ຍສໝ - ພາຍຫຼັງການຄົ້ນຄ້ວາ ແລະ ເຮັດວຽກຢູ່ຍີ່ປຸ່ນເປັນເວລາຫຼາຍປີ, ທ່ານປອ. ດິງຮຸ່ງເກືອງ ໄດ້ນຳເອົາຜົນງານທີ່ຕົນບັນລຸໄດ້ກັບຄືນສູ່ບ້ານເກີດເມືອງນອນ, ຟື້ນຟູຜືນແຜ່ນດິນອັນແຫ້ງແລ້ງ ແລະ ສ້າງກະສິກຳສີຂຽວໃຫ້ແກ່ຫວຽດນາມ.
ຍສໝ - ທ່ານຮອງປະທານສະພາແຫ່ງຊາດ ສະເໜີທ່ານເອກອັກຄະລັດຖະທູດ ແລະ ສະຖານທູດສືບຕໍ່ເພີ່ມທະວີບັນດາການເຄື່ອນໄຫວເຊື່ອມຕໍ່, ຊຸກຍູ້ການຮ່ວມມື, ຖ່າຍທອດເຕັກໂນໂລຢີ, ໜູນຊ່ວຍ ຫວຽດນາມກາຍເປັນສູນເຕັກໂນໂລຢີສູງຂອງພາກພື້ນ ແລະ ແມ່ນຕາໂສ້ສຳຄັນໃນລະບົບສະໜອງເຄິ່ງຊັກນຳໄຟຟ້າທົ່ວໂລກ
ຍສໝ - ວັນທີ 20 ກໍລະກົດນີ້, ສະຖານກົງສຸນໃຫຍ່ໄທ ປະຈຳ ນະຄອນໂຮ່ຈິມິນ ໄດ້ສົມທົບກັບສະພາກາແດງຫວຽດນາມ ແລະ ໂຄງການເດີນທາງແດງ ໄດ້ຈັດຕັ້ງລາຍການບໍລິຈາກເລືອດມະນຸດສະທຳ. ການເຄື່ອນໄຫວບໍ່ພຽງແຕ່ໄດ້ປະກອບສ່ວນເພີ່ມເຕີມແຫຼ່ງເລືອດເພື່ອຮັບໃຊ້ປິ່ນປົວພະຍາດເທົ່ານັ້ນ, ຫາກຍັງແມ່ນໂອກາດເພື່ອໃຫ້ປະຊາຄົມຊາວໄທ ແລະ ຊາວຫວຽດນາມ ພ້ອມກັບເຜີຍແຜ່ຈິດໃຈມະນຸດສະທຳ, ກໍ່ສ້າງຂົວແຫ່ງການແບ່ງປັນ ແລະ ເພີ່ມພູນຄູນສ້າງການພົວພັນມິດຕະພາບລະຫວ່າງ 2 ປະເທດ.
ຍສໝ - ກອງບັນຊາການກອງທັບເຮືອເຂດ 1 ໄດ້ຊີ້ນຳ ແລະ ຜັນຂະຫຍາຍຫຼາຍມາດຕະການຢ່າງຕັ້ງໜ້າ ເປັນເຈົ້າການໃນການປ້ອງກັນຕ້ານ ພາຍຸເລກທີ 3 (ວິຟາ), ພິເສດແມ່ນບັນດາໜ່ວຍງານຢູ່ເຂດ ຫາຍຟ່ອງ ແລະ ກວາງນິງ.
ຍສໝ - ພາຍຫລັງເຮັດວຽກມາເປັນເວລາ 2 ວັນ, ເວທີປາໄສປັນຊາຊົນຫນຸ່ມ ຫວຽດນາມ ໃນທ່ົວໂລກ ຄັ້ງທີ VI ປີ 2025 ໄດ້ອັດລົງໃນຕອນບ່າຍວັນທີ 20 ກໍລະກົດ ຢູ່ ຮ່າໂນ້ຍ.
ຍສໝ - ແຕ່ວັນທີ 14 – 18 ກໍລະກົດ, ຄະນະປະຕິບັດງານຂອງ ກະຊວງການຕ່າງປະເທດ ຫວຽດນາມໂດຍທ່ານ ເລແອັງຕວນ ຮອງລັດຖະມົນຕີ ເປັນຫົວຫນ້າຄະນະໄດ້ຜັນຂະຫຍາຍຫລາຍການເຄື່ອນໄຫວຮ່ວມມືກັບບັນດາອົງການຂອງສປຊ ຢູ່ ວຽນນາ ປະເທດ ໂອຕະລິດ ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງທີ 58 ຂອງ ຄະນະກຳມະການກົດໝາຍການຄ້າສາກົນ ສປຊ.
ຍສໝ - ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໃຫ້ຮູ້ວ່າ ໄລຍະຜ່ານມາ, ລັດຖະບານໄດ້ກຳນົດຄາດໝາຍການເຕີບໂຕ GDP ປີ 2025 ແຕ່ 8,3 – 8,5% ດ້ວຍນ້ຳໃຈເຕີບໂຕໄວ, ເຕີບໂຕສູງ ແຕ່ຕ້ອງຍືນຍົງ; ໃນນັ້ນ ການພັດທະນາວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ, ຫັນເປັນດີຈີຕອນ ແມ່ນມາດຕະການຫນຶ່ງທີ່ສຳຄັນ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 48 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ - ຫວຽດນາມ (18/07/1977 – 18/07/2025), ໜັງສືພິມ ປະເທດລາວ ໄດ້ລົງບົດຄວາມ 2 ບົດ ໂດຍຢັ້ງຢືນຄວາມໝາຍປະຫວັດສາດຂອງສົນທິສັນຍາ ແລະ ເນັ້ນໜັກເຖິງບົດບາດຂອງການພົວພັນມິດຕະພາບແບບພິເສດ, ການຮ່ວມມືຮອບດ້ານ ລາວ - ຫວຽດນາມ ໃນພາລະກິດປັກປັກຮັກສາ ແລະ ພັດທະນາປະເທດຊາດຂອງສອງຊາດ.
ຍສໝ - ຖືວ່າການພົວພັນທາງການທູດກັບປະຊາຊົນແມ່ນໜຶ່ງໃນບັນດາຊ່ອງທາງການທູດສຳຄັນທີ່ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ການພົວພັນລະຫວ່າງຫວຽດນາມ - ຈີນ, ໃນຊຸມປີມໍ່ໆມານີ້, ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ຍາມໃດກໍ່ມານະພະຍາຍາມຊຸກຍູ້, ບຳລຸງສ້າງ ແລະ ສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງປະຊາຊົນສອງປະເທດຫວຽດນາມ - ຈີນ.
ຍສໝ - ໃນລະຫວ່າງວັນທີ 19 – 21 ກໍລະກົດ 2025, ຊາວໜຸ່ມປັນຍາຊົນຫວຽດນາມ 10 ຄົນ ທີ່ຕາງໜ້າປະຊາຄົມປັນຍາຊົນຫວຽດນາມ ຢູ່ ຍີ່ປຸ່ນ ຈະກັບຄືນຫວຽດນາມ ເພື່ອເຂົ້າຮ່ວມເວທີປາໄສປັນຍາຊົນຊາວຫນຸ່ມ ຫວຽດນາມ ທົ່ວໂລກ ຄັ້ງທີ 6 ທີ່ຈັດຂຶ້ນຢູ່ຮ່າໂນ້ຍ ດ້ວຍຫົວຂໍ້ວ່າ: “ບັນດານັກປັນຍາຊົນຫວຽດນາມ ໃນທົ່ວໂລກ ປະກອບສ່ວນເຮັດໃຫ້ປະເທດກ້າວເຂົ້າສູ່ສັງກາດໃໝ່”. ກ່ອນເຫດການ, ຜູ້ແທນຫຼາຍທ່ານໄດ້ແບ່ງປັນກັບວາລະສານ ຍຸກສະໄໝ ບັນດາຂໍ້ສະເໜີຢ່າງແທດຈິງເພື່ອປະກອບສ່ວນເຂົ້າໃນການພັດທະນາແບບຍືນຍົງຂອງຫວຽດນາມ.
ຍສໝ - ຕອນບ່າຍວັນທີ 17 ກໍລະກົດ, ທີ່ການປະຊຸມຂ່າວປະຈຳຂອງກະຊວງການຕ່າງປະເທດ, ທ່ານນາງ ໂຄສົກກະ ຊວງການຕ່າງປະເທດ ຟ້່າມທູຮັ່ງ ແຈ້ງວ່າ: ພິທີສະເຫຼີມສະຫຼອງ 80 ປີແຫ່ງວັນຊາດ ວັນທີ 2 ກັນຍາ ແມ່ນໂອກາດເພື່ອໃຫ້ຫວຽດນາມ ແລະ ບັນດາເພື່ອນມິດສາກົນເຊີດຊູບັນດາຄຸນຄ່າແບບຍືນຍົງຂອງເອກະລາດ ແລະ ເສລີພາບ.
ຍສໝ - ວັນທີ 16 ກໍລະກົດ, ຄ້າຍພັກແລ້ງຫວຽດນາມ 2025 ໄດ້ໄຂຂຶ້ນຢ່າງເປັນທາງການຢູ່ ດັກລັກ. ຄ້າຍພັກແລ້ງ ແມ່ນເຫດການປະຈຳປີໂດຍຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ສົມທົບກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຈັດຕັ້ງ ເພື່ອສ້າງໂອກາດໃຫ້ລຸ້ນໜຸ່ມຊາວຫວຽດນາມ ອາໄສຢູ່ຕ່າງປະເທດຮ່ຳຮຽນກ່ຽວກັບກົກເຄົ້າເຫງົ້າກໍ ແລະ ເຊື່ອມຕໍ່ບ້ານເກີດເມືອງນອນ.
ຍສໝ - ວັນທີ 15 ກໍລະກົດ, ຢູ່ນະຄອນ ໂຮ່ຈີມິນ ໄດ້ດຳເນີນລາຍການ “ສ້າງອະນາຄົດຮ່ວມກັນ: ເຊື່ອມຕໍ່ວິສາຫະກິດໃຫຍ່, ບໍລິສັດເລີ່ມສ້າງຕົວ ແລະ ປະຊາຄົມ”, ດ້ວຍການເຂົ້າຮ່ວມຂອງຜູ້ຕາງຫນ້າວິສາຫະກິດໃຫຍ່ ແລະ , ບໍລິສັດເລີ່ມສ້າງຕົວ (startup) ເກືອບ 150 ແຫ່ງຂອງຫວຽດນາມ ແລະສິງກະໂປ.
ຍສໝ - ງານມະໂຫລານ “ຮ້ອງເພງມິດຕະພາບຫວຽດນາມ - ລາວ” ຄັ້ງທີ 6 ໃນປີ 2025 ໄດ້ຂ່ຳນັບຮັບຕ້ອນສະເຫຼີມສະຫຼອງ 80 ປີແຫ່ງວັນຊາດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ແລະ 50 ປີແຫ່ງວັນຊາດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຕ້ອນຮັບກອງປະຊຸມໃຫຍ່ຂອງພັກທຸກຂັ້ນ ມຸ່ງໄປເຖິງກອງປະຊຸມໃຫຍ່ຂອງພັກຄັ້ງທີ 14, ຕ້ອນຮັບກອງປະຊຸມຄະນະຜູ້ແທນສະມາຄົມມິດຕະພາບຫວຽດນາມ - ລາວ ແຂວງ ດົ່ງນາຍ ຄັ້ງທີ 4 ພາຍຫຼັງການສົມທົບ.
ຍສໝ - ທ່ານນາງ Beth Bechdol, ຮອງຜູ້ອຳນວຍການໃຫຍ່ FAO ໃຫ້ຂໍ້ສັງເກດວ່າ, OCOP ຂອງ ຫວຽດນາມ ບໍ່ພຽງແຕ່ຊ່ວຍຫັນຜະລິດຕະພັນກະສິກຳຂອງທ້ອງຖິ່ນເປັນຫຼາຍຮູບຫຼາຍແບບ
ຍສໝ - ທີ່ໂຄງການແລກປ່ຽນໂດຍສະມາຄົມມິດຕະພາບປະຊາຊົນກວາງຊີ (ຈີນ) ສົມທົບກັບສູນວັດທະນະທຳຈີນ ຢູ່ຮ່າໂນ້ຍ ໃນວັນທີ 16 ກໍລະກົດ, ນັກສຶກສາຫວຽດນາມ ຫຼາຍຄົນທີ່ໄປຮຽນຢູ່ກວາງຊີ ໄດ້ແບ່ງປັນປະສົບການ ແລະ ໃຫ້ຄຳເຫັນກ່ຽວກັບການເປີດກ້ວາງທຶນສຶກສາ, ເພີ່ມທະວີສາຍພົວພັນອະດີດນັກສຶກສາ ແລະ ຊຸກຍູ້ການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງບັນດາທ້ອງຖິ່ນຫວຽດນາມ ແລະ ກວາງຊີ.
ຍສໝ - ວັນທີ 16 ກໍລະກົດນີ້, ໂຄງການ "ການເຊື່ອມຕໍ່ໄທ” ຢູ່ ຮືງອຽນ (Thai Connect in Hung Yen 2025) ໄດ້ໄຂເປີດໂດຍມີການເຂົ້າຮ່ວມຂອງຮ້ານວາງສະແດງ20 ກວ່າແຫ່ງມາຈາກບັນດາວິສາຫະກິດໄທ, ໄດ້ດຶງດູດປະຊາຊົນທ້ອງຖິ່ນເປັນຈຳນວນຫຼວງຫຼາຍມາຢ້ຽມຢາມ ແລະ ປະສົບກັບການຜະລິດຕະພັນອຸປະໂພກບໍລິໂພກ, ພ້ອມທັງເປີດກາລະໂອກາດເພີ່ມທະວີການເຊື່ອມຕໍ່ລະຫວ່າງປະຊາຄົມວິສາຫະກິດຂອງສອງປະເທດ.
ຍສໝ - ອົງການ UNESCO ໄດ້ຮັບຮອງເອົາການປັບປຸງເຂດແດນມໍລະດົກທຳມະຊາດໂລກ, ເຊື່ອມຕໍ່ປ່າສະຫງວນແຫ່ງຊາດ ຟອງຍາ- ແກບາງ (ຫວຽດນາມ) ແລະ ປ່າສະຫງວນແຫ່ງຊາດ ຫີນນຳໂນ (ລາວ) ຢ່າງເປັນທາງການ, ກາຍເປັນມໍລະດົກໂລກຂ້າມຊາຍແດນແຫ່ງທຳອິດລະຫວ່າງສອງປະເທດ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 236 ປີແຫ່ງວັນຊາດ ສາທາລະນະລັດ ຝຣັ່ງ (14 ກໍລະກົດ 1789 – 14 ກໍລະກົດ 2025), ກົງສຸນໃຫຍ່ ຝຣັ່ງ ປະຈຳ ນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງໃນຕອນເຊົ້າວັນ 14 ກໍລະກົດ. ທີ່ພິທີ, ຜູ້ຕ່າງໜ້າການນຳນະຄອນ ໂຮ່ຈີມິນ ຢືນຢັນບົດບາດບຸກເບີກໃນການຊຸກຍູ້ການພົວພັນຫວຽດນາມ - ຝຣັ່ງ ແລະ ໃຫ້ຄຳໝັ້ນສັນຍາຈະພ້ອມກັບ ຝລັ່ງ ໃນຫຼາຍຂົງເຂດຮ່ວມມືຍຸດທະສາດ.
ຍສໝ - ວັນທີ 15 ກໍລະກົດນີ້, ຢູ່ຮ່າໂນ້ຍ, ສະມາຄົມມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ບຣາຊິນ ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ 3 ອາຍຸການ 2025-2030. ທ່ານ ຫງວຽນຮ່ວາງຮ້ຽບ, ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ຮັບເລືອກຕັ້ງເປັນປະທານສະມາຄົມອາຍຸການໃໝ່.