ຍສໝ - ທີ່ພິທີ, ຄະນະຈັດຕັ້ງໄດ້ມອບເງິນເປັນຈຳນວນ 1 ຕື້ດົ່ງ ຂອງ ພະສົງສາມມະເນນ, ພຸດທະສາສະນິກະຊົນ ພາຍຫຼັງການລະດົມອຸປະຖຳມາເປັນເວລາ 1 ອາທິດ ໃຫ້ແກ່ຄະນະບໍລິຫານງານສະມາຄົມພຸດທະສາສະໜາ ນະຄອນໂຮ່ຈີມິນ. ຈຳນວນເງິນສະໜັບສະໜູນຈະໄດ້ສູນກາງ ສະມາຄົມພຸດທະສາສະໜາ ຫວຽດນາມ ໄດ້ສົ່ງໄປຍັງ ສະຖານທູດ ອິນເດຍ ເພື່ອແບ່ງບັນສ່ວນໃດສ່ວນໜຶ່ງ ໜູນຊ່ວຍປະຊາຊົນອິນເດຍ ຜ່ານຜ່າໂລກລະບາດໂຄວິດ - 19 ໂດຍໄວ.
ຍສໝ - ກ່າວຄຳເຫັນທີ່ພິທີມອບຂອງຂວັນ, ໂດຍຕາງໜ້າ ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນແຂວງ ກ໋ວາງບິ່ງ, ທ່ານ ຫວູດ໊າຍທັ໊ງ, ເລຂາອົງຄະນະພັກໄດ້ເນັ້ນໜັກວ່າ ສອງປະເທດ ຫວຽດນາມ ແລະ ລາວ ເຖິງວ່າ ມີຜົນງານຫຼາຍ່ຢ່າງໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ກໍ່ຕາມ ແຕ່ໄລຍະຜ່ານມາກໍ່ຕ້ອງປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງ ທີ່ມາຈາກໂລກລະບາດໂຄວິດ - 19.
ຍສໝ - ປະຊາຄົມຊາວ ຫວຽດນາມ ຢູ່ ອິດສະລາແອັນ ປັດຈຸບັນ ລວມມີນັກສຶກສາ ກ່ວາ 300 ຄົນ ທີ່ແມ່ນນັກຄົ້ນຄ້ວາ ດ້ານກະສິກຳ ຢູ່ 4 ສູນກາງບຳລຸງສ້າງກະສິກຳໃຫຍ່ ແລະພໍ່ແມ່ປະຊາຊົນ ບາງຄົນທີ່ດຳລົງຊີວິດຢູ່ບັນດານະຄອນຄື Tel Aviv, Bat Yam, Beersheba, Haifa...
ຍສໝ - ບັນດາອົງການຈັດຕັ້ງ ແລະ ສ່ວນບຸກຄົນຂຶ້ນກັບສະມາຄົມມິດຕະພາບ ຫວຽດນາມ - ລັດເຊຍ ໄດ້ພົບປະ, ພົວພັນ, ຈັດຕັ້ງພິທີການຟ້ອນລຳທຳນອງ, ແນະນຳພາບຖ່າຍ, ປຶ້ມ, ວັດນະຄະດີ…ຜ່ານເຄືອຂ່າຍອິນເຕິແນດ. ສູນກາງສະມາຄົມມິດຕະພາບ ຫວຽດນາມ - ລັດເຊຍກໍ່ມີບັນດາຮູບແບບແລກປ່ຽນ, ພົບປະທາງອອນລາຍ ກັບສະມາຄົມມິດຕະພາບ ລັດເຊຍ - ຫວຽດນາມ, ຕ້ອນຮັບບັນດາຄຳອວຍພອນຂອງເພື່ອນລັດເຊຍດ້ວຍຮູບການທາງອອນລາຍ.
ຍສໝ - ຫ່າງຈາກນີ້ 48 ປີ, ວັນທີ 9 ເມສາ 1973, ພາຍຫຼັງສົນທິສັນຍາ Paris ວ່າດ້ວຍການຢຸດຕິສົງຄາມ, ສ້າງສັນຕິພາບຢູ່ ຫວຽດນາມ ໄດ້ຮັບການລົງນາມ, ລາຊະອານາຈັກໂຮນລັງ ໄດ້ສ້າງຕັ້ງການພົວພັນທາງການທູດ ກັບ ຫວຽດນາມ ຢ່າງເປັນທາງການ.
ຍສໝ - ທ່ານເຈິ່ນວັນນາມ, ປະທານສະມາຄົມຂະແມ ຫວຽດນາມ ແຂວງ Preah Sihanouk ໃຫ້ຮູ້ວ່າ, ເພື່ອສະກັດກັ້ນການແຜ່ລາມຂອງໂລກລະບາດໂຄວິດ - 19, ໃນໄລຍະເວລາກ່ວາ 1 ເດືອນມານີ້, ອຳນາດການປົກຄອງທ້ອງຖິ່ນ ໄດ້ນຳໃຊ້ບັນດາມາດຕະການປິດນະຄອນ Preah Sihanouk ຊຶ່ງເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຄົມຢູ່ທີ່ນີ້ ຍິ່ງປະສົບກັບຄວາມຫຍຸ້ງຍາກຫຼາຍກ່ວາອີກ ຍ້ອນບໍ່ສາມາດເດີນທາງໄປມາ, ທຳມາຫາກິນໄດ້.
ຍສໝ - ເດັກນ້ອຍ 9 ຄົນ ເປັນອ້າຍນ້ອງກັນ ໃນຄອບຄົວຊົນເຜົ່າປາໂກ, ດຳລົງຊີວິດຢູ່ເຂດຫຼັກໝາຍຊາຍແດນ ລະຫວ່າງ ຫວຽດນາມ-ລາວ. ພວກເຂົາບໍ່ຮູ້ພາສາຫວຽດນາມ, ບໍ່ຮູ້ໜັງສື, ນອນຢູ່ເທິງດິນ, ກິນບໍ່ໃຊ້ຖ້ວຍ… ພວກເດັກນ້ອຍເໝືອນຄົນປ່າ ໄດ້ຮັບການປ່ຽນແປງຊີວິດ ແລະ ກາຍເປັນພົນລະເມືອງທີ່ດີ, ມີສຸຂະພາບແຂງແຮງ, ໄດ້ຮັບການຮ່ຳຮຽນ, ອີ່ມໜຳສຳລານສົມບູນພູນສຸກ. ຍ້ອນວ່າເຂົາເຈົ້າມີພໍ່ຮັກ ເປັນພະນັກງານ, ນັກຮົບຂອງປ້ອມປ້ອງກັນຊາຍແດນ ອາວາວ, ເມືອງ ດັກກຣົງ ແຂວງ ກ໋ວາງຈິ ນັບແຕ່ປີ 2018.
ຍສໝ - ທີ່ການຕ້ອນຮັບ, ທ່ານນາງ ຫົວໜ້າກຳມະທິການວັດທະນະທຳ - ສັງຄົມ ໄດ້ສະແດງຄວາມຮັບຮູ້ຕໍ່ການໜູນຊ່ວຍອັນລ້ຳຄ່າ, ທັນການ ຂອງກອງພົນ 11 ທີ່ສະຫງວນໃຫ້ແກ່ສະພາແຫ່ງຊາດລາວ, ທ່ານນາງກໍ່ຖືວ່າ, ຈຳນວນຜູ້ອັດປາກດັງນີ້ ມີຄວາມຈຳເປັນທີ່ສຸດຕໍ່ສະພາແຫ່ງຊາດລາວ ໃນການຕໍ່ສູ້ປ້ອງກັນຕ້ານໂລກລະບາດໂຄວິດ - 19 ໃນສະພາບການໂລກລະບາດໂຄວິດ - 19 ຍັງມີການຜັນແປຢ່າງສັບສົນຢູ່ລາວ.
ຍສໝ - ກ່າວຄຳເຫັນທີ່ການໂອ້ລົມສົນທະນາ, ທ່ານນາງ ເລທິແທັງຢາງ - ປະທານສະຫະພັນເກິ່ນເທີ ໃຫ້ຮູ້ວ່າ: ນະຄອນ ເກິ່ນແມ່ນສູນເສດຖະກິດ - ວັດທະນະທຳ - ສັງຄົມ, ແມ່ນສູນກຳລັງໜູນຂອງທົ່ວເຂດທົ່ງພຽງແມ່ນ້ຳຂອງທາງການໃຕ້ ດ້ວຍທ່າໄດ້ປຽບແມ່ນພັດທະນາຫຼາຍຂົງເຂດ ໃນນັ້ນມີການສຶກສາ ຊຶ່ງໄດ້ຮັບຮູ້ວ່າແມ່ນໜຶ່ງໃນບັນດາຂະແໜງພັດທະນາ ແລະ ປ່ຽນແປງໃໝ່ຢ່າງກະໂດດຂັ້ນໃນຫຼາຍປີຜ່ານມາ.
ຍສໝ - ໂດຍຕາງໜ້າກະຊວງກໍ່ສ້າງ, ທ່ານ ເລກວາງຮຸ່ງ ຮອງລັດຖະມົນຕີກະຊວງກໍ່ສ້າງ ຫວຽດນາມ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ອົງການຮ່ວມມືສາກົນ ຍີ່ປຸ່ນ (JICA) ໄດ້ໜູນຊ່ວຍກະຊວງກໍ່ສ້າງປະຕິບັດຫຼາຍໂຄງການເຕັກນິກໃນຮອບເວລາ ເກືອບ 20 ປີຜ່ານມາ.
ຍສໝ - ທ່ານເລຂາທິການໃຫ່ຍ, ປະທານປະເທດລາວ ທອງລຸນ ສີສຸລິດ ໄດ້ສົ່ງຈົດໝາຍຂອບອົກຂອບໃຈ ມາຍັງທ່ານເລຂາທິການໃຫ່ຍ ຫງວຽນຝູຈ້ອງ ແລະ ທ່ານປະທານປະເທດ ຫງວຽນຊວັນຝຸກ ທີ່ມີໂທລະເລກຢ້ຽມຢາມຖາມຂ່າວກ່ຽວກັບສະພາບໂລກລະບາດໂຄວິດ 19 ຢູ່ລາວ.
ການສຳພາດທາງອອນລາຍ ແມ່ນເພື່ອແນໃສ່ຊ່ວຍໃຫ້ຜູ້ມີສິດເລືອກຕັ້ງ ເຫັນແຈ້ງຄວາມໝາຍ ແລະ ຄວາມສຳຄັນຂອງການເລືອກຕັ້ງ ສສຊ ຊຸດທີ 14 ແລະ ຜູ້ແທນ ສະພາ ປຊຊ ທຸກຂັ້ນ ອາຍຸການ 2021 – 2026.
ຍສໝ - ໃນລະຫວ່າງວັນທີ 14 – 15 ພຶດສະພາ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ແລະ ບັນດາຜູ້ສະໝັກຮັບເລືອກຕັ້ງໄດ້ມີການພົບປະກັບຜູ້ມີສິດເລືອກຕັ້ງ ເມືອງ ກູ໋ຈີ ແລະ ເມືອງ ຮອກມົນ, ນະຄອນໂຮ່ຈີມິນ.
ຍສໝ - ວັນທີ 14 ພຶດສະພາ, ຢູ່ສະຫະພັນບັນດາອົງການມິດຕະພາບ ນະຄອນໂຮ່ຈີມິນ ໄດ້ດຳເນີນພິທີສະເຫຼີມສະຫຼອງ 48 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງ ຫວຽດນາມ ໂຮນລັງ. ນີ້ແມ່ນໂອກາດເພື່ອໃຫ້ສອງຝ່າຍພ້ອມກັນຫວນຄືນໄລຍະທາງ 48 ປີແຫ່ງການພົວພັນລະຫວ່າງ ຫວຽດນາມ ໂຮນຫຼັງ ແລະ ສະແດງໃຫ້ເປັນຄວາມຕັດສິນໃຈສ້າງຕັ້ງບັນດາໃບໜ້າໃໝ່ ທີ່ມີຄວາມປະທັບໃຈກ່ວາ ໃນປະຫວັດສາດການພົວພັນມິດຕະພາບ ຮ່ວມມືລະຫວ່າງສອງປະເທດ.
ຍສໝ - ຕໍ່ໜ້າສະພາບການໂລກລະບາດໂຄວິດ - 19 ພວມແຜ່ລາມໃນວົງກ້ວາງ ແລະ ມີການຜັນແປຢ່າງສັບສົນຢູ່ອິນເດຍ, ວັນທີ 6 ພຶດສະພາທີ່ຜ່ານມາ, ສະມາຄົມມິດຕະພາບ ຫວຽດນາມ - ອິນເດຍໄດ້ປຸກລະດົມຄຳຮຽກຮ້ອງອຸປະຖຳ, ໜູນຊ່ວຍປະຊາຊົນ ໃນທົ່ວປະເທດ.
ຍສໝ -
ຍສໝ - ພິທີມອບຮັບໄດ້ດຳເນີນໃນຕອນເຊົ້າວັນທີ 12 ພຶດສະພາ, ຢູ່ສຳນັກງານສູນກາງສະມາຄົມພຸດທະສາສະໜາ ຫວຽດນາມ ດ້ວຍຍອດມຸນຄ່າເກືອບ 14 ຕື້ດົ່ງ.
ຍສໝ - ຕາມຂໍ້ມູນຈາກສະຖານທູດຫວຽດນາມ ປະຈຳ ບຣາຊິນ, ກ່າວຄຳເຫັນທີ່ເຫດການ, ທ່ານນາງ ພ້າມທິກິມຮວາຢັ້ງຢືນວ່າ, ຫວຽດນາມຕີລາຄາສູງບົດບາ, ທີ່ຕັ້ງນັບມື້ນັບເພີ່ມຂຶ້ນຂອງ ບຣາຊິນບົນເວທີສາກົນ, ຖືການເພີ່ມທະວີເປີດກ້ວາງການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງສອງປະເທດໃນຕະຫຼອດໄລຍະ 30 ປີຜ່ານມາ, ນັບແຕ່ເວລາສ້າງຕັ້ງການພົວພັນທາງການທູດ ໃນວັນທີ 8 ພຶດສະພາ 1989 ເປັນສຳຄັນ.
ຍສໝ - ທີ່ການມອບຮັບ, ທ່ານນາງ ຫງວຽນເຟືອງງາ ປະທານ ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໄດ້ແຈ້ງໃຫ້ຊາບກ່ຽວກັບສະພາບການປ້ອງກັນສະກັດກັ້ນໂລກລະບາດໂຄວິດ - 19 ຢູ່ ຫວຽດນາມ ໃນຊຸມວັນຜ່ານມາ, ພ້ອມທັງແບ່ງປັນຄວາມຫຍຸ້ງຍາກ ແລະ ຄວາມມານະພະຍາຍາມສະກັດກັ້ນໂລກລະລາດໂຄວິດ - 19 ຂອງລັດຖະບານ ແລະ ປະຊາຊົນກຳປູເຈຍ.
ຍສໝ - ດ້ວຍງົບປະມານກ່ວາ 600 ລ້ານດົ່ງ, ຄະນະຊີ້ນຳການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ແຂວງດຽນບຽນໄດ້ລົງທຶນເຂົ້າການຊື້ບັນດາອຸປະກອນການແພດທີ່ຈຳເປັນເພື່ອຮັບໃຊ້ໃຫ້ແກ່ວຽກງານປ້ອງກັນສະກັດກັ້ນໂລກລະບາດໂຄວິດ - 19 ໃຫ້ແກ່ 6 ແຂວງທາງພາກເໜືອລາວ, ແຕ່ລະແຂວງລວມມີ: ຜ້າອັດປາກດັງ 32.000 ອັນ, ຢາລ້າງມືຂ້າເຊື້ອ 200 ຕຸກ, ຊຸດປ້ອງກັນຕ້ານເຊື້ອລະດັບ 3.300 ຊຸດ.