ຍສໝ - ໂດຍໄດ້ຮັບການມອບສິດຈາກການນຳກະຊວງປ້ອງກັນປະເທດ ຫວຽດນາມ, ທ່ານພົນຈັດຕະວາ ຫງວຽນຮຸ່ງທັ້ງ, ຮອງຫົວໜ້າ, ເສນາທິການໃຫຍ່ກົມໃຫຍ່ພະລາທິການເນັ້ນໜັກວ່າ ຫວຽດນາມ ແລະ ກຳປູເຈຍ ແມ່ນສອງປະເທດບ້ານໃກ້ເຮືອນຄຽງທີ່ສະໜິດຕິດພັນ, ມີການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມ.
ຍສໝ - ທີ່ການເຮັດວຽກ, ທ່ານ ປະທານ VSFA ຫວູວຽກງວານ ໄດ້ສະເໜີແຜນການສ້າງເວທີປາໄສມິດຕະພາບ ຫວຽດນາມ ສິງກະໂປພາຍຫຼັງຝັກໃຝ່, ປຶກສາຫາລື ກັບຫຼາຍອົງການຂອງ ຫວຽດນາມ ແລະ ສິງກາໂປມາເປັນໄລຍະໜຶ່ງ ແລະ ໄດ້ຮັບການຕ້ອບສະໜອງທີ່ຕັ້ງໜ້າ.
ຍສໝ - ທີ່ການຕ້ອນຮັບ, ທ່ານນາງ ຫງວຽນເຟືອງງາ ປະທານ VUFO ໄດ້ສະແດງຄວາມຂອບອົບຂອບໃຈຕໍ່ບັນດາການສະໜັບສະໜູນຣູມານີສຳລັບ ຫວຽດນາມ ໃນເມື່ອກ່ອນ. ປະເທດ ແລະ ປະຊາຊົນ ຣູມານີຍາມໃດກໍ່ສະຫງວນໃຫ້ແກ່ຫວຽດນາມ ການໜູນຊ່ວຍອັນລ້ຳຄ່ານັບແຕ່ຊຸມປີ 50 ຂອງສະຕະວັນກ່ອນ, ໃນໄລຍະສົງຄາມ ແລະ ສ້າງສາ ປະເທດຊາດ.
ຍສໝ - ບັນດາກອງປະຊຸມສຳມະນາ ມີການເຂົ້າຮ່ວມຂອງບັນດານັກຮຽນຮູ້ສອງປະເທດ, ໃນນັ້ນມີທ່ານນາງ Maria Cristina Messa ລັດຖະມົນຕີກະຊວງມະຫາວິທະຍາໄລ ແລະ ຄົ້ນຄ້ວາ ອີຕາລີ ພ້ອມກັບຜູ້ຕາງໜ້າຂອງວິສາຫະກິດອີຕາລີຫຼາຍແຫ່ງ, ບັນດາກອງປະຊຸມໄດ້ດຳເນີນຕາມຮູບການທາງອອນລາຍ ໂດຍກ່ຽວກັບຫົວຂໍ້ຂອງບັນດາໂອກາດຮ່ຳຮຽນ ແລະ ເຮັດວຽກຢູ່ ອີຕາລີ.
ວັນທີ 20 ເມສາ ຕາມເວລາ ນິວຢອກ ທ່ານເອກອັກຄະລັດຖະທູດ ດັ້ງດິງກຸ໊ຍ ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ ໄດ້ເປັນປະທານກອງປະຊຸມສົນທະນາຢ່າງບໍ່ເປັນທາງການຂອງສະພາຄວາມໝັ້ນຄົງ ສະຫະປະຊາຊາດ ກ່ຽວກັບວິວັດທະນາການເລືອກຕັ້ງ ແລະ ສະພາບຄວາມສະຫງົບຢູ່ ໂຊມາລີ.
ວັນທີ 20 ເມສາ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ສົ່ງຈົດໝາຍໄປຍັງທ່ານ Raul Castro ອະດີດເລຂາທິການໃຫຍ່ຜູ້ທີໜຶ່ງ ຄະນະບໍລິຫານງານສູນກາງພັກ ກອມມູນິດ ກູບາ.
ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 20 ເມສາ (ຕາມເວລາ UTC), ໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ-19 ເກືອບ 142,7 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ 3.042.841 ຄົນ. ປະເທດຖືກຜົນກະທົບຢ່າງຮ້າຍແຮງທີ່ສຸດຍັງຄົງແມ່ນອາເມລິກາ ດ້ວຍຈຳນວນຜູ້ເສຍຊີວິດ ແມ່ນ 581.551 ຄົນ ໃນຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ສະສົມທັງໝົດ 32.471.579 ຄົນ, ຖັດຈາກນັ້ນ ແມ່ນ ອິນເດຍ ແລະ ບຣາຊິນ.
ຍສໝ - ທີ່ພິທີມອບຫຼຽນໄຊມິດຕະພາບ, ທ່ານ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຫງວຽນກ໊ວກຢຸງ ໄດ້ອວຍພອນທ່ານເອກອັກຄະລັດຖະທູດ Daniel Kritenbrink ທີ່ໄດ້ປະຕິບັດສຳເລັດອາຍຸການຢູ່ ຫວຽດນາມ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຫງວຽນກ໊ວກຢຸງ ໄດ້ຕີລາຄາສູງການສົມທົບຂອງສະຖານທູດ ອາເມລິກາ.
ຍສໝ - ເນື່ອງໃນໂອກາດນີ້, ສະຫະພັນຊາວໜຸ່ມ ຫວຽດນາມ ແຂວງກຽນຢາງ ແລະ ສະຫະພັນບັນດາອົງການມິດຕະພາບ ແຂວງ ໄດ້ມອບຂອງຂວັນ 69 ພູດ ແລະ ທຶນການສຶກສາ 12 ທູນໃຫ້ແກ່ນັກສຶກສາລາວ, ກຳປູເຈຍ ທີ່ພວມຮ່ຳຮຽນຢູ່ມະຫາວິທະຍາໄລ ກຽນຢາງ.
ຍສໝ - ທ່ານ ຫງວຽນແອັງຢຸງ ຫົວໜ້າຫ້ອງການເສດຖະກິດວັດທະນະທຳຫວຽດນາມ ປະຈຳ ໄທເປ ໃຫ້ຮູ້ວ່າ: ໃນເມື່ອກ່ອນ, ບັນດາກຸ່ມບໍລິສັດ ຍີ່ປຸ່ນ ແລະ ສ.ເກົາຫຼີ ແມ່ນນັກລົງທຶນຕົ້ນຕໍຂອງຂະແໜງເອເລັກໂຕນິກ, ແຕ່ຫວ່າງມໍ່ໆມານີ້, ຫວຽດນາມ ແມ່ນຈຸດພົ້ນເດັ່ນໃນການດຶງດູດບັນດາກຸ່ມບໍລິສັດເອເລັກໂຕນິກມາຈາກ ໄຕຫວັນ.
ຍສໝ - ກ່າວຄຳເຫັນທີ່ການພົວພັນແລກປ່ຽນ, ທ່ານ ຄວດວັນແຄງ - ຮອງຫົວໜ້າພະແນກການພົວພັນຕ່າງປະເທດ ແຂວງ ວິງຟຸກ ໄດ້ສົ່ງຄຳອວຍພອນປີໃໝ່ ໄປຍັງສະຖານທູດ ລາວ ປະຈຳ ຫວຽດນາມ, ພ້ອມກັບບັນດານັກສຶກສາລາວເນື່ອງໃນໂອກາດບຸນປີໃໝ່ ປີ 2021 ຂອງປະຊາຊົນລາວບັນດາເຜົ່າ.
ງານວາງສະແດງ ແມ່ນເວທີປາໄສເພື່ອໃຫ້ຜູ້ຄຸ້ມຄອງ, ນັກວິທະຍາສາດ, ນັກດຳເນີນທຸລະກິດ, ຊາວກະສິກອນ ແບ່ງປັນ, ແນະນຳບັນດາຜະລິດຕະພັນເຕັກໂນໂລຢີໃໝ່, ຮູບແບບທີ່ກ້າວໜ້າ, ເຊື່ອມຕໍ່ການຜະລິດກັບການຈຳໜ່າຍ ແນໃສ່ຍົກສູງປະລິມານການຜະລິດ ແລະ ມູນຄ່າຂອງຜະລິດຕະພັນກຸ້ງ.
ຍສໝ - ເຂົ້າຮ່ວມກອງປະຊຸມມີທ່ານ ຫງວຽນເຕິດແທັງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອົດສະຕາລີ ພ້ອມກັບພະນັກງານ, ພາລະກອນສະຖານທູດ ແລະ ບັນດາກົງສູນໃຫຍ່ ຫວຽດນາມ ປະຈຳ ອົດສະຕາລີ, ບັນດາອົງການຕາງໜ້າ ຫວຽດນາມ ປະຈຳ ອົດສະຕາລີ, ຜູ້ຕາງໜ້າສະມາຄົມນັກທຸລະກິດ, ພູມປັນຍາ ແລະ ນັກສຶກສາ ຫວຽດນາມ ປະຈຳ ອົດສະຕາລີ ແລະ 20 ໜ່ວຍຄະນະນັກສຶກສາປະຈຳ ອົດສະຕາລີ.
ຍສໝ - ໃນບັນຍາການສົມກຽດບົນພູເງຍລິງ, ຕໍ່ໜ້າບັນດາວິນຍານຂອງບັນດາເຈົ້າຊີວິດຮຸ່ງ, ບັນດາຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ຖະຫວາຍທູບທຽນ ສະແດງຄວາມຮູບຸນຄຸນຕໍ່ຄຸນງາມຄວາມດີຂອງບັນພະບຸລຸດ, ສະແດງໃຫ້ເຫັນ ສິນທຳທີ່ວ່າ "ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ" ຂອງຊາດ, ພາວະນາຂໍໃຫ້ປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດຈົ່ງມີສຸຂະພາບທີ່ເຂັ້ມແຂງ, ສາມັກຄີ, ບືນຕົວຂຶ້ນຢ່າງແຮງ ປະກອບສ່ວນເຂົ້າກຳລັງແຮງຢ່າງໃຫຍ່ຫຼວງຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ.
ຍສໝ - ໃນງານບຸນຕ້ອນຮັບປີໃໝ່, ບັນດານັກສຶກສາ ລາວ ແລະ ກຳປູເຈຍ ໄດ້ແນະນຳພິທີກຳຕ້ອນຮັບປີໃໝ່ທີ່ເປັນມູນເຊື້ອຂອງແຕ່ລະປະເທດ, ປະຕິບັດພິທີບາສີສູ່ຂວັນ, ພິທີກຳຫົດນ້ຳ, ແນະນຳວັດທະນະທຳອາຫານການກິນທີ່ເປັນມູນເຊື້ອ…
ຫວຽດນາມ ປາດຖະໜາຢາກຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານກັບອາເມລິກາ ບົນພື້ນຖານເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ.
ຍສໝ - ປີ 2021 ແມ່ນປີຄົບຮອບ 45 ປີແຫ່ງການສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງ ຫວຽດນາມ ແລະໄທ, ຫວ່າງມໍ່ໆມານີ້, ສະຫະພັນ ເກີນເທີ ໄດ້ຈັດຕັ້ງຄະນະຜູ້ແທນລົງຢ້ຽມຢາມສະຖານກົງສຸນໃຫຍ່ປະຈຳນະຄອນໂຮ່ຈີມິນ, ໃນກອງປະຊຸມສອງຝ່າຍແລກປ່ຽນໄດ້ຈັດຕັ້ງມີຫຼາຍກິດຈະກຳ ແລະ ເຫດການຕ່າງໆທີ່ກ້າວໄປສູ່ວັນຄົບຮອບທີ່ສຳຄັນນີ້.
ຍສໝ - ບົນເນື້ອໃນຈິດໃຈມິດຕະພາບ, ຄວາມເຂົ້າໃຈເຊິ່ງກັນແລະກັນ, ສອງຝ່າຍໄດ້ຕີລາຄາສູງບັນດາຜົນກະທົບ, ຄວາມສາມາດບົ່ມຊ້ອນໃນການຮ່ວມມື ພັດທະນາ ຂອງການເປີດຊ່ອງທາງຊາຍແດນຫຼັກໝາຍ 65 ແລະ ເຫັນດີເປັນເອກະພາບບາງເນື້ອໃນ.
ຍສໝ - ເຂົ້າຮ່ວມການພົບປະມີ: ທ່ານເລຮົ່ງລີ້ - ຮອງປະທານຜູ້ປະຈຳການສະມາຄົມມິດຕະພາບສູນກາງຫວຽດນາມ - ກຳປູເຈຍ; ທ່ານ ຫງວຽນຮ່ວາງແຮ່ງ ຮອງຫົວໜ້າພະແນກທ້ອງຖິ່ນ III - ຄະນະກຳມະການຊົນເຜົ່າ; ທ່ານຟ້າມວັນຮຽວ - ຮອງເລຂາຄະນະພັກເມືອງ, ປະທານສະພາປະຊາຊົນເມືອງ ເກີ່ນເທີ ; ບັນດາຫົວໜ້າພະແນກ ແລະ ສາຂາພ້ອມດ້ວຍຜູ້ຕາງໜ້າວັດວາອາຮາມໃນເມືອງ ...
ຍສໝ - ໃນການພົວພັນທາງການທູດປະຊາຊົນ, ໄລຍະທີ່ຜ່ານມາ, ມີຫຼາຍອົງການ, ສ່ວນບຸກຄົນຢູ່ ຫວຽດນາມ ໄດ້ໜູນຊ່ວຍອຸປະກອນການແພດ (ຜ້າອັດປາກດັງ, ຊຸດປ້ອງກັນທາງແພດ…) ໃຫ້ແກ່ປະຊາຊົນ ຝລັ່ງໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19.