ວິສາຫະກິດຫວຽດນາມ 31 ແຫ່ງ ສົ່ງອອກກຸ້ງໄປ ອາເມລິກາ ເສຍພາສີໃນອັດຕາ 0%

12:13 | 24/08/2019

ຍສໝ - ຕອນບ່າຍວັນທີ 23 ສິງຫາ, ສະມາຄົມ ຜູ້ຜລິດ ແລະ ຜູ້ສົ່ງອອກ ສັດນຳ້ຫວຽດນາມ (VASEP) ໃຫ້ຮູ້ວ່າ, ກະຊວງການຄ້າອາເມລິກາ (DOC) ຫາກໍ່ປະກາດຜົນສະຫຼຸບ ຂອງການກວດກາການບໍລິຫານ ຄັ້ງທີ 13 (POR 13) ກ່ຽວກັບການ ຕ້ານການທຸ້ມຕະຫຼາດ ລາຄາກຸ້ງຂອງຫວຽດນາມ ເຂົ້າສະຫະລັດອາເມລິກາ. ຄືຂ້າງເທິງນັ້ນ, ວິສາຫະກິດຫວຽດນາມ 31 ແຫ່ງ ຈະໄດ້ຮັບການເສຍພາສີພຽງ 0%.

ວິສາຫະກິດຫວຽດນາມ 31 ແຫ່ງ ສົ່ງອອກກຸ້ງໄປ ອາເມລິກາ ເສຍພາສີໃນອັດຕາ 0%

ຕ່ອງໂສ້ການປຸງແຕ່ງຜະລິດຕະພັນກຸ້ງ ສົ່ງອອກ ຢູ່ທີ່ ໂຮງງານ ຂອງ ບໍລິສັດຫຸ້ນສ່ວນ ອາຫານ Sao Ta (ສ໋ອກຈັງ). (ພາບ: VNA)

ມີວິສາຫະກິດ 2 ແຫ່ງ ທີ່ເປັນຝ່າຍໂຈດ ຢື່ນຟ້ອງ ໃນ POR13 ແມ່ນ ບໍລິສັດ Sao Ta (Fimex VN) ແລະ ບໍລິສັດອາຫານທະເລ Nha Trang (Nha Trang Seaproduct Company), ລ້ວນແຕ່ໄດ້ຮັບການເສຍພາສີ ພຽງ 0% ເທົ່ານັ້ນ. ນອກຈາກນີ້, ວິສາຫະກິດກຸ້ງ 29 ແຫ່ງ ທີ່ເປັນໂຈດຮ່ວມກໍ່ໄດ້ຮັບອັດຕາພາສີພຽງ 0% ຄືກັນ. VASEP ເຫັນວ່າ: ນີ້ແມ່ນຂ່າວດີ ສຳລັບອຸດສາຫະກຳ ກໍ່ຄືຂະແໜງກຸ້ງ ຫວຽດນາມ ແລະ ແມ່ນ ແຮງກຳລັງໃຈອັນດີເພື່ອໃຫ້ ວິສາຫະກິດ ສືບຕໍ່ສົ່ງເສີມການສົ່ງອອກກຸ້ງໄປອາເມລິກາ.

ຜູ້ຊ່ຽວຊານຫຼາຍຄົນ ກ່າວວ່າ: ດ້ວຍອັດຕາພາສີສົ່ງອອກ 0% ນີ້ ບໍ່ພຽງແຕ່ມີຜົນດີໃນໄລຍະສັ້ນເທົ່ານັ້ນ, ແຕ່ຍັງເປີດຄວາມສາມາດກ້າວກະໂດດ ໃນການສົ່ງອອກໃຫ້ວິສາຫະກິດ 31 ແຫ່ງ, ໂດຍຄາດວ່າການສັ່ງຊື້ຈະເພີ່ມຫຼາຍຂື້ນໃນອະນາຄົດ.

ພ້ອມດຽວກັນນັ້ນ, ອາເມລິກາ ແມ່ນຕະຫຼາດນຳເຂົ້າກຸ້ງທີ່ໃຫຍ່ ຂອງຫວຽດນາມ ແລະ ກໍ່ແມ່ນຕະຫຼາດທີ່ເອົາໃຈຍາກ, ດ້ວຍກົດລະບຽບທີ່ເຂັ້ມງວດ. ສະນັ້ນ, ກຸ້ງຫວຽດນາມ ທີ່ໄດ້ຮັບຄວາມນິຍົມ ຢູ່ ຕະຫຼາດອາເມລິກາ ຈະແມ່ນ “ ສິ່ງຄ້ຳປະກັນ” ເພື່ອສາມາດເຂົ້າສູ່ຕະຫຼາດອື່ນໄດ້ງ່າຍ.

ຜູ້ຕາງໜ້າຂອງບໍລິສັດ Fimex ຫວຽດນາມ ກ່າວວ່າ: ເພື່ອຊຸກຍູ້ສົ່ງເສີມ ອຸດສາຫະກຳ ກຸ້ງ ຂອງຫວຽດນາມ ເຕີບໃຫຍ່ຂະຫຍາຍຕົວ, ໃນໄລຍະສັ້ນ ແລະ ໄລຍະຍາວ, ແມ່ນຕ້ອງສ້າງແຫຼ່ງ ກຸ້ງທີ່ມີຄວາມສະອາດ ມີໃບຢ້ັງຢືນ ແລະ ມີລາຄາທີ່ແຂ່ງຂັນ; ພ້ອມກັນນັ້ນກໍ່ຕ້ອງສ້າງເຄື່ອງໝາຍການຄ້າ ຂອງ ກຸ້ງ ຫວຽດນາມ.

ອີງໃສສິ່ງດັ່ງກ່າວ, ບັນດາຂະແໜງການທີ່ກ່ຽວຂ້ອງ, ທ້ອງຖິ່ນ, ວິສາຫະກິດ ຈຳເປັນຕ້ອງຄວບຄຸມຢ່າງໄກ້ສິດກ່ຽວກັບ ຜະລິດຕະພັນຫຼືອາຫາານທີ່ເອົາມາລ້ຽງກຸ້ງຢ່າງເຂັ້ມງວດ, ສະກັດກັ້ນແຕ່ແຫຼ່ງທີ່ມາຂອງສານເຄມີ ທີ່ຈະມາລ້ຽງກຸ້ງ ມີບັນຊີລາຍຊື່ທີ່ໄດ້ຮັບອະນຸຍາດ. ຈັດສັນເຂດລ້ຽງ, ສ້າງຟາມ ແລະ ສະຫະກອນລ້ຽງກຸ້ງຂະໜາດໃຫຍ່ຕາມມາດຕະຖານການຢັ້ງຢືນສາກົນ. ລົງທຶນໃສ່ພື້ນຖານໂຄງລ່າງ ຂອງພື້ນທີ່ລ້ຽງ, ສຸມໃສ່ໄຟຟ້າ, ຖະໜົນຫົນທາງ ແລະ ຊົນລະປະທານ.

ຄຽງຄູ່ກັນນັ້ນ, VASEP ຍັງໄດ້ລະດົມສະມາຊິກໃນການສ້າງມູນຄ່າ ຂອງຕ່ອງໂສ້ກຸ້ງ, ຮູ້ແບ່ງປັນຜົນປະໂຫຍດ ແລະ ຮ່ວມກັນຄົງຕົວ. ພ້ອມທັງເອົາໃຈໃສ່ຕື່ມເຖິງແຜນການເພາະພັນກຸ້ງ ແມ່ພັນ ແລະ ພໍ່ພັນ ທີ່ມີດີທີ່ສຸດ. ລະດົມວິສາຫະກິດປຸງແຕ່ງກໍ່ຄືຜລິດກຸ້ງ ສ້າງເຄື່ອງໝາຍການຄ້າ ຫຼື ຍີ່ຫໍ້ ໃຫ້ຕົວເອງເທື່ອລະກ້າວ…

ຕາມຕົວເລກສະຖິຕິຈາກ VASEP, ໃນ 7 ເດືອນຜ່ານມາ, ການສົ່ງອອກກຸ້ງຂອງຫວຽດນາມ ບັນລຸ 1,8 ຕື້ USD, ຫຼຸດລົງ 8% ທຽບໃສ່ປີກ່ອນ. ໃນເດືອນກໍລະກົດ ປີ 2019 ເທົ່ານັ້ນ, ການສົ່ງອອກກຸ້ງໄປ ສະຫະລັດ ເພີ່ມຂຶ້ນ 37,2% ເປັນ 77 ລ້ານໂດລາສະຫະລັດ. ຍ້ອນເຫດນັ້ນ, ການສົ່ງອອກກຸ້ງໄປຕະຫຼາດນີ້ ໃນ 7 ເດືອນຜ່ານມາບັນລຸໄດ້ 327,4 ລ້ານ USD, ເພີ່ມຂຶ້ນ 5%.

ວິສາຫະກິດຫວຽດນາມ 31 ແຫ່ງ ສົ່ງອອກກຸ້ງໄປ ອາເມລິກາ ເສຍພາສີໃນອັດຕາ 0%

ປຸງແຕ່ງກຸ້ງແຊ່ແຂງເພື່ອສົ່ງອອກທີ່ບໍລິສັດທອງທອງ ຈຳ ກັດ (ນິງທ້ວນ). (ພາບ: VNA)

ຄວາມຕ້ອງການ ນຳເຂົ້າກຸ້ງຂອງ ສະຫະລັດ ຈາກ ຫວຽດນາມ ກຳລັງຟື້ນຕົວຂື້ນເທື່ອລະກ້າວ, ເນື່ອງຈາກສິນຄ້າຄ້າງສາງຫຼຸດລົງ, ໃນຂະນະທີ່ ສະຫະລັດ ກຳລັງຫຼຸດການ ນຳເຂົ້າກຸ້ງ ຈາກອິນເດຍ, ໄທ ແລະ ຫຼຸດການນຳເຂົ້າຈາກປະເທດຈີນ ຫຼາຍ. ການສົ່ງອອກກຸ້ງຂອງຫວຽດນາມ ຄາດວ່າຈະບັນລຸໄດ້ ໝາກຜົນທີ່ດີຫຼາຍໃນເດືອນທ້າຍປີ.

ອີງຕາມ VASEP, ລາຄາກຸ້ງດິບສຳລັບຜລິດ ແລະ ລາຄາກຸ້ງສົ່ງອອກບໍ່ໄດ້ຫຼຸດລົງຫຼາຍປານໃດ ຄືກັນກັບໃນເດືອນຕົ້ນປີ ແລະ ມີທ່າອ່ຽງເພີ່ມຂຶ້ນ, ຄວາມຕ້ອງການຂອງຕະຫຼາດກໍ່ມີຄວາມຟົດຟື້ນຫຼາຍຂຶ້ນ ເປັນໜຶ່ງໃນປັດໃຈ ທີ່ຊ່ວຍໃຫ້ການສົ່ງອອກກຸ້ງຂອງຫວຽດນາມຂະຫຍາຍຕົວເພີ່ມຂື້ນຢ່າງຕັ້ງໜ້າໃນເດືອນກໍລະກົດ ປີ 2019.

(ຫັດ​ທະ​ບູນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.