ນຳການພົວພັນລະຫວ່າງເມືອງເມື່ອງລາດ ແລະເມືອງວຽງໄຊ, ສົບເບົາ ຂຶ້ນສູ່ລະດັບສູງໃໝ່

11:15 | 07/07/2022

ວັນທີ 30 ມິຖຸນາ, ຢູ່ເມືອງເມື່ອງລາດ ໄດ້ດໍາເນີນພິທີລົງນາມບົດບັນທຶກຊ່ວຍຈຳການຮ່ວມມືລະຫວ່າງເມືອງເມື່ອງລາດ (ແຂວງແທັງຮ໊ວາ) ແລະເມືອງວຽງໄຊ, ເມືອງສົບເບົາ, ແຂວງຫົວພັນ (ປະເທດ ສປປ ລາວ) ໄລຍະ 2022-2024.

ນໍາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສະຫະພັນລັດເຊຍ ຂຶ້ນສູ່ລະດັບສູງໃໝ່ ນໍາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສະຫະພັນລັດເຊຍ ຂຶ້ນສູ່ລະດັບສູງໃໝ່
ຫວຽດນາມ ຢາກນຳການພົວພັນສອງປະເທດ ກັບນິວຊີແລນ ຂຶ້ນສູ່ລະດັບສູງໃໝ່ ຫວຽດນາມ ຢາກນຳການພົວພັນສອງປະເທດ ກັບນິວຊີແລນ ຂຶ້ນສູ່ລະດັບສູງໃໝ່

ເນື່ອງໃນໂອກາດນີ້, ນັກຂ່າວໜັງສືພິມແຂວງແທັງຮ໊ວາ ໄດ້ມີການແລກປ່ຽນກັບບັນດາສະຫາຍການນຳ 3 ເມືອງ ກ່ຽວກັບການພົວພັນມິດຕະພາບ, ນ້ຳໃຈສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງອົງຄະນະພັກ, ອຳນາດການປົກຄອງ ແລະປະຊາຊົນເມືອງເມື່ອງລາດ, ເມືອງວຽງໄຊ ແລະເມືອງສົບເບົາ ເວົ້າສະເພາະ, ສອງແຂວງແທັງຮ໊ວາ-ຫົວພັນ ເວົ້າລວມ.

ນຳການພົວພັນລະຫວ່າງເມືອງເມື່ອງລາດ ແລະເມືອງວຽງໄຊ, ສົບເບົາ ຂຶ້ນສູ່ລະດັບສູງໃໝ່
ພິທີລົງນາມບົດບັນທຶກຊ່ວຍຈຳການຮ່ວມມືລະຫວ່າງເມືອງເມື່ອງລາດ (ແຂວງແທັງຮ໊ວາ) ແລະເມືອງວຽງໄຊ, ເມືອງສົບເບົາ, ແຂວງຫົວພັນ (ປະເທດ ສປປ ລາວ) ໄລຍະ 2022-2024. ພາບ: ງອັກຮ໊ວນ.

ນັກຂ່າວ: ລາຍການລົງນາມບົດບັນທຶກຊ່ວຍຈຳການຮ່ວມມືລະຫວ່າງ 3 ເມືອງເມື່ອງລາດ, ວຽງໄຊ ແລະສົບເບົາ ໄດ້ຈັດຕັ້ງຢູ່ເມືອງເມື່ອງລາດ ມີຄວາມໝາຍຄືແນວໃດຕໍ່ກັບທ້ອງຖິ່ນ?

ສະຫາຍ ຮ່າວັນກາ: ອົງຄະນະພັກ, ອຳນາດການປົກຄອງທ້ອງຖິ່ນ ແລະປະຊາຊົນເມືອງເມື່ອງລາດ ມີຄວາມປິຕິຊົມຊື່ນ, ພາກພູມໃຈເປັນກຽດໄດ້ຕ້ອນຮັບຄະນະຜູ້ແທນສອງເມືອງວຽງໄຊ ແລະສົບເບົາ ມາຢ້ຽມຢາມ, ເຮັດວຽກຢູ່ທ້ອງຖິ່ນ. ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ-ລາວ (5-9-1962 / 5-9-2022) ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມືຫວຽດນາມ-ລາວ (18-7-1977 / 18-7-2022), 55 ປີແຫ່ງວັນເຊັນເອກະສານຮ່ວມມືແທັງຮ໊ວາ-ຫົວພັນ.

ແຕ່ປີ 2019 ຮອດປະຈຸບັນ, ພະຍາດໂຄວິດ-19 ແຜ່ລະບາດໄດ້ສົ່ງຜົນກະທົບເຖິງທຸກດ້ານຂອງຊີວິດສັງຄົມ, ໃນນັ້ນມີ 3 ທ້ອງຖິ່ນ. ປີ 2021, ຕາມແຜນການ, ບັນດາເມືອງຈັດຕັ້ງກອງປະຊຸມເຊັນເອກະສານຮ່ວມມືໄລຍະ 2021-2023, ແຕ່ວ່າບໍ່ສາມາດດຳເນີນໄປໄດ້. ເຖິງຢ່າງໃດກໍ່ຕາມ, ການແລກປ່ຽນຂໍ້ມູນຂ່າວສານ ແລະປະຕິບັດບັນດາຂໍ້ຕົກລົງ ແລະບົດບັນທຶກຊ່ວຍຈຳໃນໄລຍະກ່ອນຍັງຄົງຜັນຂະຫຍາຍຢ່າງເປັນປະຈຳ, ມີປະສິດທິຜົນ.

ລາຍການລົງນາມບົດບັນທຶກຊ່ວຍຈຳການຮ່ວມມືໃນບັນດາຂົງເຂດໃນໄລຍະ 2022-2024 ລະຫວ່າງ 3 ເມືອງ ມີຄວາມໝາຍສຳຄັນ ເພື່ອແນໃສ່ສືບຕໍ່ປັບປຸງ ແລະເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືລະຫວ່າງເມື່ອງລາດ-ວຽງໄຊ-ສົບເບົາ, ປະກອບສ່ວນປັບປຸງ ແລະເພີ່ມທະວີພັດທະນາການພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ, ແທັງຮ໊ວາ-ຫົວພັນ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນ.

ນັກຂ່າວ: ສະຫາຍຈົ່ງຕີລາຄາສະພາບການພັດທະນາເສດຖະກິດ-ສັງຄົມ, ຮັບປະກັນການປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂອງເມືອງວຽງໄຊ ໃນໄລຍະຜ່ານມາ?

ສະຫາຍ ຄຳໂຮມ ມີໄຊ: ເມືອງວຽງໄຊ ຕິດຈອດກັບເມືອງສົບເບົາ, ຊຳໃຕ້, ຊຳເໜືອ (ຫົວພັນ), ເມື່ອງລາດ, ກວານເຊີນ, ກວານຮ໊ວາ (ແທັງຮ໊ວາ), ມີ 104 ບ້ານ, 13 ກຸ່ມບ້ານ, 6.061 ຄອບຄົວ, ພົນລະເມືອງ 32.143 ຄົນ, ລວມມີ 5 ຊົນເຜົ່າດຳລົງຊີວິດຢູ່ຮ່ວມກັນ. ວຽງໄຊ ມີພູສູງ, ກວມເອົາ 90% ເນື້ອທີ່, ແມ່ນໜຶ່ງໃນບັນດາເມືອງທຸກຍາກຂອງແຂວງຫົວພັນ. ໃນໄລຍະຜ່ານມາ, ອົງຄະນະພັກ, ອຳນາດການປົກຄອງເມືອງວຽງໄຊ ໄດ້ມານະພະຍາຍາມປະຕິບັດການລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກໃຫ້ປະຊາຊົນ, ພັດທະນາເສດຖະກິດ-ສັງຄົມ. ປະຈຸບັນ, ພື້ນຖານໂຄງລ່າງນັບມື້ນັບສົມບູນຂຶ້ນ, ຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບໄດ້ຮັບການປັບປຸງເທື່ອລະກ້າວ.

ວຽງໄຊ ມີຄວາມສາມາດບົ່ມຊ້ອນ, ມີທ່າແຮງໃນການລ້ຽງສັດ, ປູກຝັງ, ເຄື່ອງຫັດຖະກຳ ແລະການບໍລິການ, ການທ່ອງທ່ຽວ. ມາຮອດປະຈຸບັນ GDP ໃນທົ່ວເມືອງບັນລຸ 174,78 ຕື້ກີບ, ບັນລຸ 95,66% ຂອງແຜນການ; ລາຍຮັບສະເລ່ຍໃສ່ຫົວຄົນບັນລຸ 5.601,923 ກີບ/ຄົນ/ປີ. ມະຕິກອງປະຊຸມໃຫຍ່ອົງຄະນະພັກເມືອງ ຄັ້ງທີ XI ວາງອອກເປົ້າໝາຍ ໄລຍະ 2020-2024, ເມືອງວຽງໄຊ ສູ້ຊົນຫຼຸດຄອບຄົວທຸກຍາກລົງໃຫ້ຍັງເຫຼືອ 40% ໃນປີ 2024 ແລະສັບຊ້ອນພະນັກງານລົງກໍ່ສ້າງພື້ນຖານການເມືອງທ້ອງຖິ່ນ.

ນຳການພົວພັນລະຫວ່າງເມືອງເມື່ອງລາດ ແລະເມືອງວຽງໄຊ, ສົບເບົາ ຂຶ້ນສູ່ລະດັບສູງໃໝ່
ນັກຂ່າວໜັງສືພິມແຂວງແທັງຮ໊ວາ ສຳພາດບັນດາສະຫາຍການນຳເມືອງວຽງໄຊ ແລະສົບເບົາ ຢູ່ເມືອງເມື່ອງລາດ. ພາບ: ຕ໊ຽນດົງ.

ນັກຂ່າວ: ໂດຍປະຕິບັດລາຍການຕາມຂໍ້ຕົກລົງຮ່ວມມືໃນບັນດາຂົງເຂດລະຫວ່າງເມືອງເມື່ອງລາດ ແລະເມືອງວຽງໄຊ ມີຄວາມໝາຍຄືແນວໃດຕໍ່ກັບການພັດທະນາເສດຖະກິດ-ສັງຄົມ, ຮັບປະກັນການປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂອງເມືອງວຽງໄຊ, ຂໍຮຽນສະຫາຍ?

ສະຫາຍ ຄຳໂຮມ ມີໄຊ: ການເຊັນບົດບັນທຶກຊ່ວຍຈຳການຮ່ວມມືລະຫວ່າງສອງເມືອງໃນໄລຍະ 2022-2024 ມີຄວາມໝາຍທີ່ສຸດຕໍ່ກັບການພັດທະນາເສດຖະກິດ-ສັງຄົມ ຂອງເມືອງວຽງໄຊ. ໃນບົດບັນທຶກຊ່ວຍຈຳ ພວກຂ້າພະເຈົ້າໄດ້ພ້ອມກັນເຫັນດີເປັນເອກະພາບ ແລະເຊັນ 6 ຫົວຂໍ້ໃຫຍ່, ພິເສດແມ່ນບັນຫາຮັກສາຄວາມໝັ້ນຄົງຢູ່ເຂດຊາຍແດນແຫ່ງຊາດ; ຕ້ານ ແລະສະກັດກັ້ນອາດຊະຍາກຳປະເພດຕ່າງໆຢູ່ເຂດຊາຍແດນ.

ນັກຂ່າວ: ພາຍຫຼັງຖືກຜົນສະທ້ອນຈາກພະຍາດໂຄວິດ-19 ໃນໄລຍະຍາວ ໄດ້ເຮັດໃຫ້ການພົວພັນຕ່າງປະເທດ, ການພົບປະແລກປ່ຽນລະຫວ່າງບັນດາເມືອງຕິດ ຈອດກັນປະສົບກັບຄວາມຫຍຸ້ງຍາກ. ສະຫາຍມີຄວາມຮູ້ສຶກຄືແນວໃດເມື່ອພ້ອມກັບຄະນະປະຕິບັດງານເມືອງສົບເບົາ ມາເມືອງເມື່ອງລາດ?

ສະຫາຍ ໄຊຍະແສງ ຊົງຢົງຢາ: ໃນໄລຍະຜ່ານມາການພົວພັນຮ່ວມມືລະຫວ່າງບັນດາເມືອງຖືກຂາດຕອນຍ້ອນຜົນສະທ້ອນຂອງພະຍາດໂຄວິດ-19, ເຖິງຢ່າງໃດກໍ່ຕາມ, ການນຳບັນດາເມືອງກໍ່ໄດ້ດຳເນີນການແລກປ່ຽນ, ຕິດຕໍ່ກັນຢ່າງເປັນປະຈຳ. ມື້ນີ້, ເມື່ອສະພາບໂລກລະບາດໄດ້ຮັບການຄວບຄຸມເປັນຢ່າງດີ, ພວກຂ້າພະເຈົ້າ ພ້ອມກັບຄະນະການນຳຂັ້ນສູງຂອງເມືອງສົບເບົາ ໄດ້ມາພົບປະກັບບັນດາສະຫາຍການນຳເມືອງເມື່ອງລາດ ໂດຍກົງ, ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນມູນເຊື້ອສາມັກຄີມິດຕະພາບຮ່ວມມືຮອບດ້ານລະຫວ່າງສອງປະເທດຫວຽດນາມ-ລາວ ເວົ້າລວມ, ລະຫວ່າງສອງເມືອງສົບເບົາ-ເມື່ອງລາດ ເວົ້າສະເພາະ. ຜ່ານລາຍການທີ່ໄດ້ລົງນາມ, ໄດ້ຮັບຟັງບົດລາຍງານສະພາບການພັດທະນາເສດຖະກິດ-ສັງຄົມ ຂອງເມືອງເມື່ອງລາດ, ຜ່ານນັ້ນພວກຂ້າພະເຈົ້າ ມີການຖອດຖອນບົດຮຽນ, ປຽບທຽບ, ຍົກອອກບັນດາບົດຮຽນ ເພື່ອຮັບໃຊ້ການພັດທະນາເສດຖະກິດ-ສັງຄົມ ຂອງເມືອງສົບເບົາ ໃນໄລຍະຈະມາເຖິງ.

ນັກຂ່າວ: ສະຫາຍຈົ່ງໃຫ້ຮູ້ ເພື່ອໃຫ້ເມືອງສົບເບົາ ແລະເມືອງເມື່ອງລາດ ເວົ້າສະເພາະ, ແຂວງແທັງຮ໊ວາ-ຫົວພັນ ເວົ້າລວມ ສືບຕໍ່ເພີ່ມພູນຄູນສ້າງນ້ຳໃຈສາມັກຄີ, ມິດຕະພາບ, ການຮ່ວມມືພ້ອມກັນພັດທະນາຕ້ອງມີການເຄື່ອນໄຫວລະອຽດຄືແນວໃດ?

ສະຫາຍ ໄຊຍະແສງ ຊົງຢົງຢາ: ເມືອງສົບເບົາ ໄດ້ຮັບການສ້າງຕັ້ງມາຮອດປະຈຸບັນ ແມ່ນຄົບຮອບ 25 ປີ. ເມື່ອໄດ້ຮັບການສ້າງຕັ້ງ, ເມືອງສົບເບົາ ແລະເມື່ອງລາດ ຍາມໃດກໍ່ຮ່ວມມືຮອບດ້ານໃນຂົງເຂດຕ່າງໆ. ປະຊາຊົນສອງຝາກຊາຍແດນໄດ້ໄປມາຫາສູ່ກັນ, ຢ້ຽມຢາມກັນ, ແລກປ່ຽນສິນຄ້າ ແລະມີຄວາມສະໜິດຕິດພັນກັນແບບພິເສດ. ໃນໄລຍະຜ່ານມາ, ເມືອງສົບເບົາ ໄດ້ຮັບການໜູນຊ່ວຍຫຼາຍຢ່າງຈາກເມືອງເມື່ອງລາດ ໃນບັນດາຂົງເຂດ. ນັ້ນແມ່ນອາລົມຈິດທີ່ມີຄວາມໝາຍພິເສດທີ່ສຸດຂອງສະຫາຍອ້າຍນ້ອງ, ເພື່ອນຮ່ວມກົມກອງ, ນ້ຳໃຈອ້າຍນ້ອງຜູກພັນກັນຢ່າງເລິກເຊິ່ງທີ່ບໍ່ສາມາດເລົ່າຈົນໝົດໄດ້.

ຜ່ານມາ, ຍ້ອນຜົນສະທ້ອນຢ່າງໜັກໜ່ວງຂອງພະຍາດໂຄວິດ-19, ແຕ່ວ່າການນໍາຂອງສອງເມືອງກໍ່ໄດ້ແລກປ່ຽນກັນຢ່າງເປັນປະຈຳ. ມາຮອດປະຈຸບັນ, ສະພາບພະຍາດໂຄວິດ-19 ໄດ້ຮັບການຄວບຄຸມໂດຍພື້ນຖານ, ຂ້າພະເຈົ້າ ປາດຖະໜາຢາກໃຫ້ການນຳສອງຝ່າຍຍູ້ແຮງການພົບປະແລກປ່ຽນ, ແຮກສ່ຽວ ແລະເພີ່ມທະວີການຮ່ວມມືໃນທຸກຂົງເຂດຢ່າງແຮງ. ພ້ອມທັງຍູ້ແຮງການໂຄສະນາ, ສຶກສາມູນເຊື້ອໃຫ້ປະຊາຊົນ, ໂດຍສະເພາະແມ່ນຄົນຮຸ່ນໜຸ່ມຂອງສອງຝ່າຍຮັບຮູ້ຢ່າງເລິກເຊິ່ງກ່ຽວກັບມູນເຊື້ອ ແລະເພີ່ມພູນຄູນສ້າງໃຫ້ການພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດຫວຽດນາມ-ລາວ, ສອງແຂວງແທັງຮ໊ວາ-ຫົວພັນ ກໍ່ຄືລະຫວ່າງສອງເມືອງເມື່ອງລາດ-ສົບເບົາ; ຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ ແລະຄວາມປອດໄພທາງສັງຄົມຢູ່ເຂດຊາຍແດນ; ກໍ່ສ້າງເສັ້ນຊາຍແດນ 3 ເມືອງເມື່ອງລາດ-ວຽງໄຊ-ສົບເບົາ ແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມືພ້ອມກັນພັດທະນາ.

ນັກຂ່າວ: ຂໍຂອບໃຈ

ກອ​ງ​ທັບ​

ເຫດການ
302 Found

Found

The document has moved here.