ຍສໝ - ທ່ານປະທານປະເທດຫງວຽນຊວນຟຸກ ໄດ້ຕີລາຄາສູງການຮ່ວມມືທີ່ມີປະສິດທິຜົນ ແລະ ແທດຈິງຂອງຍີ່ປຸ່ນໃນການພັດທະນາເສດຖະກິດ - ສັງຄົມຂອງຫວຽດນາມ, ໃນນັ້ນມີການຊ່ວຍເຫຼືອໃນການສະໜອງອຸປະກອນຄຸ້ມຄອງຮັກສາວັກຊີນ.
ຍສໝ - ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ໄດ້ຮຽກຮ້ອງທ່ານ Macron - ປະທານາທິບໍດີຝລັ່ງ ໃນການສະໜັບສະໜູນປະຊາຄົມຊາວຫວຽດນາມຢູ່ຝະລັ່ງ ໃຫ້ມີສະຖຽນລະພາບໃນຊີວິດ ແລະ ຮັບປະກັນການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດ COVID-19.
ທ່ານປະທານປະເທດ ຫງວຽນຊວັນຟຸກ ແລະ ບັນດາຜູ້ອອກສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ໄດ້ມີການພົບປະກັບຜູ້ມີສິດເລືອກຕັ້ງຢູ່ເມືອງ ກຸຈີ ແລະ ຮ໊ອກມົນ (ນະຄອນໂຮ່ຈີມິນ).
ຕອນເຊົ້າວັນທີ 30 ເມສາ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ແລະ ຄະນະປະຕິບັດງານໄດ້ໄປຢ້ຽມຢາມ ແລະ ກວດກາວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19, ປິ່ນປົວໃຫ້ຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ໂຮງໝໍປອດ ດ່ານັ້ງ.
ຍສໝ - ມາຮອດປັດຈຸບັນ ຕົວເລກຜູ້ຕິດເຊື້ອສະສົມຢູ່ປະເທດ ລາວ ມີ 672 ຄົນ. ໃນນີ້ ປິ່ນປົວດີ 50 ຄົນ ແລະ ຍັງປິ່ນປົວຢູ່ສະຖານທີ່ຕ່າງໆກໍານົດໄວ້ທົ່ວປະເທດຈໍານວນ 622 ຄົນ.
ຍສໝ - ໃນຕອນບ່າຍວັນທີ 29 ເມສາ 2021, ຢູ່ຮ່າໂນ້ຍ, ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ໄດ້ໄປຢ້ຽມຢາມ ແລະ ມອບຂອງຂັວນໃຫ້ແກ່ຄອບຄົວເປົ້າໝາຍນະໂຍບາຍ ທີ່ເຂົ້າຮ່ວມບັ້ນຮົບ ໂຮ່ຈີມິນ.
ຍສໝ - ທ່ານປະທານປະເທດຊີ້ແຈ້ງວ່າ ຫວຽດນາມຖືເປັນສຳຄັນການຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ກັບປະເທດຈີນ ເພື່ອພັດທະນາການຮ່ວມມືທີ່ ໝັ້ນຄົງ, ຍືນຍົງ, ຍາວນານ, ສະເໝີພາບ ແລະ ມີຜົນປະໂຫຍດສ່ວນລວມ.
ຍສໝ - ທ່ານ ຫງວຽນຊວນຟຸກ ເນັ້ນໜັກວ່າ ວິວັດການຫັນປ່ຽນຕ້ອງມີຄວາມຍຸຕິທຳ ແລະກວມລວມ, ສະເໝີພາບກ່ຽວກັບກາລະໂອກາດ ແລະການຊົມໃຊ້ຜົນປະໂຫຍດຂອງປະຊາຊົນ, ບໍ່ໃຫ້ໃຜ “ຖືກປະໄວ້ຢູ່ທາງຫຼັງ”; ຮຽກຮ້ອງບັນດາປະເທດພັດທະນາສືບຕໍ່ນໍາໜ້າກ່ຽວກັບການຫຼຸດຜ່ອນການປ່ອຍອາຍພິດ ແລະເພີ່ມທະວີການໜູນຊ່ວຍດ້ານການເງິນ, ເຕັກໂນໂລຢີ, ພະລັງງານຂຽວ ແລະກໍ່ສ້າງພື້ນຖານໂຄງລ່າງຢ່າງມີປະສິດທິຜົນ...
ໃນຂອບເຂດກອງປະຊຸມສຸດຍອດ, ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ຈະພ້ອມກັບທ່ານ Joe Biden ປະທານາທິບໍດີ, ນາຍົກລັດຖະມົນຕີແອັດສະປາຍ ແລະປະທານາທິບໍດີບັນດາປະເທດ ໄນຈີເຣຍ ແລະໂປໂລຍ ເຂົ້າຮ່ວມ ແລະກ່າວຄໍາເຫັນທີ່ວາລະປະຊຸມສໍາຄັນນີ້ກ່ຽວກັບຫົວຂໍ້ “ບັນດາຜົນປະໂຫຍດດ້ານເສດຖະກິດຂອງການກະທໍາດິນຟ້າອາກາດ” ເຊິ່ງໄດ້ດໍາເນີນໃນຕອນຄ່ໍາວັນທີ 23 ເມສາ.
ຍສໝ - ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ຕີລາຄາສູງຜົນງານຂອງເວທີປາໄສໃນຕະຫຼອດ 20 ປີຜ່ານມາ, ປາດຖະໜາວ່າເວທີປາໄສສືບຕໍ່ແມ່ນບ່ອນແລກປ່ຽນລະຫວ່າງນັກການເມືອງ, ນັກຄົ້ນຄວ້າ, ວິສາຫະກິດບັນດາປະເທດກ່ຽວກັບບັນດາບັນຫາສໍາຄັນຂອງພາກພື້ນ.
ຍສໝ - ໃນຖານະຕຳແໜ່ງປະທານສະພາຄວາມໝັ້ນຄົງ ສປຊ ເດືອນເມສາ 2021, ວັນທີ 19 ເມສາ, ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ໄດ້ເປັນປະທານວາລະປຶກສາ ຫາລືເປີດຂັ້ນສູງ ສະພາຄວາມໝັ້ນຄົງ ສປຊ ດ້ວຍຫົວຂໍ້ “ເພີ່ມທະວີການຮ່ວມມືລະຫວ່າງ ສປຊ ແລະບັນດາອົງການຈັດຕັ້ງພາກພື້ນໃນການຊຸກຍູ້ການສ້າງຄວາມໄວ້ເນື້ອເຊື່ອໃຈ ແລະເຈລະຈາໃນການສະກັດກັ້ນ ແລະແກ້ໄຂການປະທະກັນ” ຜ່ານລະບົບທາງໄກ ແລະໂດຍກົງ.
ຍສໝ - ຕາງໜ້າບັນດາເອກອັກຄະລັດຖະທູດ, ອຸປະທູດບັນດາປະເທດອາຊຽນ ປະຈຳ ຮ່າໂນ້ຍ, ທ່ານ Pengiran Haji Sahari bin Pengiran Haji Salleh, ເອກອັກຄະລັດຖະທູດບຣູໄນ ຊົມເຊີຍທ່ານ ຫງວຽນຊວນຟຸກ ທ່ີໄດ້ຮັບຄວາມເຊື່ອໝັ້ນຈາກພັກ, ລັດ ແລະປະຊາຊົນຫວຽດນາມ ໃຫ້ດຳລົງຕຳແໜ່ງໃໝ່.
ໃນໂອກາດສົ່ງທ້າຍປີເກົ່າ “ ປີຊວດ” ແລະ ຕ້ອນຮັບປີໃໝ່ “ ປີສະຫລູ” ພ.ສ 2564, ຂ້າພະເຈົ້າ ຂໍຖືໂອກາດເອົາ ເລີກງາມຍາມດີ ວັນທີ່ເປັນ ມົງຄຸນນີ້, ສົ່ງຄໍາ ອວຍພອນໄຊອັນປະເສີດ ມາຍັງພີ່ນ້ອງຮ່ວມຊາດ ຕະຫລອດເຖິງພີ່ນ້ອງ ເຊື້ອຊາດລາວ ທີ່ອາໄສຢູ່ຕ່າງປະເທດ ກໍຄືຊາວຕ່າງ ປະເທດທີ່ດໍາລົງຊີວິດ, ປະຕິບັດໜ້າທີ່ ແລະ ທໍາມາຫາກິນ ຢູ່ ສປປ ລາວ ຂໍໃຫ້ທຸກໆທ່ານ ຈົ່ງປາ ສະຈາກໂລກໄພໄຂ້ເຈັບ, ປອດໄພ ຈາກພະຍາດ ໂຄວິດ-19, ມີພະລານາໄມສົມບູນ, ສຸກກາຍສຸກໃຈ ແລະ ມີຄວາມຈະເລີນ ກ້າວໜ້າທຸກປະການ.
ຍສໝ - ສຳນັກຂ່າວສານປະເທດລາວ KPL ມີບົດຂຽນທີ່ມີຫົວຂໍ້ວ່າ ສະພາແຫ່ງຊາດຫວຽດນາມ ສຳເລັດການແຕ່ງຕັ້ງບັນດາຕຳແໜ່ງການນຳຂອງກົງຈັກລັດ...
ເນື່ອງໃນໂອກາດທ່ານ ຫງວຽນຊວັນຟຸກ ໄດ້ຮັບການເລືອກຕັ້ງເປັນປະທານປະເທດແຫ່ງສສ.ຫວຽດນາມ, ທ່ານເລຂາທິການໃຫຍ່, ປະທານປະເທດແຫ່ງສປປ.ລາວ ທອງລຸນ ສີສຸລິດ ໄດ້ສົ່ງສານ ແລະ ອວຍພອນທາງໂທລະສັບ.
ຍສໝ - ທ່ານນາງ ຫວໍທິແອງຊວັນ ເກີດປີ 1970, ບ້ານເກີດຢູ່ເມືອງ ຕິງບຽນ, ແຂວງ ອານຢາງ. ເປັນກຳມະການສູນກາງພັກຊຸດທີ XII, XIII; ເປັນສະມາຊິກສະພາແຫ່ງຊາດຊຸດທີ XIV.
ພາຍຫຼັງພິທີສາບານຕົວເຂົ້າຮັບດຳລົງຕຳແໜ່ງ, ທ່ານປະທານປະເທດ ຫງວຽນຊວນຟຸກ ຢັ້ງຢືນວ່າ ບົດຮຽນ, ປະສົບການຂອງບັນດາການນຳຊຸດກ່ອນ ແມ່ນພື້ນຖານອັນລ້ຳຄ່າເພື່ອໃຫ້ທ່ານສືບທອດ ແລະ ສູ້ຊົນປະຕິບັດໜ້າທີ່ສຳຄັນຂອງຕົນໃນຖານະເປັນປະທານປະເທດໃຫ້ເປັນຢ່າງດີ.
ເຖິງວ່າໜ້າທີ່ແມ່ນໜັກໜ່ວງທີ່ສຸດ, ແຕ່ດ້ວຍໜ້າທີ່ຄວາມຮັບຜິດຊອບອັນສູງສົ່ງຕໍ່ພັກ, ຕໍ່ປະຊາຊົນ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ສຸມຈິດສຸມໃຈໃຫ້ແກ່ການພັດທະນາປະເທດຊາດ, ປະຕິບັດສຳເລັດໜ້າທີ່ໃນຖານະຕຳແໜ່ງປະທານປະເທດແຫ່ງສສ.ຫວຽດນາມ.
ຍສໝ - ເມື່ອບໍ່ດົນມານີ້, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດກູບາ Raul Castro ໄດ້ການໂທລະສັບກັບທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ.
ຍສໝ - ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ສະແດງຄວາມຫວັງວ່າ ຫວຽດນາມ ແລະ ລັດເຊຍ ສືບຕໍ່ເພີ່ມທະວີ ແລະ ເປີດກ້ວາງການຮ່ວມມືໃນບັນດາຂົງເຂດປ້ອງກັນຄວາມສະຫງົບແບບເກົ່າ ແລະ ແບບໃໝ່ກໍຄືໃນຂົງເຂດອື່ນໆເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຢູ່ພາກພື້ນ ແລະ ໃນໂລກ.