ສາທາຢືນຢັນລາວ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ ຮຽກຮ້ອງໃຫ້ປະຊາຊົນທົ່ວປະເທດ ມີສະຕິລະວັງໂຕຕໍ່ການໃຊ້ຊີວິດ

13:53 | 26/10/2020

ມາ​ຮອດວັນ​ທີ 26 ຕຸລາ 2020 ສປປ ລາວ ຍັງ​ບໍ່​ພົບ​ຜູ້​ຕິດ​ເຊື້ອ​ໂຄ​ວິດ-19 ​ເພີ່ມ​ ຜູ້​ຕິດ​ເຊື້ອ​ສະ​ສົມ 24 ຄົນ, ​​​ເຖິງ​ຢ່າງ​ໃດ​ກໍ​ຕາມ​ ປະຊາຊົນ​ຈຳນວນ​ບໍ່ໜ້ອຍຍັງ​ປະ​ມາດ ​ແລະ ບໍ່​ມີ​ສະຕິ​ລະວັງ​ໂຕ ​ໃນ​ການ​ໃຊ້​ຊີວິດສະ​ແດງ​ອອກ​​ ເຊັ່ນ: ບໍ່​ປະຕິ​ດ​ຕາມ​ຄຳ​ແນະນຳ ທີ່​ຄະນະ​ສະ​ເພາະ​ກິດ​ວາງ​ອອກ​, ລະ​ເລີ່​ຍການລ້າງມືດ້ວຍນໍ້າສະອາດ ໃສ່ສະບູ ຫລື ໃຊ້ເຈວລ້າງມື...

ສາທາຢ ນຢ ນລາວ ບ ພ ບຜ ຕ ດເຊ ອໂຄວ ດ 19 ເພ ມ ຮຽກຮ ອງໃຫ ປະຊາຊ ນທ ວປະເທດ ມ ສະຕ ລະວ ງໂຕຕ ການໃຊ ຊ ວ ດ ແຂວງກວ໋າງບິ່ງ: ຈັດພິທີມອບຂອງຂວັນ 100 ພູດ ລວມມູນຄ່າ 80 ລ້ານດົ່ງ ໃຫ້ແກ່ບັນດານັກສຶກສາລາວ ທີ່ມີສະພາບຫຍຸ້ງຍາກ
ສາທາຢ ນຢ ນລາວ ບ ພ ບຜ ຕ ດເຊ ອໂຄວ ດ 19 ເພ ມ ຮຽກຮ ອງໃຫ ປະຊາຊ ນທ ວປະເທດ ມ ສະຕ ລະວ ງໂຕຕ ການໃຊ ຊ ວ ດ ແຂວງ​ສະ​ຫວັນ​ນະ​ເຂດເປີດ​ເວັບ​ໄຊ​ກ່ຽວ​ກັບ​ຂໍ້​ມູນ​ຂ່າວ​ສານ​ການ​ລົງ​ທຶນ
ສາທາຢ ນຢ ນລາວ ບ ພ ບຜ ຕ ດເຊ ອໂຄວ ດ 19 ເພ ມ ຮຽກຮ ອງໃຫ ປະຊາຊ ນທ ວປະເທດ ມ ສະຕ ລະວ ງໂຕຕ ການໃຊ ຊ ວ ດ
ພາບປະກອບ

ທ່ານ ນາງ ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມ​ຄວບ​ຄຸມພະ​ຍາດຕິ​ດຕໍ່ ​ກະຊວງ​ສາ ທາລະນະ​ສຸກ ລາຍ​ງານ​ໃຫ້​ຮູ້​ວ່າ: ມາ​ຮອດວັນ​ທີ 26 ຕຸລາ 2020 ສປປ ລາວ ຍັງ​ບໍ່​ພົບ​ຜູ້​ຕິດ​ເຊື້ອ​ໂຄ​ວິດ-19 ​ເພີ່ມ​ ຜູ້​ຕິດ​ເຊື້ອ​ສະ​ສົມ 24 ຄົນ, ​​​ເຖິງ​ຢ່າງ​ໃດ​ກໍ​ຕາມ​ ປະຊາຊົນ​ຈຳນວນ​ບໍ່ໜ້ອຍຍັງ​ປະ​ມາດ ​ແລະ ບໍ່​ມີ​ສະຕິ​ລະວັງ​ໂຕ ​ໃນ​ການ​ໃຊ້​ຊີວິດສະ​ແດງ​ອອກ​​ ເຊັ່ນ: ບໍ່​ປະຕິ​ດ​ຕາມ​ຄຳ​ແນະນຳ ທີ່​ຄະນະ​ສະ​ເພາະ​ກິດ​ວາງ​ອອກ​, ລະ​ເລີ່​ຍການລ້າງມືດ້ວຍນໍ້າສະອາດ ໃສ່ສະບູ ຫລື ໃຊ້ເຈວລ້າງມື, ການປະຕິບັດໄລຍະຫ່າງທາງສັງຄົມ, ບໍ່ການໃສ່ຜ້າປິດປາກ-ດັງ ເວລາອອກຈາກບ້ານ ຫລື ໄປສະຖານທີ່ ທີ່ມີຄວາມສ່ຽງຕໍ່ການຕິດເຊື້ອ ​ແລະ ອື່ນໆ.

ທ່ານ ນາງ ລັດສະໝີ ວົງຄຳຊາວ ຍັງ​ໄດ້​​ໃຫ້​ຮູ້​ຕື່ມວ່າ: ມາ​ຮອດ​ວັນ​ທີ 25 ຕຸລາ 2020 ມີ ຜູ້ເດີນທາງເຂົ້າມາທັງໝົດ 949 ຄົນ, ​​ໃນ​ນັ້ນ ​ຜ່ານ​ດ່ານ​ລາວ-​ໄທ 529 ຄົນ, ຜ່ານ​ດ່ານ ລາວ-​ຈີນ 218 ຄົນ, ດ່ານ​ລາວ-​ຫວຽດນາມ 202 ຄົນ, ທັງໝົດ​ ໄດ້ແທກອຸນຫະພູມຮ່າງກາຍ, ບໍ່ມີອາການເປັນໄຂ້ ແລະ ​ໄດ້ເກັບຕົວຢ່າງທັງໝົດມາກວດ ​ເພື່ອ​ຊອກ​ຫາ​ເຊື້ອ​ໂຄ​ວິດ-19 (ຍົກ​ເວັ້ນແຕ່​ຜູ້​ຂັບ​ລົດ​ຂົນ​ສົ່ງ ​ແລະ​ ຜູ້​ຕິດ​ຕາມ​). ຈາກ​ນັ້ນ​, ໄດ້​ນຳ​ສົ່ງ​ໄປສະຖານ​ທີ່​​ຈຳກັດ​ບໍລິ​ເວນ 14 ວັນ. ​ໃນ​ວັນ​ດຽວກັນ ກໍໄດ້ເກັບຕົວຢ່າງມາ ກວດວິເຄາະທັງໝົດ 302 ຕົວຢ່າງ, ໃນນັ້ນແຮງງານລາວມາແຕ່ໄທ 121 ຕົວຢ່າງ, ​ແຮງ​ງານ​ຈີນ 85 ຕົວຢ່າງ, ​ແຮງ​ງານ​ຫວຽດນາມ 15 ຕົວຢ່າງ, ​ແຮງ​ງານ​ລາວ​ທີ່​ກັບ​ມາ​ແຕ່​ຈີນ 14 ຕົວຢ່າງ, ບຸກຄົນທົ່ວ ໄປທີ່ມີອາການ 7 ຕົວຢ່າງ ​ແລະ ບຸກຄົນທົ່ວໄປທີ່ບໍ່ມີອາການ 59 ຕົວຢ່າງ ຜົນກວດວິເຄາະ ທັງ ໝົດແມ່ນບໍ່ພົບເຊື້ອ, ສັງລວມການກວດວິເຄາະແຕ່ ເດືອນມັງກອນ ຮອດ ວັນທີ 25 ຕຸລາ 2020 ໄດ້ ເກັບຕົວຢ່າງມາກວດທັງໝົດ 63.749 ຕົວຢ່າງ, ກວດພົບເຊື້ອສະສົມ 24 ຄົນ.

ສາທາຢ ນຢ ນລາວ ບ ພ ບຜ ຕ ດເຊ ອໂຄວ ດ 19 ເພ ມ ຮຽກຮ ອງໃຫ ປະຊາຊ ນທ ວປະເທດ ມ ສະຕ ລະວ ງໂຕຕ ການໃຊ ຊ ວ ດ ການ​ແລ​ກ​ປ່ຽນ​ການ​ຄ້າ​ລະ​ຫວ່າງ ລາວ - ຫວຽດ​ ຍາກ​ທີ່​ຈະ​ບັນ​ລຸ​ໄດ້ເປົ້າ​ໝາຍທີ່​ວາງ​ອອກ​ຍ້ອນ​ໂລກ​ລະ​ບາດ Covid – 19

ຍ​ສ​ໝ - ການ​ລົງ​ທຶນ​ຂອງ ຫວຽດ​ນາມ ຢູ່​ລາວ​ສຸມ​ໃສ່​ບັນ​ດາ​ຂົງ​ເຂດ​ຄື: ເຄື່ອນ​ໄຟ​ຟ້າ, ຂຸ​ດ​ຄົ້​ນ​ໂລ​ຫະ, ຄ​ົມ​ມະ​ນາ​ຄົມ, ປູກ​ຕົ້ນ​ໄມ້​ອຸດ​ສາ​ຫະ​ກຳ, ການ​ບໍ​ລິ​ການ, ປະ​ກອບ​ສ່ວນ​ຢ່າງ​ສຳ​ຄັນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​ຂອງ​ລ​າວ. ສ່ວນລັດ​ຖະ​ບານ ລາວ​ຄາດ​ຄະ​ເນ​ແຫຼ່ງ​ລາຍ​ຮັບ​ການ​ສົ່ງ​ອອກ​ຂອງ​ປະ​ເທດໃນ​ປີນີ້ ຈະຫຼຸດ​ລົງ 483,3 ລ້ານ USD ປະ​ມານ 8,4% ເມື່ອ​ທຽບ​ໃສ່ 2019.

ສາທາຢ ນຢ ນລາວ ບ ພ ບຜ ຕ ດເຊ ອໂຄວ ດ 19 ເພ ມ ຮຽກຮ ອງໃຫ ປະຊາຊ ນທ ວປະເທດ ມ ສະຕ ລະວ ງໂຕຕ ການໃຊ ຊ ວ ດ 8 ​ເມືອງ​ໃນ​ແຂວງ​ສະຫວັນ​ນະ​ເຂດ ​ໄດ້​ຮັບ​ຜົນ​ກະທົບໝັກຈາກ​ໄພພິບັດນໍ້າ​ຖ້ວມ

ປັດຈຸບັນປະຊາຊົນ 8 ​ເມືອງ​ໃນ​ແຂວງ​ສະຫວັນ​ນະ​ເຂດ ​ໄດ້​ຮັບ​ຜົນ​ກະທົບໝັກຈາກ​ໄພພິບັດນໍ້າ​ຖ້ວມ ຄື: ເຊໂປນ, ເມືອງນອງ, ວິລະບູລີ, ເມືອງພີນ ແລະ 4 ເມືອງຕອນລຸ່ມລຽບຕາມລໍານໍ້າເຊບັ້ງຫຽງ.

ສາທາຢ ນຢ ນລາວ ບ ພ ບຜ ຕ ດເຊ ອໂຄວ ດ 19 ເພ ມ ຮຽກຮ ອງໃຫ ປະຊາຊ ນທ ວປະເທດ ມ ສະຕ ລະວ ງໂຕຕ ການໃຊ ຊ ວ ດ ສປປ.ລາວ: ເຂົ້ານາຫລາຍພັນເຮັກຕາທັງເມືອງວິລະບູລີ, ເຊໂປນ, ຈຳພອນ, ສອງຄອນ, ໄກສອນ ພົມວິຫານ ແລະອື່ນໆ ຖືກນໍ້າຖ້ວມ

ສ່ວນສະພາບການໃນຫລາຍເມືອງຂອງສະຫວັນນະເຂດທີ່ໄດ້ຮັບຜົນກະທົບຈາກສະພາບຝົນຕົກຫລາຍວັນ, ເຂົ້ານາ ຫລາຍພັນເຮັກຕາ ທັງເມືອງວິລະບູລີ, ເຊໂປນ, ຈຳພອນ, ສອງຄອນ, ໄກສອນ ພົມວິຫານ ແລະອື່ນໆ ຖືກນໍ້າຖ້ວມ, ກຳລັງ ປກຊ, ປກສ ກໍຄື ອົງການຈັດຕັ້ງທາງປົກຄອງບ່ອນມີເງື່ອນໄຂໄດ້ພາກັນລົງຊ່ວຍປະຊາຊົນ ໃນການເກັບກູ້ເອົາເຂົ້າ ແລະ ສັດ ໄປໄວ້ບ່ອນສູງ.

kpl.gov.la

ເຫດການ
302 Found

Found

The document has moved here.