ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ອິດ​ສະ​ລາ​ແອັນ ເສີມ​ຂະ​ຫຍາຍ​ຄວາມ​ສາ​ມັກ​ຄີ, ຄຸນ​ນະ​ທາດອົງ​ອາດ​ກ້າ​ຫານ ຢູ່​ເຂດ​ຕາ​ເວັນ​ອອກ​ກາງ

13:00 | 18/05/2021

ຍ​ສ​ໝ - ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ຢູ່ ອິດ​ສະ​ລາ​ແອັນ ປັດ​ຈຸ​ບັນ ລວມ​ມີ​ນັກ​ສຶກ​ສາ ກ່​ວາ 300 ຄົນ ທີ່ແມ່ນ​ນັກ​ຄົ້ນ​ຄ້​ວາ ດ້ານ​ກະ​ສິ​ກຳ ຢູ່ 4 ສູນ​ກາງ​ບຳ​ລຸງ​ສ້າງ​ກະ​ສິ​ກຳ​ໃຫຍ່ ແລະພໍ່​ແມ່​ປະ​ຊາ​ຊົນ ບາງ​ຄົນ​ທີ່​ດຳ​ລົງ​ຊີ​ວິດ​ຢູ່​ບັນ​ດາ​ນະ​ຄອນ​ຄື Tel Aviv, Bat Yam, Beersheba, Haifa...

ຫວຽດ​ນາມ​ ສະ​ແດງ​ຄວາ​ມ​ຊົມ​ເຊີຍ​ຕໍ່​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ ແນ​ໃສ່​​ສ້າງພື້ນ​ຖານສັນ​ຕິ​ພາບ​ ລະ​ຫວ່າງ ອິດ​ສະ​ລາ​ແອັນ ແລະ ປາ​ແລັດ​ສະ​ຕິນ ຫວຽດ​ນາມ​ ສະ​ແດງ​ຄວາ​ມ​ຊົມ​ເຊີຍ​ຕໍ່​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ ແນ​ໃສ່​​ສ້າງພື້ນ​ຖານສັນ​ຕິ​ພາບ​ ລະ​ຫວ່າງ ອິດ​ສະ​ລາ​ແອັນ ແລະ ປາ​ແລັດ​ສະ​ຕິນ
ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ຊາວ​ໜຸ່ມ ຫວຽດ​ນາມ - ອິດ​ສະ​ລາ​ແອັນ ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ຊາວ​ໜຸ່ມ ຫວຽດ​ນາມ - ອິດ​ສະ​ລາ​ແອັນ
ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ອິດ​ສະ​ລາ​ແອັນ ເສີມ​ຂະ​ຫຍາຍ​ຄວາມ​ສາ​ມັກ​ຄີ, ຄຸນ​ນະ​ທາດອົງ​ອາດ​ກ້າ​ຫານ ຢູ່​ເຂດ​ຕາ​ເວັນ​ອອກ​ກາງ
ທ່ານ ໂດ​ມິງ​ຮຸ່ງ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ອິດ​ສະ​ລາ​ແອັນຖ່າຍ​ຮູບ​ນຳ​ນັກ​ສຶກ​ສາ ຫວຽດ​ນາມ​ຢູ່ ອິດ​ສະ​ລາ​ແອັນ (ພາບ: baoquocte)

ໃນ​ການ​ປະ​ທະ​ກັນ ລະ​ຫວ່າງ ອິດ​ສະລາ​ແອັນ ແລະ ປາແລັດ​ສະ​ຕິນ, ປະ​ຊາ​ຄົມ ຊາວ ຫວຽດ​ນາ​ມ ອາ​ໄສ​ຢູ່ ອິດ​ສະ​ລາ​ແອັນ ຍັງ​ຮັກ​ສາ​ຈິດ​ໃຈ​ສາ​ມັກ​ຄີ, ເສີມ​ຂະ​ຫຍາຍ​ຄຸນ​ນະ​ພາບ​ອົງ​ອາດ​ກະ​ຫານ ໂດຍ​ບໍ່​ຫົວ​ຊາ​ຕໍ່​ສະ​ພາບ​ການ​ຫຍຸ້ງ​ຍາກ​ທີ່​ສຸດ.

ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ຢູ່ ອິດ​ສະ​ລາ​ແອັນ ປັດ​ຈຸ​ບັນ ລວມ​ມີ​ນັກ​ສຶກ​ສາ ກ່​ວາ 300 ຄົນ ທີ່ແມ່ນ​ນັກ​ຄົ້ນ​ຄ້​ວາ ດ້ານ​ກະ​ສິ​ກຳ ຢູ່ 4 ສູນ​ກາງ​ບຳ​ລຸງ​ສ້າງ​ກະ​ສິ​ກຳ​ໃຫຍ່ ແລະພໍ່​ແມ່​ປະ​ຊາ​ຊົນ ບາງ​ຄົນ​ທີ່​ດຳ​ລົງ​ຊີ​ວິດ​ຢູ່​ບັນ​ດາ​ນະ​ຄອນ​ຄື Tel Aviv, Bat Yam, Beersheba, Haifa...

ດ້ວຍ​ຂະ​ແໜງ​ກະ​ສິ​ກຳ ພັດ​ທະ​ນາ​ພ້ອມ​ກັບ​ບັນ​ດາ​ມາດ​ຕະ​ການ​ອຸດ​ສ​າ​ຫະ​ກຳ​ທີ່​ທັນ​ສະ​ໄໝ, ເຕັກ​ນິກ​ທີ່​ກ້າວ​ໜ້າ, ແລະ ການ​ຮ່ວມ​ມື​ໃນ​ການ​ສຶກ​ສາ​ທີ່​ສັງ​ຝ່າຍ​ເອົາ​ໃຈ​ໃສ່​ຊຸກ​ຍູ້, ອິດ​ສະ​ລາ​ແອັນ ດຶງ​ດູດ​ໄດ້​ນັກ​ນຶກ​ສາ ຫວຽດ​ນາມ ໄປ​ຮ່ຳ​ຮຽນ​ຢູ່​ສູນ​ບຳ​ລຸງ​ສ້າງ​ສາ​ກົນ ກ່ຽວ​ກັບ​ກະ​ສິ​ກຳ ເພື່ອ​ທັງ​ຮ່ຳ​ຮຽນ ທັງ​ເຮັດ​ວຽກ.

ຕາມ​ທ່ານ ໂດ​ມິງ​ຮຸ່ງ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ອິດ​ສະ​ລາ​ແອັນ​ແລ້ວ, ໃນ​ຊຸມ​ປີ​ກ່ອນ ຈຳ​ນວນ​ນັກ​ສຶກ​ສາ ຫວຽດ​ນາມ ຢູ່ ອິດ​ສະ​ລາ​ແອັນ​ຂຶ້ນ​ເຖິງ 600 ຄົນ. ຍ້ອນ​ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ມີ​ການ​ຜັ​ນ​ແປ່​ຢ່າງ​ສັບ​ສົນ ແລະ ຄວາມ​ມຸ່ງ​ຫວັງ​ຢາກ​ກັບ​ເມື່ອ​ປະ​ເທດ ຂອງ​ພົນ​ລະ​ເມືອງ, ໃນ​ປີ 2020, ສະ​ຖານ​ທູດ ຫວຍດ​ນາມ ປະ​ຈຳ​ອິດ​ສະ​ລາ​ແອັນ ໄດ້​ສົມ​ທົບ​ກັບ​ບັນ​ດາ​ອົງ​ການ​ທີ່​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ ຈັດ​ຕັ້ງ 2 ຖ້ຽວ​ບິນ​ນຳ​ສົ່ງ​ພົນ​ລະ​ເມືອງ ຫວຽດ​ນາມ ກັບ​ຄືນ​ປະ​ເທດ.

ທີ່​ອິດ​ສະ​ລາ​ແອັນ ມີ 4 ສູນ​ບຳ​ລຸງ​ສ້າງ​ສາ​ກົນ ກ່ຽວ​ກັບ​ກະ​ສິ​ກຳ ໃຫຍ່ ແມ່ນ Agrostudies, Sderod Negev, Ramat Negev ແລະ AICAT.

ສະ​ຖານ​ທູດ ຫວຽດາມ ປະ​ຈຳ ອິດ​ສະ​ລາ​ແອັນ ​ຖື​ເປັນ​ສຳ​ຄັນ​ທີ່​ສຸດ ແລະ ມີ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ ເຖິງວຽກ​ງານ​ປະ​ຊາ​ຄົມ ແລະ ໄດ້​ມອບ​ໜ້າ​ທີ່​ໃຫ້​ທ່ານ ຫງວຽນ​ຮ່​ວາງ​ຕວັນ ເລ​ຂາ​ຜູ້​ທີ 2 ຮັບ​ຜິດ​ຊອບ​ບັນ​ຫານີ້.

ນອກ​ຈັກ​ນັ້ນ ສະ​ຖານ​ທູດ​ກໍ່​ໄດ້​ສ້າງ​ Facebook “Vietnam in Israel” ເພື່ອ​ໂຄ​ສະ​ນາ​ພາບ​ພົບ​ປະ​ເທດ​ຊາດ ແລະ ຊາວ​ຫວຽດ​ນາມ​ໄປ​ຍັງ​ໝູ່​ເພື່ອ​ນ​ສາ​ກົນ, ພ້ອມ​ທັງ​ຊ່ອງ​ທາງ​ຕິດ​ຕໍ​ພົວ​ພັນ, ສະ​ໜອງ​ຂໍ້​ມູນ​ຂ່າວ​ໂດຍ​ໄວ ແລະ ມີ​ປະ​ສິດ​ທິ​ຜົນ​ໄປ​ຍັງ​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ພວ​ມ​ດຳ​ລົງ​ຊີ​ວິດ, ຮ່ຳ​ຮຽນ ແລະ ເຮັດ​ວຽກ​ຢູ່ ອິດ​ສະ​ລາ​ແອັນ.

ທຸກໆ​ປີ,ເອກ​ອັກະ​ຄັດ​ລັດ​ຖະ​ທູດ ພ້ອມ​ກັບ​ພະ​ນັກ​ງານ​ສະ​ເພາະ​ກິດລ້ວນ​ແຕ່​ໄປ​ຢ້​ຽມ​ຢາມ ບັນ​ດາ​ສູນ​ກະ​ສິ​ກຳ ຊຶ່ງ​ແມ່ນ​ບ່ອນ​ນັກ​ສຶກ​ສາ ຫວຽດ​ນາມ ພວມ​ຮ່ຳ​ຮຽນ, ເຮັດ​ວຽກ​ນຳ​ການ​ນຳ​ບັນ​ດາ​ສູນ​ກາງ ແລະ ຢື້​ຢາມ​ຖາມ​ຂ່າວ​ສະ​ພາບ​ຊີ​ວິດ​ການ​ເປັນ​ຢູ່, ວຽກ​ງານ​ຂອງ​ບັນ​ດາ​ນັກ​ສຶກ​ສາ.

ແຂວງ​ ເຊີນ​ລາ ຖື​ວຽກ​ງານ​ໂຄ​ສະ​ນາ​ການ​ເລືອກ​ຕັ້ງ ​ດ້ວ​ຍ​ພາ​ສາ​ຊົນ​ເຜົ່າ​ສ່ວນ​ໜ້ອຍ ແຂວງ​ ເຊີນ​ລາ ຖື​ວຽກ​ງານ​ໂຄ​ສະ​ນາ​ການ​ເລືອກ​ຕັ້ງ ​ດ້ວ​ຍ​ພາ​ສາ​ຊົນ​ເຜົ່າ​ສ່ວນ​ໜ້ອຍ

ດ້ວຍຈຳນວນຊາວຊົນເຜົ່າສ່ວນໜ້ອຍກວມອັດຕາສ່ວນເຖິງ 80% ປະຊາກອນທົ່ວແຂວງ ນັ້ນ, ແຂວງ ເຊີນລາ ໄດ້ ແລະ ພວມຖືວຽກງານໂຄສະນາການເລືອກຕັ້ງດ້ວຍພາສາຊົນເຜົ່າສ່ວນໜ້ອຍເປັນສຳຄັນ, ເພື່ອໃຫ້ ປຊຊ ເຂົ້າໃຈ ແລະ ມີຄວາມຮັບຮູ້ຢ່າງຈະແຈ້ງ ກ່ຽວກັບຄວາມໝາຍ, ຄວາມສຳຄັນຂອງວຽກງານການເລືອກຕັ້ງ, ຈາກນັ້ນ ຈະຕັ້ງໜ້າເຂົ້າຮ່ວມ, ປະກອບສ່ວນເຮັດໃຫ້ວັນບຸນໃຫ່ຍຄັ້ງທີ່ຈະມາເຖິງນີ້ປະສົບຜົນສຳເລັດ.

ເຊີນ​ລາ, ແທັງ​ຮ​ວາ, ກົງ​ສູນ​ໃຫຍ່​ຫວຽດ​ນາມ ປະ​ຈຳຫຼວງ​ພະ​ບາງ ໜູນ​ຊ່ວຍ​ລາວ​ໃນ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ເຊີນ​ລາ, ແທັງ​ຮ​ວາ, ກົງ​ສູນ​ໃຫຍ່​ຫວຽດ​ນາມ ປະ​ຈຳຫຼວງ​ພະ​ບາງ ໜູນ​ຊ່ວຍ​ລາວ​ໃນ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19

ຍ​ສ​ໝ - ຕອນ​ເຊົ້າ​ວັນ​ທີ 7 ພຶດ​ສະ​ພາ, ຢູ່ຫຼັກ​ໝາຍ​ຊາຍ​ແດນ​ເລກ​ທີ 281 ໃນ​ບໍ​ລິ​ເວນ​ດ່ານ​ຊາຍ​ແດນ ແຕ໊ນ​ຕັ່ນ, ປ້ອມ​ປ້ອງ​ກັນຊາຍ​ແດນ​ດ່ານ​ຊາຍ​ແດນ ແຕ໊ນ​ຕັ່ນ (ແທງ​ຮ​ວາ) ໄດ້​ມອບ​ອຸ​ປະ​ກອນ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາ​ດ​ໂຄວິດ - 19 ໃຫ້​ແກ່ກອງ​ໃຫຍ່​ທະ​ຫານ​ເລກ​ທີ 214, ກອງ​ບັນ​ຊາ​ການ​ແຂວງ​ຫົວພັນ ແລະ ປ້ອມ​ລະ​ຫວ່າງ​ຂະ​ແໜງ​ດ່ານ​ຊາຍ​ແດນ ສົມ​ຫວັງ, ແຂວງ​ຫົວ​ພັນ (ລາວ).

ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ ແຂວງ ເຊີນ​ລາ ມານ​ະ​ພະ​ຍາ​ຍາມ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ ແຂວງ ເຊີນ​ລາ ມານ​ະ​ພະ​ຍາ​ຍາມ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19

ກຳລັງທະຫານປ້ອງກັນຊາຍແດນແຂວງ ເຊີນລາ ໄດ້ຜັນຂະຫຍາຍຫຼາຍມາດຕະການ ເພື່ອແນໃສ່ເພີ່ມທະວີ, ປົກປັກຮັກສາເສັ້ນຊາຍແດນ, ສະກັດກັ້ນບັນດາກໍລະນີເຂົ້າເມືອງຢ່າງຜິດກົດໝາຍ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.