລະ ບັນດາອົງການທີ່ກ່ຽວຂ້ອງເຮັດວຽກ ແລະ ຊຸກຍູ້ SFDA ເພີ່ມເຕີມບັນດາວິສາຫະກິດ ຫວຽດນາມ ອື່ນໆ ໄດ້ຮັບການອະນຸຍາດສົ່ງອອກສິນໃນນ້ຳໄປຍັງຕະຫຼາດ ອາຣັບບິ ຊາອຸດິດຄືນໃໝ່, ກ້າວໄປເຖິງການແກ້ໄຂຄຳສັ່ງຢຸດຕິການນຳເຂົ້າສິນໃນນ້ຳຈາກຫວຽດນາມຢ່າງສິ້ນເຊິງ.
ໃນຂອບເຂດການຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ ຊົນ ຟຸກ ໄດ້ມີການພົບປະກັບທ່ານ V.V. Pu-tin ປະທານາທິບໍດີ ລັດເຊຍ ຢູ່ ມົດສະກຸ ໃນຕອນບ່າຍວັນທີ 22 ພຶດສະພາ ປີ 2019.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງວັນທະຫານເສຍອົງຄະ ນັກຮົບສະຫຼະຊີວິດເພື່ອຊາດ ຄົບຮອບ 78 ປີ (27/71947 – 27/7/2025), ຕອນເຊົ້າວັນທີ 27 ກໍລະກົດ 2025, ຄະນະຜູ້ແທນກົງສູນໃຫຍ່ ສສ ຫວຽດນາມ ປະຈໍາພາກໃຕ້ລາວ, ນໍາໂດຍທ່ານນາງ ຕ້າເຟືອງຢຸງ (Ta Phuong Dung), ຫົວໜ້າກົງສູນໃຫຍ່ ສສ ຫວຽດນາມ ປະຈໍາພາກໃຕ້ລາວ, ໄດ້ເຂົ້າວາງພວງມາລາ, ຖະຫວາຍທູບ-ທຽນທີ່ອະນຸສາວະລີຮ່ວມສໍາພັນສູ້ຮົບ ລາວ-ຫວຽດນາມ ຢູ່ເມືອງ ປາກຊ່ອງ ແຂວງ ຈໍາປາສັກ.
ຜົນຜະລິດເຂົ້ານາແຊງ ບັນລຸໄດ້ປະມານ 453.230 ໂຕນ ເທົ່າກັບ 10,3% ຂອງແຜນການຜະລິດເຂົ້ານາແຊງ, ສາລີອາຫານສັດ ປະມານ 30.000 ໂຕນ ເທົ່າກັບ 3% ຂອງແຜນການ, ມັນຕົ້ນ ປະມານ 113.056 ໂຕນ ເທົ່າກັບ 4,9% ຂອງແຜນການ; ການນໍາເຂົ້າ-ສົ່ງອອກ ບັນລຸໄດ້ 2.573 ລ້ານໂດລາສະຫະລັດ ເທົ່າກັບ 22,7% ຂອງແຜນການ ໃນນີ້ການນໍາເຂົ້າ ໄດ້ປະມານ 1.217 ລ້ານໂດລາສະຫະລັດ, ເທົ່າກັບ 21% ຂອງແຜນການ ການສົ່ງອອກ: ປະຕິບັດໄດ້ 1.356 ລ້ານໂດລາສະຫະລັດ ເທົ່າກັບ 24,5 % ຂອງແຜນການ.
ຕາມທ່ານ ບູຍກວາງຮຸຍ ເລຂາຜູ້ປະຈຳການສູນກາງຄະນະຊາວໜຸ່ມພັກກອມມູນິດ ໂຮ່ຈີມິນແລ້ວ, ໄລຍະຈະມາເຖິງ, ຄະນະຊາວໜຸ່ມທຸກຂັ້ນ ໄດ້ກຳນົດຈະສືບຕໍ່ຂົນຂວາຍແຫຼ່ງກຳລັງ ແລະ ເຊື່ອມຕໍ່, ຜັນຂະຫຍາຍການມອບເຄື່ອງໃຊ້ທີ່ຈຳເປັນໃຫ້ແກ່ຜູ້ປະສົບກັບຄວາມຫຍຸ້ງຍາກ ໃຫ້ຫຼາຍຄົນຕື່ມອີກຈາກໂຄງການທີ່ມີຄວາມໝາຍນີ້.
ວັນທີ 10 ເມສາ, ໃນລາຍການສະພາບການຫວຽດນາມ ຂອງໜັງສືພິມເອເລັກໂຕນິກເສດຖະກິດ Aju (ສ.ເກົາຫຼີ) (https://m.ajunews.com/view/20200409180043091) ໂດຍໄດ້ລົງບົດຂຽນກ່ຽວກັບບັນຫາອະທິປະໄຕຂອງຫວຽດນາມກັບໝູ່ເກາະເຈື່ອງຊາ ແລະ ຮ່ວາງຊາ ຂອງທ່ານສາດສະດາຈານ Ahn Kyong Hwan -ໂດຍເປັນອາຈານຂອງມະຫາວິທະຍາໄລ Chosun, ປະທານສະຫະພັນຄົ້ນຄ້ວາ ຫວຽດນາມຂອງ ສ.ເກົາຫຼີ. ທ່ານກໍ່ແມ່ນປະທານຂອງສະມາຄົມຄົ້ນຄ້ວາ ຫວຽດນາມສາດ ຢູ່ ສ.ເກົາຫຼີ, ຮອງປະທານສະມາຄົມພົວພັນແລກປ່ຽນວັດທະນະທຳ ສ.ເກົາຫຼີ - ຫວຽດນາມຢູ່ Gwangju, ທີ່ປຶກສາດ້ານເສດຖະກິດ, ວັດທະນະທຳ ສ.ເກົາຫຼີ - ຫວຽດນາມ ຢູ່ ເຊີອູນ.