2 ເດືອນຕົ້ນປີ 2020, ວົງເງິນສົ່ງອອກສິນຄ້າ ຄາດວ່າບັນລຸ 36,92 ຕື້ໂດລາສະຫະລັດ

2 ເດືອນຕົ້ນປີ 2020, ວົງເງິນສົ່ງອອກສິນຄ້າ ຄາດວ່າບັນລຸ 36,92 ຕື້ໂດລາສະຫະລັດ

ຍສໝ - ໄລ່ລວມ 2 ເດືອນ ຕົ້ນປີ 2020, ການນຳເຂົ້າສິນຄ້າຄາດວ່າເກີນດຸນ 176 ລ້ານໂດລາສະຫະລັດ; ໃນນັ້ນ, ຂົງເຂດເສດຖະກິດພາຍໃນປະເທດນຳເຂົ້າເກີນດຸນ 3,94 ຕື້ໂດລາສະຫະລັດ; ຂົງເຂດທີ່ມີເງິນລົງທຶນຕ່າງປະເທດ (ລວມທັງນໍ້າມັນດິບ) ສົ່ງອອກເກີນດຸນ 3,76 ຕື້ໂດລາສະຫະລັດ.

​ໃນໄລຍະແຕ່ ປີ 2020-2030 ສປປ ລາວ  ຈະສາມາດສົ່ງອອກໄຟຟ້າ ປະມານ 20.000 ເມກາວັດ

​ໃນໄລຍະແຕ່ ປີ 2020-2030 ສປປ ລາວ ຈະສາມາດສົ່ງອອກໄຟຟ້າ ປະມານ 20.000 ເມກາວັດ

ໃນໄລຍະແຕ່ ປີ 2020-2030 ສປປ ລາວ ຈະສົ່ງອອກໄຟຟ້າ ໄປຍັງບັນດາປະເທດທີ່ມີຊາຍແດນຕິດຈອດ ແລະ ບັນດາປະເທດກຸ່ມອາຊຽນນໍາກັນ ຄື: ໄທ, ສສ ຫວຽດນາມ, ກໍາປູເຈຍ, ມາເລເຊຍ, ມຽນມາ ແລະ ສິງກາໂປ ເພີ່ມຂຶ້ນປະມານ 20.000 ເມກາວັດ, ໂດຍການເຊື່ອມໂຍງລະບົບສາຍສົ່ງ ລະຫວ່າງ ສປປ ລາວ ແລະ ໄທ ເພື່ອສົ່ງກະແສໄຟຟ້າໄປຍັງປະເທດມາເລເຊຍ ແລະ ເຊື່ອມໂຍງກັບລະບົບສາຍສົ່ງ ຂອງປະເທດມາເລເຊຍ ເພື່ອສົ່ງໄປສິງກະໂປ.

ໂອກາດການສົ່ງອອກນໍ້າຕານຂອງລາວໄປຫວຽດນາມ

ໂອກາດການສົ່ງອອກນໍ້າຕານຂອງລາວໄປຫວຽດນາມ

ຍສໝ - ເລື່ອງປັບປຸງດ້ານໂກຕ້າການນຳເຂົ້ານໍ້າຕານສຳລັບສະມາຊິກອາຊຽນຂອງຫວຽດນາມແມ່ນເຫັນວ່າເປັນໂອກາດທີ່ດີສຳລັບນັກທຸລະກິດຂອງລາວທີ່ຈະສາມາດເຂົ້າເຖິງຕະຫຼາດຫວຽດນາມໄດ້ງ່າຍຂຶ້ນ.

ສປປ ລາວ ຕົກລົງທີ່ຈະເພີ່ມການສົ່ງອອກໄຟຟ້າໄປຫວຽດນາມໃນ 5 ແລະ 10 ປີ ຕໍ່ໄປ

ສປປ ລາວ ຕົກລົງທີ່ຈະເພີ່ມການສົ່ງອອກໄຟຟ້າໄປຫວຽດນາມໃນ 5 ແລະ 10 ປີ ຕໍ່ໄປ

ຍສໝ - ໃນຄວາມເປັນຈິງ, ການສົ່ງອອກກະແສໄຟຟ້າຂອງລາວໄປປະເທດຫວຽດນາມ ມີພຽງແຕ່ປະມານ 300 MW, ຄາດວ່າຈະເພີ່ມຂື້ນເປັນ 1,000 MW ໃນປີ 2020, ຫວັງວ່າຈະເພີ່ມການສົ່ງອອກກະແສໄຟຟ້າໄປຫວຽດນາມເຖິງ 3,000 MW ໃນປີ 2025 ແລະຫຼາຍກ່ວາ 5,000 MW ຮອດປີ 2030.

ວິສາຫະກິດຫວຽດນາມ 31 ແຫ່ງ ສົ່ງອອກກຸ້ງໄປ ອາເມລິກາ ເສຍພາສີໃນອັດຕາ 0%

ວິສາຫະກິດຫວຽດນາມ 31 ແຫ່ງ ສົ່ງອອກກຸ້ງໄປ ອາເມລິກາ ເສຍພາສີໃນອັດຕາ 0%

ຍສໝ - ຕອນບ່າຍວັນທີ 23 ສິງຫາ, ສະມາຄົມ ຜູ້ຜລິດ ແລະ ຜູ້ສົ່ງອອກ ສັດນຳ້ຫວຽດນາມ (VASEP) ໃຫ້ຮູ້ວ່າ, ກະຊວງການຄ້າອາເມລິກາ (DOC) ຫາກໍ່ປະກາດຜົນສະຫຼຸບ ຂອງການກວດກາການບໍລິຫານ ຄັ້ງທີ 13 (POR 13) ກ່ຽວກັບການ ຕ້ານການທຸ້ມຕະຫຼາດ ລາຄາກຸ້ງຂອງຫວຽດນາມ ເຂົ້າສະຫະລັດອາເມລິກາ. ຄືຂ້າງເທິງນັ້ນ, ວິສາຫະກິດຫວຽດນາມ 31 ແຫ່ງ ຈະໄດ້ຮັບການເສຍພາສີພຽງ 0%.

ສປປ ລາວ ບັນລຸມູນຄ່າການນໍາເຂົ້າ ແລະ ສົ່ງອອກ 814,99 ລ້ານໂດລາ​ ໃນ​ເດືອນມິຖຸນາ ​ຜ່ານ​ມາ

ສປປ ລາວ ບັນລຸມູນຄ່າການນໍາເຂົ້າ ແລະ ສົ່ງອອກ 814,99 ລ້ານໂດລາ​ ໃນ​ເດືອນມິຖຸນາ ​ຜ່ານ​ມາ

ອີງ​ຕາມ​ຂໍ້​ມູນ​ຂອງກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກໍາ ແລະ ການຄ້າ ​ແຈ້ງໃຫ້ຮູ້​ວ່າ: ​ໃນເດືອນມິຖຸນາປີ 2019 ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ບັນລຸໄດ້ 814,99 ລ້ານໂດລາສະຫະລັດ; ໃນນັ້ນ, ມູນຄ່າການສົ່ງອອກປະມານ 366,72 ລ້ານໂດລາສະຫະລັດ ແລະ ນໍາເຂົ້າປະມານ 448,27 ລ້ານໂດລາສະຫະລັດ, ຂາດດຸນການຄ້າປະມານ 81,55 ລ້ານໂດລາສະຫາລັດ. ແຕ່ເດືອນ 1-6 ປີ 2019 ມູນຄ່າການນໍາເຂົ້າ ແລະ ສົ່ງອອກທັງໝົດປະມານ 5.469,47 ລ້ານໂດລາສະຫະລັດ ໃນນັ້ນສົ່ງອອກປະມານ 2.743,69 ລ້ານໂດລາສະຫະລັດ ແລະ ນໍາເຂົ້າປະມານ 2.725,77 ລ້ານໂດລາສະຫະລັດ ເກີນດຸນການຄ້າປະມານ 17,92 ລ້ານໂດລາສະຫະລັດ.

ສະຫວັນນະເຂດ ສົ່ງອອກຖ່ານຂາວຫຼາຍທີ່ສຸດ ເປັນອັນດັບຕົ້ນໆຂອງປະເທດ

ສະຫວັນນະເຂດ ສົ່ງອອກຖ່ານຂາວຫຼາຍທີ່ສຸດ ເປັນອັນດັບຕົ້ນໆຂອງປະເທດ

ຫວ່າງແລ້ວນີ້, ຢູ່ທີ່ຫໍວັດທະນະທຳ ໄກສອນ ພົມວິຫານ ແຂວງ ສະຫວັນນະເຂດ. ທ່ານ ສີທົນ ນັນທະລາດ ຫົວໜ້າພະແນກອຸດ ສາຫະກຳ ແລະການຄ້າແຂວງ ໄດ້ລາຍງານກ່ຽວກັບການອະ ນຸຍາດ ແລະການຄຸ້ມຄອງໂຮງ ງານຜະລິດຖ່ານຂາວ-ຖ່ານ ດຳ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາປະຊາ ຊົນແຂວງ ຊຸດທີ I.

ສັນຍາການຄ້າເສລີ ຫວຽດນາມ - ອີຢູ ແມ່ນກາລະໂອກາດເພື່ອໃຫ້ວິສາຫະກິດ ຫວຽດນາມ ຍູ້ແຮງການສົ່ງອອກ

ສັນຍາການຄ້າເສລີ ຫວຽດນາມ - ອີຢູ ແມ່ນກາລະໂອກາດເພື່ອໃຫ້ວິສາຫະກິດ ຫວຽດນາມ ຍູ້ແຮງການສົ່ງອອກ

EVFTA ແມ່ນກາລະໂອກາດເພື່ອໃຫ້ວິສາຫະກິດ ຫວຽດນາມ ຍູ້ແຮງການສົ່ງອອກໄປຍັງຕະຫລາດທີ່ມີຄວາມສາມາດບົ່ມຊ້ອນ ແລະ ນຳເຂົ້າອຸປະກອນ, ວັດຖຸດິບ ດ້ວຍລາຄາຕ່ຳ ແລະ ມີຄຸນນະພາບສູງ.

ສະພາແຫ່ງຊາດ ຮັບຮອງກົດໝາຍວ່າດ້ວຍການຕອບໂຕ້ ການທຸ່ມຕະຫລາດ ແລະ ການຊ່ວຍໜູນ ຂອງປະເທດຜູ້ສົ່ງອອກ

ສະພາແຫ່ງຊາດ ຮັບຮອງກົດໝາຍວ່າດ້ວຍການຕອບໂຕ້ ການທຸ່ມຕະຫລາດ ແລະ ການຊ່ວຍໜູນ ຂອງປະເທດຜູ້ສົ່ງອອກ

ໃນວັນທີ 14 ມິຖຸນາ 2019, ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VIII ໄດ້ພິຈາລະນາ ແລະ ຮັບຮອງ ຮ່າງກົດໝາຍ ວ່າດ້ວຍ ການຕອບໂຕ້ ການທຸ່ມຕະ ຫລາດ ແລະ ການຊ່ວຍໜູນ ຂອງປະເທດຜູ້ສົ່ງອອກ ສະບັບສ້າງໃໝ່, ເຊິ່ງສະເໜີໂດຍ ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ. ທັງນີ້, ເພື່ອປົກປ້ອງ ຜູ້ຜະລິດພາຍໃນ ທີ່ໄດ້ຮັບຜົນກະທົບ ຈາກການ ແຂ່ງຂັນ ທີ່ບໍ່ເປັນທຳ, ແນໃສ່ຮັບປະກັນ ຜູ້ຜະລິດ ສິນຄ້າ ນຳເຂົ້າ ປະກອບສ່ວນ ເຂົ້າໃນການ ພັດທະນາ ເສດຖະກິດ-ສັງຄົມ ຂອງຊາດ.

ອາຊຽນ ຮ່ວມມືຄຸ້ມຄອງການສົ່ງອອກ-ນຳເຂົ້າສິນຄ້າ

ອາຊຽນ ຮ່ວມມືຄຸ້ມຄອງການສົ່ງອອກ-ນຳເຂົ້າສິນຄ້າ

ກອງ​ປະ­ຊຸມ​ຫົວ­ໜ້າ​ກົມ​ພາ­ສີ​ອາ​ຊຽນ ຄັ້ງ​ທີ 28 ຈັດ​ຂຶ້ນ​ວັນ​ທີ 11-13 ມິ­ຖຸ­ນາ 2019 ຢູ່​ນະ­ຄອນ­ຫຼວງ​ວຽງ​ຈັນ ຕາມ​ຮອບ​ວຽນ​ຂອງ​ອາ​ຊຽນ ໂດຍ​ເປັນ​ປະ­ທານ​ຂອງ​ທ່ານ ບຸນ​ປະ­ເສີດ ສີ​ກຸນ­ລະ­ບຸດ ຮັກ­ສາ​ການ​ຫົວ­ໜ້າ​ກົມ​ພາ­ສີ ກະ­ຊວງ​ການ​ເງິນ ມີ​ທ່ານ​ນາງ ທິບ​ພະ​ກອນ ຈັນ­ທະ​ວົງ­ສາ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ການ​ເງິນ ພ້ອມ​ດ້ວຍ​ຫົວ­ໜ້າ​ກົມ​ພາ­ສີ​ປະ­ເທດ​ສະ­ມາ­ຊິກ​ອາ​ຊຽນ ກອງ​ເລ­ຂາ​ອາ​ຊຽນ ອົງ­ການ​ພາ­ສີ​ໂລກ ແລະ ປະ­ເທດ​ຄູ່​ຮ່ວມ​ພັດ­ທະ­ນາ ເຂົ້າ​ຮ່ວມ.

ມູນຄ່າການນໍາເຂົ້າ-ສົ່ງອອກ ປະຈໍາເດືອນມີນາ 2019 ປະຕິບັດ​ໄດ້ 800 ລ້ານ​ກວ່າໂດ​ລາສະຫະລັດ

ມູນຄ່າການນໍາເຂົ້າ-ສົ່ງອອກ ປະຈໍາເດືອນມີນາ 2019 ປະຕິບັດ​ໄດ້ 800 ລ້ານ​ກວ່າໂດ​ລາສະຫະລັດ

ໃນເດືອນມີນາ 2019, ລວມຍອດມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຕິບັດໄດ້ປະມານ 881 ລ້ານໂດລາສະຫະລັດ, ເຊິ່ງບໍ່ກວມເອົາການນໍາເຂົ້າ ແລະ ສົ່ງອອກ ໄຟຟ້າ. ໃນນັ້ນ, ມູນຄ່າການນໍາເຂົ້າ ປະຕິບັດໄດ້ປະມານ 485 ລ້ານໂດລາສະຫະລັດ ແລະ ສົ່ງອອກ ປະຕິບັດໄດ້ ປະມານ 395 ລ້ານໂດລາສະຫະລັດ.

ບໍລິສັດກາດເກ້ລາວ ເຊກອງ ຈໍາກັດຜູ້ດຽວ ສົ່ງອອກກາເຟໄດ້ 1 ຕື້ກວ່າກີບ.

ບໍລິສັດກາດເກ້ລາວ ເຊກອງ ຈໍາກັດຜູ້ດຽວ ສົ່ງອອກກາເຟໄດ້ 1 ຕື້ກວ່າກີບ.

ບໍລິສັດກາດເກ້ລາວ ເຊກອງ ຈໍາກັດຜູ້ດຽວ ຖືເປັນໂຄງການລົງທຶນຕ່າງປະເທດ ທີ່ລົງທຶນ 100% , ເປົ້າໝາຍໃນການລົງທຶນແມ່ນແນໃສ່ພັດທະນາຂົງເຂດກະສິກໍາເປັນຕົ້ນຕໍ ໂດຍສະເພາະແມ່ນກາເຟ.

ວົງເງິນສົ່ງອອກ ໄປຍັງ ລາວ ເຕີບໂຕພໍສົມຄວນ

ວົງເງິນສົ່ງອອກ ໄປຍັງ ລາວ ເຕີບໂຕພໍສົມຄວນ

ຕາມສູນຂໍ້ມູນຂ່າວສານອຸດສາຫະກໍາ ແລະການຄ້າ (ກະຊວງອຸດສາຫະກໍາ ແລະການຄ້າຫວຽດນາມ), ປີ 2018, ວົງເງິນການຄ້າສອງສົ້ນ ຫວຽດນາມ-ລາວ ບັນລຸໄດ້ກວ່າ 1 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 14% ເມື່ອທຽບໃສ່ປີ 2017. ສອງເດືອນຕົ້ນປີ 2019, ວົງເງິນສົ່ງອອກ ໄປຍັງ ລາວ ບັນລຸໄດ້ 97,4 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 20,26% ເມື່ອທຽບໃສ່ໄລຍະດຽວກັນປີ 2018.

ຂະແຫນງສັດສິນໃນນໍ້າວາງເປົ້າຫມາຍສົ່ງອອກບັນລຸ 10 ຕື້ໂດລາສະຫະລັດໃນປີ 2019

ຂະແຫນງສັດສິນໃນນໍ້າວາງເປົ້າຫມາຍສົ່ງອອກບັນລຸ 10 ຕື້ໂດລາສະຫະລັດໃນປີ 2019

ຍສໝ-ຂະແຫນງສັດສິນໃນນໍ້າຫວຽດນາມໄດ້ວາງເປົ້າໝາຍສົ່ງອອກບັນລຸ 10 ຕື້ໂດລາສະຫະລັດໃນປີ 2019, ບັນລຸເປົ້າໝາຍທີ່ວາງອອກໃນປີ 2020 ໂດຍໄວ.

ປີ 2018 ວົງເງິນສົ່ງອອກສິນຄ້າຫວຽດນາມບັນລຸ 244,7 ຕື້ໂດລາ

ປີ 2018 ວົງເງິນສົ່ງອອກສິນຄ້າຫວຽດນາມບັນລຸ 244,7 ຕື້ໂດລາ

ວົງເງິນສົ່ງອອກສິນຄ້າຫວຽດນາມ ປີ 2018 ບັນລຸ 244,7 ຕື້ໂດລາ, ເພີ່ມຂຶ້ນ 13,8% ເມື່ອທຽບໃສ່ ປີ 2017 (ລື່ນກາຍຄາດໝາຍທີ່ສະພາແຫ່ງຊາດໄດ້ວາງອອກແມ່ນເພີ່ມຂຶ້ນ 7 - 8%).

ປີ 2018: ລາວ ມີມູນຄ່າການສົ່ງອອກ 1,31 ຕື້ໂດລາສະຫະລັດ

ປີ 2018: ລາວ ມີມູນຄ່າການສົ່ງອອກ 1,31 ຕື້ໂດລາສະຫະລັດ

ໃນປີ 2018 ມູນຄ່າການສົ່ງອອກພາຍໃຕ້ສິດທິພິເສດທາງການຄ້າບັນລຸໄດ້ປະມານ 1,31 ຕື້ໂດລາສະຫະລັດ ກວມເອົາ 24.30% ຂອງມູນຄ່າການສົ່ງອອກ ທັງໝົດຂອງ ສປປ ລາວ ທີ່ມີມູນຄ່າ 5,41 ຕື້ໂດລາສະຫະລັດ. ສໍາລັບມູນຄ່າການນຳເຂົ້າພາຍໃຕ້ສິດທິພິເສດທາງການຄ້າປະຕິບັດໄດ້ພຽງ 613,83 ລ້ານໂດລາສະຫະລັດ ກວມເອົາ 10.80% ຂອງມູນຄ່າການນໍາເຂົ້າທັງໝົດ ຂອງ ສປປ ລາວ ທີ່ມີມູນຄ່າ 5,84 ຕື້ ໂດລາສະຫະລັດ.

ຫວຽດນາມ: ມູນຄ່າການຄ້ານຳເຂົ້າ-ສົ່ງອອກໃນ 4 ເດືອນຕົ້ນປີ 2019 ຄາດວ່າບັນລຸໄດ້ 156,81    ຕື້ ໂດລາສະຫະລັດ

ຫວຽດນາມ: ມູນຄ່າການຄ້ານຳເຂົ້າ-ສົ່ງອອກໃນ 4 ເດືອນຕົ້ນປີ 2019 ຄາດວ່າບັນລຸໄດ້ 156,81 ຕື້ ໂດລາສະຫະລັດ

ຍສໝ - ໃນ 4 ເດືອນຕົ້ນ ປີ 2019, ຍອດມູນຄ່າການຄ້າສົ່ງອອກ-ນຳເຂົ້າສິນຄ້າຂອງ ຫວຽດນາມ ຄາດວ່າບັນລຸໄດ້ 156,81 ຕື້ ໂດລາສະຫະລັດ.ໃນນັ້ນ, ການສົ່ງອອກບັນລຸ 78,76 ຕື້ ໂດລາສະຫະລັດ; ເພີ່ມຂຶ້ນ 5,8%; ການນຳເຂົ້າບັນລຸ 78,05 ຕື້ ໂດລາສະຫະລັດ, ເພີ່ມຂຶ້ນ 10,4%.

ການສົ່ງອອກເຄື່ອງເຟີນີເຈີ ແລະເຄື່ອງປ່າຂອງດົງເຕີບໂຕສູງສຸດໃນໄລຍະ 5 ປີຜ່ານມາ

ການສົ່ງອອກເຄື່ອງເຟີນີເຈີ ແລະເຄື່ອງປ່າຂອງດົງເຕີບໂຕສູງສຸດໃນໄລຍະ 5 ປີຜ່ານມາ

ຕອນເຊົ້າວັນທີ 2 ເມສາ, ຕາມຂໍ້ມູນຈາກກົມໃຫຍ່ປ່າໄມ້ໃຫ້ຮູ້ວ່າ, ມູນຄ່າການສົ່ງອອກເຄື່ອງເຟີນີເຈີ ແລະເຄື່ອງປ່າຂອງດົງ ເດືອນມີນາ 2019 ບັນລຸ 922 ລ້ານໂດລາສະຫະລັດ, ນໍາວົງເງິນການສົ່ງອອກ 3 ເດືອນ ຕົ້ນປີ 2019 ບັນລຸປະມານ 2,4 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 18% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2018.

ສາມຊາດອາຊຽນຫຼຸດການສົ່ງອອກຢາງພາລາ

ສາມຊາດອາຊຽນຫຼຸດການສົ່ງອອກຢາງພາລາ

ອິນໂດເນເຊຍ, ມາເລເຊຍ ແລະ ໄທ ໄດ້ຕົກລົງທີ່ຈະຫຼຸດການສົ່ງອອກຢາງພາລາຊຶ່ງເປັນສ່ວນໜຶ່ງຂອງມາດຕະການຈຳກັດປະລິມານການສົ່ງອອກຢາງພາລາດ້ວຍການຕັ້ງເປົ້າໝາຍຫຼຸດການສົ່ງອອກລວມກັນເປັນ 240.000 ໂຕນ.