ທ່ານ ສີທົນ ນັນທະລາດ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ.
ໃນນີ້, ເປັນການລົງທຶນ ຂອງຕ່າງປະເທດ 3 ໂຮງງານ, ສ່ວນທີ່ເຫຼືອແມ່ນການລົງທຶນ ຂອງເອກະຊົນພາຍໃນ, ມີເນື້ອ ທີ່ດິນສວນປູກທັງ 36 ໂຮງ ງານ, ມີທັງໝົດ 1.276 ເຮັກ ຕາ, ເຊິ່ງເປັນດິນຂອງໂຮງ ງານເອງ 383 ເຮັກຕາ, ດິນລັດ 146 ເຮັກຕາ ແລະດິນປະຊາ ຊົນ 147 ເຮັກຕາ. ມີເຕົາເຜົາ ທັງໝົດ 1.401 ເຕົາ ເຊິ່ງເປັນ ເຕົາບັນຈຸໄດ້ 7 ຫາ 10 ຫຼາ, ມີ ແຮງງານ ທີ່ເຮັດວຽກທັງໝົດ 679 ຄົນ, ຍິງ 188 ຄົນ,ໃນ ນັ້ນ ເປັນຄົນຕ່າງປະເທດ 87 ຄົນ, ຍິງ 11 ຄົນ, ມີທຶນຈົດ ທະບຽນ 28 ຕື້ 723 ລ້ານ ກີບ, ການນໍາໃຊ້ວັດຖຸດິບ ຫຼື ໄມ້ ທີ່ນໍາມາຜະລິດຖ່ານຂາວ ແລະ ນໍາມາເປັນເຊື້ອເພີງໃນການ ເຜົາແມ່ນມາຈາກຂີ້ເລື່ອຍ ແລະ ໄມ້ເສດຈາກໂຮງງານປຸງແຕ່ງ ໄມ້, ໄມ້ສວນປູກເຊັ່ນ:ໄມ້ກະຖິນ ນາລົງ, ກະຖິນເທພາ ແລະ ໄມ້ວິກທີ່ໄດ້ຮັບການຢັ້ງຢືນ ທາງດ້ານແຫຼ່ງທີ່ມາ ຈາກຂະ ແໜງກະສິກຳ ແລະປ່າໄມ້. ໄມ້ ຕີ້ວ ຈາກໂຄຕ້າທີ່ລັດຖະບານ ແບ່ງໃຫ້ປະຈຳປີບົນພື້ນຖານ ການສຳຫຼວດຂອງຂະແໜງກະ ສິກຳ ແລະປ່າໄມ້, ໄມ້ຕີ້ວ ແລະ ໄມ້ຟືນ ທີ່ໄດ້ຈາກການບຸກເບີກ ໂຄງການສຳປະທານຕ່າງໆ ທີ່ໄດ້ຮັບການອະນຸມັດ ຈາກລັດ ຖະບານ. ສ່ວນຜະລິດຕະພັນ ທີ່ໄດ້ຈາກໂຮງງານຜະລິດຖ່ານ ຂາວປະກອບມີ: ຖ່ານອັດເມັດ, ອັດແທ່ງ, ຖ່ານຜົງ, ຖ່ານມຸ່ນ ແລະຖ່ານທີ່ເປັນກ້ອນ. ສ່ວນຕະ ຫຼາດຈຳໜ່າຍແມ່ນໄດ້ສົ່ງໄປ ຕ່າງປະເທດເຊັ່ນ: ເກົາຫຼີ, ຍີ່ປຸ່ນ.
ທ່ານຫົວໜ້າພະແນກອຸດ ສາຫະກໍາ ແລະການຄ້າຍັງໃຫ້ ຮູ້ຕື່ມອີກວ່າ: ການສ້າງຕັ້ງໂຮງ ງານຖ່ານຂາວ ເຖິງແມ່ນວ່າ ຈະສ້າງຜົນປະໂຫຍດຫຼາຍຢ່າງ ຕໍ່ເສດຖະກິດ-ສັງຄົມຂອງ ຫຼາຍທ້ອງຖິ່ນແຕ່ກໍ່ໃຫ້ເກີດຜົນ ກະທົບທາງລົບໄດ້ເຊັ່ນກັນເປັນ ຕົ້ນແມ່ນ: ການທຳລາຍປ່າໄມ້ ຢ່າງຊະຊາຍ, ການລັກລອບ ຕັດໄມ້ຂອງປະຊາຊົນ, ການ ບໍ່ເຄົາລົບລະບຽບກົດໝາຍ ຂອງຜູ້ປະກອບການ ແລະ ອື່ນໆ ເຊິ່ງກໍຍ້ອນການຄຸ້ມ ຄອງ ຂອງພັກ-ລັດເຮົາຍັງບໍ່ໄດ້ດີ.
(ແຫຼ່ງຂໍ້ມູນ: ສະຫວັນພັດທະນາ ຂ່າວ)