ນາຍົກລັດຖະມົນຕີ ລາວ-ຍີ່ປຸ່ນ ສົນທະນາທາງໄກ ເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມື

ນາຍົກລັດຖະມົນຕີ ລາວ-ຍີ່ປຸ່ນ ສົນທະນາທາງໄກ ເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມື

ໃນວັນທີ 7 ເມສາ 2021 ທີ່ຫ້ອງວ່າການສຳນັກງານ ນາຍົກລັດຖະມົນຕີ, ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສົນທະນາໂທລະສັບ ທາງໄກກັບ ທ່ານ ຊູງະ ໂຢຊິຮິເດະ (Mr. Suga Yoshihide) ນາຍົກລັດຖະມົນຕີຍີ່ປຸ່ນ ເພື່ອເສີມຂະຫຍາຍສາຍ ພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດ ລາວ-ຍີ່ປຸ່ນ.

ມອບ-ຮັບ ລັດຖະມົນຕີກະຊວງຖະແຫລງ ຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ

ມອບ-ຮັບ ລັດຖະມົນຕີກະຊວງຖະແຫລງ ຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ

ໃນວັນທີ 7 ເມສາ 2021, ທີ່ຫໍວັດທະນະທຳແຫ່ງຊາດ ນະຄອນຫລວງວຽງຈັນ ໄດ້ພິທີມອບ-ຮັບ ເລຂາຄະນະພັກ, ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ) ລະຫວ່າງ ສະຫາຍ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງ ຖວທ (ຜູ້ເກົ່າ) ແລະ ທ່ານ ນາງ ສວນສະຫວັນ ວິຍະເກດ ກຳມະການສູນກາງພັກ ລັດຖະມົນຕີກະຊວງ ຖວທ (ຜູ້ໃໝ່) ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ, ມີບັນດາສະຫາຍ ຄະນະປະຈຳພັກກະຊວງ, ຮອງລັດຖະມົນຕີ, ບັນດາສະຫາຍ ກຳມະການພັກກະຊວງ, ຫົວໜ້າກົມ, ຮອງກົມ ແລະ ບັນດາພະນັກງານຫລັກແຫລ່ງຂອງກະຊວງ ຖວທ ເຂົ້າຮ່ວມ.

ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຫງວຽນກວກຢຸ້ງ ອວຍພອນບຸນປີໃໝ່ສະຖານທູດລາວ

ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຫງວຽນກວກຢຸ້ງ ອວຍພອນບຸນປີໃໝ່ສະຖານທູດລາວ

ຍສໝ - ເນື່ອງໃນໂອກາດນີ້, ທ່ານຮອງລັດຖະມົນຕີຫງວຽນກວກຢຸງ ໄດ້ສະແດງຄວາມຊົມເຊີຍປະເທດລາວ ໃນການຈັດຕັ້ງກອງປະຊຸມໃຫຍ່ຄັ້ງທີ X ຂອງພັກປະຊາຊົນປະຕິວັດລາວ ແລະ ການເລືອກຕັ້ງສະມາຊິກສະພາແຫ່ງຊາດລາວຄັ້ງທີ 9 ຢ່າງຈົບງາມ.

ສົນທະນາໂທລະສັບທາງໄກ ລະຫວ່າງ ການນຳຂັ້ນສູງ ລາວ-ຫວຽດນາມ

ສົນທະນາໂທລະສັບທາງໄກ ລະຫວ່າງ ການນຳຂັ້ນສູງ ລາວ-ຫວຽດນາມ

ຫວ່າງແລ້ວນີ້, ທີ່ທຳນຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົນທະນາໂທລະສັບທາງໄກ ກັບ ທ່ານ ຫງວຽນ ຊວັນ ຟຸກ ປະທານປະເທດ ແຫ່ງ ສສ ຫວຽດນາມ ເພື່ອສະແດງຄວາມຊົມເຊີຍຕໍ່ ທ່ານ ຫງວຽນ ຊວັນ ຟຸກ ທີ່ໄດ້ຮັບການເລືອກຕັ້ງ ເປັນປະທານປະເທດ ແຫ່ງ ສສ ຫວຽດນາມ ໃນກອງປະຊຸມສະໄໝສາມັນ ເທື່ອທີ 11 ຂອງສະພາແຫ່ງຊາດ ຊຸດທີ XIV ທີ່ພວມດຳເນີນຢູ່ໃນປັດຈຸບັນ.

DAFO ຢ້​ຽມ​ຢາມ ແລະ ອວຍ​ພອນ​ບຸນ​ປີ​ໃໝ່​ການ​ນຳ​ສະ​ຖານ​ທູດ ລາວ ປະ​ຈຳ ດ່າ​ນັ້ງ

DAFO ຢ້​ຽມ​ຢາມ ແລະ ອວຍ​ພອນ​ບຸນ​ປີ​ໃໝ່​ການ​ນຳ​ສະ​ຖານ​ທູດ ລາວ ປະ​ຈຳ ດ່າ​ນັ້ງ

ຍ​ສ​ໝ - ທ່ານ ຫງວຽນ​ງອກ​ບິ່ງ - ປະ​ທານ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ ນະ​ຄອ​ນ​ດ່າ​ນັ້ງ ໄດ້​ສົ່ງ​ຄຳ​ອວນ​ພອນ​ອັນ​ດີ​ງາມ​ໄປ​ຍັງ​ທ່ານ ວຽງ​ໄຊ ພົມ​ມະ​ຈັນ​ດ ຫົວ​ໜ້າ​ກົມ​ສູນ​ໃຫຍ່​ລາວ​ປະ​ຈຳ ດັ່ງ​ນັ້ງ ພ້ອມ​ກັບ​ພັນ​ລະ​ຍາ ແລະ ບັນ​ດາ​ພະ​ນັກ​ງານ​ທີ່​ພວມ​ປະ​ຕິ​ບັດ​ງານ​ຢູ່​ກົງ​ສູນ​ໃຫຍ່. ພ້ອມ​ທັງ, ສົ່ງ​ຄຳ​ອວຍ​ພອນ​ໄປ​ຍັງ​ບັນ​ດາ​ສະ​ຫາຍ​ການ​ນຳ​ພັກ, ລັດ ແລະ ປະ​ຊາ​ຊົນ​ລາວ​ບັນ​ດາ​ເຜົ່າ.

ເທື່ອທຽນເຫ້ວ, ດ່ານັ້ງ, ໄຕນິງຈັດຕັ້ງຫຼາຍການເຄື່ອນໄຫວສະຫຼອງບຸນເຕັດປະຈຳຊາວປະເທດ ລາວ

ເທື່ອທຽນເຫ້ວ, ດ່ານັ້ງ, ໄຕນິງຈັດຕັ້ງຫຼາຍການເຄື່ອນໄຫວສະຫຼອງບຸນເຕັດປະຈຳຊາວປະເທດ ລາວ

ຍ​ສ​ໝ - ໃນຊຸມປີມໍ່ໆມານີ້, ບົນພື້ນຖານມິດຕະພາບທີ່ເປັນມູນເຊື້ອພິເສດລະຫວ່າງສອງພັກແລະສອງລັດຫວຽດນາມແລະລາວ, ສາຍພົວພັນລະຫວ່າງນະຄອນດານັງແລະບັນດາແຂວງຂອງລາວໄດ້ພັດທະນານັບມື້ນັບເລິກເຊິ່ງແລະກວ້າງຂວາງກວ່າເກົ່າໃນທຸກຂົງເຂດຄື: ການເມືອງ, ການປ້ອງກັນຄວາມສະຫງົບ, ເສດຖະກິດ, ການສຶກສາ, ວັດທະນະ ທຳ…

ມອບ-ຮັບ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຜູ້ເກົ່າ ແລະ ຜູ້ໃໝ່

ມອບ-ຮັບ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຜູ້ເກົ່າ ແລະ ຜູ້ໃໝ່

ໃນຕອນບ່າຍ ວັນທີ 6 ເມສາ 2021 ທີ່ນະຄອນຫລວງວຽງຈັນ, ໄດ້ມີພິທີມອບ-ຮັບໜ້າທີ່ເລຂາຄະນະພັກ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ລະຫວ່າງ ທ່ານ ທັນສະໄໝ ກົມມະສິດ (ຜູ້ເກົ່າ) ແລະ ທ່ານ ບໍ່ວຽງຄຳ ວົງດາລາ (ຜູ້ໃໝ່) ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ບຸນທອງ ຈິດມະນີ ກຳມະການກົມການ ເມືອງສູນກາງພັກ, ຜູ້ປະຈຳການຄະນະເລ ຂາທິການສູນກາງພັກ, ຮອງປະທານປະເທດ, ມີບັນດາພະນັກງານ ຫລັກແຫລ່ງ-ນຳພາ, ພ້ອມດ້ວຍພະນັກ ງານ-ລັດຖະກອນ ພາຍໃນກະຊວງດັ່ງກ່າວ ເຂົ້າຮ່ວມ.

ມອບ-ຮັບໜ້າທີ່ ລັດຖະມົນຕີກະຊວງການເງິນ ຜູ້ເກົ່າ ແລະ ຜູ້ໃໝ່

ມອບ-ຮັບໜ້າທີ່ ລັດຖະມົນຕີກະຊວງການເງິນ ຜູ້ເກົ່າ ແລະ ຜູ້ໃໝ່

ໃນວັນທີ 6 ເມສາ 2021 ທີ່ກະຊວງການເງິນ ໄດ້ມີພິທີມອບ-ຮັບລັດຖະມົນຕີ ກະຊວງການເງິນຜູ້ເກົ່າ ແລະ ຜູ້ໃໝ່ ລະຫວ່າງ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນ ຕີກະຊວງການເງິນ (ຜູ້ເກົ່າ) ແລະ ທ່ານ ບຸນໂຈມ ອຸບົນປະເສີດ (ຜູ້ໃໝ່) ໂດຍການເຂົ້າຮ່ວມຂອງ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ, ມີຜູ້ຕາງໜ້າຈາກຄະນະ ຈັດຕັ້ງສູນກາງພັກ, ພະນັກງານຫລັກແຫລ່ງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ.

VUFO, ສະມາຄົມມິດຕະພາບຫວຽດນາມ - ລາວ ອວຍພອນບຸນປີໃໝ່ສະຖານທູດລາວປະຈຳຫວຽດນາມ

VUFO, ສະມາຄົມມິດຕະພາບຫວຽດນາມ - ລາວ ອວຍພອນບຸນປີໃໝ່ສະຖານທູດລາວປະຈຳຫວຽດນາມ

ຍສໝ - ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ ແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນລາວປີ 2021, ໃນວັນທີ 6 ເມສາ, ຄະນະຜູ້ແທນສະຫະພັນບັນດາອົງການມິດຕະພາບຫວຽດນາມ (VUFO) ແລະສະມາຄົມມິດຕະພາບຫວຽດນາມ - ລາວ ໄດ້ໄປຢ້ຽມຢາມ ແລະ ອວຍພອນປີໃໝ່ສະຖານທູດລາວປະຈຳຮ່າໂນ້ຍ.

ລັດຖະບານຂະຫຍາຍກຸ່ມເປົ້າໝາຍ ທີ່ຈະໄດ້ຮັບສັກວັກແຊງປ້ອງກັນພະຍາດ ໂຄວິດ-19

ລັດຖະບານຂະຫຍາຍກຸ່ມເປົ້າໝາຍ ທີ່ຈະໄດ້ຮັບສັກວັກແຊງປ້ອງກັນພະຍາດ ໂຄວິດ-19

ທ່ານ ພອນປະເສິດ ອຸນາພົມ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາ ທາລະນະສຸກ ໄດ້ລາຍງານໃຫ້ຮູ້ ໃນວັນທີ 6 ເມສາ 2021 ນີ້ວ່າ: ມາຮອດປັດຈຸບັນ ສປປ ລາວ ສາມາດສັກຢາວັກແຊງທັງໝົດ 122.491 ຄົນ, ໃນນັ້ນສຳເລັດການສັກຄົບສອງຄັ້ງ ມີ 6.171 ຄົນ.

ກອງພົນ 968 ທະຫານເຂດ 4  ກອງທັບປະຊາຊົນຫວຽດນາມ ແລະ ກອງພົນທີ 4 ກອງທັບປະຊາຊົນລາວ ຈັດຕັ້ງກອງປະຊຸມປະຈໍາປີ 2021

ກອງພົນ 968 ທະຫານເຂດ 4 ກອງທັບປະຊາຊົນຫວຽດນາມ ແລະ ກອງພົນທີ 4 ກອງທັບປະຊາຊົນລາວ ຈັດຕັ້ງກອງປະຊຸມປະຈໍາປີ 2021

ຍສໝ - ເມື່ອບໍ່ດົນມານີ້, ກອງພົນ 968 ທະຫານເຂດ 4 ກອງທັບປະຊາຊົນຫວຽດນາມ ແລະ ກອງພົນທີ 4 ກອງທັບປະຊາຊົນລາວ ຈັດຕັ້ງກອງປະຊຸມປະຈໍາປີ 2021.

ປິດຊຸດບໍາລຸງສ້າງບັນຊາ-ເສນາທິການຂັ້ນສູງບັ້ນຮົບ, ຍຸດທະສາດໄລຍະສັ້ນ, ຊຸດທີ III ໃຫ້ກອງທັບປະຊາຊົນລາວ

ປິດຊຸດບໍາລຸງສ້າງບັນຊາ-ເສນາທິການຂັ້ນສູງບັ້ນຮົບ, ຍຸດທະສາດໄລຍະສັ້ນ, ຊຸດທີ III ໃຫ້ກອງທັບປະຊາຊົນລາວ

ຍສໝ - ຊຸດບໍາລຸງສ້າງບັນຊາ-ເສນາທິການຂັ້ນສູງບັ້ນຮົບ, ຍຸດທະສາດ ໄລຍະສັ້ນ, ຊຸດທີ III ໃຫ້ກອງທັບປະຊາຊົນລາວ ຈັດຕັ້ງທີ່ວິທະຍາຄານປ້ອງກັນຊາດ ໃນໄລຍະ 4 ເດືອນ. ນັກສໍາມະນາກອນໄດ້ຄົ້ນຄວ້າບາງເນື້ອໃນ, ຄື: ປະຫວັດສາດແຫ່ງການສ້າງສາ ແລະປົກປັກຮັກສາປະເທດຊາດຂອງຫວຽດນາມ, ລະບົບການເມືອງຂອງຫວຽດນາມ; ນະໂຍບາຍປ້ອງກັນຊາດ ແລະກໍາລັງແຮງດ້ານປ້ອງກັນຊາດຂອງຫວຽດນາມ; ທາດແທ້, ມູນເຊື້ອ ແລະການຈັດຕັ້ງຂອງກອງທັບປະຊາຊົນຫວຽດນາມ...

ສະ​ຖານ​ບັນ​ປ້ອງ​ກັນ​ຊາດ ຫວຽດ​ນາມ ຊຸກ​ຍູ້​ການ​ຮ່ວມ​ມື, ບຳ​ລຸງ​ສ້າງ​ພະ​ນັກ​ງານ​ການ​ທະ​ຫານ​ຫວຽດ​ນາມ - ລາວ

ສະ​ຖານ​ບັນ​ປ້ອງ​ກັນ​ຊາດ ຫວຽດ​ນາມ ຊຸກ​ຍູ້​ການ​ຮ່ວມ​ມື, ບຳ​ລຸງ​ສ້າງ​ພະ​ນັກ​ງານ​ການ​ທະ​ຫານ​ຫວຽດ​ນາມ - ລາວ

ຍ​ສ​ໝ - ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ​ສ​າ​ທາ​ລະ​ນະ​ລັດ​ປະ​ຊາ​ທິ​ປະ​ໄຕ​ປະ​ຊາ​ຊົນ ລາວ ປະ​ຈຳ ຫວຽດ​ນາມ ແສງ​ເພັດ​ ຮຸ່ງບວນຍວງ ໄດ້​ສົ່ງ​ຄຳ​ຂອບ​ອົກ​ຂອບ​ໃຈ​ໄປ​ຍັງ​ວິ​ທະ​ຍາ​ຄານ​ປ້ອງ​ກັນ​ຫວຽດ​ນາມ ເພື່ອ​ໄດ້​ໜູນ​ຊ່ວຍ, ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ບັນ​ດາ​ພະ​ນັກ​ງານ, ນັກ​ຮົບ, ນາຍ​ທະ​ຫານ​ໃນ​ກອງ​ທັບ​ລາວ ປະ​ຕິ​ບັດ ​ໜ້າ​ທີ່​ການ​ເມືອງ ໃຫ້​ສຳ​ເລັດ​ຜົນ.

ທ່າກໍາປັ່ນຫວູງອາງລາວ-ຫວຽດ ມີບົດບາດສໍາຄັນສໍາລັບນະໂຍບາຍຂອງລັດຖະບານລາວ ໃນການສໍາຜັດກັບການເຄື່ອນໄຫວທາງທະເລ ແລະເພີ່ມທະວີການເຊື່ອມຕໍ່ໃນພາກພື້ນ

ທ່າກໍາປັ່ນຫວູງອາງລາວ-ຫວຽດ ມີບົດບາດສໍາຄັນສໍາລັບນະໂຍບາຍຂອງລັດຖະບານລາວ ໃນການສໍາຜັດກັບການເຄື່ອນໄຫວທາງທະເລ ແລະເພີ່ມທະວີການເຊື່ອມຕໍ່ໃນພາກພື້ນ

ຍສໝ - ທ່າ​ກ່ຳ​ປັ່ນຫວູງອາງ ມີ​ບົດ​ບາ​ດ​ສຳ​ຄັນ​ຕໍ່​ນະ​ໂຍ​ບາຍ ຂອງ​ລັດ​ຖະ​ບານ​ລາວ, ໃນ​ການ​ສຳ​ຜັດ​ກັບ​ການ​ເຄື່ອ​ນ​ໄຫ​ວ​ເດີນ​ເຮືອ ແລະ ເພີ່ມ​ທະ​ວີ​ການ​ເຊື່ອມ​ໂຍງຕໍ່​ພາກ​ພື້​ນ, ພ້​ອມ​ທັງ​ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ເຕີ​ບ​ໂຕເສດ​ຖະ​ກິດ​ລາວ ຜ່ານ​ການ​ພັ​ດ​ທະ​ນາ​ຂົງ​ເຂດ​ຄົມ​ມະ​ນາ​ຄົມ​ ແລະ ຂົນ​ສົ່ງ...

ຮ່າ​ຕິງອວຍ​ພອນ​ບຸນ​ປີ​ໃໝ່​ອຳ​ນາດ​ການ​ປົກ​ຄອງ ແລະ ປະ​ຊາ​ຊົນ​ແຂວງ ບໍ​ລິ​ຄຳ​ໄຊ, ລາວ

ຮ່າ​ຕິງອວຍ​ພອນ​ບຸນ​ປີ​ໃໝ່​ອຳ​ນາດ​ການ​ປົກ​ຄອງ ແລະ ປະ​ຊາ​ຊົນ​ແຂວງ ບໍ​ລິ​ຄຳ​ໄຊ, ລາວ

ຍ​ສ​ໝ - ຫວ່າງ​ແລ້ວນີ້, ຢູ່​ດ່ານ​ຊາຍ​ແດນ​ສາ​ກົນ ເກົ່າ​ແຈວ (ຮ່າ​ຕິງ), ຄະ​ນະ​ປະ​ຕິ​ບັດ​ງານ​ແຂວງ​ຮ່າ​ຕິງ ໄດ້​ໄປ​ອວຍ​ພອນ​ບຸນ​ປີ​ໃໝ່​ອຳ​ນາດ​ການ​ປົກ​ຄອງ​ແຂວງ​ບໍ​ລິ​ຄຳ​ໄຊ ແລະ ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ລາວ.

ມອບຂອງຂວັນໃຫ້ແກ່ກໍາລັງປ້ອງກັນຄວາມສະຫງົບ 6 ແຂວງພາກເໜືອລາວ

ມອບຂອງຂວັນໃຫ້ແກ່ກໍາລັງປ້ອງກັນຄວາມສະຫງົບ 6 ແຂວງພາກເໜືອລາວ

ເນື່ອງໃນໂອກາດບຸນປີໃໝ່ຂອງລາວ ແລະສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບປະຊາຊົນລາວ (5-4-1961 / 5-4-2021), ວັນທີ 3 ເມສາ, ທີ່ດ່ານຊາຍແດນສາກົນໄຕຈາງ (ແຂວງດ້ຽນບຽນ), ຕໍາຫຼວດແຂວງດ້ຽນບຽນ ໄດ້ຈັດຕັ້ງພິທີມອບຂອງຂວັນໃຫ້ແກ່ກໍາລັງປ້ອງກັນຄວາມສະຫງົບ 6 ແຂວງພາກເໜືອລາວ, ເຊິ່ງລວມມີຄອມປິວເຕີ 30 ໜ່ວຍ ແລະເຄື່ອງພິມ 30 ໜ່ວຍ.

ການຮ່ວມມືດ້ານປ້ອງກັນຊາດແມ່ນໜຶ່ງໃນບັນດາເສົາຄໍ້າທີ່ສໍາຄັນຂອງການພົວພັນຫວຽດນາມ-ລາວ

ການຮ່ວມມືດ້ານປ້ອງກັນຊາດແມ່ນໜຶ່ງໃນບັນດາເສົາຄໍ້າທີ່ສໍາຄັນຂອງການພົວພັນຫວຽດນາມ-ລາວ

ຍສໝ - ທ່ານພົນຕີ ຫວູຈຽນຖັງ, ຫົວໜ້າກົມພົວພັນຕ່າງປະເທດ, ກະຊວງປ້ອງກັນປະເທດຫວຽດນາມ ຢັ້ງຢືນວ່າ ການຮ່ວມມືດ້ານປ້ອງກັນຊາດແມ່ນໜຶ່ງໃນບັນດາເສົາຄໍ້າທີ່ສໍາຄັນຂອງການພົວພັນຫວຽດນາມ-ລາວ.

ມອບເງິນຈໍານວນ 590 ລ້ານດົ່ງໃຫ້ໂຮງຮຽນປະຖົມສົມບູນມິດຕະພາບແຂວງ ຈໍາປາສັກ ລາວ

ມອບເງິນຈໍານວນ 590 ລ້ານດົ່ງໃຫ້ໂຮງຮຽນປະຖົມສົມບູນມິດຕະພາບແຂວງ ຈໍາປາສັກ ລາວ

ຍສໝ - ປັດຈຸບັນ, ໂຮງຮຽນມີນັກຮຽນເກືອບ 500 ຄົນ, ໃນນັ້ນ 50% ແມ່ນລູກນ້ອງຄົນລາວ, ນັກຮຽນໄດ້ຮຽນພາສາຫວຽດນາມ ຕັ້ງແຕ່ ປໍ 1, ຕາມປື້ມຕໍາລາຮຽນພາສາຫວຽດນາມ.

ຍົກສູງປະສິດທິຜົນການຮ່ວມມືລະຫວ່າງສະພາແຫ່ງຊາດສອງປະເທດກວ່າອີກ, ປະກອບສ່ວນເພີ່ມພູນຄູນສ້າງນໍ້າໃຈມິດຕະພາບແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງສອງປະເທດຫວຽດນາມ-ລາວ

ຍົກສູງປະສິດທິຜົນການຮ່ວມມືລະຫວ່າງສະພາແຫ່ງຊາດສອງປະເທດກວ່າອີກ, ປະກອບສ່ວນເພີ່ມພູນຄູນສ້າງນໍ້າໃຈມິດຕະພາບແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງສອງປະເທດຫວຽດນາມ-ລາວ

ຍສໝ - ຫວຽດນາມ ຖືເປັນສໍາຄັນ ແລະບຸລິມະສິດແຖວໜ້າໃຫ້ແກ່ການພົວພັນພິເສດກັບລາວ, ຖືນີ້ແມ່ນບັນຫາຍຸດທະສາດທີ່ມີຄວາມໝາຍເປັນຕາຍສໍາລັບສອງປະເທດ; ພ້ອມແລ້ວທີ່ຈະແບ່ງປັນ ແລະສະໜັບສະໜູນການນໍາ ແລະປະຊາຊົນລາວຢ່າງແຮງ ແລະຮອບດ້ານໃນພາລະກິດສ້າງສາປະເທດ ລາວ ຈະເລີນຮຸ່ງເຮືອງ ສີວິໄລ. 

ຄະນະກໍາມະການຮ່ວມມື ລາວ-ຫວຽດນາມ ຊຸກຍູ້ການຮ່ວມມືສອງຝ່າຍ

ຄະນະກໍາມະການຮ່ວມມື ລາວ-ຫວຽດນາມ ຊຸກຍູ້ການຮ່ວມມືສອງຝ່າຍ

ກອງປະຊຸມຄັ້ງນີ້, ໄດ້ປຶກສາຫາລືບັນຫາ ສໍາຄັນຈໍານວນໜຶ່ງ ເຊັ່ນ: ຂັ້ນຕອນການເພີ່ມອັດຕາ ການຖືຮຸ້ນຂອງລັດຖະບານລາວ ຈາກ 20% ຂຶ້ນເປັນ 60% ໃນບໍລິສັດຮຸ້ນ ສ່ວນທ່າເຮືອສາກົນ ລາວ-ຫວຽດນາມ, ເຊິ່ງສອງຝ່າຍຄາດວ່າ ຈະໃຫ້ສຳເລັດໃນໄຕມາດທີ 3 ຂອງປີນີ້.