ປີ 2018 ວົງເງິນສົ່ງອອກສິນຄ້າຫວຽດນາມບັນລຸ 244,7 ຕື້ໂດລາ

00:54 | 13/05/2019

ວົງເງິນສົ່ງອອກສິນຄ້າຫວຽດນາມ ປີ 2018 ບັນລຸ 244,7 ຕື້ໂດລາ, ເພີ່ມຂຶ້ນ 13,8% ເມື່ອທຽບໃສ່ ປີ 2017 (ລື່ນກາຍຄາດໝາຍທີ່ສະພາແຫ່ງຊາດໄດ້ວາງອອກແມ່ນເພີ່ມຂຶ້ນ 7 - 8%).

ປີ 2018 ວົງເງິນສົ່ງອອກສິນຄ້າຫວຽດນາມບັນລຸ 244,7 ຕື້ໂດລາ

ປີ 2018 ວົງເງິນສົ່ງອອກສິນຄ້າຫວຽດນາມບັນລຸ 244,7 ຕື້ໂດລາ

ເມື່ອ​ຫວນ​ຄືນ​ໝາກຜົນ​ແຫ່ງ​ການ​ເຕີບ​ໂຕ​ເສດຖະກິດ - ສັງຄົມ, ດ້ວຍ GDP ບັນລຸ 7,08% ຊຶ່ງ​ແມ່ນ​ລະດັບ​ເຕີບ​ໂຕ​ສູງ, ລື່ນ​ກາຍ​ຄາດໝາຍ​ຂອງ​ສະພາ​ແຫ່ງ​ຊາດ​ທີ່​ໄດ້​ວາງ​ອອກ. ພິເສດວົງ​ເງິນ​ສົ່ງ​ອອກ​ໃນ​ປີຜ່ານມາບັນລຸ​ໝາກຜົນ​ເປັນ​ທີ່​ໜ້າ​ປະທັບ​ໃຈ, ເຮັດ​ໃຫ້​ຫວຽດນາມ​ກາຍເປັນ​ໜຶ່ງ​ໃນ​ບັນດາ​ປະເທດ​ສົ່ງ​ອອກ​ແຖວ​ໜ້າ​ໃນ​ໂລກ. ກົມ​ໃຫຍ່​ສະຖິຕິ​ລາຍ​ງານ​ວ່າ: ວົງ​ເງິນ​ສົ່ງ​ອອກ​ສິນຄ້າ ປີ 2018 ບັນລຸ 244,7 ຕື້​ໂດ​ລາ, ເພີ່ມ​ຂຶ້ນ 13,8% ເມື່ອ​ທຽບໃສ່​ ປີ 2017 (ລື່ນ​ກາຍ​ຄາດໝາຍ​ທີ່​ສະພາ​ແຫ່ງ​ຊາດ​ໄດ້​ວາງ​ ອອກ ແມ່ນ​ເພີ່ມ​ຂຶ້ນ 7 - 8%). ສິ່ງ​ທີ່​ໜ້າ​ສົນໃຈແມ່ນ​ຂົງເຂດ​ເສດຖະກິດ​ພາຍ​ໃນ​ປະເທດໄດ້​ມີ​ການ​ຫັນປ່ຽນ​ຢ່າງ​ຕັ້ງໜ້າ ເມື່ອ​ບັນລຸ​ລະດັບ​ເຕີບ​ໂຕ​ວົງ​ເງິນ​ສົ່ງ​ອອກ​ສູງ​ກວ່າ​ຂົງເຂດທີ່​ມີ​ເງິນ​ລົງທຶນ​ຈາກ​ຕ່າງ​ປະ​ເທດ.

ປີ 2018 ຈໍາ​ນວນ​ສິນຄ້າ 29 ປະເພດທີ່​ບັນລຸ​ວົງ​ເງິນ​ສົ່ງ​ອອກ​ຫຼາຍ​ກວ່າ 1 ຕື້​ໂດ​ລາ, ກວມ​ເອົາ​ກວ່າ 91% ຍອດ​ວົງ​ເງິນ​ສົ່ງ​ອອກ​ຂອງ​ທົ່ວ​ປະ​ເທດ. ໃນ​ນັ້ນ, ສິນຄ້າ 9 ປະເພດ​ບັນລຸ​ຫຼາຍ​ກວ່າ 5 ຕື້​ໂດ​ລາ ແລະ ສິນຄ້າ 5 ປະເພດ​ບັນລຸ​ຫຼາຍ​ກວ່າ 10 ຕື້​ໂດ​ລາ. ໂທລະສັບ ແລະ ເຄື່ອງ​ອາ​ໄຫຼ່ແມ່ນ​ສິນຄ້າ​ປະເພດ​ໜຶ່ງ ທີ່​ມີ​ລະດັບ​ເຕີບ​ໂຕ​ສູງ​ທີ່​ສຸດ, ບັນລຸ 50 ຕື້​ໂດ​ລາ, ຮອງ​ລົງ​ມາ​ແມ່ນ​ເຄື່ອງ​ຕໍ່າ​ແຜ່ນ​ຕັດຫຍິບບັນລຸ​ຫຼາຍ​ກວ່າ 30 ຕື້​ໂດ​ລາ, ຂະແໜງ​ເອ​ເລັກ​ໂຕຣນິກ, ຄອມ​ພິວ​ເຕີ ແລະ ອາ​ໄຫຼ່​ອຸປະກອນກໍ​ມີ​ລະດັບ​ເຕີບ​ໂຕ​ກະໂດດ​ຂັ້ນບັນລຸ​ຫຼາຍ​ກວ່າ 29 ຕື້​ໂດ​ລາ. ນອກຈາກ​ນັ້ນ, ວົງ​ເງິນ​ສົ່ງ​ອອກ​ສິນ​ໃນ​ນໍ້າ ແລະ ຜະລິດ​ຕະ​ພັນ​ກະ​ສິ​ກໍາກໍ​ມີ​ການ​ເຕີບ​ໂຕ​ກະໂດດ​ຂັ້ນ. ທ່ານ ເຈີ່ນ​ຕວັນ​ແອັງ ລັດຖະມົນຕີ​ກະຊວງ​ການ​ຄ້າ ແລະ ອຸດສາຫະກຳ​ຫວຽດນາມ ໃຫ້​ຮູ້​ວ່າ: ບັນດາ​ໝາກຜົນດັ່ງກ່າວ​ເປັນ​ໜ້າ​ຊື່ນ​ຊົມ​ທີ່​ລື່ນ​ກາຍ​ຄາດໝາຍທີ່​ສະພາ​ແຫ່ງ​ຊາດ​ວາງ​ອອກ. ຜົນງານ​ດັ່ງກ່າວສະແດງ​ໃຫ້​ເຫັນ​ຄວາມ​ຕັດສິນ​ຂອງ​ລັດຖະບານດ້ວຍ​ການເຄື່ອນໄຫວ​ຕ່າງໆ. ພິເສດ​ແມ່ນ​ຜ່ານ​ບັນດາ​ຂອດ​ຕີ​ລາຄາ ແລະ ຄາດ​ຄະ​ເນ.

ຈາກ​ນັ້ນ ມີ​ບັນດາ​ມາດ​ຕະການ ແລະ ວິທີ​ແກ້​ໄຂ​ຖືກ​ທິດ. ທ່ານ ເຈິ່ນ​ ຕວັນ​ແອັງ ໃຫ້​ຂໍ້​ສັງເກດ​ວ່າ: ບັນດາ​ໝາກຜົນ​ຂອງ​ແຕ່​ລະ​ໄຕ​ມາດ​ໃນ​ປີ 2018 ລ້ວນ​ແຕ່​ ມີ​ຈຸດ​ປະທັບ​ໃຈ ແລະ ຕັ້ງໜ້າ. ດັ່ງນັ້ນ, ດ້ວຍ​ບັນດາ​ໝາກຜົນ​ຂອງ​ການ​ເຕີບ​ໂຕອາດ​ຈະ​ເວົ້າ​ໄດ້​ວ່າ: ແມ່ນ​ສູງ​ພໍ​ສົມຄວນພ້ອມ​ທັງ​ຮັກສາ​ໄດ້​ຄວາມ​ມີ​ສະຖຽນ​ລະ​ພາບ ແລະ ຄວາມ​ໝັ້ນຄົງ​ຂອງ​ການ​ສົ່ງ​ອອກ. ພິເສດ​ໃນ​ຂົງເຂດ​ອຸດສາຫະກຳ​ປຸງ​ແຕ່ງ, ປະດິດ​ສ້າງໄດ້​ສ້າງ​ກໍາລັງ​ໜູນ​ເພື່ອ​ຊຸກຍູ້​ການ​ເຕີບ​ໂຕ​ຂອງ​ບັນດາ​ດັດຊະນີ​ການ​ຜະລິດ​ອຸດສາຫະກຳກໍ​ຄື​ກ ານ​ປະກອບສ່ວນ​ຂອງ​ອຸດສາຫະກຳໃນ​ໂຄງ​ປະກອບ​ຂອງ GDP ກໍ​ຄືການ​ເຕີບ​ໂຕ​ ຂອງ GDP ເວົ້າ​ລວມ. ຕາມ​ແຫຼ່ງ​ຂ່າວ​ຈາກ​ວິ​ທະ​ຍຸ​ກະຈາຍສຽງ​ຫວຽດນາມ: ຈຸດ​ພົ້ນ​ເດັ່ນ​ອີກ​ອັນ​ໜຶ່ງ​ໃນ​ຂົງເຂດ​ສົ່ງ​ອອກ​ທີ່​ໜ້າ​ຊື່ນ​ຊົມ​ຄື: ຂົງເຂດ​ວິ​ສາ​ຫະ​ກິດ​ມີ​ເງິນ​ລົງທຶນ​ຈາກ​ພາຍ​ໃນ​ປະເທດໄດ້​ບືນ​ຕົວ​ຂຶ້ນ​ດ້ວຍ​ລະດັບ​ເຕີບ​ໂຕ​ເກືອບ 16%. ໃນ​ຂະນະ​ດຽວກັນ, ຂົງເຂດ​ເງິນ​ລົງທຶນ​ໂດຍ​ກົງ​ຂອງ​ຕ່າງປະເທດ (FDI) ຍາມ​ໃດ​ກໍ​ບັນລຸ​ລະດັບ​ເກີນ​ດຸ່ນ. ບັນດາ​ຜົນງານ​ກ່ຽວ​ກັບ​ການ​ສົ່ງ​ອອກ​ໃນ​ປີ 2018 ໄດ້​ເຮັດ​ໃຫ້​ຫວຽດນາມ​ກາຍເປັນ​ໜຶ່ງ​ໃນ​ບັນດາ​ປະເທດ​ທີ່​ມີ​ລະດັບ​ຄວາມ​ໄວ​ການ​ເຕີບ​ໂຕ​ຂອງ​ການ​ສົ່ງ​ອອກ​ແຖວ​ໜ້າ​ຂອງ​ໂລກ. ຫວຽດນາມຢູ່​ອັນ​ດັບ​ທີ 3 ໃນ​ການ​ສົ່ງ​ອອກ​ເກີບ​ໜັງ, ອັນ​ດັບ​ທີ 7 ໃນ​ການ​ສົ່ງ​ອອກ​ສິນຄ້າ​ປະ​ເພດ​ຕໍ່າ​ແຜ່ນ​ຕັດຫຍິບ ແລະ ສິນຄ້າ​ອື່ນໆ​ອີກ​ຫຼາຍ​ປະເພດ​ຄື: ເຂົ້າສານ, ກາເຟ, ຢາງພາລາ ຊຶ່ງ​ແມ່ນ​ບັນດາ​ທ່າແຮງ​ຂອງ​ຫວຽດນາມຊຶ່ງ​ຍາມ​ໃດ​ກໍ​ຮັກສາ​ຢູ່​ໃນ​ກຸ່ມ​ແຖວ​ໜ້າ​ຂອງ​ໂລກ.

ປີ 2019 ແມ່ນ​ປີ​ທີ່​ມີ​ຄວາມ​ໝາຍ​ສຳຄັນ​ເປັນ​ພິເສດ​ສຳລັບ​ການ​ພັດທະນາ​ເສດຖະກິດ​ເວົ້າ​ລວມ ແລະ ຂົງເຂດ​ສົ່ງ​ອອກ​ຂອງ​ຫວຽດນາມ​ເວົ້າ​ສະ​ເພາະ. ສັນຍາ​ຄູ່​ຮ່ວມ​ມື​ຮອບດ້ານ ແລະ ກ້າວໜ້າ​ປາ​ຊີ​ຟິກ (CPTPP) ມີ​ຜົນ​ສັກສິດ​ນັບ​ແຕ່​ວັນ​ທີ 30 ເດືອນທັນວາ ປີ 2018 ເປັນຕົ້ນ​ໄປ, ອັນ​ໄດ້​ສ້າງ​ພາກ​ພື້ນ​ການ​ຄ້າ​ເສລີ​ໂດຍ​ກວມ​ເອົາ​ປະມານ 1/10 ພື້ນຖານ​ເສດຖະກິດ​ໂລກ. ບັນດາ​ຜູ້​ຜະລິດ​ສົ່ງ​ອອກຖື​ວ່າ​ແມ່ນ​ຜູ້​ທຳອິດ​ທີ່​ໄດ້​ຮັບ​ຜົນ​ປະໂຫຍດ​ຈາກ​ສັນຍາ​ດັ່ງ​ກ່າວ. ການ​ພົວພັນ​ດ້ານ​ການ​ຄ້າລະຫວ່າງ ຫວຽດນາມ - ເອີ​ຣົບ​ຈະ​ກ້າວ​ເຂົ້າ​ສູ່​ໄລຍະ​ໃໝ່, ເມື່ອ​ສັນຍາ​ການ​ຄ້າເສລີລະຫວ່າງ ຫວຽດນາມ ແລະ ເອີ​ຣົບ ໄດ້​ຮັບ​ການ​ໃຫ້​ສັດຕະຍາບັນ​ໃນ​ອະນາຄົດ​ອັນ​ໃກ້ໆ​ນີ້. ທ່ານ ກາວ ກວັກ​ ຟອງ ຮອງ​ລັດຖະມົນຕີ​ກະຊວງ​ການ​ຄ້າ ແລະ ອຸດສາຫະກຳ​ຫວຽດນາມໃຫ້​ຂໍ້​ສັງເກດ​ວ່າ: ຄາດ​ວ່າສົນທິສັນຍາ​ການ​ຄ້າ​ເສລີ​ສະບັບ​ນີ້ຈະ​ສ້າງ​ບຸລິ​ມະສິດ​ຫຼາຍ​ຢ່າງ​ໃຫ້​ແກ່​ສິນຄ້າ​ຜະລິດ​ຕະ​ພັນ​ກະ​ສິ​ກໍາ​ຂອງ​ທັງ​ສອງ​ຝ່າຍ. ເຖິງ​ຢ່າງໃດ​ກໍ​ຕາມ, ເພື່ອ​ໄດ້​ຊົມໃຊ້​ບັນດາ​ ບຸລິມະສິດ​ນັ້ນ, ຮຽກຮ້ອງ​ໃຫ້​ພວກເຮົາ​ຕ້ອງ​ມີ​ຄວາມ​ພະຍາຍາມ ແລະ ມີ​ການ​ຮ່ວມ​ມື​ຈາກ​ຫຼາຍ​ຝ່າຍ​ເຊັ່ນ: ລັດຖະບານ, ປະຊາ​ຄົມ​ວິ​ສາ​ຫະ​ກິດ, ສະຫະ​ສະມາຄົມ ແລະ ບັນດາ​ຄຳ​ປຶກສາ​ຈາກ​ວົງ​ການ​ນັກຮຽນ​ຮູ້ ແລະ ວິທະຍາ​ສາດ.

ຫວຽດນາມວາງ​ເປົ້າ​ໝາຍ​ການ​ເຕີບ​ໂຕ​ສົ່ງ​ອອກ​ໃນ​ປີ 2019 ເພີ່ມ​ຂຶ້ນ​ແຕ່ 7 - 8% ດ້ວຍ​ວົງ​ເງິນ​ສົ່ງ​ອອກ​ບັນລຸ​ປະມານ 258 ຕື້​ໂດ​ລາ. ຈາກ​ບັນດາ​ຜົນງານ​ຄວາມ​ກ້າວໜ້າ​ທີ່​ບັນລຸ​ໄດ້, ໃນ​ສະພາບ​ການ​ບັນດາ​ສັນຍາ​ການ​ຄ້າ​ເສລີກຳລັງ​ມີ​ຜົນ​ສັກສິດພ້ອມ​ກັບ​ ບັນດາ​ເງື່ອນໄຂ​ສະດວກ​ຂອງ​ລະບົບ​ການ​ຄ້າ​ຫຼາຍ​ຝ່າຍ​ນັ້ນ, ເຊື່ອ​ໝັ້ນ​ວ່າ: ຂະແໜງ​ສົ່ງ​ອອກ​ສິນຄ້າ​ຫວຽດນາມຈະ​ບັນລຸ​ບັນດາ​ຄາດໝາຍ​ທີ່​ວາງ​ໄວ້.

(ແຫຼ່ງ​ຂໍ້​ມູນ​: pasaxon.org.la)

ເຫດການ
302 Found

Found

The document has moved here.