ກວ໋າງນາມ ຕ້ອນຮັບຄະນະຜູ້ແທນຂັ້ນສູງສະຫະພັນແມ່ຍິງລາວ

22:24 | 07/07/2022

ຕອນບ່າຍວັນທີ 5 ກໍລະກົດ, ທ່ານ ຟານຫວຽດເກື່ອງ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງກວ໋າງນາມ ພ້ອມກັບທ່ານ ເລວັນຢຸ້ງ ຮອງເລຂາຜູ້ປະຈຳການພັກແຂວງ, ຫົວໜ້າຄະນະສະມາຊິກສະພາແຫ່ງຊາດແຂວງກວ໋າງນາມ ໄດ້ມີການຕ້ອນຮັບ ແລະເຮັດວຽກກັບຄະນະຜູ້ແທນຂັ້ນສູງສະຫະພັນແມ່ຍິງ ສປປ ລາວ ນໍາໂດຍທ່ານນາງ ອິນລາວັນ ແກ້ວບຸນພັນ ປະທານສະຫະພັນແມ່ຍິງ ສປປ ລາວ ເນື່ອງໃນໂອກາດການຢ້ຽມຢາມສັນຖະວະໄມຕີຢູ່ຫວຽດນາມ.

ການໂຄສະນາການຄ້າ ແລະ ຜະລິດຕະພັນ ຫວຽດນາມ ທີ່ Nottingham ການໂຄສະນາການຄ້າ ແລະ ຜະລິດຕະພັນ ຫວຽດນາມ ທີ່ Nottingham
ຊຸມວັນວັດທະນະທໍາ ສ.ເກົາຫຼີ ຢູ່ ກວ໋າງນາມ ປີ 2021 ຊຸມວັນວັດທະນະທໍາ ສ.ເກົາຫຼີ ຢູ່ ກວ໋າງນາມ ປີ 2021
ກວ໋າງນາມ ຕ້ອນຮັບຄະນະຜູ້ແທນຂັ້ນສູງສະຫະພັນແມ່ຍິງລາວ
ການນໍາແຂວງກວ໋າງນາມ ມອບຂອງຂວັນໃຫ້ຄະນະຜູ້ແທນຂັ້ນສູງສະຫະພັນແມ່ຍິງ ສປປ ລາວ. ພາບ: baoquangnam.vn

ທ່ານ ຟານຫວຽດເກື່ອງ ສະແດງຄວາມປິຕິຊົມຊື່ນເມື່ອໄດ້ຕ້ອນຮັບຄະນະຜູ້ແທນຂັ້ນສູງສະຫະພັນແມ່ຍິງລາວ ມາຢ້ຽມຢາມແຂວງກວ໋າງນາມ. ທ່ານ ຟານຫວຽດເກື່ອງ ເນັ້ນໜັກວ່າ ການຢ້ຽມຢາມຄັ້ງນີ້ຂອງຄະນະປະຕິບັດງານມີຄວາມໝາຍສໍາຄັນ, ດໍາເນີນໄປໃນສະພາບການທີ່ຫວຽດນາມ ແລະລາວ ສະເຫຼີມສະຫຼອງ “ປີສາມັກຄີ, ມິດຕະພາບ ຫວຽດນາມ-ລາວ, ລາວ-ຫວຽດນາມ 2022”; ສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມືຫວຽດນາມ-ລາວ. ທ່ານ ຟານຫວຽດເກື່ອງ ກໍ່ແຈ້ງໃຫ້ຊາບກ່ຽວກັບບັນດາໝາກຜົນທີ່ບັນລຸໄດ້ໃນການພົວພັນຮ່ວມມືລະຫວ່າງແຂວງກວ໋າງນາມ ກັບບັນດາແຂວງພາກໃຕ້-ກາງລາວ ໃນໄລຍະຜ່ານມາຢ່າງມີປະສິດທິຜົນ. ຜ່ານນັ້ນ, ຮັດແໜ້ນຄວາມສາມັກຄີ, ມິດຕະພາບ, ການຮ່ວມມື, ການພັດທະນາລະຫວ່າງສອງຝ່າຍກວ່າອີກ.

ທ່ານນາງ ອິນລາວັນ ແກ້ວບຸນພັນ ຂອບໃຈການຕ້ອນຮັບຢ່າງສົມກຽດຂອງການນໍາແຂວງກວ໋າງນາມ ຕໍ່ກັບຄະນະປະຕິບັດງານ. ພ້ອມທັງປາດຖະໜາຢາກໃຫ້ການພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດລາວ-ຫວຽດນາມ ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນຊົ່ວກາລະນານ. ສະຫະພັນແມ່ຍິງສອງປະເທດລາວ-ຫວຽດນາມ ເວົ້າລວມ, ບັນດາແຂວງເຊກອງ, ຈໍາປາສັກ - ກວ໋າງນາມ ເວົ້າສະເພາະ ສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມ, ເພີ່ມທະວີການພົບປະແລກປ່ຽນ, ແລກປ່ຽນບົດຮຽນ, ຍົກສູງຄຸນນະພາບປະສິດທິຜົນການຮ່ວມມືລະຫວ່າງສອງຝ່າຍ.

ກອ​ງ​ທັບ​

ເຫດການ
302 Found

Found

The document has moved here.