ຍສໝ - ວັນທີ 13 ພຶດສະພາ, ໃນພິທີຖະແຫລງຂ່າວ ຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດ ຂອງພະຍາດ COVID-19 ປະເທດລາວ ໄດ້ປະກາດວ່າ: ເປັນເວລາ 31 ມື້ຕິດຕໍ່ກັນ, ບໍ່ມີກໍລະນີຄົນໃໝ່ ຕິດເຊື້ອໄວຣັດ COVID-19, ແລະ ກຳລັງສຶກສາພິຈາລະນາຄວາມເປັນໄປໄດ້ໃນການປະກາດວ່າ ໄດ້ດັບການລະບາດພະຍາດດັ່ງກ່າວເປັນທາງການ.
ຍສໝ - ຕອນບ່າຍວັນທີ 10 ພຶດສະພາ, ຢູ່ປ້ອມກວດກາດ່ານຊາຍແດນ ນ້ຳຢາງ, ແຂວງກວາງນາມ, ກອງບັນຊາການທະຫານຊາຍແດນແຂວງກວາງນາມ ໄດ້ມອບເຂົ້າສານຈຳນວນ 4 ໂຕນ ແລະ ໝີ່ສໍາເລັດຮູບ 200 ກ່ອງ ໃຫ້ແກ່ປະຊາຊົນລາວ ເພື່ອຊ່ວຍປ້ອງກັນການລະບາດຂອງພະຍາດ Covid-19.
ຍສໝ - ວັນທີ 5 ພຶດສະພາ, ສະຖານທູດຫວຽດນາມ ປະຈຳ ສປປ.ລາວ ໄດ້ປະກາດວ່າ, ໂດຍຕອບສະໜອງຕາມຄວາມປາດຖະໜາຂອງປະຊາຊົນຫວຽດນາມ ຈຳນວນຫຼວງຫຼາຍ ໃນປະເທດລາວ ທີ່ຕ້ອງການຢາກກັບເມືອບ້ານເກີດເມືອງນອນ, ຕາມຄຳສະເໜີຂອງສະຖານທູດຫວຽດນາມ ປະຈຳ ສປປ.ລາວ, ອົງການທີ່ມີໜ້າທີ່ ປະເທດລາວ ໄດ້ຕົກລົງອະນຸຍາດໃຫ້ພົນລະເມືອງຫວຽດນາມ ກຳລັງດຳລົງຊີວິດ, ເຮັດວຽກ ແລະ ຮໍ່າຮຽນຢູ່ລາວ ເດີນທາງກັບຫວຽດນາມ ຜ່ານດ່ານຊາຍແດນສາກົນ.
ຍສໝ - ໃນຕອນເຊົ້າຂອງວັນທີ 4 ພຶດສະພາ 2020 ນີ້, ທີແຂວງສາລະວັນ (ປະເທດລາວ) ກອງບັນຊາການທະຫານແຂວງສາລະວັນ ໄດ້ຈັດຕັ້ງພິທີສົ່ງອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຢູ່ລາວ ກັບຄືນປະເທດ.
ຍສໝ - ໃນຕອນບ່າຍຂອງວັນທີ 1 ພຶດສະພາ, ທີ່ນະຄອນຫຼວງວຽງຈັນ, ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ COVID-19, ສປປ.ລາວ ໄດ້ປະກາດມາດຕະການເປັນຄັ້ງທຳອິດ ເຊິ່ງປະຕິບັດມາດຕະການຜ່ອນຜັນ ຈໍານວນໜຶ່ງໃນການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດ Covid-19 ທີ່ໄດ້ນຳໃຊ້ຢ່າງຮຸນແຮງຕັ້ງແຕ່ທ້າຍເດືອນມີນາ.
ຍສໝ - ປະເທດສປປ.ລາວ ກຳລັງຄວບຄຸມການແຜ່ລະບາດຂອງພະຍາດ Covid-19 ເປັນຢ່າງດີ, ເມື່ອຫລັງຈາກ 14 ວັນຕິດຕໍ່ກັນ, ປະເທດລາວບໍ່ປະສົບກັບກໍລະນີໃໝ່ ທີ່ຕິດເຊື້ອພະຍາດ Covid-19. ດັ່ງນັ້ນ, ຈຳນວນກໍລະນີຕິດເຊື້ອ Covid-19 ໃນ ສປປ.ລາວ ຍັງແມ່ນ 19 ຄົນ, ແລະ ໄດ້ປົວຫາຍດີ, ອອກຈາກໂຮງໝໍ 7 ຄົນ.
ອີງຕາມການຖະແຫລງຂ່າວຂອງທ່ານ ຮສ ດຣ. ພູທອນ ເມືອງປາກ, ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ປະເທດລາວ, ຜູ້ປະຈໍາການ ຄະນະສະເພາະກິດ ໃຫ້ຮູ້ວ່າ: ມື້ນີ້ເປັນມື້ທີ 10 ແລ້ວທີ່ ສປປ.ລາວ ບໍມີຜູ້ຕິດເຊື້ອ COVID-19, ແລະ ຮຽກຮ້ອງປະຊາຊົນ ມີຄວາມຈຳເປັນຕ້ອງສືບຕໍ່ປະຕິບັດມາດຕະການຂອງລັດຖະບານຢ່າງເຂັ້ມງວດ ເພື່ອໄດ້ເອົາຊະນະການລະບາດພະຍາດ COVID-19.
ຍສໝ - ໃນວັນທີ 20 ເມສາ, ປະເທດລາວ ຍັງສືບຕໍ່ນຳໃຊ້ມາດຕະການແຍກຫ່າງໃນສັງຄົມ ໄລຍະທີ 2, ເຊິ່ງໄດ້ຕໍ່ກຳນົດເວລາຮອດວັນທີ 3 ພຶດສະພາ, ດ້ວຍການປະຕິບັດມາດຕະການທີ່ເຂັ້ມງວດ ເພື່ອປ້ອງກັນ ແລະ ຄວບຄຸມພະຍາດ Covid-19 ເຖິງວ່າ 8 ມື້ຕິດຕໍ່ກັນ ບໍ່ມີຜູ້ຕິດເຊື້ອ Covid-19.
ຍສໝ - ວັນທີ 19 ເມສາ, ຄ້າຍທະຫານປ້ອງກັນຊາຍແດນ ໝິລິ, ທະຫານຊາຍແດນແຂວງເຫງ້ອ່ານ ໄດ້ມອບເຄື່ອງອຸປະກອນ ແລະ ວັດຖຸທາງການແພດ ເພື່ອປ້ອງກັນ ແລະ ສະກັດກັ້ນພະຍາດ COVID-19 ໃຫ້ແກ່ກອງຮ້ອຍ 217, ກອງບັນຊາການທະຫານແຂວງ ຫົວພັນ, ປະເທດລາວ.
ຍສໝ - ໃນວັນທີ 18 ເມສາ, ກະຊວງສາທາລະນະສຸກຂອງ ສປປ.ລາວ ໄດ້ຢືນຢັນວ່າ ປະເທດລາວ ບໍ່ພົບຜູ່ຕິດເຊື້ອພະຍາດ Covid-19 ເພີ່ມຂຶ້ນ ເປັນເວລາ 6 ວັນຕິດຕໍ່ກັນ, ແລະ ມີ 2 ກໍລະນີໄດ້ປິ່ນປົວດີ.
ຍສໝ - ໃນວັນທີ 16 ເມສາ, ຢູ່ດ່ານຊາຍແດນ ນາມຢ່າງ (ກວາງນາມ), ກອງບັນຊາການທະຫານເຂດ 5 (ກອງທັບປະຊາຊົນຫວຽດນາມ) ໄດ້ສົມທົບກັບບັນດາທ້ອງຖິ່ນ ໄດ້ຈັດຕັ້ງພິທີມອບຮັບອຸປະກອນການແພດ ເພື່ອຊ່ວຍເຫຼືອ ບັນດາທ້ອງຖິ່ນຂອງລາວ ໃນການປ້ອງກັນ ແລະ ສະກັດກັ້ນພະຍາດ Covid-19.
ຍສໝ - ໃນວັນທີ 16 ເມສາ, ຄະນະຊ່ຽວຊານການແພດກອງທັບ ຫວຽດນາມ ໄດ້ສຳເລັດຊຸດເຝິກອົບຮົມການແພດເພື່ອສະກັດກັ້ນພະຍາດ Covid-19 ໃຫ້ບັນດາແພດໝໍ ຂອງປະເທດລາວ ໃນໄລຍະເວລາແຕ່ວັນທີ 7 ເມສາ ຫາ 15 ເມສາ. ພະລາທິການກອງທັບປະຊາຊົນລາວ ໄດ້ຈັດຕັ້ງພິທີສົ່ງຄະນະຊ່ຽວຊານການແພດກອງທັບປະຊາຊົນ ຫວຽດນາມ ກັບຄືນປະເທດ ຢ່າງເປັນທາງການ ແລະ ສະແດງຄວາມຂອບໃຈຕໍ່ຄະນະຊ່ຽວຊານການແພດກອງທັບ ຫວຽດນາມ ເຊິ່ງໄດ້ໃຫ້ການຊ່ວຍເຫລືອໃນຄັ້ງນີ້.
ຍສໝ - ຕາມການຖະແຫຼ່ງຂ່າວຂອງກະຊວງສາທາລະນະສຸກ ສປປ.ລາວ ໃນວັນທີ 12 ເມສາ 2020 ໃຫ້ຮູ້ວ່າ: ໃນ 46 ຕົວຢ່າງທີ່ໄດ້ທົດສອບວິເຄາະ ໂດຍກະຊວງສາທາລະນະສຸກລາວ ໃນວັນທີ 11 ເມສາ, ໄດ້ພົບຜູ້ຕິດເຊື້ອ Covid-19 ເພີ່ມອີກ 1 ຄົນ, ມີປະຫວັດສໍາພັດພົວພັນ ກັບຜູ້ຕິດເຊື້ອທີ່ 16.
ຍສໝ - ສປປ. ລາວ ກວດພົບຜູ້ຕິດເຊື້ອໄວຣັດໂຄວິດ-19 ເພີ່ມອີກ 2 ກໍລະນີ, ຈາກຜົນກວດວິເຄາະ ຫາເຊື້ອທັງໝົດ 62 ກໍລະນີ, ລວມເປັນ 18 ກໍລະນີ.
ຍສໝ - ເຂົ້າຮ່ວມຊຸດອົບຮົມ ມີບັນດາແພດໝໍຈຳນວນ 130 ກວ່າຄົນ ຂອງບັນດາໂຮງໝໍໃຫຍ່ຫຼາຍແຫ່ງໃນປະເທດລາວເຊັ່ນ: ໂຮງໝໍທະຫານສູນກາງ 103, ໂຮງໝໍ ມິດຕະພາບ, ໂຮງໝໍ ມະໂຫສົດ…
ຍສໝ - ໃນວັນທີ່ 9 ເມສາ 2020, ຕາມຖະແຫຼ່ງຂ່າວ ຂອງກະຊວງສາທາລະນະສຸກ ສປປ.ລາວ ວ່າ ມາຮອດຕອນແລງວັນທີ່ 9 ເມສາ, ໄດ້ກວດພົບ ຜູ້ຕິດເຊື້ອ Covid-19 ເພີ່ມຂຶ້ນ 1 ກໍລະນີ, ເຮັດໃຫ້ຈຳນວນຜູ້ຕິດເຊື້ອທັງໝົດ ໃນປະເທດລາວ ເພີ່ມຂຶ້ນເປັນ 16 ຄົນ.
ຍສໝ - ທ່ານ ພູທອນ ເມືອງປາກ, ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ສປປ.ລາວ ກ່າວວ່າ ມາຮອດວັນທີ 8 ເມສາ 2020, ສປປ.ລາວ ໄດ້ກວດພົບຜູ້ຕິດເຊື້ອໄວຣັດ Covid -19 ເພີ່ມອີກ 1 ກໍລະນີເປັນນັກສຶກສາລາວ ກັບມາຈາກປະເທດອັງກິດ.
ຍສໝ - ໃນວັນທີ 6 ເມສາ 2020, ກະຊວງສາທາລະນະສຸກ ສປປ.ລາວ ຢັ້ງຢືນໄດ້ກວດພົບຜູ້ຕິດເຊື້ອ Covid-19 ທີ 12, ຍອດຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ຢູ່ ລາວ ແມ່ນ 12 ຄົນ.
ຍສໝ - ໃນຕອນແລງວັນທີ 5 ເມສາ 2020, ທີ່ສູນປະຕິບັດງານ ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດ Covid -19, ຜູ້ຕາງໜ້າ ກະຊວງສາທາລະນະສຸກ ສປປ.ລາວ ໃຫ້ຮູ້ວ່າ ມາຮອດມື້ນີ້ ປະເທດລາວ ໄດ້ກວດພົບຜູ້ຕິດເຊື້ອ Covid -19 ເປັນກໍລະນີທີ 11 ແລ້ວ.
ຍສໝ - ວັນທີ 1 ເມສານີ້, ລາວ ໄດ້ປະກາດ ການຈັດຕັ້ງປະຕິບັດ “ໂຄງການລະດົມທຶນ ເພື່ອສະໜັບສະໜູນ ການປ້ອງກັນ ແລະ ຕ້ານ ພະຍາດ Covid-19”.