2 ເດືອນຕົ້ນປີ 2020, ວົງເງິນສົ່ງອອກສິນຄ້າ ຄາດວ່າບັນລຸ 36,92 ຕື້ໂດລາສະຫະລັດ

12:18 | 02/03/2020

ຍສໝ - ໄລ່ລວມ 2 ເດືອນ ຕົ້ນປີ 2020, ການນຳເຂົ້າສິນຄ້າຄາດວ່າເກີນດຸນ 176 ລ້ານໂດລາສະຫະລັດ; ໃນນັ້ນ, ຂົງເຂດເສດຖະກິດພາຍໃນປະເທດນຳເຂົ້າເກີນດຸນ 3,94 ຕື້ໂດລາສະຫະລັດ; ຂົງເຂດທີ່ມີເງິນລົງທຶນຕ່າງປະເທດ (ລວມທັງນໍ້າມັນດິບ) ສົ່ງອອກເກີນດຸນ 3,76 ຕື້ໂດລາສະຫະລັດ.

2 ເດືອນຕົ້ນປີ 2020, ວົງເງິນສົ່ງອອກສິນຄ້າ ຄາດວ່າບັນລຸ 36,92 ຕື້ໂດລາສະຫະລັດ

ພາບປະກອບ

ວົງເງິນສົ່ງອອກສິນຄ້າເດືອນ 2/2020 ຄາດວ່າບັນລຸ 18,6 ຕືື້ໂດລາສະຫະລັດ, ເພີ່ມຂຶ້ນ 1,5% ເມື່ອທຽບໃສ່ເດືອນກ່ອນ, ໃນນັ້ນ, ຂົງເຂດເສດຖະກິດພາຍໃນປະເທດ ບັນລຸກວ່າ 5 ຕື້ໂດລາສະຫະລັດ, ຫຼຸດລົງ 19,6%; ຂົງເຂດ ທີ່ມີເງິນລົງທຶນຕ່າງປະເທດ (ລວມທັງນໍ້າມັບດິບ) ບັນລຸ 13,5 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 12,6%.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຫາກໍ່ລົງນາມໃນຂໍ້ຕົກລົງວ່າດ້ວຍການຈັດຕັ້ງການສໍາຫຼວດເສດຖະກິດຄັ້ງໃຫຍ່ໃນປີ 2021. ຫວຽດນາມ ຈະດໍາເນີນການສໍາຫຼວດເສດຖະກິດຄັ້ງໃຫຍ່ໃນຂອບເຂດທົ່ວປະເທດໃນປີ 2021 ເພື່ອແນໃສ່ເກັບກໍາຂໍ້ມູນພື້ນຖານກ່ຽວກັບບັນດາຫົວໜ່ວຍຜະລິດ, ດໍາເນີນທຸລະກິດ, ອົງການພັກ, ອົງການຈັດຕັ້ງມະຫາຊົນ, ສະຫະສະມາຄົມ... ແນໃສ່ຮັບໃຊ້ໃຫ້ແກ່ການຕີລາຄາສະພາບການຕົວຈິງ ແລະ ທ່າອ່ຽງພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດຢ່າງຮອບດ້ານ, ເປັນພື້ນຖານເພື່ອຕີລາຄາສະພາບການ, ສ້າງແຜນການ, ນະໂຍບາຍພັດທະນາເສດຖະກິດ - ສັງຄົມຂອງພັກ ແລະ ລັດ.

(ໄຊພອນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.