ກອງປະຊຸມຄັ້ງທີ 7 ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ສະໄໝທີ X: ເປັນເອກະພາບດ້ານເນື້ອໃນກອງປະຊຸມໃຫຍ່ ຄັ້ງທີ XI, ຕົກລົງເຫັນດີແຕ່ງຕັ້ງຮອງປະທານ 3 ທ່ານ

13:02 | 08/05/2026

ຍສໝ - ວັນທີ 12 ເມສາ ຢູ່ ຮ່າໂນ້ຍ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ສະໄໝທີ X ໄດ້ຈັດກອງປະຊຸມຄັ້ງທີ 7 ເພື່ອສົນທະນາ, ປະກອບຄຳເຫັນໃສ່ບາງເນື້ອໃນວຽກງານຕາມຂອບເຂດສິດ, ຈຸດສຸມແມ່ນວຽກງານຫັນກຽມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI, ອາຍຸການ 2026-2031.

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI ຄາດວ່າຈະຈັດຂຶ້ນແຕ່ວັນທີ 11-13 ພຶດສະພາ 2026
ປະກາດລາຍຊື່ກຳມະການສູນກາງພັກກອມມູນິດ ຫວຽດນາມ ສະໄໝທີ XIV ຈຳນວນ 200 ສະຫາຍ

ໂດຍເຂົ້າຮ່ວມກອງປະຊຸມມີທ່ານນາງ ບຸຍທິມິງຮວ່າຍ (Bùi Thị Minh Hoài), ກຳມະການກົມການເມືອງ, ເລຂາສູນກາງພັກ, ເລຂາຄະນະພັກແນວໂຮມປະເທດຊາດ, ບັນດາອົງການຈັດຕັ້ງມະຫາຊົນສູນກາງ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ; ບັນດາກຳມະການສູນກາງພັກ ທີ່ເປັນກຳມະການຄະນະປະທານ, ກຳມະການຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ; ຕົວແທນການນຳສູນກາງບັນດາອົງການຈັດຕັ້ງການເມືອງ - ສັງຄົມ; ການນຳລະດັບກົມ ຂອງບັນດາອົງການສູນກາງທີ່ຕິດຕາມຂົງເຂດ...

ຕົກລົງເຫັນດີແຕ່ງຕັ້ງຮອງປະທານ 3 ທ່ານ, ປັບປຸງກົງຈັກຄະນະປະຈຳໃຫ້ສົມບູນ

ຕາມຂໍ້ມູນຈາກແນວໂຮມປະເທດຊາດ ຫວຽດນາມ, ກ່າວປາໄສໄຂກອງປະຊຸມ, ທ່ານນາງປະທານ ບຸຍທິມິງຮວ່າຍ ໃຫ້ຮູ້ວ່າ, ຄະນະກຳມະການສູນກາງສຸມໃສ່ພິຈາລະນາ, ປະກອບຄຳເຫັນໃສ່ບັນດາຮ່າງເອກະສານທີ່ຈະສະເໜີຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI, ອາຍຸການ 2026 - 2031 ດ້ວຍບັນດາເນື້ອໃນ: ຮ່າງບົດລາຍງານການເມືອງທີ່ຈະສະເໜີຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI, ອາຍຸການ 2026 - 2031; ຮ່າງບົດລາຍງານສຳຫຼວດກວດກາການເຄື່ອນໄຫວຂອງຄະນະກຳມະການສູນກາງ, ຄະນະປະທານ ແລະ ຄະນະປະຈຳຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ສະໄໝທີ X; ຮ່າງລາຍການກອງປະຊຸມໃຫຍ່; ຮ່າງລະບຽບການຂອງກອງປະຊຸມໃຫຍ່; ຮ່າງກົດລະບຽບແນວໂຮມປະເທດຊາດ ຫວຽດນາມ ສະບັບປັບປຸງ, ເພີ່ມເຕີມ; ແຜນການບຸກທະລາກອນ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ສະໄໝທີ XI. ພ້ອມກັນນັ້ນ, ແມ່ນຕົກລົງເຫັນດີແຕ່ງຕັ້ງບຸກທະລາກອນເຂົ້າຮ່ວມຄະນະກຳມະການສູນກາງ, ຄະນະປະທານ, ຄະນະປະຈຳ ແລະ ດຳລົງບັນດາຕຳແໜ່ງຮອງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ສະໄໝທີ X, ອາຍຸການ 2024-2029.

ກອງປະຊຸມຄັ້ງທີ 7 ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ສະໄໝທີ X: ເປັນເອກະພາບດ້ານເນື້ອໃນກອງປະຊຸມໃຫຍ່ ຄັ້ງທີ XI, ຕົກລົງເຫັນດີແຕ່ງຕັ້ງຮອງປະທານ 3 ທ່ານ
ກອງປະຊຸມຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ 7 ສະໄໝທີ X. (ພາບ: ກວາງວິງ)

ທ່ານນາງ ບຸຍທິມິງຮວ່າຍ (Bùi Thị Minh Hoài) ຊີ້ແຈ້ງວ່າ, ໃນໄລຍະຜ່ານມາ, ແນວໂຮມປະເທດຊາດ ຫວຽດນາມ ໄດ້ຕັ້ງໜ້າເຂົ້າຮ່ວມບັນດາໜ້າທີ່ສຳຄັນຂອງປະເທດຊາດ ເຊັ່ນ: ການປະກອບຄຳເຫັນໃສ່ບັນດາຮ່າງເອກະສານທີ່ຈະສະເໜີຕໍ່ກອງປະຊຸມໃຫຍ່ຂອງພັກທຸກຂັ້ນ ແລະ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກ; ສືບຕໍ່ຊຸກຍູ້ບັນດາການເຄື່ອນໄຫວຕິດຕາມກວດກາ, ວິຈານສັງຄົມ, ກຳແໜ້ນສະພາບການຂອງປະຊາຊົນ, ສະທ້ອນໃຫ້ທັນການເຖິງຄວາມມຸ່ງມາດປາດຖະໜາຂອງປະຊາຊົນຕໍ່ກັບພັກ ແລະ ລັດ. ໂດຍສະເພາະ, ແນວໂຮມປະເທດຊາດ ຫວຽດນາມ ໄດ້ຕັ້ງໜ້າເຂົ້າຮ່ວມ ແລະ ປະກອບສ່ວນເຂົ້າໃນຜົນສຳເລັດຂອງການເລືອກຕັ້ງຜູ້ແທນສະພາແຫ່ງຊາດ ສະໄໝທີ XVI ແລະ ການເລືອກຕັ້ງຜູ້ແທນສະພາປະຊາຊົນທຸກຂັ້ນ ອາຍຸການ 2026-2031 ດ້ວຍອັດຕາສ່ວນຜູ້ມີສິດເລືອກຕັ້ງໄປປ່ອນບັດບັນລຸ 99,7%, ສູງທີ່ສຸດຜ່ານບັນດາຄັ້ງການເລືອກຕັ້ງແຕ່ກ່ອນຈົນຮອດປັດຈຸບັນ.

ໃນກອງປະຊຸມ, 100% ຂອງຜູ້ແທນໄດ້ລົງຄະແນນສຽງຜ່ານເນື້ອໃນບົດສະເໜີ ກ່ຽວກັບການຕົກລົງເຫັນດີແຕ່ງຕັ້ງບຸກທະລາກອນເຂົ້າຮ່ວມຄະນະກຳມະການ, ຄະນະປະທານ ແລະ ດຳລົງຕຳແໜ່ງຮອງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ສະໄໝທີ X, ອາຍຸການ 2024 - 2029.

ມາຮອດປັດຈຸບັນ, ຄະນະປະຈຳຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ປະກອບມີ 9 ທ່ານ, ຮັບປະກັນໂຄງປະກອບຕາມກົດລະບຽບ ແລະ ເໝາະສົມກັບຮູບແບບການຈັດຕັ້ງໃໝ່.

ສະເໜີການປ່ຽນແປງໃໝ່ຈິນຕະນາການ, ຊຸກຍູ້ການຫັນເປັນດີຈີຕອນ

ໃນກອງປະຊຸມ, ທ່ານຮອງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຮວ່າງກົງທຸຍ (Hoàng Công Thủy) ໄດ້ສະເໜີບັນດາບົດສະເໜີລາຍງານ, ຂໍຄຳເຫັນຕໍ່ກັບ: ຮ່າງບົດລາຍງານການເມືອງທີ່ຈະສະເໜີຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI, ອາຍຸການ 2026 - 2031; ຮ່າງບົດລາຍງານສຳຫຼວດກວດກາການເຄື່ອນໄຫວຂອງຄະນະກຳມະການສູນກາງ, ຄະນະປະທານ ແລະ ຄະນະປະຈຳຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ສະໄໝທີ X; ຮ່າງລາຍການກອງປະຊຸມໃຫຍ່; ຮ່າງລະບຽບການຂອງກອງປະຊຸມໃຫຍ່.

ທ່ານນາງຮອງປະທານ - ເລຂາໃຫຍ່ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຮ່າທິຫງາ (Hà Thị Nga) ໄດ້ສະເໜີບັນດາບົດສະເໜີລາຍງານຂໍຄຳເຫັນໃສ່ເນື້ອໃນຂອງ ຮ່າງກົດລະບຽບແນວໂຮມປະເທດຊາດ ຫວຽດນາມ ສະບັບປັບປຸງ, ເພີ່ມເຕີມ; ແຜນການບຸກທະລາກອນ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ສະໄໝທີ XI.

ກອງປະຊຸມຄັ້ງທີ 7 ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ສະໄໝທີ X: ເປັນເອກະພາບດ້ານເນື້ອໃນກອງປະຊຸມໃຫຍ່ ຄັ້ງທີ XI, ຕົກລົງເຫັນດີແຕ່ງຕັ້ງຮອງປະທານ 3 ທ່ານ
ທ່ານນາງ ຫງວຽນທິຢວານ (Nguyễn Thị Doan), ອະດີດຮອງປະທານປະເທດ, ຮອງປະທານບໍ່ປະຈຳການຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ປະທານສະມາຄົມສົ່ງເສີມການສຶກສາ ຫວຽດນາມ ກ່າວປາໄສໃນກອງປະຊຸມ. (ພາບ: ກວາງວິງ)

ບັນດາຄຳເຫັນໃນກອງປະຊຸມໄດ້ເປັນເອກະພາບຕີລາຄາວ່າ ຮ່າງບົດລາຍງານການເມືອງໄດ້ຕິດຕາມຢ່າງໃກ້ຊິດກັບບັນດາມະຕິຂອງພັກ, ໄດ້ຮັບການຫັນກຽມຢ່າງລະອຽດລະອໍ, ສະແດງໃຫ້ເຫັນແນວທາງການກຳນົດເອົາປະຊາຊົນເປັນໃຈກາງ ແລະ ຫັນເປັນລາຍລະອຽດດ້ວຍບັນດາແຜນງານເຄື່ອນໄຫວ, ໃນນັ້ນມີເນື້ອໃນກ່ຽວກັບການພັດທະນາວິທະຍາສາດເຕັກໂນໂລຊີ, ການປ່ຽນແປງໃໝ່ປະດິດສ້າງ ແລະ ການຫັນເປັນດີຈີຕອນ.

ຫຼາຍຄຳເຫັນໄດ້ສະເໜີໃຫ້ເພີ່ມເຕີມຂອດບຸກທະລຸດ້ານຈິນຕະນາການ, ເຮັດໃຫ້ແຈ້ງຂຶ້ນຕື່ມກ່ຽວກັບຕຳແໜ່ງ ແລະ ບົດບາດຂອງແນວໂຮມປະເທດຊາດ ຫວຽດນາມ ໃນສະພາບການໃໝ່, ທັງເນັ້ນໜັກເຖິງຄວາມຮຽກຮ້ອງຕ້ອງການໃນການປ່ຽນແປງໃໝ່ວິທີການເຄື່ອນໄຫວຕາມທິດທາງຫັນຈາກການຄຸ້ມຄອງບໍລິຫານ ໄປສູ່ການສ້າງສັນ, ການບໍລິຫານທີ່ທັນສະໄໝ, ຍົກສູງປະສິດທິຜົນການເຕົ້າໂຮມ ແລະ ປັບປຸງກຸ່ມມະຫາສາມັກຄີທົ່ວປວງຊົນທັງຊາດ.

ບັນດາຜູ້ແທນຍັງໄດ້ສະເໜີໃຫ້ຊຸກຍູ້ການຫັນເປັນດີຈີຕອນໃນທົ່ວລະບົບ, ເສີມຂະຫຍາຍປະສິດທິຜົນຂອງ "ປະຕູແນວໂຮມດີຈີຕອນ", ນຳໃຊ້ສື່ສັງຄົມອອນລາຍເພື່ອເພີ່ມທະວີການພົບປະແບບສອງທາງ, ສ້າງເງື່ອນໄຂໃຫ້ປະຊາຊົນໄດ້ສະທ້ອນ ແລະ ສະເໜີຄຳຄິດເຫັນຢ່າງສະດວກ, ໂດຍສະເພາະແມ່ນຢູ່ຂັ້ນຮາກຖານ; ຄົ້ນຄວ້າເພີ່ມເຕີມຕົວຊີ້ບອກລະອຽດກ່ຽວກັບການນຳໃຊ້ພື້ນຖານໂຄງລ່າງດີຈີຕອນຢູ່ຂັ້ນຕາແສງ.

ຫຼາຍຄຳເຫັນສະເໜີວ່າ, ສຳລັບໝາກຜົນວຽກງານແນວໂຮມໄລຍະ 2024-2026 ຈຳເປັນຕ້ອງເພີ່ມເຕີມຂໍ້ມູນກ່ຽວກັບເດັກນ້ອຍເຂົ້າໃນສະພາບການຂອງປະຊາຊົນ; ຕີລາຄາໝາກຜົນຂອງຊາວກສິກອນ ຫວຽດນາມ ໃນການເພີ່ມທະວີການຮ່ວມມື ແລະ ການເຊື່ອມຕໍ່ຫ່ວງໂສ້; ເນັ້ນໜັກໝາກຜົນການປະຕິບັດແຜນງານການຜະລິດທີ່ຕິດພັນກັບການພັດທະນາລະບົບນິເວດ ແລະ ເປັນມິດຕໍ່ສິ່ງແວດລ້ອມ...

ໃນທິດທາງອາຍຸການ 2026-2031, ຜູ້ແທນສະເໜີວ່າຈຳເປັນຕ້ອງຄົ້ນຄວ້າເພີ່ມເຕີມຂອດບຸກທະລຸດ້ານຈິນຕະນາການ; ໃນການສ້າງຕົວຊີ້ບອກ ແລະ ບັນດານຳພາໜ້າທີ່, ວິທີການແກ້ໄຂທີ່ກ່ຽວຂ້ອງ ຈຳເປັນຕ້ອງສະແດງໃຫ້ເຫັນຢ່າງຄົບຖ້ວນເຖິງບົດບາດຂອງບັນດາອົງການຈັດຕັ້ງສະມາຊິກຂອງແນວໂຮມປະເທດຊາດ; ທັງຍົກອອກຕົວຊີ້ບອກກ່ຽວກັບການສ້າງຕັ້ງໜ້າສື່ສັງຄົມອອນລາຍຂອງແນວໂຮມປະເທດຊາດ ຫວຽດນາມ ຂັ້ນຕາແສງ; ຄົ້ນຄວ້າແຜນງານເຄື່ອນໄຫວເຂົ້າຮ່ວມການພັດທະນາເສດຖະກິດ - ສັງຄົມ, ໃນນັ້ນໃຫ້ຄວາມສົນໃຈເຖິງການປະຕິບັດການປະຢັດມັດທະຍັດ ຕ້ານການຟຸ່ມເຟືອຍ.

ບັນດາຜູ້ແທນຍັງໄດ້ສະເໜີວິທີການແກ້ໄຂກ່ຽວກັບການສ້າງສາລັດ; ວິທີການແກ້ໄຂໃນວຽກງານການຕ່າງປະເທດຈຳເປັນຕ້ອງສອດຄ່ອງກັບສະພາບການໂລກໃນປັດຈຸບັນ; ເພີ່ມເຕີມເນື້ອໃນການປ່ຽນແປງໃໝ່ວິທີການເຄື່ອນໄຫວ ຫັນຈາກການຄຸ້ມຄອງບໍລິຫານ ໄປສູ່ການສ້າງສັນ, ການບໍລິຫານທີ່ທັນສະໄໝ ຢູ່ທີ່ແຜນງານເຄື່ອນໄຫວທີ 7.

ກອງປະຊຸມພື້ນຖານແມ່ນເຫັນດີເປັນເອກະພາບກັບຮ່າງກົດລະບຽບແນວໂຮມປະເທດຊາດ ຫວຽດນາມ ສະບັບປັບປຸງ ແລະ ເພີ່ມເຕີມ; ສະເໜີໃຫ້ເຮັດໃຫ້ແຈ້ງຂຶ້ນຕື່ມກ່ຽວກັບຕຳແໜ່ງທາງດ້ານນິຕິກຳຂອງສະພາທີ່ປຶກສາ ແມ່ນຊ່ວຍວຽກຄະນະກຳມະການ, ຄະນະປະທານ ແລະ ຄະນະປະຈຳຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ.

ກອງປະຊຸມພື້ນຖານແມ່ນເຫັນດີເປັນເອກະພາບກັບແຜນການບຸກທະລາກອນ ແລະ ລາຍຊື່ບຸກທະລາກອນທີ່ໄດ້ຮັບການແນະນຳໃຫ້ເຂົ້າຮ່ວມຄະນະກຳມະການ, ຄະນະປະທານ ແລະ ຄະນະປະຈຳຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ສະໄໝທີ XI. ມອບໃຫ້ຄະນະປະຈຳສືບຕໍ່ກວດກາຄືນເພື່ອຮັບປະກັນຄວາມຖືກຕ້ອງຂອງຂໍ້ມູນບຸກທະລາກອນທີ່ໄດ້ຮັບການແນະນຳ; ເປັນເຈົ້າການປະສານສົມທົບກັບບັນດາອົງການ, ອົງການຈັດຕັ້ງ ແລະ ທ້ອງຖິ່ນ ເພື່ອແນະນຳບຸກທະລາກອນທີ່ລະອຽດ ແລະ ເໝາະສົມ, ຮັບປະກັນຄວາມຮຽກຮ້ອງຕ້ອງການຫາກມີການປ່ຽນແປງ.

ກອງປະຊຸມຄັ້ງທີ 7 ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ສະໄໝທີ X: ເປັນເອກະພາບດ້ານເນື້ອໃນກອງປະຊຸມໃຫຍ່ ຄັ້ງທີ XI, ຕົກລົງເຫັນດີແຕ່ງຕັ້ງຮອງປະທານ 3 ທ່ານ
ທ່ານນາງ ບຸຍທິມິງຮວ່າຍ (Bùi Thị Minh Hoài), ກຳມະການກົມການເມືອງ, ເລຂາສູນກາງພັກ, ເລຂາຄະນະພັກແນວໂຮມປະເທດຊາດ, ບັນດາອົງການຈັດຕັ້ງມະຫາຊົນສູນກາງ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ກ່າວປາໄສປິດກອງປະຊຸມ. (ພາບ: ກວາງວິງ)

ກ່າວປາໄສປິດກອງປະຊຸມ, ທ່ານນາງປະທານ ບຸຍທິມິງຮວ່າຍ (Bùi Thị Minh Hoài) ໃຫ້ຮູ້ວ່າ, ກອງປະຊຸມໄດ້ສຳເລັດທຸກເນື້ອໃນລາຍການທີ່ວາງໄວ້ ດ້ວຍຈິດໃຈປະຊາທິປະໄຕ, ຄວາມຮັບຜິດຊອບ ແລະ ມີຄວາມເປັນເອກະພາບສູງ. ຫຼາຍຄຳເຫັນທີ່ອອກມາຈາກໃຈ ໄດ້ປະກອບສ່ວນເຮັດໃຫ້ແຈ້ງຂຶ້ນຕື່ມກ່ຽວກັບໝາກຜົນ, ຂໍ້ຈຳກັດ, ບົດຮຽນປະສົບການໃນວຽກງານແນວໂຮມ, ທັງໄດ້ສະເໜີບັນດານຳພາໜ້າທີ່, ວິທີການແກ້ໄຂຈຸດສຸມສຳລັບອາຍຸການຕໍ່ໜ້າ.

ໂດຍເນັ້ນໜັກເຖິງຄວາມໝາຍຂອງໄລຍະເວລາປັດຈຸບັນ ໃນຂະນະທີ່ປະເທດຊາດພວມຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ແລະ ກ້າວເຂົ້າສູ່ອາຍຸການໃໝ່ຂອງສະພາແຫ່ງຊາດ, ທ່ານນາງປະທານ ບຸຍທິມິງຮວ່າຍ ຢືນຢັນທັດສະນະທີ່ສະເໝີຕົ້ນສະເໝີປາຍແມ່ນ "ປະຊາຊົນແມ່ນຮາກຖານ", ເປົ້າໝາຍສູງສຸດແມ່ນເພື່ອໃຫ້ປະຊາຊົນໄດ້ຊົມໃຊ້ໝາກຜົນແຫ່ງການພັດທະນາ.

ທ່ານນາງຢືນຢັນວ່າ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI ແມ່ນເຫດການການເມືອງທີ່ມີຄວາມໝາຍອັນໃຫຍ່ຫຼວງ, ແມ່ນກອງປະຊຸມໃຫຍ່ຄັ້ງທຳອິດທີ່ວາງໜ້າທີ່ຍຸດທະສາດຂອງທັງລະບົບແນວໂຮມ ແຕ່ສູນກາງລົງຮອດຮາກຖານ ຕາມຮູບແບບກົງຈັກການຈັດຕັ້ງໃໝ່, ສືບຕໍ່ສ້າງສາ, ປັບປຸງກົງຈັກການຈັດຕັ້ງຂອງລະບົບການເມືອງຕາມທິດທາງໃຫ້ກະທັດຮັດ, ເຂັ້ມແຂງ, ຮັບປະກັນສະມັດຖະພາບ, ສັກສີ ແລະ ປະສິດທິຜົນ, ປະກອບສ່ວນເຂົ້າໃນຂະບວນການສ້າງສາ ແລະ ພັດທະນາປະເທດຊາດໃນຍຸກສະໄໝໃໝ່. ທ່ານນາງໃຫ້ຮູ້ວ່າ ການຮັບປະກັນຈັດຕັ້ງກອງປະຊຸມໃຫຍ່ ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI ໃຫ້ປະສົບຜົນສຳເລັດ ແມ່ນໜ້າທີ່ການເມືອງຈຸດສຸມ, ແມ່ນຄວາມຮັບຜິດຊອບ ແລະ ຄວາມຮູ້ສຶກຂອງແນວໂຮມ ທີ່ມີຕໍ່ພາລະກິດມະຫາສາມັກຄີທົ່ວປວງຊົນທັງຊາດ, ຕອບສະໜອງຄວາມເຊື່ອໝັ້ນ ແລະ ຄວາມມຸ່ງຫວັງຂອງພັກ, ລັດ ແລະ ປະຊາຊົນ.

ຫວຽດນາມ ເຂົ້າຮ່ວມເວທີປຶກສາຫາລືສາກົນ ການສົນທະນາ ເຢເຣວານ 2026 ຢູ່ Armenia ຫວຽດນາມ ເຂົ້າຮ່ວມເວທີປຶກສາຫາລືສາກົນ ການສົນທະນາ ເຢເຣວານ 2026 ຢູ່ Armenia

ຍສໝ - ໃນລະຫວ່າງວັນທີ 5 ແລະ 6/5, ຫວຽດນາມ ໄດ້ເຂົ້າຮ່ວມເວທີປຶກສາຫາລືສາກົນ ການສົນທະນາ ເຢເຣວານ (Yerevan Dialogue) 2026 ຢູ່ທີ່ນະຄອນຫຼວງ ເຢເຣວານ ຂອງ Armenia. ເວທີປຶກສາຫາລືໄດ້ເຕົ້າໂຮມບັນດານັກການເມືອງ, ນັກວິຊາການ, ຊ່ຽວຊານ ແລະ ຕົວແທນຈາກບັນດາອົງການຈັດຕັ້ງສາກົນຢ່າງຫຼວງຫຼາຍ ແນໃສ່ແລກປ່ຽນກ່ຽວກັບບັນຫາຄວາມໝັ້ນຄົງ, ພູມສາດການເມືອງ, ການເຊື່ອມຕໍ່ພາກພື້ນ ...

ເສີມຂະຫຍາຍບົດບາດຂອງສື່ມວນຊົນປະຕິວັດ - ກຳລັງແນວໜ້າໃນການປົກປັກຮັກສາຮາກຖານແນວຄິດຂອງພັກໃນຍຸກສະໄໝໃໝ່ ເສີມຂະຫຍາຍບົດບາດຂອງສື່ມວນຊົນປະຕິວັດ - ກຳລັງແນວໜ້າໃນການປົກປັກຮັກສາຮາກຖານແນວຄິດຂອງພັກໃນຍຸກສະໄໝໃໝ່

ຍສໝ - ໃນຍຸກສະໄໝແຫ່ງການບືນຕົວຂຶ້ນ, ພ້ອມກັບການຂະຫຍາຍຕົວຢ່າງແຂງແຮງຂອງສື່ສານດີຈີຕອນ, ສື່ມວນຊົນປະຕິວັດ ຫວຽດນາມ ຈຳເປັນຕ້ອງເສີມຂະຫຍາຍບົດບາດເປັນກຳລັງແນວໜ້າ, ແມ່ນອາວຸດທາງດ້ານແນວຄິດທີ່ແຫຼມຄົມຂອງພັກ ແລະ ລັດ ໃນການຕໍ່ສູ້ປ້ອງກັນ, ສະກັດກັ້ນ ແລະ ຕອບໂຕ້ບັນດາຖ້ອຍທຳນອງທີ່ບິດເບືອນຂອງບັນດາກຳລັງປໍລະປັກ.

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ
ອ່ານຫຼາຍທີ່ສຸດ