ຍສໝ - ໃນວັນທີ 20 ມີນາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນກອງປະຊຸມໃຫຍ່ຂອງສະມາຄົມມິດຕະພາບຫວຽດນາມ - ລາວ ໃນຂົງເຂດຕຳຫຼວດປະຊາຊົນ (ສະມາຄົມ) ຄັ້ງທຳອິດ, ອາຍຸການ 2025 - 2030. ທ່ານ ພົນເອກ ເລືອງຕາມກກວາງ, ກຳມະການກົມການເມືອງ, ເລຂາທິການຄະນະພັກຕຳຫຼວດສູນກາງ, ລັດຖະມົນຕີກະຊວງຕຳຫຼວດ ເຂົ້າຮ່ວມ ແລະ ກ່າວຄຳປາໄສຊີ້ນຳທີ່ກອງປະຊຸມໃຫຍ່.
ຍສໝ - ໂດຍສົມທົບກັບສູນກາງສະມາຄົມມິດຕະພາບ ຫວຽດນາມ - ລາວ, ສະມາຄົມມິດຕະພາບ ຫວຽດນາມ - ລາວ ໃນຂົງເຂດຕຳຫຼວດປະຊາຊົນ ໄດ້ມີຫຼາຍການປະກອບສວນຢ່າງແທດຈິງ ແລະ ມີຄວາມໝາຍ, ປະກອບເພີ່ມພຸນຄຸນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດ.
ຍສໝ - ວັນທີ 12 ມັງກອນນີ້, ຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໂຕເລີມ ໄດ້ຕ້ອນຮັບຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນຄວາມສະຫງົບລາວ ໂດຍ ພົນເອກ ວິໄລ ຫຼ້າຄຳຟອງ, ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລາວ ນຳໜ້າຄະນະ ມີການຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ.
ຍສໝ - ຫວ່າງມໍ່ໆນີ້, ວິທະຍາຄານສັນຕິບານປະຊາຊົນ ໄດ້ຈັດພິທີປິດຊຸດອົບຮົມຫົວຂໍ້ສະເພາະກ່ຽວກັບວຽກງານຕ້ານການເຄື່ອນໄຫວສວຍໃຊ້ອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດເພື່ອລ່ວງລະເມີດຄວາມໝັ້ນຄົງແຫ່ງຊາດ ໃຫ້ແກ່ພະນັກງານກະຊວງປ້ອງກັນຄວາມສະຫງົບ ລາວ. ທ່ານ ສາດສະດາຈານ, ປະລິນຍາເອກ, ພັນເອກ ຫງວຽນເຈືອງທໍ້, ຮອງຫົວໜ້າວິທະຍາຄານສັນຕິບານປະຊາຊົນ ເປັນປະທານພິທີ.
ຍສໝ - ຫວ່າງມໍ່ໆມານີ້, ຢູ່ນະຄອນ ໂຮ່ຈີມິນ, ກົມພົວພັນຕ່າງປະເທດ ແລະ ກົມກົດໝາຍ ແລະ ການປະຕິຮູບດ້ານບໍລິຫານ, ຕຸລາການ - ກະຊວງຕຳຫຼວດ ຫວຽດນາມ ສົມທົບກັບໂຄງການພັດທະນາສະຫະປະຊາຊາດ (UNDP) ຢູ່ ຫວຽດນາມ ໄດ້ຈັດຕັ້ງການສຳມະນາສາກົນ “ແນະນຳບົດລາຍງານແຫ່ງຊາດຄັ້ງທີສອງຂອງ ຫວຽດນາມ ກ່ຽວກັບການປະຕິບັດສົນທິສັນຍາຕ້ານການທໍລະມານ ແລະ ຮູບແບບອື່ນໆຂອງການປະພຶດ ຫຼື ການລົງໂທດທີ່ໂຫດຮ້າຍ, ບໍ່ມີມະນຸດສະທຳ ຫຼື ເຮັດໃຫ້ມະນຸດອັບອາຍຂາຍໜ້າ.
ຍສໝ - ວັນທີ 27 ພະຈິກ, ຢູ່ຫໍພິພິທະພັນຕຳຫຼວດປະຊາຊົນ, ກະຊວງຕຳຫຼວດ ແລະ ອົງການສະຫະປະຊາຊາດກ່ຽວກັບຄວາມສະເໝີພາບທາງເພດ ແລະ ມອບສິດໃຫ້ແມ່ຍິງ (UN Women) ໄດ້ສົມທົບກັນຈັດຕັ້ງເປີດງານວາງສະແດງຮູບພາບ ແລະ ໂຄສະນາກົດໝາຍສິດທິມະນຸດໃນເດືອນການກະທຳກ່ຽວກັບຄວາມສະເໝີພາບທາງເພດ, ປ້ອງກັນ ແລະ ຮັບມືກັບຄວາມຮຸນແຮງບົນພື້ນຖານທາງເພດ.
ຍສໝ - ຫວ່າງມໍ່ໆມານີ້, ຄະນະປະຕິບັດງານໂດຍ ທ່ານພົນຈັດຕະວາ ສຸຍບຸນຮຽງ ຮອງຫົວໜ້າຮັບຜິດຊອບດ້ານປ້ອງກັນ, ຕ້ານອັກຄີໄພ ແລະ ວັດຖຸລະເບີດ, ພະແນກຕຳຫຼວດແຂວງ Tboung Kh'Mum, ລາຊະອານາຈັກ ກຳປູເຈຍ ເປັນຫົວໜ້າຄະນະ ໄດ້ມາຢ້ຽມຢາມ ແລະ ຂອບອົກຂອບໃຈຕຳຫຼວດແຂວງ ໄຕນິງ ທີ່ໄດ້ໃຫ້ການໜູນຊ່ວຍດັບເພີງຢູ່ຕາແສງ Tropeng Phlong, ເມືອງ Ponhia Kret ຢ່າງທັນການ.
ຍສໝ - ກຳລັງຕຳຫຼວດທະເລຂອງສອງປະເທດຫວຽດນາມ ແລະ ອິນໂດເນເຊຍ ຫາກໍ່ສຳເລັດການຊ້ອມຮົບຮ່ວມຢູ່ເຂດທະເລນອກຝັ່ງທະເລແຂວງ ບາເຣ້ຍ - ຫວຸງເຕົ່າ ຢ່າງຈົບງາມ.ເຫດການນີ້ໄດ້ປະກອບສ່ວນຮັດແໜ້ນນ້ຳໃຈສາມັກຄີ, ມິດຕະພາບທີ່ເປັນມູນເຊື້ອ, ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດ, 2 ກຳລັງ; ແມ່ນໂອກາດເພື່ອໃຫ້ພະນັກງານ, ນັກຮົບຂອງສອງປະເທດໄດ້ແລກປ່ຽນ, ຮ່ຳຮຽນ, ມີປະສົບການອັນລ້ຳຄ່າຕື່ມອີກໃນການປະຕິບັດໜ້າທີ່ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ, ປະຕິບັດກົດໝາຍຢູ່ທະເລ.
ຍສໝ - ວັນທີ 9 ຕຸລາ 2024, ຢູ່ນະຄອນຫຼວງວຽງຈັນ, ລາວ, ທ່ານພົນໂທ ເຈີ່ນກວກຕໍ໋, ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງຕຳຫຼວດ, ນຳໜ້າຄະນະຜູ້ແທນຂັ້ນສູງກະຊວງຕຳຫຼວດຫວຽດນາມ ໄປຢ້ຽມຂ່ຳນັບທ່ານພົນເອກ ວິໄລ ຫຼ້າຄຳຟອງ, ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ.
ຍສໝ - ວັນທີ 16 ກັນຍາ, ແມ່ຍິງກະຊວງຕຳຫຼວດ ໄດ້ຈັດຕັ້ງລາຍການ “ມ່ວນຊື່ນໃນວັນບຸນໄຫວ້ພະຈັນ, ມອບຂອງຂວັນໃຫ້ເດັກນ້ອຍຊົນເຜົ່າສ່ວນໜ້ອຍ 150 ຄົນ ແລະ ນັກຮຽນລາວ 110 ຄົນ ທີ່ພວມຮໍ່າຮຽນຢູ່ຮ່າໂນ້ຍ.
ຍສໝ - ບັນດາຖະໜົນຫົນທາງທີ່ສູງຊັນ, ເບື້ອງໜຶ່ງເປັນເປີ້ນພູ, ອີກເບື້ອງໜຶ່ງເປັນເຫວເລິກຢູ່ບ້ານ ນາກ່າ, ເທດສະບານ ປາກເມົ່າ, ເມືອງ ບ່າວເລີມ, ແຂວງ ກາວບັງ, ເຄີຍເປັນບ່ອນທີ່ຫຼອກຫຼອນສຳລັບພໍ່ແມ່ພີ່ນ້ອງໃນຍາມຄ່ຳຄືນ. ແຕ່ປະຈຸບັນ, ໄຟສະຫວ່າງຈາກກິດຈະການ “ແສງສະຫວ່າງຄວາມສະຫງົບ” ຂອງຕຳຫຼວດແຂວງ ກາວບັງ ບໍ່ພຽງແຕ່ໄຕ້ໄຟສະຫວ່າງໃຫ້ແກ່ເສັ້ນທາງຢູ່ຊົນນະບົດເທົ່ານັ້ນ ຫາກຍັງໄຕ້ຄວາມຫວັງກ່ຽວກັບການດຳລົງຊີວິດທີ່ປອດໄພ ແລະ ໝັ້ນຄົງ.
ຍສໝ - ກະຊວງຕຳຫຼວດ ຫວຽດນາມ ໄດ້ຈັດການຝຶກອົບຮົມ, ເຂົ້າຮ່ວມບັນດາຊຸດບຳລຸງສ້າງ, ຝຶກຊ້ອມຢູ່ພາຍໃນ ແລະ ຕ່າງປະເທດໃຫ້ນາຍຕຳຫຼວດປະຊາຊົນກວ່າ 70 ເທື່ອຄົນ
ຍສໝ - ປູກຕົ້ນໄມ້ມິດຕະພາບ; ໂຄສະນາເຜີຍແຜ່ກົດໝາຍໃຫ້ປະຊາຊົນເຂດຊາຍແດນ ຫວຽດນາມ - ລາວ; ການແຂ່ງຂັນຕີດອກປິກໄກ່ ແລະ ບານສົ່ງມິດຕະພາບ... ແມ່ນບັນດາການເຄື່ອນໄຫວທີ່ຟົດຟື້ນໃນໂຄງການພົບປະແລກປ່ຽນນາຍທະຫານໜຸ່ມທະຫານປ້ອງກັນຊາຍແດນ ຫວຽດນາມ ແລະ ນາຍຕຳຫຼວດໜຸ່ມ ກຳລັງປ້ອງກັນຄວາມສະຫງົບ, ຕຳຫຼວດ ລາວ. ໂຄງການດັ່ງກ່າວໄດ້ດຳເນີນໃນວັນທີ 8 ກໍລະກົດ ຢູ່ດ່ານຊາຍແດນສາກົນ ເບີອີ (ຕາແສງ ເປີອີ, ເມືອງ ງອກໂຮ່ຍ, ແຂວງ ກອນຕູມ, ຫວຽດນາມ).
ຍສໝ - ໃນລະຫວ່າງ 2 ວັນຂອງວັນທີ 30 ແລະ 31 ພຶດສະພາ, ຄະນະປະຕິບັດງານຂອງກົມການເມືອງທະຫານປ້ອງກັນຊາຍແດນ ໂດຍທ່ານ ພັນເອກ ຫງວຽນແທ່ງຫາຍ, ຮອງຫົວໜ້າກົມການເມືອງ ທະຫານປ້ອງກັນຊາຍແດນ ໄດ້ລົງເຄື່ອນໄຫວສຳຫຼວດ, ວິເຄາະ, ຕີລາຄາແຕ່ລະຈຸດທີ່ຕັ້ງ, ສະຖານທີ່ ຮັບໃຊ້ບັນດາການເຄື່ອນໄຫວໃນຂອບເຂດການພົບປະແລກປ່ຽນພະນັກງານໜຸ່ມທະຫານປ້ອງກັນຊາຍແດນ ຫວຽດນາມ ກັບພະນັກງານໜຸ່ມກົມໃຫຍ່ສັນຕິບານ, ກົມໃຫຍ່ຕຳຫຼວດ ລາວ, ຢູ່ 2 ແຂວງ ບິ່ງດິ້ງ ແລະ ກອນຕູມ.
ຍສໝ - ໃນພິທີປິດ, ເຈົ້າໜ້າທີ່ຕຳຫຼວດລາວ ໄດ້ສະແດງຄວາມຂອບໃຈ ແລະ ອວຍພອນໃຫ້ຄູ-ອາຈານ ແລະ ພະນັກງານສູນຝຶກ ແລະ ນຳໃຊ້ສັດວິຊາຊີບ (ກອງບັນຊາການຕຳຫຼວດເຄື່ອນທີ່, ກະຊວງຕຳຫຼວດ) ແລະ ສັນຍາວ່າ ຈະນຳເອົາຄວາມຮູ້ທີ່ໄດ້ຮຽນມາເຂົ້າໃນວຽກງານປ້ອງກັນ ແລະ ຕ້ານອາດຊະຍາກຳ ແລະ ຮັບປະກັນຄວາມໝັ້ນຄົງແຫ່ງຊາດ.
ຍສໝ - ທີ່ການພົບປະ, ການນຳຕຳຫຼວດຂອງສອງແຂວງໄດ້ແລກປ່ຽນບາງຂໍ້ມູນກ່ຽວກັບສະພາບເສດຖະກິດ - ສັງຄົມ, ຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນຫວຽດນາມ - ລາວ; ພ້ອມທັງ, ເຫັນດີເປັນເອກະພາບຕັດສິນໃຈປະຕິບັດວຽກງານຮັບປະກັນຄວາມໝັ້ນຄົງແຫ່ງຊາດ, ຮັກສາຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ພິເສດແມ່ນວຽກງານປ້ອງກັນ, ຕ້ານອາດຊະຍາກຳຢາເສບຕິດຂ້າມຊາດຢ່າງມີປະສິດທິຜົນ; ສືບຕໍ່ຮັບປະກັນສິດ ແລະຜົນປະໂຫຍດອັນຊອບທຳຂອງປະຊາຊົນເມື່ອໄປມາ ແລະພົບປະແລກປ່ຽນຢູ່ເຂດຊາຍແດນ.
ຍສໝ - ຕອນບ່າຍວັນທີ 20 ທັນວາ, ຢູ່ ໂຕກຽວ (ຍີ່ປຸ່ນ), ທ່ານພົນຈັດຕະວາ ຫວູຈຸງກຽນ, ຮອງຜູ້ບັນຊາການກົດໝາຍຕຳຫຼວດທະເລ ຫວຽດນາມ ແລະ ທ່ານພົນເຮືອຕີ Watanabe Yasunori, ຮອງຜູ້ບັນຊາການຍຸດທະການກຳລັງປ້ອງກັນຝັ່ງທະເລ ຍີ່ປຸ່ນ ໄດ້ເປັນປະທານຮ່ວມທີ່ກອງປະຊຸມສອງຝ່າຍຄັ້ງທີ 10 ລະຫວ່າງຕຳຫຼວດທະເລ ຫວຽດນາມ ແລະ ກຳລັງປ້ອງກັນຝັ່ງທະເລ ຍີ່ປຸ່ນ.
ຍສໝ - ຕາມຜູ້ຕາງໜ້າພິເສດຂອງສຳນັກຂ່າວສານ ຫວຽດນາມ, ໃນຂອບເຂດໄປປະຕິບັດງານເຂົ້າຮ່ວມກອງປະຊຸມຂັ້ນສຸງສະພາແຫ່ງຊາດ 3 ປະເທດ ກຳປູເຈຍ - ລາວ - ຫວຽດນາມ , ຢ້ຽມຢາມ ແລະ ເຮັດວຽກຢູ່ ລາວ, ຕອນບ່າຍວັນທີ 5 ທັນວາ, ຢູ່ນະຄອນຫຼວງວຽງຈັນ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຫວືອງດິງເຫ້ວ ໄດ້ໄປຢ້ຽມຢາມວິທະຍາຄານການເມືອງ ປ້ອງກັນຄວາມສະຫງົບ ປະຊາຊົນລາວ.
ຍສໝ - ຕ້ອນຮັບສະຫາຍຮອງລັດຖະມົນຕີ ເລືອງຕາມກວາງ ມາຢ້ຽມຢາມ ແລະເຮັດວຽກກັບກະຊວງປ້ອງກັນຄວາມສະຫງົບລາວ, ສະຫາຍລັດຖະມົນຕີ ວິໄລ ຫຼ້າຄຳຟອງ ໄດ້ຮັບຮູ້ ແລະຕີລາຄາສູງໝາກຜົນການຮ່ວມມືອັນດີງາມລະຫວ່າງສອງກະຊວງໃນໄລຍະຜ່ານມາບົນພື້ນຖານແຜນການຮ່ວມມືລະຫວ່າງສອງກະຊວງ.
ຍສໝ - ວັນທີ 24 ພະຈິກ, ຢູ່ໂຮງຮຽນມັດທະຍົມຕອນປາຍ ບັກເຊີນ, ກົມເສນາທິການຕຳຫຼວດທະເລ ຫວຽດນາມ ໄດ້ຈັດຕັ້ງລາຍການ “ຕຳຫຼວດທະເລ ກັບປະຊາຊົນບັນດາເຜົ່າ ແລະ ສາສະໜາ” ຢູ່ຕາແສງ ຮູ່ງເຊີນ, ເມືອງ ກິມໂບຍ, ແຂວງ ຮວ່າບິ່ງ.