COVID-19 ສືບຕໍ່ລະບາດໜັກຢູ່ທົ່ວໂລກ ຂະນະທີ່ລາວບໍ່ພົບຜູ້ຕິດເຊື້ອເພີ່ມ

18:07 | 27/10/2020

ທ່ານ ນາງ ດຣ. ລັດສະໝີ ວົງ​ຄຳ​ຊາວ ຮອງ​ຫົວໜ້າ​ກົມ​ຄວບ​ຄຸມ ພະ​ຍາດຕິ​ດຕໍ່ ກະຊວງ​ສາ ທາລະນະ​ສຸກ ​ໄດ້​ຖະ​ແຫລ​ງ​ໃຫ້​ຮູ້​ໃນ​ວັນ​ທີ 27 ຕຸລາ 2020 ນີ້ວ່າ: ພະຍາດ​ອັກ​ເສບ​ປອດ ​ຈາກ​ເຊື້ອຈຸລະ​ໂຣກສາຍ​ພັນ​ໃໝ່ COVID-19 ຍັງ​ສືບ​ຕໍ່​ລະບາດ​ຢ່າງ​ໜັກໜ່ວງ ຢູ່​ຫລາຍ​ປະ​ເທດ​ໃນ​ໂລກ, ​ເຊິ່ງມາ​ຮອດ​ວັນ​ທີ 27 ຕຸລາ 2020 ທົ່ວ​ໂລກ​ມີ​ລາຍ​ງານ ​ການລະບາດ​ໃນ 215 ປະ​ເທດ/​ເຂດ​ແຄວ້ນ, ມີ​ຢັ້ງຢືນ​ຜູ້​ຕິດ​ເຊື້ອຫລາຍ​ກວ່າ 43,7 ລ້ານ​ຄົນ, ສະ​ເພາະ​ວັນ​ທີ 26 ຕຸລາ 2020 ມີ​ຜູ້​ຕິດ​ເຊື້ອ​ເພີ່ມ​ຂຶ້ນກວ່າ 4​ ​ແສນ​ຄົນ. ສ່ວນ​ຜູ້​ເສຍ​ຊີວິດ​ ຈາກ​ພະຍາດ​ນີ້​, ແມ່ນ​ມີ​ຫລາຍ​ກວ່າ 1,1 ລ້ານ​ຄົນ​ແລ້ວ ​ແລະ ປິ່ນປົວ​ຫາຍ​ດີ​ມີ 32,1 ລ້ານ​ກວ່າ​ຄົນ.

covid 19 ສ ບຕ ລະບາດໜ ກຢ ທ ວໂລກ ຂະນະທ ລາວບ ພ ບຜ ຕ ດເຊ ອເພ ມ ທົ່ວໂລກມີຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ສະສົມທັງໝົດ 40.264.218 ຄົນ, ໃນນັ້ນມີຜູ້ເສຍຊີວິດ 1.118.167 ຄົນ
covid 19 ສ ບຕ ລະບາດໜ ກຢ ທ ວໂລກ ຂະນະທ ລາວບ ພ ບຜ ຕ ດເຊ ອເພ ມ ຫວຽດນາມມີຜູ້ຕິດເຊື້ອພະຍາດ Covid – 19 ສະສົມທັງໝົດແມ່ນ 1122 ຄົນ, ໃນນັ້ນມີ ຜູ້ໄດ້ຮັບການປິ່ນປົວຫາຍດີ 1026 ຄົນ
covid 19 ສ ບຕ ລະບາດໜ ກຢ ທ ວໂລກ ຂະນະທ ລາວບ ພ ບຜ ຕ ດເຊ ອເພ ມ
ພາບປະກອບ

ຂະນະ​ທີ່ຢູ່ ສປປ ລາວ​ ເຮົາມາ​ຮອດ​ເວລາ 17:00 ​ໂມງ ຂອງ​ວັນ​ທີ 26 ຕຸລາ 2020 ​ໄດ້​ມີ​ຜູ້​ເດີນທາງ​ເຂົ້າມາ ​ຜ່ານ​ດ່ານ​ຕ່າງໆ​ທັງ​ໝົດ 2.003 ຄົນ, ​ໂດຍ​ພວກ​ເຂົາ​ໄດ້​ຮັບ​ການ ​ວັດ​ແທກ​ອຸນຫະພູມ​ຮ່າງກາຍ, ​ແຕ່​ບໍ່​ພົບ​ອາການ​ເປັນ​ໄຂ້, ພ້ອມ​ທັງ​ໄດ້​ເກັບ​ຕົວຢ່າງ ​ໄປ​ກວດ​ວິ​ເຄາະ​ຫາ​ເຊື້ອ ກ່ອນ​ສົ່ງ​ໄປ​ສູນ​ຈຳກັດ​ບໍລິ​ເວນ 14 ວັນ. ຂະນະ​ດຽວ​ກັນ, ມີ​ຜູ້​ຈຳກັດ​ບໍລິ​ເວນ​ຈຳນວນ 3.211 ຄົນ, ​ໃນ 33 ສູນ ​ແລະ ​ໄດ້​ເກັບ​ຕົວຢ່າງ​ ມາກວດ​ວິ​ເຄາະ​ຈາກ 640 ຄົນ ປາກົດ​ວ່າບໍ່​ພົບ​ເຊື້ອ. ໝາຍວ່າ​ໃນ​ວັນ​ທີ 26 ຕຸລາ 2020 ບໍ່​ມີ​ຜູ້​ຕິດ​ເຊື້ອ​ໃໝ່ ​ເຮັດ​ໃຫ້​ຕົວ​ເລກ​ຜູ້​ຕິດ​ເຊື້ອ ສະ​ສົມ​ຢູ່​ປະ​ເທດ​ເຮົາ​ມີ ​ຈຳນວນ 24 ຄົນ. ​ໃນ​ນີ້​, ປິ່ນປົວ​ຫາຍ​ດີ 22 ຄົນ ​ແລະ ຍັງ​ປິ່ນປົວ​ຢູ່​ໂຮງໝໍ​ມິດຕະພາບ 2 ຄົນ.

ທ່ານ ນາງ ດຣ. ລັດສະໝີ ວົງ​ຄຳ​ຊາວ ກ່າວ​ວ່າ: ສິ່ງ​ສຳຄັນ​ໃນ​ການ​ປ້ອງ​ກັນ​ ພະຍາດ​ດັ່ງກ່າວ ກໍ​ຄື​ການ​ສືບ​ຕໍ່​ເອົາ​ໃຈ​ໃສ່ ​ປະຕິບັດ​ການ​ດຳລົງ​ຊີວິດ ​ປົກກະຕິ​ແບບ​ໃໝ່ (New Normal). ໝັ່ນ​ລ້າງ​ມື​ດ້ວຍ​ສະບູ, ນ້ຳຢາ​ລ້າງ​ມື​ທີ່​ມີ​ທາດ​ເຫລົ້າ, ​ໃສ່​ຜ້າ​ອັດ​ປາກ-ດັງ ​ແລະ ຮັກສາ​ໄລຍະ​ຫ່າງ​ໃນ​ສັງຄົມ ​ແລະ ມາດ​ຕະການ​ອື່ນໆ​ ທີ່​ຄະນະ​ສະ​ເພາະ​ກິດ ​ເພື່ອ​ປ້ອງ​ກັນ, ຄວບ​ຄຸມ ​ແລະ ​ແກ້​ໄຂ​ພະຍາດ​ດັ່ງກ່າວ ວາງ​ອອກ​ຢ່າງ​ເຂັ້ມງວດ.

covid 19 ສ ບຕ ລະບາດໜ ກຢ ທ ວໂລກ ຂະນະທ ລາວບ ພ ບຜ ຕ ດເຊ ອເພ ມ ໂລກ​ລະ​ບາ​ດ Covid – 19​ ກໍ່​ຜົນ​ສະ​ທ້ອນ​ເຖິງຫຼາຍ​ເປົ້າ​ໝາຍ​ຂອງ​ລາວ

ຍ​ສ​ໝ - ບົດ​ລາຍ​ງານ​ຂອງ ສ​ປ​ຊ ໃຫ້​ຮູ້​ວ່າ ໂລກ​ລະ​ບາດ Covid – 19 ເກີດ​ຂຶ້ນ ໄດ້​ກີດ​ຂວາງ​ຄວາມ​ມາ​ນະ​ພະ​ຍາ​ຍາມຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຂອງ ລາວ ກໍ່​ຄືກ​ໍ່​ຜົນ​ສະ​ທ້ອນ​ເຖິງ​ຄວາມ​ກ້າວ​ໜ້າ​ໃນ​ການ​ມາ​ນະ​ພະ​ຍາ​ຍາມ​ບັນ​ລຸ​ໄດ້​ບັນ​ດາ​ເປົ້າ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ SDGs ໃນ​ປີ 2030 ເມື່ອ ມີ ເກືອບ 5 ແສນ​ຄົນ ບໍ່​ມີ​ວຽກ​ເຮັດ​ງານ​ທຳ ແລະ 383.000 ຄົນ​ມີ​ຄວາມ​ສ່ຽງ​ຕົກ​ເຂົ້າ​ສູ່​ສະ​ພາບ​ທຸກ​ຍາກ.

covid 19 ສ ບຕ ລະບາດໜ ກຢ ທ ວໂລກ ຂະນະທ ລາວບ ພ ບຜ ຕ ດເຊ ອເພ ມ ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ລັດ​ເຊຍ​ເຂົ້າ​ຮ່ວມ​ໂຄງ​ການ ວັກ​ຊິນ ເພື່ອປ້ອງກັນ ໂລກລະບາດ Covid – 19

ຍ​ສ​ໝ - ໂຄງ​ການ​ຊັກ​ວັກ​ຊິນ​ເພື່ອ​ເປົ້າ​ໝາຍ​ເສດ​ຖະ​ກິດ​ໄດ້​ອຳ​ນາດ​ການ​ປົກ​ຄອງ​ນະ​ຄອນ ມົດ​ສະ​ກູ​ປຸກ​ລະ​ດົມ​ແຕ່​ຕົ້ນ​ເດືອນ​ກັນ​ຍາ ຢູ່​ຮາກ​ຖານ​ການ​ແພດ 20 ແຫ່ງ, ໂດຍ​ໄດ້​ຖື​ວ່າ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ມາດ​ຕະ​ການ​ຊ່ວຍ​ໃຫ້​ອຳ​ນາດ​ການ​ປົກ​ຄອງ​ຄວບ​ຄຸມ​ໂລກ​ລະ​ບາດ Covid – 19 ໂດຍ​ໄວ.

covid 19 ສ ບຕ ລະບາດໜ ກຢ ທ ວໂລກ ຂະນະທ ລາວບ ພ ບຜ ຕ ດເຊ ອເພ ມ ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດ Covid – 19 ຫຼາຍກ່ວາ 38 ລ້ານຄົນ ໃນນັ້ນມີ ຜູ້ເສຍຊີວິດ 1.085.092 ຄົນ

ອາເມລິກາສືບຕໍ່ແມ່ນປະເທດຖືກຮັບຜົນສະທ້ອນຢ່າງຮ້າຍແຮງທີ່ສຸດດ້ວຍຜູ້ຕິດເຊື້ອພະຍາດ Covid – 19 ເປັນຈຳນວນ 8.037.757 ຄົນ ແລະ ຜູ້ເສຍຊີວິດ 220.011 ຄົນ.

kpl.gov.la

ເຫດການ
302 Found

Found

The document has moved here.