ຫວຽດນາມ ໄດ້ສົ່ງອອກໝາກລິ້ນຈີ່ແກ່ນນ້ອຍ 50 ໂຕນໄປຍີ່ປຸ່ນ

22:40 | 31/05/2021

ຍສໝ - ອີງຕາມກົມການປົກປ້ອງພືດ ກ່າວວ່າ: ໝາກລິ້ນຈີ່ແກ່ນນ້ອຍ 50 ໂຕນທີ່ແຂວງຫາຍເຢື່ອງ ແລະ ບັກຢາງ ໄດ້ເກັບຊື້ ແລະ ສົ່ງອອກໄປຕະຫຼາດຍີ່ປຸ່ນໂດຍຫຼາຍວິສາຫະກິດ.

4 ເດືອນຕົ້ນປີ 2021, ການສົ່ງອອກສິນໃນນ້ຳຂອງ ຫວຽດນາມ ບັນລຸ 2,39 ຕື້ USD 4 ເດືອນຕົ້ນປີ 2021, ການສົ່ງອອກສິນໃນນ້ຳຂອງ ຫວຽດນາມ ບັນລຸ 2,39 ຕື້ USD
ການສົ່ງອອກເຂົ້າສານຂອງຫວຽດນາມ ໄປຍັງອັງກິດ ໃນປີ 2020 ເພີ່ມຂຶ້ນ 116% ການສົ່ງອອກເຂົ້າສານຂອງຫວຽດນາມ ໄປຍັງອັງກິດ ໃນປີ 2020 ເພີ່ມຂຶ້ນ 116%

ອີງຕາມກົມການປົກປ້ອງພືດ, ການຕອບສະໜອງຂອງທ້ອງຕະຫລາດຍີ່ປຸ່ນ ຕໍ່ໝາກລິ້ນຈີ່ແກ່ນນ້ອຍ ທີ່ສົ່ງອອກໄປປະເທດນີ້ ນັບແຕ່ວັນທີ 23 ພຶດສະພາຈົນເຖິງປັດຈຸບັນແມ່ນ "ຄຸນະພາບດີກ່ວາປີກ່ອນ". ໝາກລິ້ນຈີ່ແກ່ນນ້ອຍ ຈຳນວນຫລວງຫລາຍ ໄດ້ຈຳໜ່າຍໝົດພຽງແຕ່ສອງສາມຊົ່ວໂມງ ຫລັງຈາກຖືກແຈກຢາຍຢູ່ຕາມຊຸບເປີ້ມາກແກັດ, ຮ້ານຄ້າໃຫຍ່ ແລະ ຊ່ອງທາງການຂາຍເຄືຍຂ່າຍອິນເຕີແນດ.

ຫວຽດນາມ ໄດ້ສົ່ງອອກໝາກລິ້ນຈີ່ແກ່ນນ້ອຍ 50 ໂຕນໄປຍີ່ປຸ່ນ
ຫວຽດນາມ ໄດ້ສົ່ງອອກໝາກລິ້ນຈີ່ແກ່ນນ້ອຍ 50 ໂຕນໄປຍີ່ປຸ່ນ. (ພາບ: vnexpress)

ຕາມຕົວເລກສະຖິຕິຂອງກົມການປົກປ້ອງພືດນີ້, ເຄື່ອງບັນຈຸສິນຄ້າໝາກລິ້ນຈີ່ແກ່ນນ້ອຍ ຈາກແຂວງຫາຍເຢື່ອງ ແລະ ບັກຢາງ ຈຳນວນ 50 ໂຕນໄດ້ຖືກສົ່ງອອກໄປຍີ່ປຸ່ນ ໂດຍວິສາຫະກິດຫວຽດນາມນັບແຕ່ວັນທີ 23 ພຶດສະພາຈົນເຖິງປະຈຸບັນ. ໃນປະຈຸບັນ, ຫຼາຍວິສາຫະກິດສືບຕໍ່ຊື້ໝາກລິ້ນຈີ່ແກ່ນນ້ອຍ ຕາມລະຫັດພື້ນທີ່ທີ່ໄດ້ຮັບການຮັບຮອງ, ຫຼັງຈາກນັ້ນໂອນໃຫ້ເຂົາເຈົ້າໄປບ່ອນແກ້ໄຂຈັດການ, ການກັກກັນພະຍາດ ແລະ ສ່ອງລັງສີ, ກ່ອນທີ່ຈະຂົນສົ່ງໄປປະເທດຍີ່ປຸ່ນ...

ມີການຄາດຄະເນວ່າ ໃນປີນີ້ຄວາມຕ້ອງການໝາກລິ້ນຈີ່ແກ່ນນ້ອຍຂອງຫວຽດນາມ ໃນຕະຫລາດຍີ່ປຸ່ນແມ່ນສູງກວ່າປີທີ່ຜ່ານມາ. ຍ້ອນຄວາມຕ້ອງການເພີ່ມຂື້ນ, ຝ່າຍຍີ່ປຸ່ນຫາກໍ່ຮັບຮູ້ອີກສອງໂຮງງານປຸງແຕ່ງໝາກລິ້ນຈີ່ແກ່ນນ້ອຍ ຂອງວິສາຫະກິດຂອງຫວຽດນາມທີ່ຕັ້ງຢູ່ເມືອງຫາຍເຢືອງ, ຕອບສະໜອງມາດຕະຖານໃນການປຸງແຕ່ງໝາກລີ້ນຈີ່ ທີ່ສົ່ງອອກໄປປະເທດນີ້. ດ້ວຍ 3 ຫ້ອງປຸງແຕ່ງ, ສອງສະຖານທີ່ນີ້ ມີຄວາມສາມາດປະສິດທິພາບສູງສຸດ 50-70 ໂຕນຕໍ່ມື້. ດັ່ງນັ້ນ, ປະຈຸບັນມີ 4 ໂຮງງານປຸງແຕ່ງດອກໝາກລີ້ນຈີ່ຫວຽດນາມທີ່ໄດ້ຮັບການຮັບຮອງໂດຍຝ່າຍຍີ່ປຸ່ນ.

ໝາກລິ້ນຈີ່ແກ່ນນ້ອຍຂອງຊາວຫວຽດນາມ ໄດ້ຂາຍຢູ່ຍີ່ປຸ່ນໂດຍບັນດາວິສາຫະກິດຕາມຊ່ອງທາງຊຸບເປີ້ມາກແກັດ, ຮ້ານຄ້າໃຫຍ່ ແລະ ຊ່ອງທາງການຂາຍເຄືຍຂ່າຍອິນເຕີແນດ, ດ້ວຍລາຄາແຕ່ 350.000 - 550.000 ດົ່ງ/ກິໂລກຣາມ.

ຄາດວ່າໃນລະດູການເກັບກ່ຽວປີນີ້, ບັນດາບໍລິສັດສົ່ງອອກທີ່ຕົ້ນຕໍ ຈະສົ່ງອອກໝາກລີ້ນຈີ່ສົດປະມານ 2,000 ໂຕນໄປຍີ່ປຸ່ນ, ໃນນັ້ນແຂວງບັກຢາງ ແລະ ຫາຍເຢືອງ ໄດ້ສົ່ງອອກ 1,000 ໂຕນແຕ່ລະແຂວງ.

ຍີ່ປຸ່ນແມ່ນຕະຫຼາດທີ່ມີມາດຕະຖານການນຳເຂົ້າຢ່າງເຄັ່ງຄັດ ແລະ ຄວາມຕ້ອງການສູງສຳລັບຄຸນນະພາບອາຫານ. ສະນັ້ນ, ຫ້ອງການການຄ້າຫວຽດນາມປະຈຳຍີ່ປຸ່ນ ໃຫ້ຂໍ້ສັງເກດວ່າ ຜູ້ຜະລິດ ແລະ ຊາວກະເສດຕະກອນຕ້ອງຮັກສາຄຸນນະພາບຂອງໝາກໄມ້ທີ່ສະອາດ, ຮັບປະກັນການຊື້, ຂາຍ ແລະ ສົ່ງອອກລາຄາທີ່ໝັ້ນຄົງ. ພ້ອມກັນນັ້ນ, ຍູ້ແຮງ ແລະ ໂຄສະນາພາບພົດ, ເຄື່ອງໝາຍການຄ້າຂອງຫວຽດນາມໃນຕະຫລາດທີ່ຫຍຸ້ງຍາກນີ້.

ເສດຖະກິດຫວຽດນາມ ສືບຕໍ່ສາມາດຮັກສາໄດ້ທ່າເຕີບໂຕ ເສດຖະກິດຫວຽດນາມ ສືບຕໍ່ສາມາດຮັກສາໄດ້ທ່າເຕີບໂຕ

ຍສໝ - ປີ 2020, ພື້ນຖານເສດຖະກິດຫວຽດນາມ ສືບຕໍ່ໄດ້ຮັບການປັບປຸງຍ້ອນການສົ່ງອອກສິນຄ້າ ແລະເຄື່ອງຕໍ່າແຜ່ນຕັດຫຍິບ ແລະສາມາດຮັກສາໄດ້ທ່າເຕີບໂຕ.

ໝາກລິ້ນຈີ່ແກ່ນນ້ອຍ ຂອງຫວຽດນາມ ໄດ້​ວາງ​ຂາຍ​ເປັນ​ຄັ້ງ​ທໍາ​ອິດ​ຢູ່​ຮ້ານ​ສັບພະ​ສິນຄ້າ​ຢູ່ ຍີ່​ປຸ່ນ ໝາກລິ້ນຈີ່ແກ່ນນ້ອຍ ຂອງຫວຽດນາມ ໄດ້​ວາງ​ຂາຍ​ເປັນ​ຄັ້ງ​ທໍາ​ອິດ​ຢູ່​ຮ້ານ​ສັບພະ​ສິນຄ້າ​ຢູ່ ຍີ່​ປຸ່ນ

ຍສໝ - ບໍລິສັດ AEON ໄດ້ເລີ່ມວາງຂາຍໝາກລິ້ນຈີ່ສົດຫວຽດນາມ ໃນຮ້ານສັບພະສິນຄ້າແຫ່ງຕ່າງໆຢູ່ນະຄອນຫຼວງ ໂຕກຽວ, ປະເທດ ຍີ່ປຸ່ນ.

ນັກອອກແບບຂອງຮ່າໂນ້ຍ ສ້າງ Homestay ຢູ່ໃຈກາງສວນ ໝາກລິ້ນຈີ່ ນັກອອກແບບຂອງຮ່າໂນ້ຍ ສ້າງ Homestay ຢູ່ໃຈກາງສວນ ໝາກລິ້ນຈີ່

ຍສໝ - ເຮືອນພັກແບບ Homestay ລັກສະນະແບບເຮືອນເຮືອນຮ້ານ ດ້ວຍສະທານະປະໂພກ ແບບ ທັນສະໄໝ ກຳລັງດຶງດູດນັກທ່ອງທ່ຽວມາທ່ຽວຢ່າງຫຼວງຫຼາຍ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.