​ຄົນຫວຽດ​ນາມ​ຂອງ​ນັກ​ສຶກ​ສາ​ລາວ

00:00 | 30/06/2022

ຍ​ສ​ໝ - ​ໃນ​ເວລາ​ໂອ້​ລົມ​ກັບ​ນັກ​ຂ່າວ​ຈາກ​ວາລະສານ ຍຸກສະໄໝ, ທ່ານ​ພັນ​ເອກ ຫງວຽນ​ດຶກ​ຮົ່ງ, ປະທານ​ສະມາຄົມ​ມິດຕະພາບ​ຫວຽດນາມ - ລາວ ປະຈຳ​ແຂວງ ​ໄທ​ບິ່ງ ​ໄດ້​ເອົາ​ໂທລະສັບ​ມາ “​ເຊີດ​ຊູ” ລູກ​ຊາຍ​ຂອງ​ທ່ານ ບຸນ​ເພັງ ລາດສະ​ທຳ ທີ່​ພວມ​ເຮັດ​ວຽກ​ຢູ່​ໂຮງໝໍ. ຮ່າໂນ້ຍ - ໂຮງໝໍທົ່ວໄປ ວຽງຈັນ (ນະຄອນຫຼວງ ວຽງຈັນ, ລາວ).

Sunflower Mission ມອບ​ທຶນ​ການ​ສຶກ​ສາ ໃຫ້​ແກ່​ນັກ​ຮຽນ​ທຸກ​ຍາກ 143 ຄົນ​ຢູ່​ເທື່ອ​ທຽນ​ເຫ້ວ Sunflower Mission ມອບ​ທຶນ​ການ​ສຶກ​ສາ ໃຫ້​ແກ່​ນັກ​ຮຽນ​ທຸກ​ຍາກ 143 ຄົນ​ຢູ່​ເທື່ອ​ທຽນ​ເຫ້ວ
ຫວຽດ​ນາມ ແບ່ງ​ປັນ​ບົດ​ຮຽນ​ຢູ່​ເວ​ທີ​ປາ​ໄສ​ການ​ສຶກ​ສາ​ໂລກ 2022 ຫວຽດ​ນາມ ແບ່ງ​ປັນ​ບົດ​ຮຽນ​ຢູ່​ເວ​ທີ​ປາ​ໄສ​ການ​ສຶກ​ສາ​ໂລກ 2022
​ຄົນຫວຽດ​ນາມ​ຂອງ​ນັກ​ສຶກ​ສາ​ລາວ
ທ່ານ​ ພັນ​ເອກ ຫງວຽນ​ດຶກ​ແຮ້ງ (ຄົນທີສອງ, ນັບຈາກເບື້ອງຊ້າຍມື) ຖ່າຍ​ຮູບ​ນຳ​ຄອບ​ຄົວລູກຮັກ ບຸນແພງ ເນື່ອງໃນໂອກາດ ບຸນເພັງ ໄດ້ຮັບໃບປະກາດສະນີຍະບັດ. ພາບ: ດຶກ​ແຮ້ງ

ບຸນແພງ ຫຼ້າທຳສະຖິດ ແມ່ນ​ລູກ​ຮັກ​ຄົນ​ທຳ​ອິດ​ ແລະ ເປັນ​ຄົນ​ທີ່​ມີ​ເວ​ລາ​ສະ​ໜິດ​ຕິດ​ພັນຫຼາຍ​ທີ່​ສຸດ​ກັບ​ທ່ານ​ພັນ​ເອກ ຫງວຽນ​ດຶກ​ແຮງ.

ບຸນແພງ ຫຼ້າທຳສະຖິດ ມີ​ສະ​ພາບ​​​ປະ​ສົບ​ກັບຫຍຸ້ງ​ຍາກ. ຕອນ​ກຳ​ລັງ​ເປັນ​ຫົວ​ໜ້າ​ຄະ​ນະ​ຕິດ​ຕໍ່​ພົວ​ພັນ​ນັກ​ສຶກ​ສາ​ລາ​ວ​ລຸ້ນ​ກ່ອນ ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ ແພດ​ສາດ ທ໊າຍ​ບິ່ງ, ບຸນແພງ ຫຼ້າທຳສະຖິດ ເສຍໃຈຢ່າງໜັກ​ເມື່ອ​ໄດ້​ຮັບ​ຂ່າວ​ວ່າ ພໍ່​ຂອງ​ຕົນ​ຖືກ​ອຸ​ບັດ​ຕິ​ເຫດເສຍຊີວິດ, ແມ່​ມີ​ອາ​ຍຸ​ສູງ​ແລ້ວ. ໃນ​ຈຸດ​ເວ​ລາ​ນັ້ນ, ພັນ​ເອກ ຫງວຽນ​ດຶກ​ແຮ້ງ ແລະ ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ​ ແຂວງ ທ໊າຍ​ບິ່ງ​ໄດ້​ລະ​ດົມ​ກຳ​ລັງ​ໃຈ, ໜູນ​ຊ່ວຍ​ນ້ອງ ​ສືບ​ຕໍ່​ການ​ຮຽນ.

ໂດຍ​ໄດ້​ຟັງ​ຄວາມ​ຂອງ​ພໍ່​ຮັກ, ບຸນ​ແພງ ໄດ້​ສູ້​ຊົນ​ຮຽນ​ໃຫ້​ເກັ່ງ, ບັນ​ລຸ​ໝາກ​ຜົນ​ສູງ​ທີ່​ສຸດ. ວັນທີ່ ບຸນ​ແພງ​ ໄດ້​ຮັບ​ໃບ​ປະ​ກາດ, ຄອບ​ຄົວ​ຂອງ​ ບຸນ​ແພງ​ ມາ​ທ໊າຍ​ບິ່ງ ເພື່ອ​ເຂົ້າ​ຮ່ວມ​ພິ​ທີ​ຮັບ​ໃບ​ປະ​ກາດ ແລະ ຮັບ​ນ້ອງ​ກັບ​ເມືອ​ບ້​ານ. ທ່ານ​ແຮ້ງ ​ພ້ອມ​ກັບ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ ​ແຂວງ​ທ໊າຍ​ບິ່ງ ກໍ​ຊ່ວຍ​ເຫຼືອ​ຄອບ​ຄົວ​ຂອງ​ນ້ອງທາງດ້ານບ​່ອນ​ຢູ່​ບ່ອນ​ກິນ, ຕ້ອນ​ຮັບ​ຄື​ແຂກ​ພິເສດ. ເວ​ລາຢືນ​ຖ່າຍ​ຮູບ​ນຳ​ກັນ​ກັບ​ບຸນ​ແພງ ແລະ ຄອບ​ຄົວ​ຂອງ​ນ້ອງ​ໃນ​ພິ​ທີ​ຮັບ​ໃບ​ປະ​ກາດ ແມ່ນ​ຄວາມຮູ້ສຶກທີ່​ບໍ່​ອາດ​ຫຼົງ​ລືມ​ໄດ້​ຂອງ​ລຸງ.

ກັບ​ເມືອ​ລາວ, ບຸນ​ແພງ ໄດ້​ປະ​ຕິ​ບັດ​ງານ​ຢູ່​ໂຮງ​ໝໍຫຼາຍ​ຂະ​ແໜງ ຮ່າ​ໂນ້ຍ - ວຽງ​ຈັນ​. ທຸ​ກ​ທິດ, ບຸນ​ແພງລ້ວນ​ແຕ່​ໂທ​ຫາ​ຢື້​ຢາມ​ຖາມ​ຂ່າວ​ຄອບ​ຄົວ​ພໍ່​ແຮ້ງ. ເມື່ອ​ພະ​ຍາດ​ໂຄວິດ - 19 ຢູ່​ວຽງ​ຈັນ​ມີ​ການ​ຜັນ​ແປ​ຢ່າງ​ສັບ​ສົນ, ບຸນ​ແພງ ຕ້ອງ​ຍາມ​ຢູ່​ໂຮງ​ໝ​ໍ​ເປັນ​ປະ​ຈຳ. ດົນໆ​ບໍ່​ເຫັນ​ລູກ, ລຸງ​ແຮ້ງ​ຮູ້​ສຶກ​​ຮ້ອນ​ໃຈ. ໂດຍ​ໄດ້​ຮັບ​ຂ່າວ​ວ່າ​ສະ​ພາບ​ການ​ພະ​ຍາດ​ມີ​ການ​ຜັນ​ແປ​ທີ່​ສັບ​ສົນ, ລຸງ​ໄດ້​ສົ່ງ​ຂໍ້​ຄວາມ​ຢື້​ຢາມ​ຖາມ​ຂ່າວ​ເປັນ​ປະ​ຈຳ, ລະ​ດົມ​ກຳ​ລັງ​ໃຈ ແລະ ບອກ​ກັບ​ລູກ​ຕ້ອງ​ກິນ​ເຂົ້າ​ໃຫ້​ອີ່ມ, ນອ​ນ​​ຫຼັບດີ ແລະ ຮັກ​ສາ​ສຸ​ຂະ​ພາບ​ຂອງ​ຕົນ.

ນອກ​ຈາກ ບຸນແພງ ຫຼ້າທຳສະຖິດ, ລຸງ​ຫງວຽນ​ດຶກ​ແຮ້ງ​ຍັງ​ມີ​ລູກ​ຮັກ​ລາວອີກ 5 ຄົນ. ບັນ​ດາ​ນັກ​ສຶກ​ສາລາວ​ ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ແພດ - ການ​ຢາ ທ໊າຍ​ບິ່ງ ກໍ່​ເອີ້ນ​ລຸງ ຫງວຽນ​ດຶກ​ແຮ້ງ ​ເປັນ​ “ພໍ່”. ນັບ​ແຕ່​ເວ​ລາ​ສ້າງ​ຕັ້ງ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ ​ແຂວ​ງ​ທ໊າຍ​ບິ່ງ, ປະ​ຕິ​ບັດ​ໂຄງ​ການ “homestay”, ບັນ​ດາ​ສະ​ມາ​ຊິກ​ຂອງ​ສະ​ມາ​ຄົມ​ໄດ້​ໜູນ​ຊ່ວຍ​ນັກ​ສຶກ​ສາ​ລາວ​ນັບ​ຮ້ອຍໆ​ຄົນ, ພາ​ພວກ​ນ້ອງ​ກັບ​ເມືອ​ບ້ານ​ໃນ​ຊຸມ​ວັນ​ທ້າຍ​ທິດ, ຍາມພັກແລ້ງ, ວັນ​ບຸນ ເພື່ອ​ໃຫ້​ພວກ​ນ້ອງ​ຮູ້​ຈັກ​ເຖິງ​ຮີດ​ຄອງ​ປະ​ເພ​ນີຂອງ ຫວຽດ​ນາມ.

ເວ​ລາ​ທຳ​ອິດ, ເມື່ອ​ພວກ​ລູກ​ຮັກ​ຫາ​ກໍ່​ມາ​ຫວຽດ​ນາມ​ຮ່ຳ​ຮຽນ, ເວົ້າ​ພາ​ສາ​ຫວຽດ​ນາມ ຍັງບໍ່​ຂອດ, ທຸກ​ສິ່ງ​ທຸກ​ຢ່າງ​ລ້ວນແຕ່​ແປກ​ໃໝ່, ເພາະ​ສະ​ນັ້ນ, ໂທ​ລະ​ສັບ​ຂອງ​ລຸງ​ແຮ້ງ​ເຄີຍ​ໄດ້​ຮັບ​ຂໍ້​ຄວາມ​ທີ່​ຂຽນ​ວ່າ: “ພໍ່​ເອີຍ, ລູກ​ແລ່ນ​ຜິດທາງ, ​ກົດຈາ​ລະ​ຈອນ”, “ພໍ່​ເອີຍ, ໜັງ​ສື​ຂອງ​ລູກ​ກາຍກຳນົດ​ແລ້ວ…” ແຕ່​ລະ​ເທື່ອ, ລຸງ​ພັດ​ໄປແກ້​ໄຂ​ໃຫ້​ແກ່​ລູກ ເຖິງວ່າ ວຽກ​ນັ້ນ​ ລຸງ​ກໍ່​ບໍ່​ສາ​ມາດ​ແກ້​ໄຂ​ໄດ້, ມີແຕ່​ໃຫ້ຄວາມເອົາ​ໃຈ​ໃສ່​, ໜູນ​ຊ່ວຍ.

ໃນ​ໂອ​ກາດ​ພວກ​ລູກ​ຮັກກັບ​ບ້ານ​ເຕົ້າ​ໂຮ​ມ​ກັນ, ລຸງ​ເອົາ​ເງິນ​ໃຫ້​ພວກ​ລູກ​ໄປ​ຕະຫຼາດ​ຊື້​ຂອງ​ກິນ​ເອງ, ເຮັດ​ອາ​ຫານ​ຂອງ​ລາວ ໃນ​ຄາບ​ເຂົ້າຄອບ​ຄົວ​ຄື ລາບ​, ແກ້​ງ​ໜ່​ໍ​ໄມ້, ຕຳ​ໝາກ​ຮຸ່ງ… ທັງ​ຮູ້​ສຶກ​ດີ​ໃຈ​ພ້ອມ​ກັບ​ກັບ​ພວກ​ລູກ​ກະ​ກຽມ​ເຍື​່ອງ​ອາ​ຫານ​ຕ່າງໆ, ທັງ​ລະ​ດົມ​ກຳ​ລັ​ງ​ໃຈ​ໃຫ້​ລູກ​ມາ​ນະ​ພະ​ຍາ​ຍາ​ມ​ຮ່ຳ​ຮຽນ.

ລຸງ​ແຮ້ງ​ເວົ້າ​ນຳ​ລູກ​ຮັກ​ຂອງ​ຕົນ​ວ່າ: “ການ​ຮຽນ​ຕ້ອງ​ບຸ​ລິ​ມະ​ສິດ​ກ່​ວາ​ສິ່ງ​ໃດ​ໝົດ. ສ່ວນ​ນ້ຳ​ໃຈ​ຄວາມ​ຮັກ​ແພງ, ເຮົາ​ເປັນ​ຄົນ​ໃນ​ຄອບ​ຄົວ​ດຽວ​ກັນ, ເຫັນ​ເຂົ້າ​ຢາກ​ກິນ​ກໍ່​ມາ​ກິນ, ເຫັນ​ວຽກ​ຢາກ​ເຮັດ​ກໍ່​ໄປ​ເຮັດ”.

ລຸງ​ແຮ້ງ​ຍັງ​ຈຳ​ໄດ້​ກໍ​ລະ​ນີ​ນັກ​ສຶກ​ສາ ສາ​ນຸດ​ ໂສ​ດາ​ລັກ (ນັກ​ສຶກ​ສາມະ​ຫາ​ວິ​ທະ​ຍາ​ໄລ​ແພດ - ການ​ຢາ ທ໊າຍ​ບິ່ງ) ເປັນ​ຄວາມ​ດັນ​ເລືອດ​ສູງ, ດີ​ໃຈ​ທີ່ໄດ້​ຮັບ​ການປິ່ນ​ປົວ​ສຸກ​ເສີນ​ຢ່າງ​ທັນ​ການ. ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ​ ແຂວ​ງ​ທ໊າຍ​ບິ່ງ ໄດ້​ລະ​ດົມ​ເງ​ິນ​ເປັນ​ຈຳ​ນວນ​ນັບ​ສິບ​ລ້ານ​ດົ່ງ ເພື່ອ​ຊ່ວຍ​ຄອບ​ຄົວ ສາ​ນຸດ ມາ ທ໊າຍ​ບິ່ງ. ມາ​ໂຮງ​ໝໍ, ພໍ່​ເຖົ້າ​ແມ່​ເຖົ້າ, ພໍ່​ແມ່ ສາ​ນຸດ ​ບໍ່​ຮູ້​ພາ​ສາ ຫວຽດ, ຊ້ຳ​ບໍ່​ໜຳ​ຫິວ​ກໍ່​ບໍ່​ຮູ້ຈະເຮັດ​​ແນວ​ໃດ​ເພື່ອ​ຊື້​ເຂົ້າ​ຈີ່. ເມື່ອ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ກ່ຽວ​ກັບ​ດ້ານ​ພາ​ສາ​ໃນ​ການຢູ່ກິນ ຫຼື ​ການ​ເດີນ​ທາງ​ໄປ​ມາ, ເບິ່ງ​ແຍງ ສາ​ນຸດ, ສະ​ມາ​ຄົມ​ມິ​ດ​ຕະ​ພາບ ຫວຽດ​ນາມ - ລາວ ແຂວງ​ທ໊າຍ​ບິ່ງ ໄດ້​ສົມ​ທົບ​ກັບ​ໂຮງ​ຮຽນ ແລະ ຄະ​ນະ​ຕິດ​ຕໍ​່ພົວ​ພັນ​ນັກ​ສຶກ​ສາ ລາວ ເພື່ອ​ພ້ອມ​ກັນ​ຄອບ​ຄົວ​ເບິ່ງ​ແຍງ​ດູ​ແລ, ຈາກ​ນັ້ນ ສາ​ນຸດ​ ກໍໄດ້​ຟື້ນ​ຟູ​ເປັນ​ປົກ​ກະ​ຕິ​ໂດຍ​ໄວ. ພາຍຫຼັງ 6 ເດືອນ, ລຸງ​ແຮ້ງ ພັດ​ໜູນ​ຊ່ວຍ​ນຳ ສາ​ນຸດ​ໄປ​ຍັງ​ສະ​ໜາມ​ບິນ ກັບ​ເມືອລາວ. ເຊິ່ງ​ມີ​ຄວາມຕື້ນ​ຕັນ​ໃຈ​ຕໍ່​ນ້ຳ​ໃຈ​ຂອງ​ລຸງ​ແຮ້ງ, ສາ​ນຸດ ​ຍັງ​ໂທ​ຫາ​ຢື້​ຢາມ​ຖາມ​ຂ່າວ​ຄອບ​ຄົວ​ລຸງ​ເປັນ​ປະ​ຈຳ.

ສຳ​ລັບ​ພ​ັນ​ເອກ ຫງວຽນ​ດຶກ​ແຮ້ງ ແລ້ວ, ເລື່ອງ​ຮັບ​ລູກ​ຮັກ, ໜູນ​ຊວ່ຍ ຫຼື ​ສົມ​ທົບ​ກັບ​ມະ​ຫາ​ວິ​ທະ​ຍາ​ໄລ​ແພດ - ການ​ຢາ ທ໊າຍ​ບິ່ງ​ ເພື່ອ​ເບິ່ງ​ແຍງ​ດູ​ແລ​ນັກ​ສຶກ​ສາ​ລາວ​ແມ່ນ​ທຳ​ມະ​ດາ. ເລື່ອງ​ນັ້ນ​ເກີດ​ຈາກ​ນ້ຳ​ໃຈ​ຄວາມ​ຮັກ​ແພງ​ຂອງ​ລຸງ​ທີ່​ມີ​ຕໍ່​ປະ​ເທດ​ລາວ ເຊິ່ງ​ແມ່ນ​ສະ​ຖານ​ທີ່​ລຸງ​ຍັງ​ຖື​ວ່າ ບ້ານ​ເກີດ​ເມືອງນອນ​ແຫ່ງ​ທີ 2 ຂອງ​ຕົນ, ພ້ອມ​ທັງ​ກໍ່​ແມ່ນ​ການ​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຕໍ່​ປະ​ຊາ​ຊົນ​ລາວ ທີ່​ໄດ້​ເບິ່ງແຍງ ລຸງ​ໃນຕະຫຼອດ​ໄລ​ຍະທີ່​ລຸງ​ຢູ່​ທ່າມ​ກາງ​ສັດ​ຕູ ​ເພື່ອ​ສ້າງ​ຮາກ​ຖານ​ການປະ​ຕິ​ວັດ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.