ຫວ່າງແລ້ວນີ້, ຢູ່ສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ, ໂຮງພິມຈໍາໜ່າຍການເມືອງແຫ່ງຊາດ ຊື້ເທິດ ສົມທົບກັບສະຖານທູດລາວ ປະຈຳ ຫວຽດນາມ ໄດ້ຈັດພິທີປະດັບຫຼຽນໄຊແຮງງານ ແຫ່ງ ສປປ ລາວ ໃຫ້ແກ່ບຸກຄົນ ແລະມອບປື້ມເອກະສານກອງປະຊຸມໃຫຍ່ພັກກອມມູນິດຫວຽດນາມ ຄັ້ງທີ XIII, ປື້ມທິດສະດີການເມືອງເປັນພາສາລາວໃຫ້ແກ່ພະນັກງານສະຖານທູດລາວ ແລະນັກສໍາມະນາກອນລາວ ທີ່ພວມຮ່ຳຮຽນ ແລະບໍາລຸງດ້ານການເມືອງຢູ່ຫວຽດນາມ.
ທີ່ຜ່ານມາ, ກອງບັນຊາການຕໍາຫຼວດແຂວງກວາງບິ່ງ ໄດ້ຈັດຕັ້ງພິທີເປີດນໍາໃຊ້ ແລະມອບຮັບຫ້ອງການປ້ອງກັນຄວາມສະຫງົບໃຫ້ກອງບັນຊາການປ້ອງກັນຄວາມສະຫງົບ ປະເທດເພື່ອນລາວ.
ທີ່ບ້ານມ່ວງ, ເມືອງສົບເບົາ, ແຂວງຫົວພັນ, ລາວ, ກອງບັນຊາການທະຫານຊາຍແດນແຂວງເຊີນລາ ຫາກໍ່ດໍາເນີນພິທີມອບ-ຮັບປ້ອມຕໍາຫຼວດບ້ານມ່ວງໃຫ້ຫ້ອງການປ້ອງກັນຄວາມສະຫງົບເມືອງສົບເບົາ.
ຍສໝ - ຫວ່າງແລ້ວນີ້, ວັດ ເຟີດຕິກ ຢູ່ນະຄອນຫຼວງ ວຽງຈັນ, ລາວ ໄດ້ສົມທົບກັບສະຖານທຸດ ຫວຽດນາມ ປະຈຳ ລາວ, ສະມາຄົມຊາວຫວຽດນາມ ຢູ່ນະຄອນຫຼວງວຽງຈັນ ແລະ ສະມາຄົມວິສາຫະກິດ ຫວຽດນາມ ທີ່ຮ່ວມມື ແລະ ລົງທຶນຢູ່ ລາວ (Viet-Lao BACI) ຈັດຕັ້ງພິທີບໍລິຈາກເງິນກໍ່ສ້າງເຂດອານຸສອນການນຳ ແລະ ນັກຮົບປະຕິວັດ ລາວ - ຫວຽດນາມ.
ຍສໝ - ດ່ານຊາຍແດນ ຮ່າເຂົາ (ຈີນ) ແລະ ກິມແທັງ (ລາວກາຍ) ອະນຸຍາດໃຫ້ສິນຄ້າປະເພດໝາກໄມ້ ຜ່ານແດນຄືນໃໝ່, ໃນນັ້ນມີໝາກມັງກອນແຕ່ວັນທີ 12 ມັງກອນ.
ຕອນຄໍ່າວັນທີ 12 ມັງກອນ, ທີ່ວັດເຝິດຕິ໊ກ ຢູ່ນະຄອນຫຼວງວຽງຈັນ, ລາວ ໄດ້ດໍາເນີນພິທີມອບໃບຍ້ອງຍໍໃຫ້ບຸກຄົນ ແລະໝູ່ຄະນະຊາວຫວຽດນາມ ທີ່ມີຜົນງານໃນວຽກງານຊ່ວຍເຫຼືອ ແລະຂົນຂວາຍການຊ່ວຍເຫຼືອໃຫ້ຊາວລາວ ທີ່ປະສົບໄພທໍາມະຊາດ, ພະຍາດໃນໄລຍະຜ່ານມາ ແລະພິທີປຸກລະດົມບໍລິຈາກໃຫ້ໂຄງການບູລະນະວັດເຝິດຕິ໊ກວຽງຈັນ.
ຫວ່າງແລ້ວນີ້, ສະມາຄົມວິສາຫະກິດຫວຽດນາມ ຢູ່ພາກເໜືອລາວ ໄດ້ດໍາເນີນກອງປະຊຸມໃຫຍ່ຄັ້ງທີໜຶ່ງ ຢູ່ນະຄອນຫຼວງພະບາງ.
ວັນທີ 10 – 11 ມັງກອນ, ສື່ມວນຊົນ ລາວ ໄດ້ລົງຫຼາຍຂ່າວ, ບົດ, ສາລະຄະດີ, ພາບຖ່າຍ ກ່ຽວກັບການເຄື່ອນໄຫວຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ ລາວ ຢູ່ ຫວຽດນາມ.
ຍສໝ - ຕອນບ່າຍ ວັນທີ 10 ມັງກອນ, ທ່ານນາຍົກລັດຖະມົນຕີ ສປປ ລາວ ພັນຄຳ ວິພາວັນ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງລັດຖະບານ ໄດ້ເດີນທາງອອກຈາກ ນະຄອນຫຼວງ ຮ່າໂນຍ, ສິ້ນສຸດການຢ້ຽມຢາມ ສສ ຫວຽດນາມ ເປັນທາງການຢ່າງຈົບງາມ ໃນລະຫ່ວາງວັນທີ 08 -10 ມັງກອນ 2022, ໂດຍຕອບສະໜອງຄຳເຊີນຂອງ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ.
ຍສໝ - ໂດຍຕອບສະໜອງຕາມຄຳເຊີນຂອງທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ຫວຽດນາມ, ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງລັດຖະບານລາວ ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງໃນລະຫວ່າງວັນທີ 8 – 10 ມັງກອນ.
ຍສໝ - ຕອນບ່າຍວັນທີ 10 ມັງກອນ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ແລະ ທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ ໄດ້ພົບປະກັບວິສາຫະກິດຂອງ 2 ປະເທດ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫງວຽນຈີ໋ຢຸງ ໃຫ້ຮູ້ວ່າ: ຫວຽດນາມ ມີ 209 ໂຄງການລົງທຶນຢູ່ລາວ ດ້ວຍຍອດຈຳນວນທຶນຈົດທະບຽນ 5,1 ຕື້ USD. ຫວຽດນາມຢືນອັນດັບ 3 ໃນບັນດາປະເທດລົງທຶນຢູ່ລາວ.
ຍສໝ - ວັນທີ 9 ມັງກອນ, ທ່ານລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໂຕເລິມ ໄດ້ມີການພົບປະເຈລະຈາກັບທ່ານລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລາວ ວິໄລ ຫຼ້າຄຳຟອງ ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
ການຮ່ວມມືໃນຂົງເຂດການເມືອງ, ການຕ່າງປະເທດ, ການປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ເສດຖະກິດ, ວັດທະນະທຳ ສັງຄົມ, ການພົວພັນແລກປ່ຽນປະຊາຊົນ ທີ່ນັບມື້ນັບໄດ້ຮັບການເພີ່ມທະວີ ແລະ ພັດທະນາຢ່າງເລິກເຊິ່ງ, ກວ້າງຂວາງ.
ກະຊວງຕຳຫຼວດ 2 ປະເທດຈົ່ງສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນ, ເຂົ້າສູ່ລ່ວງເລີກ, ທັງແກ້ໄຂບັນດາບັນຫາຍຸດທະສາດ, ທັງຮ່ວມມືໃນບັນດາຂົງເຂດລະອຽດຄື ການຕໍ່ສູ້ປ້ອງກັນ, ຕ້ານອາດຊະຍາກຳດ້ານອິນເຕີເນັດ, ເຕັກໂນໂລຊີ
ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມຄະນະກຳມະການຮ່ວມມືທະວີພາຄີລະຫວ່າງ ລັດຖະບານ ຫວຽດນາມ ແລະ ລັດຖະບານ ລາວ ຄັ້ງທີ 44 ຢູ່ ຫວຽດນາມ, ຕອນບ່າຍວັນທີ 9 ມັງກອນ, ຢູ່ ຮ່າໂນ້ຍ, ທ່ານເລຂາທີໜຶ່ງ ສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ຫງວຽນແອັງຕວ໊ນ ໄດ້ຕ້ອນຮັບທ່ານເລຂາສູນກາງຄະນະຊາວໜຸ່ມ ປະຊາຊົນປະຕິວັດ ລາວ ອາລຸນໄຊ ສູນນະລາດ.
ຍສໝ - ການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີລາວ ພັນຄຳ ວິພາວັນ ບໍ່ພຽງແຕ່ຕັ້ງຢືນຄວາມສະໜິດຕິດພັນ, ການຮ່ວມມືຮອບດ້ານ ລະຫວ່າງ ລາວ - ຫວຽດນາມ ເທົ່ານັ້ນ ຫາກຍັງແມ່ນພະຍານຫຼັກຖານໃຫ້ແກ່ສາຍພົວພັນຢ່າງສະໜິດແໜ້ນລະຫວ່າງສອງປະເທດ.
ຫວ່າງແລ້ວນີ້, ຢູ່ທີ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ຕົງຄາວ, ຕາແສງແທງເນືອ, ເມືອງດ້ຽນບຽນ (ແຂວງດ້ຽນບຽນ), ຄະນະກໍາມະການປະຊາຊົນແຂວງດ້ຽນບຽນ ໄດ້ຈັດຕັ້ງພິທີໄວ້ອາໄລ ແລະປົງອັດຖິທະຫານອາສາສະໝັກຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມ ຢູ່ລາວ ຈໍານວນ 6 ອັດຖິ.
ທ່ານພົນເອກ ໂງຊວັນລິກ ກໍຕີລາຄາສູງຕໍ່ເລື່ອງກອງທັບປະຊາຊົນ ລາວ ແລະ ທ່ານຈັນສະໝອນ ຈັນຍະລາດເອງ ທີ່ຍາມໃດກໍໃຫ້ຄວາມເອົາໃຈໃສ່ໃນການເພີ່ມພູນຄູນສ້າງສາຍພົວພັນຮ່ວມມືທາງດ້ານປ້ອງກັນຊາດລະຫວ່າງສອງປະເທດ.
ຕອນເຊົ້າວັນທີ 8/1, ພາຍຫຼັງພິທີຕ້ອນຮັບ ແລະ ການພົບປະເຈລະຈາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈີ້ງ ແລະ ທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ ໄດ້ເປັນປະທານກອງປະຊຸມຖະແຫຼງຂ່າວກ່ຽວກັບໝາກຜົນການເຈລະຈາ.
ຫວຽດນາມ ຍາມໃດກໍກຽມພ້ອມໃຫ້ການຊ່ວຍເຫຼືອ ລາວ ຈົນສຸດຄວາມສາມາດຂອງຕົນເທົ່າທີ່ສາມາດເຮັດໄດ້ ເພື່ອປະກອບສ່ວນເຂົ້າໃນການແບ່ງປັນ, ຊ່ວຍເຫຼືອ ລາວ ແກ້ໄຂຄວາມຫຍຸ້ງຍາກ.