ສະ​ເໜີສ້າງ​ຕັ້ງເວ​ທີ​ປາ​ໄສ​ມິດ​ຕະ​ພາບ ຫວຽດ​ນາມ - ສິງ​ກະ​ໂປ

13:58 | 22/04/2021

​ຍ​ສ​ໝ - ທີ່​ການ​ເຮັດ​ວຽກ, ທ່ານ ປະ​ທານ VSFA ຫວູ​ວຽກ​ງວານ ໄດ້​ສະ​ເໜີ​ແຜນ​ການ​ສ້າງ​ເວ​ທີ​ປາ​ໄສ​ມິດ​ຕະ​ພາບ ຫວຽດ​ນາມ ສິງ​ກະ​ໂປ​ພາຍຫຼັງ​ຝັກໃຝ່, ປຶກ​ສາ​ຫາ​ລື ກັບຫຼາຍ​ອົງ​ການຂອງ ຫວຽດ​ນາມ ແລະ ສິງ​ກາ​ໂປມາ​ເປັນໄລ​ຍະ​ໜຶ່ງ ແລະ ໄດ້​ຮັບ​ການ​ຕ້ອບ​ສະ​ໜອງ​ທີ່​ຕັ້ງ​ໜ້າ.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Jaya Ratnam ມີ​ຄວາມ​ປາດ​ຖະ​ໜາ​ຢາກ​ຮ່ວມ​ມື​ກັບ VUFO ເພື່ອ​ຊຸກ​ຍູ້​ການ​ພົວ​ພັນ​ແລກ​ປ່ຽນ​ຂັ້ນ​ປະ​ຊາ​ຊົນ​ລະ​ຫວ່າງ​ສອງ​ປະ​ເທດ ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Jaya Ratnam ມີ​ຄວາມ​ປາດ​ຖະ​ໜາ​ຢາກ​ຮ່ວມ​ມື​ກັບ VUFO ເພື່ອ​ຊຸກ​ຍູ້​ການ​ພົວ​ພັນ​ແລກ​ປ່ຽນ​ຂັ້ນ​ປະ​ຊາ​ຊົນ​ລະ​ຫວ່າງ​ສອງ​ປະ​ເທດ
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບິ່ງ​ມິງ​ໂອ້​ລົມ​ທາງ​ໂທ​ລະ​ດັບ​ກັບ​ທ່ານ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ສິງ​ກະ​ໂປ ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບິ່ງ​ມິງ​ໂອ້​ລົມ​ທາງ​ໂທ​ລະ​ດັບ​ກັບ​ທ່ານ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ສິງ​ກະ​ໂປ
ສະ​ເໜີສ້າງ​ຕັ້ງເວ​ທີ​ປາ​ໄສ​ມິດ​ຕະ​ພາບ ຫວຽດ​ນາມ - ສິງ​ກະ​ໂປ
ທ່ານ​ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ສິງ​ກະ​ໂປ ແລະ ທ່ານ Jaya Ratnam ເອກ​ອັກ​ຄະ​ລັດ​ຖະ​ທູດ ສິງ​ກະ​ໂປ ປະ​ຈຳ ຫວຽດ​ນາມ

ຫວ່າງ​ແລ້ວນີ້, ທ່ານ ຫວູ​ວຽກ​ງວານ ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ ໄດ້​ມີ​ການ​ຕ້ອນ​ຮັບ ແລະ ເຮັດ​ວຽກ ກັບ​ທ່ານ Jaya Ratnam ເອກ​ອັກ​ຄະ​ລັດ​ຖະ​ທູດ ສິງ​ກະ​ໂປ ປະ​ຈຳ ຫວຽດ​ນາມ ຢູ່​ສຳ​ນັກ​ງານ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັ​ດ​ຕັ້ງ​ມິດ​ຕະ​ພາບ ຫວຽດນາມ (VUFO).

ທີ່​ການ​ເຮັດ​ວຽກ, ທ່ານ ປະ​ທານ VSFA ຫວູ​ວຽກ​ງວານ ໄດ້​ສະ​ເໜີ​ແຜນ​ການ​ສ້າງ​ເວ​ທີ​ປາ​ໄສ​ມິດ​ຕະ​ພາບ ຫວຽດ​ນາມ ສິງ​ກະ​ໂປ​ພາຍຫຼັງ​ຝັກໃຝ່, ປຶກ​ສາ​ຫາ​ລື ກັບຫຼາຍ​ອົງ​ການຂອງ ຫວຽດ​ນາມ ແລະ ສິງ​ກາ​ໂປມາ​ເປັນໄລ​ຍະ​ໜຶ່ງ ແລະ ໄດ້​ຮັບ​ການ​ຕ້ອບ​ສະ​ໜອງ​ທີ່​ຕັ້ງ​ໜ້າ.

ຂໍ້​ລິ​ເລີ່ມ​ສ້າງ​ເວ​ທີ​ປາ​ໄສ​ມິດ​ຕະ​ພາບ ຫວຽດ​ນາມ - ສິງ​ກະ​ໂປ​ໄດ້​ສ້າງ​ຂຶ້ນ​ໃນ​ສະ​ພາບ​ການ ນັບ​ແຕ່​ເວ​ລາ​ສ້າງ​ຕັ້ງ​ການ​ພົວ​ພັນ​ເມື່ອ​ປີ 1973, ການ​ພົວ​ພັນ​ສອງ​ປະ​ເທດ​ໄດ້​ຜ່ານ​ຜ່າ​ໄລ​ຍະ​ເວ​ລາ​ເກືອບ 50 ປີ ແລະ​ໄດ້​ກາຍ​ເປັນ​ການ​ພົວ​ພັນ​ຮ່ວມ​ມື​ຢ່າງ​ຮອບ​ດ້ານ, ມໍ່ໆ​ມານີ້​ໄດ້​ຍົກ​ຂຶ້ນ​ສູ່​ລະ​ດັບ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ.

ແຜນ​ການ​ສ້າງ​ຕັ້ງ​ເວ​ທີ​ປາ​ໄສ​ມິດ​ຕະ​ພາບ ຫວຽດ​ນາມ - ສິງ​ກະ​ໂປ ເພື່ອ​ແນ​ໃສ່​ເປົ້າ​ໝາຍ​ສ້າງ​ກົນ​ໄກ​ເຊື່ອມ​ຕໍ່, ແລກ​ປ່ຽນ​, ແປ່ງ​ປັນ​ຂໍ້​ມູນ​ຂ່າວ​ສານ, ບົດ​ຮຽນ​ປະ​ສົບ​ການ ກ່ຽວ​ກັບ​ບັນ​ດາ​ດ້ານ​ເສດ​ຖະ​ກິດ, ສັງ​ຄົມ, ການ​ພົວ​ພັນ​ຕ່າງ​ປະ​ເທດ…ລະ​ຫວ່າງ​ບັນ​ດາ​ວົງ​ການ​ນັກ​ຮຽນ​ຮູ້, ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ, ນັກ​ຮຽນ, ນັກ​ສຶກ​ສາ ຂອງ ຫວຽດ​ນາມ ແລະ ສິງ​ກະ​ໂປ.

ທ່ານ ຫງວຽນ​ດຶກ​ຮຸ່ງ, ຮອງ​ປະ​ທານ​ທັງ​ເປັນ​ເລ​ຂາ​ນຸ​ການ​ໃຫຍ່ VSFA, ອະ​ດີດ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ສິງ​ກະ​ໂປ ກໍ່​ແບ່ງ​ປັນ​ຄວາມ​ຫວັງ​ວ່າ ເວ​ທີ​ປາ​ໄສ​ນີ ອາດ​ຈະ​ກາຍ​ເປັນ​ການ​ເຄື່ອນ​ໄຫວ​ທາງ​ການ​ທູດ ດ້ວຍ​ບັນ​ດາ​ເນື້ອ​ໃນ​ທີ່​ລະ​ອຽດ ໃນຫຼາຍ​ຂົງ​ເຂດ​ຄື ການ​ລົງ​ທຶນ​ກາ​ນ​ຄ້າ ແລະ ຫຼາຍ​ຂົງ​ເຂດ​ທີ່​ແຕກ​ຕ່າງ​ກັນ, ເພີ່ມ​ທະ​ວີ​ຄວ​າມ​ເຂົ້າ​ໃຈ​ເຊິ່ງ​ກັນ​ແລະ​ກັນ, ເຊື່ອມ​ຕໍ່​ບັນ​ດາ​ວິ​ສາ​ຫະ​ກິດ​ລະ​ຫວ່າງ​ສອງ​ປະ​ເທດ, ວາງ​ອອກ​ບັນ​ດາ​ການ​ຕີ​ລາ​ຄາ, ຂໍ້​ສະ​ເໜີ​ແນະ ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ, ຊຸກ​ຍູ້​ການ​ຮ່ວມ​ມື​ກັບ​ບັນ​ດາ​ໂຄງ​ການ​ແທດ​ຈິງ.

ຝ່າຍ​ທ່ານ Jaya Ratnam ເອກ​ອັກ​ຄະ​ລັດ​ຖະ​ທູດ ສິງ​ກະ​ໂປ ໄດ້​ຕີ​ລາ​ຄາ​ສູງ ແລະ ສະ​ໜັບ​ສະ​ໜູນ ຂໍ້​ສະ​ເໜີ​ສ້າງ​ເວ​ທີ​ປາ​ໄສ​ມິດ​ຕະ​ພາບ ຫວຽດ​ນາມ - ສິງ​ກະ​ໂປ.

ທ່ານ​ໄດ້​ຕີ​ລ​າ​ຄາ​ການ​ພົ​ວ​ພັນ ຫວຽດ​ນາມ ສິງ​ກະ​ໂປ​ອີງ​ໃສ່​ບັນ​ດາ​ພື້ນ​ຖານ​ມີ່​ໝັ້ນ​ແກ່ນ, ການ​ນຳ​ສອງ​ປະ​ເທດ​ໄດ້​ຮັກ​ສາ​ການ​ພົວ​ພັນ​ແບບ​ຍືນ​ຍົງ. ສິ່ງ​ສຳ​ຄັນ​ທີ່​ສຸດ​ແມ່ນ​ຕ້ອ​ງ​ຮັກ​ສາ​ການ​ພົວ​ພັນ​ອັນ​ແໜ້ນ​ແຟ້ນນີ້ ແລະ ຖື​ວ່ານີ້​ແມ່ນ​ບັນ​ດາ​ຈຸດ​ສຸມ​ການ​ຮ່ວມ​ມື.

ປີ 2023 ສອງ​ປະ​ເທດ​ຈະ​ສະ​ເຫຼີມ​ສະຫຼອງ 50 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ. ນີ້​ແມ່ນຫຼັກ​ໝັ້ນ​ສຳ​ຄັນ​ໃນ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ ແລະ ກໍ່​ແມ່ນ​ເງື່ອນ​ໄຂ​ສະ​ດວກ​ເພ່ອ​ຜັນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ລິ​ເລີ່ມ​ເຊິ່ງ VFSA ແລະ ສະ​ຫະ​ພັນ ໄດ້​ສະ​ເໜີ. ເສດ​ຖະ​ກິດ​ອາ​ດ​ຈະ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຂົງ​ເຂດ​ການ​ຮ່ວມ​ມື​ໄດ້​ສະ​ແດງ​ຢ່າງ​ຈະ​ແຈ້ງ​ທີ່​ສຸດ​ຈາກ​ທັງ​ສອງ​ຝ່າຍ.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Jaya Ratnam ມີ​ຄວາມ​ປາດ​ຖະ​ໜາ​ຢາກ​ຮ່ວມ​ມື​ກັບ VUFO ເພື່ອ​ຊຸກ​ຍູ້​ການ​ພົວ​ພັນ​ແລກ​ປ່ຽນ​ຂັ້ນ​ປະ​ຊາ​ຊົນ​ລະ​ຫວ່າງ​ສອງ​ປະ​ເທດ ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Jaya Ratnam ມີ​ຄວາມ​ປາດ​ຖະ​ໜາ​ຢາກ​ຮ່ວມ​ມື​ກັບ VUFO ເພື່ອ​ຊຸກ​ຍູ້​ການ​ພົວ​ພັນ​ແລກ​ປ່ຽນ​ຂັ້ນ​ປະ​ຊາ​ຊົນ​ລະ​ຫວ່າງ​ສອງ​ປະ​ເທດ

ຍ​ສ​ໝ - ໂດຍ​ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ ສິງ​ກະ​ໂປ ແລະ ບັນ​ດາ​ທູດ​ການ​ຕ່າງ​ປະ​ເທດ ລວມ​ມີ​ທ່ານ​ນາງ ຫງວຽນ​ເຟືອງ​ງານ, ປະ​ທານ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕ​ະພາບ ຫວຽດ​ນາມ (VUFO), ທ່ານ ຫງວຽນ​ດຶກ​ຮຸ່ງ, ອະ​ດີດ​ເອ​ກອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ສິງ​ກະ​ໂປ, ຮອງ​ປະ​ທານ​ທັງ​ເປັນ​ເລ​ຂາ​ທິ​ການ​ໃຫຍ່​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ສິງ​ກະ​ໂປ...

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບິ່ງ​ມິງ​ໂອ້​ລົມ​ທາງ​ໂທ​ລະ​ດັບ​ກັບ​ທ່ານ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ສິງ​ກະ​ໂປ ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບິ່ງ​ມິງ​ໂອ້​ລົມ​ທາງ​ໂທ​ລະ​ດັບ​ກັບ​ທ່ານ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ສິງ​ກະ​ໂປ

ຍ​ສ​ໝ - ​ທີ່​ການ​ໂອ້​ລົມ​ສົນ​ທະ​ນາ, ທ່ານ ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ສິງ​ກະ​ໂປ Vivian Balakrishnanໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ຜົນ​ງານ​ຂອງ ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 13 ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ແລະ ເລື່ອງ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ເຂົ້າ​ເປັນ​ສະ​ມາ​ຊິກ​ຂອງ​ກົມ​ການ​ເມືອງ.

ປະ​ຊາ​ຄົມ​ຊາວ​ຫວຽດາມ ອ​າ​ໄສ​ຢູ່ສິງ​ກະ​ໂປ ຕ້ອນ​ຮັບ​ບຸ​ນ​ເຕັດ ສະ​ຫຼຸ ຢູ່​ສິງ​ປະ​ໂປ ປະ​ຊາ​ຄົມ​ຊາວ​ຫວຽດາມ ອ​າ​ໄສ​ຢູ່ສິງ​ກະ​ໂປ ຕ້ອນ​ຮັບ​ບຸ​ນ​ເຕັດ ສະ​ຫຼຸ ຢູ່​ສິງ​ປະ​ໂປ

ຍສໝ - ປີນີ້​ຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19 ແລະ ບັນ​ດາ​ຂໍ້​ກຳ​ນົດ​ຢ່າງ​ແໜ້ນ​ແຟ້ນ​ຂອງ ລັດ​ຖະ​ບານ ສິງ​ກະ​ໂປ ກ່ຽວ​ກັບ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ -1 ດັ່ງ​ນັ້ນ ຈຳ​ນວນ​ຜູ້​ເຂົ້າ​ຮ່ວມ ແລະ ບັນ​ດາ​ການ​ເຄື່ອນ​ໄຫວ​ໃນ​ພິ​ທີ​ຖືກ​ຈຳ​ກັດ, ແຕ່​ບັນ​ຍາ​ການ​ເບີກ​ບານ​ມ່ວນ​ຊື່ມ, ອົບ​ອຸ່ນ​ຂອງ​ບຸນ​ເຕັດ ປະ​ຊາ​ຄົມ ຢູ່​ແຫ່ງນີ້ ບໍ່ຫຼຸ​ດລົງ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.