ລະດົມຄຳເຫັນຈາກປະຊາຊົນ ເຂົ້າໃນຮ່າງບົດລາຍງານການເມືອງ ທີ່ຈະສະເໜີຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI

13:07 | 08/05/2026

ຍສໝ - ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI, ອາຍຸການ 2026 - 2031 ຈະຈັດຂຶ້ນແຕ່ວັນທີ 11 ພຶດສະພາ ຫາວັນທີ 13 ພຶດສະພາ 2026 ຢູ່ທີ່ນະຄອນຫຼວງ ຮ່າໂນ້ຍ. ນີ້ແມ່ນເຫດການການເມືອງ - ສັງຄົມ ທີ່ມີຄວາມໝາຍສຳຄັນ ເຊິ່ງຈັດຂຶ້ນໃນທັນທີ ພາຍຫຼັງຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກ ແລະ ການເລືອກຕັ້ງຜູ້ແທນສະພາແຫ່ງຊາດ ສະໄໝທີ XVI, ສະພາປະຊາຊົນທຸກຂັ້ນ ອາຍຸການ 2026 - 2031.

ກອງປະຊຸມຄັ້ງທີ 7 ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ສະໄໝທີ X: ເປັນເອກະພາບດ້ານເນື້ອໃນກອງປະຊຸມໃຫຍ່ ຄັ້ງທີ XI, ຕົກລົງເຫັນດີແຕ່ງຕັ້ງຮອງປະທານ 3 ທ່ານ
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI ຄາດວ່າຈະຈັດຂຶ້ນແຕ່ວັນທີ 11-13 ພຶດສະພາ 2026
ລະດົມຄຳເຫັນຈາກປະຊາຊົນ ເຂົ້າໃນຮ່າງບົດລາຍງານການເມືອງ ທີ່ຈະສະເໜີຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI
ຮູບໂຄສະນາ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI, ອາຍຸການ 2026-2031 ຂອງທ່ານຈິດຕະກອນ ຮ່າຮຸຍເຈືອງ (Hà Huy Chương). (ແຫຼ່ງຂໍ້ມູນ: MTTQ ຫວຽດນາມ)

ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໃຫ້ກຽດ ແລະ ມີຄວາມມຸ່ງຫວັງຢາກໄດ້ຮັບຫຼາຍຄຳເຫັນອັນລ້ຳຄ່າ ແລະ ອອກມາຈາກໃຈ ຂອງທົ່ວປວງຊົນທັງຊາດ ຕໍ່ກັບຮ່າງບົດລາຍງານການເມືອງ ທີ່ຈະສະເໜີຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI, ອາຍຸການ 2026 - 2031.

ຮ່າງບົດລາຍງານການເມືອງ ໄດ້ຮັບການລົງຜ່ານທາງເວັບໄຊ (website) ຂອງຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຕາມທີ່ຢູ່: http://www.mattran.org.vn, ເວັບໄຊຂອງໜັງສືພິມ ດ້າຍດ່ວານເກັດ (Báo Đại đoàn kết), ເວັບໄຊຂອງສູນກາງບັນດາອົງການຈັດຕັ້ງສະມາຊິກ ຂອງແນວໂຮມປະເທດຊາດ ຫວຽດນາມ.

ໄລຍະເວລາໃນການຂໍຄຳເຫັນປະກອບສ່ວນ ຕໍ່ກັບຮ່າງບົດລາຍງານການເມືອງ ແມ່ນຮອດໝົດວັນທີ 22 ເມສາ 2026. ຄຳເຫັນປະກອບສ່ວນ ກະລຸນາສົ່ງມາທີ່ ອົງການຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ເລກທີ 107 ກວານແທັ່ງ (Quán Thánh), ເມືອງ ບາດິ່ງ (Ba Đình), ນະຄອນ ຮ່າໂນ້ຍ. Email: [email protected].

ຂໍສະແດງຄວາມຂອບໃຈຢ່າງຈິງໃຈ!

ເນື້ອໃນທັງໝົດຂອງຮ່າງບົດລາຍງານການເມືອງ ທີ່ຈະສະເໜີຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI, ອາຍຸການ 2026 - 2031

ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸຍແທ໋ງເຊີນ ເຂົ້າຮ່ວມ IPMF ຄັ້ງທີ 3, AEMM ຄັ້ງທີ 24, ຢ້ຽມຢາມ ແລະ ເຮັດວຽກທີ່ ແບຣນຊິກ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸຍແທ໋ງເຊີນ ເຂົ້າຮ່ວມ IPMF ຄັ້ງທີ 3, AEMM ຄັ້ງທີ 24, ຢ້ຽມຢາມ ແລະ ເຮັດວຽກທີ່ ແບຣນຊິກ

ຍສໝ - ລີ່ມແຕ່ວັນທີ 31 ມັງກອນ - 02 ກຸມພາ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸຍແທ໋ງເຊີນ ຈະເຂົ້າຮ່ວມ ເວທີປາໄສຂັ້ນລັດຖະມົນຕີ ພາກພຶ້ນມະຫາສະໝຸດອິນເດຍ - ປາຊີຟິກ (IPMF) ຄັ້ງທີ 3 ແລະ ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ - ເອີຣົບ (AEMM) ...

ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ເຄື່ອນໄຫວຊີ້ນຳວຽກງານກະກຽມ ເຜີຍແຜ່ ຜົນສຳເລັດກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ຢູ່ແຂວງຈຳປາສັກ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ເຄື່ອນໄຫວຊີ້ນຳວຽກງານກະກຽມ ເຜີຍແຜ່ ຜົນສຳເລັດກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ຢູ່ແຂວງຈຳປາສັກ

ທ່ານ ພົນໂທ ວິໄລ ຫລ້າຄຳຟອງ ກຳມະການກົມການເມືອງ ສູນກາງພັກ, ລັດຖະມົນຕີກະຊວງ ປ້ອງກັນຄວາມສະຫງົບ ໄດ້ເຄື່ອນໄຫວຊີ້ນຳວຽກງານ ກະກຽມເຜີຍແຜ່ ຜົນສຳເລັດ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ປະຊາຊົນ ປະຕິວັດລາວ ຢູ່ແຂວງຈຳປາສັກ, ໃນວັນທີ 19 ເມສາ 2021, ທີ່ສຳນັກງານຫ້ອງວ່າການ ແຂວງຈຳປາສັກ, ໂດຍການຕ້ອນຮັບຂອງ ...

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ
ອ່ານຫຼາຍທີ່ສຸດ