ຍສໝ - ວັນທີ 11 ກຸມພາ, ກອງປະຊຸມຮອງລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ-ຍີ່ປຸ່ນ ຄັ້ງທີ 14 ໄດ້ດໍາເນີນຢູ່ນະຄອນ Fukuoka (ຍີ່ປຸ່ນ) ພາຍໃຕ້ການເປັນປະທານຂອງທ່ານ Kano Koji ຮອງລັດຖະມົນຕີກະຊວງປ້ອງກັນປະເທດຍີ່ປຸ່ນ. ຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມ ໂດຍທ່ານພົນໂທ ຮວ່າງຊວນຈ໊ຽນ, ກໍາມະການສູນກາງພັກ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ນຳໜ້າເຂົ້າຮ່ວມກອງປະຊຸມ.
ຍສໝ - ວັນທີ 9 ທັນວາ, ທີ່ນະຄອນຫຼວງປັກກິ່ງ (ຈີນ), ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ຈັດຕັ້ງການພົບປະສັງສັນກັບນັກຮົບເກົ່າ, ນັກຊ່ຽວຊານຈີນ ທີ່ເຂົ້າຮ່ວມ ຊ່ວຍເຫຼືອການປະຕິວັດຫວຽດນາມ, ພາຍໃຕ້ການເປັນປະທານຂອງທ່ານ ພົນໂທ ຮວ່າງຊວນຈ໊ຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ. ເຂົ້າຮ່ວມການພົບປະສັງສັນ ຍັງມີທ່ານ ບຸ່ຍແທັງເຊີນ, ກໍາມະການສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ; ພ້ອມກັບນັກຮົບເກົ່າ, ນັກຊ່ຽວຊານ ແລະຍາດຕິພີ່ນ້ອງຂອງນັກຮົບເກົ່າ, ນັກຊ່ຽວຊານຈີນ ກວ່າ 30 ຄົນ.
ໃນຂອບເຂດການຢ້ຽມຢາມ ແລະເຮັດວຽກຢູ່ສະຫະພັນລັດເຊຍ, ເພື່ອມຸ່ງໄປເຖິງການສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ, ທ່ານພົນໂທ ຮວ່າງຊວນຈ໊ຽນ, ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ນຳໜ້າຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມ ແລະຄະນະອະນຸກຳມະການຫວຽດນາມ ໃນຄະນະກຳມະການລະຫວ່າງລັດຖະບານ ກ່ຽວກັບສູນເຂດຮ້ອນ ຫວຽດນາມ-ລັດເຊຍ ຖະຫວາຍດອກໄມ້ທີ່ອະນຸສາວະລີປະທານ ໂຮ່ຈີມິນ ຢູ່ນະຄອນ Saint Petersburg ແລະເປັນປະທານການພົບປະນັກຮົບເກົ່າ ພ້ອມດ້ວຍຍາດຕິພີ່ນ້ອງຂອງນະຄອນ Saint Petersburg ທີ່ໄດ້ຊ່ວຍຫວຽດນາມ ໃນການຕໍ່ສູ້ປົດປ່ອຍຊາດ.
ຍສໝ - ຕອນບ່າຍວັນທີ 17 ມິຖຸນາ, ຢູ່ ຮ່າໂນ້ຍ, ໄດ້ມີການດຳເນີນພິທີມອບ-ຮັບອຸປະກອນການແພດຂອງກະຊວງປ້ອງກັນປະເທດ ຫວຽດນາມ ໃຫ້ແກ່ກະຊວງປ້ອງກັນປະເທດ ລາວ, ໜູນຊ່ວຍລາວ ດຳລົງຕຳແໜ່ງປະທານ ອາຊຽນ 2024.
ຍສໝ - ຕອນເຊົ້າວັນທີ 13 ພະຈິກນີ້, ຢູ່ນະຄອນ ດ່າຫນັງ, ທ່ານພົນຕີ ຖາຍດ້າຍຫງອກ, ຜູ້ບັນຊາການທະຫານເຂດ 5 ໄດ້ເປັນປະທານກອງປະຊຸມມອບໝາຍໜ້າທີ່ໃຫ້ກຳລັງເຂົ້າຮ່ວມການເຝິກຊ້ອມກູ້ຊີບ - ກູ້ໄພຮ່ວມ ລະຫວ່າງກອງທັບ 3 ປະເທດ ຫວຽດນາມ - ກຳປູເຈຍ - ລາວ ຢູ່ Kampong Chnang, ກຳປູເຈຍ.
ຍສໝ - ຕອນເຊົ້າວັນທີ 9 ພຶດສະພາ,, ຢູ່ນະຄອນຫຼວງວຽງຈັນ, ກະຊວງປ້ອງກັນປະເທດລາວ ໄດ້ຈັດຕັ້ງການໂອ້ລົມສົນທະນາ “ຄວາມໝາຍສຳຄັນຂອງໄຊຊະນະ ດ້ຽນບຽນຝູ ເພື່ອຄວາມສາມັກຄີ ແລະ ພັນທະມິດການສູ້ຮົບພິເສດຫວຽດນາມ - ລາວ” ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນບາຮຸ່ງ ຖ່າຍທອດວ່າ.
ຍສໝ - ເນື່ອງໃນໂອກາດເຂົ້າຮ່ວມ ADMM ວົງແຄບ, ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ຫງວຽນເຕີນເກືອງ ໄດ້ມີການພົບປະສອງຝ່າຍກັບຄູ່ຮ່ວມມືຍຸດທະສາດ ອິນໂດເນເຊຍ ແລະ ຟີລິບປິນ ເພື່ອຊຸກຍູ້ການພົບພະແລກປ່ຽນ, ການຮ່ວມມືດ້ານປ້ອງກັນຊາດ.
ຍສໝ - ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີປ້ອງກັນປະເທດ ອາຊຽນ (ADMM ແຄບ), ຕອນບ່າຍວັນທີ 4 ມີນາ, ຢູ່ແຂວງ ຫລວງພະບາງ, ແຂວງພາກເໜືອຂອງລາວ, ທ່ານພົນໂທຫງວຽນເຕີນເກື່ອງ, ຫົວໜ້າເສນາທິການໃຫຍ່ກອງທັບປະຊາຊົນຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ມີການພົບປະສອງຝ່າຍກັບທ່ານພົນເອກຈັນສະໝອນ ຈັນຍາລາດ - ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງປ້ອງກັນປະເທດລາວ ແລະ ທ່ານພົນເອກ Tea Seiha - ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງປ້ອງກັນປະເທດກຳປູເຈຍ.
ຍສໝ - ໂດຍໄດ້ຮັບຄຳເຊີນຂອງກະຊວງປ້ອງກັນປະເທດ ສິງກະໂປ, ຄະນະຜູ້ແທນກະຊວງປ້ອງກັນປະເທດ ຫວຽດນາມ ໂດຍທ່ານພົນຕີ ຟ້າມເຈືອງເຊິ່ນ, ຮອງຫົວໜ້າເສນາທິການໃຫຍ່ກອງທັບປະຊາຊົນ ຫວຽດນາມ ນຳໜ້າຄະນະ ໄດ້ເຂົ້າຮ່ວມງານວາງສະແດງການບິນ ສິງກະໂປ Airshow ຄັ້ງທີ 9 ຢູ່ສິງກະໂປ, ເຊິ່ງດຳເນີນແຕ່ວັນທີ 20 ຫາ 25 ກຸມພາ.
ຍສໝ - ຕາງໜ້າການນໍາກະຊວງປ້ອງກັນປະເທດຫວຽດນາມ, ທ່ານພົນໂທ ຮວ່າງຊວນຈ໊ຽນ ໄດ້ສົ່ງຄໍາອວຍພອນດີງາມທີ່ສຸດມາຍັງເອກອັກຄະລັດຖະທູດ, ທີ່ປຶກສາາຝ່າຍທະຫານ ພ້ອມດ້ວຍພະນັກງານ, ພາລະກອນສະຖານທູດ ແລະຫ້ອງການທີ່ປຶກສາຝ່າຍທະຫານ ລາວ ປະຈໍາ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນລາວ.
ຍສໝ - ກ່າວຄຳເຫັນທີ່ພິທີ, ທ່ານພົນຈັດຕະວາ ອຸ່ນຈັນ ແດງວັນສົມ ຫົວໜ້າກອງພົນທີ 1 ໄດ້ສະແດງຄວາມຂອບອົກຂອບໃຈມາຍັງພັກ, ລັດ ແລະກະຊວງປ້ອງກັນປະເທດຫວຽດນາມ ທີ່ຍາມໃດກໍ່ໄດ້ເອົາໃຈໃສ່ໜູນຊ່ວຍກອງພົນກໍ່ສ້າງພື້ນຖານໂຄງລ່າງທີ່ກວ້າງຂວາງສວຍງາມນີ້. ໂຄງການດັ່ງກ່າວແມ່ນສັນຍາລັກແຫ່ງການພົວພັນມິດຕະພາບອັນຍິ່ງໃຫຍ່ ແລະຄວາມສາມັກຄີແບບພິເສດລະຫວ່າງສອງພັກ, ສອງລັດ ແລະກອງທັບສອງປະເທດ.
ຍສໝ - ຢູ່ສະຖານທີ່ຕ່າງໆ ເຊິ່ງຄະນະລົງກວດກາ, ທ່ານພົນໂທ ຮ່ວາງຊວນຈ໊ຽນ ໄດ້ຖອດຖອນບົດຮຽນ ແລະຮຽກຮ້ອງໃຫ້ບັນດາກົມກອງກ່ຽວຂ້ອງ ແກ້ໄຂບັນຫາທີ່ຍັງຄ້າງ ໃນວຽກງານກະກຽມໃຫ້ແກ່ການພົບປະແລກປ່ຽນມິດຕະພາບປ້ອງກັນຊາດຢູ່ເຂດຊາຍແດນ ຫວຽດນາມ - ລາວ - ກໍາປູເຈຍ ຄັ້ງທໍາອິດ.
ຍສໝ - ທີ່ການຕ້ອນຮັບ, ສະຫາຍພົນຕີ ວົງຄຳ ພົມມະກອນ ໄດ້ຕີລາຄາສູງການຮ່ວມມື ແລະການຊ່ວຍເຫຼືອທີ່ຕັ້ງໜ້າ ແລະມີປະສິດທິຜົນຂອງທະຫານເຂດ 4 ໃຫ້ກອງທັບປະຊາຊົນລາວ ແລະບັນດາທ້ອງຖິ່ນທີ່ມີເສັ້ນຊາຍແດນຕິດຈອດກັບທະຫານເຂດ 4.
ຍສໝ - ກ່ຽວກັບທິດທາງຮ່ວມມືໃນໄລຍະຈະມາເຖິງ, ທ່ານພົນເອກ ຟານວັນຢາງ ສະເໜີໃຫ້ສອງຝ່າຍ ສືບຕໍ່ເພີ່ມທະວີການຮ່ວມມືໃນຂົງເຂດປ້ອງກັນຊາດຢ່າງມີປະສິດທິຜົນ, ໂດຍສຸມໃສ່ເນື້ອໃນ: ການແລກປ່ຽນ, ການພົບປະທຸກຂັ້ນ, ການປັບປຸງກອບນິຕິກໍາໃຫ້ແກ່ການຮ່ວມມືບໍາລຸງສ້າງ, ຜັນຂະຫຍາຍຂໍ້ຕົກລົງຮ່ວມມືສະເພາະຂະແໜງການທີ່ໄດ້ລົງນາມກ່ຽວກັບເສນາຮັກ, ການຮັກສາສັນຕິພາບ ສປຊ...
ຍສໝ - ທີ່ກອງປະຊຸມ, ສະຫາຍ ພົນຕີ ວົງຄໍາ ພົມມະກອນ ໄດ້ປະກັບຫຼຽນໄຊພິລະອາດຫານ ຊັ້ນ 2 ໃຫ້ແກ່ແມ່ທັບນ້ອຍ 15 ແລະບຸກຄົນຂອງແມ່ທັບນ້ອຍ 15.
ຍສໝ - ທີ່ການຕ້ອນຮັບ, ທ່ານພົນເອກ ຟານວັນຢາງ ເນັ້ນໜັກວ່າ, ໃນໄລຍະຜ່ານມາ, ການພົວພັນລະຫວ່າງຫວຽດນາມ-ອີຢູ ພັດທະນາຢ່າງດີງາມ. ການນຳຂັ້ນສູງຂອງສອງຝ່າຍ ຍາມໃດກໍເອົາໃຈໃສ່ຊຸກຍູ້ການພົວພັນລະຫວ່າງຫວຽດນາມ - ອີຢູ, ໃນນັ້ນມີການຮ່ວມມືດ້ານປ້ອງກັນຊາດ.
ຍສໝ - ທ່ານພົນເອກ ຟານວັນຢາງ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ນໍາໜ້າຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດຫວຽດນາມ ເຂົ້າຮ່ວມເວທີປາໄສເຕັກນິກ-ການທະຫານສາກົນ 2023 (Army 2023) ແລະ ກອງປະຊຸມຄວາມໝັ້ນຄົງສາກົນ Moscow (MCIS-11) ຄັ້ງທີ 11 ແຕ່ວັນທີ 13 – 17 ສິງຫາ ຢູ່ Moscow, ຕາມຄຳເຊີນຂອງທ່ານພົນໂທ Sergei Shoigu, ລັດຖະມົນຕີກະຊວງປ້ອງກັນປະເທດລັດເຊຍ (LB).
ຍສໝ - ໂດຍຕອບຮັບຄຳເຊີນຂອງທ່ານພົນເອກ Sergei Shoigu, ລັດຖະມົນຕີກະຊວງປ້ອງກັນປະເທດສະຫະພັນລັດເຊຍ (LB), ທ່ານພົນເອກ ຟານວັນຢາງ, ກຳມະການກົມການເມືອງ, ຮອງເລຂາຄະນະພັກກອງທັບສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ນຳພາຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດຫວຽດນາມ ເຂົ້າຮ່ວມກອງປະຊຸມຄວາມໝັ້ນຄົງສາກົນ ມົສກູ ຄັ້ງທີ 11 (MCIS-11) ແລະເວທີເຕັກນິກ - ການທະຫານສາກົນ ປີ 2023 (Army 2023) ແຕ່ວັນທີ 13 ຫາ 17 ສິງຫາ ຢູ່ນະຄອນຫຼວງ ມົສກູ.
ຍສໝ- ຕອນເຊົ້າວັນທີ 27 ມິຖຸນານີ້, ຢູ່ດ່ານຊາຍແດນສາກົນ ເບີອີ (ເມືອງ ງອກໂຮ້ຍ, ແຂວງກອນຕູມ), ກອງບັນຊາການພົນລະພາກຫຼວງ 15 ໄດ້ສົມທົບກັບກະຊວງປ້ອງກັນປະເທດລາວ ໄດ້ຈັດຕັ້ງ ກອງປະຊຸມມອບ-ຮັບພະນັກງານກະຊວງປ້ອງກັນປະເທດລາວ ໄປຫວຽດນາມ ເພື່ອຝຶກອົບຮົມກ່ຽວກັບກະສິກຳ.
ຍສໝ - ໃນຕອນບ່າຍວັນທີ 24 ມີນາ, ທ່ານພົນໂທ ຮວ່າງຊວນຈຽນ, ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ ໄດ້ໄປຢ້ຽມຢາມ ແລະ ມອບຂອງຂວັນໃຫ້ປະຊາຊົນກຸ່ມບ້ານຜາຖີ່, ເມືອງຊໍາເໜືອ, ແຂວງຫົວພັນ, ລາວ