ໄລຍະຫຼັງ Covid - 19 ຖືເສດຖະກິດຂຽວເປັນກຳລັງໜູນພັດທະນາ | |
HUFO, ສະມາຄົມມິດຕະພາບຫວຽດນາມ - ລາວ ນະຄອນໂຮ່ຈີມິນ ໄດ້ມອບຜ້າອັດປາກ 5.000 ອັນ ໃຫ້ນັກສຶກສາລາວ |
![]() |
HUFO, ສະມາຄົມມິດຕະພາບ ຫວຽດນາມ - ສິງກະໂປ ນະຄອນໂຮ່ຈີມິນ ໄດ້ມອບຜ້າອັດປາກ 10.000 ອັນ ໃຫ້ແກ່ປະເທດສິງກະໂປເພື່ອ ປ້ອງກັນ ແລະ ຕ້ານການລະບາດ ຂອງພະຍາດ COVID-19 |
ໃນສະພາບການລະບາດຂອງ COVID-19, ດ້ວຍຈິດໃຈສາມັກຄີ, ຄວາມຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ການນຳ HUFO, ສະມາຄົມມິດຕະພາບຫວຽດນາມ - ສິງກະໂປ ນະຄອນໂຮ່ຈີມິນ ໄດ້ມອບຜ້າອັດປາກ 10.000 ອັນ ໃຫ້ແກ່ສະຖານກົງສຸນໃຫຍ່ສິງກະໂປປະຈຳນະຄອນໂຮ່ຈີມິນ, ເຄື່ອງນຸ່ງປ້ອງກັນທາງການແພດ 100 ຊຸດ, ນໍ້າຢາຂ້າເຊື້ອແມ່ພະຍາດ 100 ລິດ. ຂອງຂວັນດັ່ງກ່າວສະແດງໃຫ້ເຫັນຄວາມສາມັກຄີ, ຄວາມມານະພະຍາຍາມໃນການຊ່ວຍເຫຼືອປະຊາຊົນຂອງປະເທດສິງກະໂປ ເພື່ອປ້ອງກັນ ແລະຕ້ານການລະບາດຂອງ ໂລກລະບາດ COVID-19.
ໃນການຕໍ່ສູ້ຕ້ານກັບ COVID-19, HUFO ໄດ້ ແລະ ພວມດໍາເນີນການເຄື່ອນໄຫວກິດຈະກຳ ຕ່າງໆເພື່ອຮ່ວມມືກັບເພື່ອນມິດສາກົນເພື່ອຕ້ານການລະບາດຂອງພະຍາດ COVID-19. ກ່ອນໜ້ານັ້ນ, HUFO ໄດ້ມອບຜ້າອັດປາກ 5.000 ອັນ ໃຫ້ນັກສຶກສາລາວໃນນະຄອນ; ມອບຜ້າອັດປາກ 75.000 ອັນ, ເຄື່ອງນຸ່ງຊຸດປ້ອງກັນທາງການແພດ 100 ຊຸດ, ແລະເງິນຈໍານວນ 2000 ໂດລາສະຫະລັດ ເພື່ອສະໜັບສະໜູນ ປະຊາຊົນສະຫະລັດອາເມລິກາໃນການປ້ອງກັນການລະບາດ.
ນອກຈາກນີ້, HUFO ຍັງໄດ້ ມອບຜ້າອັດປາກ ດ້ານການແພດ 10.000 ອັນ, ນໍ້າຢາຂ້າເຊື້ອແມ່ພະຍາດ 100 ລິດ ໃຫ້ແກ່ສະຖານກົງສຸນໃຫຍ່ແຫ່ງປະເທດໄທປະຈຳນະຄອນໂຮ່ຈີມິນ, ໄດ້ມອບຜ້າອັດປາກ 7.500 ອັນ ແລະນໍ້າຢາຂ້າເຊື້ອແມ່ພະຍາດ 100 ລິດ ໃຫ້ແກ່ປະຊາຊົນມາເລເຊຍ...
![]() | HUFO, ສະມາຄົມມິດຕະພາບຫວຽດນາມ - ລາວ ນະຄອນໂຮ່ຈີມິນ ໄດ້ມອບຜ້າອັດປາກ 5.000 ອັນ ໃຫ້ນັກສຶກສາລາວ ຍສໝ - ໃນຕອນບ່າຍວັນທີ 9 ມິຖຸນາ, ຜູ້ນຳ HUFO, ສະມາຄົມມິດຕະພາບຫວຽດນາມ - ລາວ ນະຄອນໂຮ່ຈີມິນ ໄດ້ໃຫ້ການຕ້ອນຮັບສະຖານກົງສຸນໃຫຍ່ລາວປະຈຳນະຄອນໂຮ່ຈີມິນ ແລະ ໄດ້ມອບຜ້າອັດປາກ 5.000 ອັນ, ນໍ້າຢາຂ້າເຊື້ອແມ່ພະຍາດ 100 ລິດ ໃຫ້ແກ່ນັກສຶກສາລາວ ຢູ່ນະຄອນໂຮ່ຈີມິນ. |
![]() | ນັກຮຽນຮູ້ ອິນໂດເນເຊຍຕີລາຄາສູງຜົນສຳເລັດໃນການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ຢູ່ ຫວຽດນາມ ຍສໝ - ໃນບົດຂຽນ, ນັກຮຽນຮູ້ອິນໂດເນເຊຍໄດ້ເຕື້ອງເຖິງບັນດາຜົນກະທົບດ້ານເສດຖະກິດຂອງໂລກລະບາດ Covid – 19 ຕໍ່ຫວຽດນາມ, ຍຸດທະສາດເສດຖະກິດຂອງຫວຽດນາມໃນການຮັບມືກັບບັນດາຜົນກະທົບຂອງໂລກລະບາດ Covid – 19 ແລະ ອະນາຄົດຂອງພື້ນຖານເສດຖະກິດ ໄລຍະຫຼັງໂລກລະບາດ. |
![]() | ສະຫຼຸບຂອງກົມການເມືອງກ່ຽວກັບແຜນນະໂຍບາຍແກ້ໄຂຜົນກະທົບຂອງ ໂລກລະບາດ Covid – 19 ເພື່ອຟື້ນຟູ ແລະ ພັດທະນາພື້ນຖານເສດຖະກິດປະເທດຊາດ ຍສໝ - ວັນທີ 5 ມິຖຸນາ, ກົມການເມືອງໄດ້ປະກາດໃຊ້ບົດສະຫຼຸບກ່ຽວກັບແຜນນະໂຍບາຍ ແກ້ໄຂ ຜົນກະທົບ ຂອງໂລກລະບາດ Covid – 19 ເພື່ອຟື້ນຟູ ແລະ ພັດທະນາ ພື້ນຖານເສດຖະກິດ. |
ໄຊພອນ