ໃນວັນທີ 27 ຕຸລາ 2020, ລັດຖະບານ ລາວ ແລະ ທະນາຄານພັດທະນາອາຊີ ( ADB) ໄດ້ພ້ອມກັນສະຫລຸບ, ຕີລາຄາ ແລະ ປະເມີນຜົນຂອງການຈັດຕັ້ງປະຕິບັດບັນດາໂຄງການທັງໝົດທີ່ ADB ໃຫ້ການສະໜັບສະໜູນສຳລັບ ປີ 2020 ຢູ່ໃນ ສປປ ລາວ.
56 ມື້ແລ້ວ, ຫວຽດນາມ ຢັ້ງຢືນບໍ່ພົບກໍລະນີຕິດເຊື້ອໃໝ່ໃນຊຸມຊົນ.
ຍສໝ - ຕາມສຳນັກຂ່າວສານຫວຽດນາມ ປະຈຳສປປ.ລາວ, ໃນວັນທີ 27 ຕຸລາ, ກອງປະຊຸມສະພາແຫ່ງຊາດສປປ.ລາວ ຊຸດທີ VIII ຄັ້ງທີ 10 ໄດ້ໄຂຂຶ້ນຢ່າງເປັນທາງການດ້ວຍການສຸມໃສ່ບັນດາມາດຕະການ ເພື່ອຟື້ນຟູພື້ນຖານເສດຖະກິດ ທີ່ຖືກຮັບຜົນສະທ້ອນຢ່າງຮ້າຍແຮງຈາກການລະບາດຂອງພະຍາດ COVID-19.
ກອງທຶນການເງິນສາກົນ (IMF) ຄາດຄະເນວ່າການຂະຫຍາຍຕົວຂອງເສດຖະກິດລາວຈະບັນລຸພຽງແຕ່ 0,2% ໃນປີນີ້, ເຊິ່ງຕໍ່າກ່ວາການຄາດຄະເນທີ່ໄດ້ວາງອອກໃນ ເດືອນມິຖຸນາ ແມ່ນ 0.7%.
ປັດຈຸບັນການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດໃນຂົງເຂດກະສິກຳ ແລະປ່າໄມ້ ໃນຂອບເຂດທົ່ວປະເທດລາວ ແມ່ນລວມມີທັງໝົດ 1.562 ບໍລິສັດ, ດ້ວຍມູນຄ່າການລົງທຶນທັງໝົດ 4,2 ຕື້ໂດລາ
ພັກ ປະຊາຊົນ ປະຕິວັດ ລາວ ຍາມໃດກໍຍືດໝັ້ນການພັດທະນາເສດຖະກິດເປັນໃຈກາງຕິດພັນກັບການພັດທະນາສັງຄົມ ແລະການປົກປັກຮັກສາສິ່ງແວດລ້ອມໄປຕາມທິດພັດທະນາແບບຍືນຍົງ, ດໍາເນີນນະໂຍບາຍສົ່ງເສີມຢ່າງແຂງແຮງກຳລັງແຮງຂອງທຸກພາກສ່ວນເສດຖະກິດທັງພາຍໃນ ແລະ ຕ່າງປະເທດ, ສ້າງເງື່ອນໄຂທີ່ຈໍາເປັນເພື່ອກະຕຸ້ນການຂະຫຍາຍຕົວຂອງທຸລະກິດຂະໜາດນ້ອຍ, ກາງແລະ ໃຫຍ່ໄປພ້ອມໆກັນ.
ຮູບແບບການຕັກບາດໃນຕອນເຊົ້າ ແມ່ນຈະມີການຈໍາກັດ ແລະ ຈັດຢູ່ສະເພາະແຕ່ເດີ່ນສະໜາມຫລວງ ໂດຍກໍາກັບການວາງບາດຄູບາໃຫ້ມີໄລຍະຫ່າງທີ່ເໝາະສົມ.
ເມືອງເຊໂປນ ແມ່ນໜຶ່ງໃນ 8 ເມືອງ ຂອງແຂວງສະຫວັນນະເຂດ ທີ່ໄດ້ຮັບຜົນກະທົບຢ່າງໜັກຈາກໄພພິບັດນໍ້າຖ້ວມ.
ອີງໃສ່ການສໍາຫຼວດລາຍຈ່າຍ ແລະ ການບໍລິໂພກໃນລາວ (LECS) ທີ່ດໍາເນີນໃນຂອບເຂດທົ່ວປະເທດ ໃນລະຫວ່າງປີ 2018-2019 ຂໍ້ມູນທີ່ໄດ້ຈາກ LECS ສະແດງໃຫ້ເຫັນວ່າ ອັດຕາຄວາມທຸກຍາກເເຫ່ງຊາດລາວທີ່ຫຼຸດລົງ 6,3% ໃຊ້ເວລາຫຼາຍກວ່າ 6 ປີ ນັບຈາກ 24 6% ໃນປີ 2013 ເປັນ 18 3% ໃນປີ 2019.
ຄະນະປະຈຳສະພາແຫ່ງຊາດ ແລະ ສະມາຊິກສະພາແຫ່ງຊາດ ນຳໂດຍທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ເຂົ້າວາງພວງມະລາ ຢູ່ອະນຸສາວະລີນັກຮົມນິລະນາມ (ດາວແດງ) ແລະ ວາງກະຕ່າດອກໄມ້ ຢູ່ຫໍພິພິທະພັນ ປະທານ ໄກສອນ ພົມວິຫານ ເນື່ອງໃນໂອກາດ ສະເຫລີມສະຫລອງວັນສ້າງຕັ້ງສະພາແຫ່ງຊາດ ຄົບຮອບ 45 ປີ.
ປະຈຸບັນ, ຫວຽດນາມ ຢັ້ງຢືນບໍ່ມີຜູ້ຕິດເຊື້ອໃໝ່ໃນຊຸມຊົນ ແລະ ເປັນມື້ທີ 55 ແລ້ວ ທີ່ຫວຽດນາມ ບໍ່ພົບກໍລະນີຕິດເຊື້ອພະຍາດໂຄວິດ - 19 ໃນຊຸມຊົນ.
ທ່ານ ນາງ ດຣ. ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມ ພະຍາດຕິດຕໍ່ ກະຊວງສາ ທາລະນະສຸກ ໄດ້ຖະແຫລງໃຫ້ຮູ້ໃນວັນທີ 27 ຕຸລາ 2020 ນີ້ວ່າ: ພະຍາດອັກເສບປອດ ຈາກເຊື້ອຈຸລະໂຣກສາຍພັນໃໝ່ COVID-19 ຍັງສືບຕໍ່ລະບາດຢ່າງໜັກໜ່ວງ ຢູ່ຫລາຍປະເທດໃນໂລກ, ເຊິ່ງມາຮອດວັນທີ 27 ຕຸລາ 2020 ທົ່ວໂລກມີລາຍງານ ການລະບາດໃນ 215 ປະເທດ/ເຂດແຄວ້ນ, ມີຢັ້ງຢືນຜູ້ຕິດເຊື້ອຫລາຍກວ່າ 43,7 ລ້ານຄົນ, ສະເພາະວັນທີ 26 ຕຸລາ 2020 ມີຜູ້ຕິດເຊື້ອເພີ່ມຂຶ້ນກວ່າ 4 ແສນຄົນ. ສ່ວນຜູ້ເສຍຊີວິດ ຈາກພະຍາດນີ້, ແມ່ນມີຫລາຍກວ່າ 1,1 ລ້ານຄົນແລ້ວ ແລະ ປິ່ນປົວຫາຍດີມີ 32,1 ລ້ານກວ່າຄົນ.
ຍສໝ - ຕາມທ່ານເອກອັກຄະລັດຖະທູດ ຫງວຽນບ໊າຮຸ່ງ ແລ້ວ, ຈຳນວນເງິນບໍລິຈາກສະໜັບສະໜູນໃຫ້ແກ່ປະຊາຊົນລາວໄດ້ຂຶ້ນເຖິງ 150 ລ້ານກິບ (ປະມານ ເກືອບ 17,3 ພັນ USD). ຈຳນວນເງິນ 100 ລ້ານກີບທີ່ຍັງເຫຼືອ ພ້ອມກັບເຄື່ອງຂອງທີ່ຈຳເປັນ ປະຊາຊົນຊາວ ຫວຽດນາມ ອາໄສຢູ່ລາວ ຈະມອບໂດຍກົງໃຫ້ປະຊາຊົນເຂດຖືກນຳຖ້ວມຢູ່ 8 ເມືອງຢູ່ແຂວງ ສະຫວັນນະເຂດ.
ຍສໝ - ທີ່ການພົບປະສັງສັນ, ຄະນະຕິດຕໍ່ໄດ້ມອບຂອງຂວັນ 13 ພູດໃຫ້ແກ່ບັນດາສະມາຊິກທີ່ປະສົບກັບຄວາມຫຍຸ້ງຍາກ, ຍາດຕິພີ່ນ້ອງນັກຮົບເສຍສະຫຼະຊີວິດເພື່ອຊາດ...
ຍສໝ -ຕາມນັ້ນນັກສຶກສາລາວ ແລະ ນັກຄົ້ນຄວ້າລາວ ຈຳນວນຫຼາຍກ່ວາ 20 ຄົນມ ໄດ້ປະຕິບັດການສຶກສາຕົວຈິງຢູ່ສະຫະກອນຜັກສະອາດ, ເມືອງອ່ຽນຢູ້ງ, ແຂວງບັກຢາງ ເພື່ອແນະນຳດ້ານເຕັກນິກສຳລັບການປູກຕົ້ນໝາກແຕງ, ໝາກໂມ, ໝາກອະງຸ່ນສີຂຽວໃນເຮືອນແກ້ວ.
ຍສໝ - ໃນຕອນຄໍ່າວັນທີ 23 ຕຸລາ 2020 ທີ່ໂຮງແຮມແລນມາກ ນະຄອນຫລວງວຽງຈັນ, ສະຖານເອກອັກຄະລັດຖະທູດ ສ.ເກົາຫລີ ປະຈຳ ສປປ.ລາວ ແລະ ກະຊວງການຕ່າງປະເທດ ໄດ້ຈັດງານລ້ຽງເພື່ອສະເຫລີມສະຫລອງວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ເກົາຫລີຄົບຮອບ 25 ປີຂຶ້ນ.
ເປັນມື້ທີ 54 ແລ້ວ ທີ່ຫວຽດນາມບໍ່ກວດພົບກໍລະນີຕິດເຊື້ອໃນຊຸມຊົນ.
ທ່ານ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ໄດ້ກ່າວວ່າ: ພວກເຮົາໄດ້ຮ່ວມແຮງຮ່ວມໃຈກັນ ເພື່ອທີ່ຈະລົງໄປຊ່ວຍພໍ່ແມ່ປະຊາຊົນຢູ່ແຂວງພາກກາງ ແລະ ພາກໃຕ້ ທີ່ໄດ້ຮັບຜົນກະທົບຈາກໄພພິບັດນ້ຳຖ້ວມ ໂດຍສະເພາະແຂງສະຫວັນນະເຂດ ທີ່ໄດ້ຮັບຜົນກະທົບຢ່າງເປັນວົງກວ້າງ.
ຍສໝ - ສະຖານທູດຫວຽດນາມ ປະຈຳ.ລາວ ໄດ້ຈັດຕັ້ງການບໍລິຈາກເງິນ ເພື່ອສະໜັບສະໜູນປະຊາຊົນພາກກາງຫວຽດນາມ ທີ່ຖືກຮັບຜົນກະທົບຈາກໄພນ້ຳຖ້ວມໜັກໜ່ວງທີ່ສຸດໃນປະຫວັດສາດ ໃນຊຸມມື້ທີ່ຜ່ານມາ.
ມາຮອດວັນທີ 26 ຕຸລາ 2020 ສປປ ລາວ ຍັງບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ ຜູ້ຕິດເຊື້ອສະສົມ 24 ຄົນ, ເຖິງຢ່າງໃດກໍຕາມ ປະຊາຊົນຈຳນວນບໍ່ໜ້ອຍຍັງປະມາດ ແລະ ບໍ່ມີສະຕິລະວັງໂຕ ໃນການໃຊ້ຊີວິດສະແດງອອກ ເຊັ່ນ: ບໍ່ປະຕິດຕາມຄຳແນະນຳ ທີ່ຄະນະສະເພາະກິດວາງອອກ, ລະເລີ່ຍການລ້າງມືດ້ວຍນໍ້າສະອາດ ໃສ່ສະບູ ຫລື ໃຊ້ເຈວລ້າງມື...