ຫວຽດນາມ ບໍ່ພຽງແຕ່ຮັບມືກັບໂລກລະບາດໂຄວິດ - 19 ໄດ້ເປັນຢ່າງດີເທົ່ານັ້ນ ຫາກຍັງມີການເຕີບໂຕດ້ານເສດຖະກິດອີກດ້ວຍ

14:36 | 12/05/2021

ຍສໝ - ທີ່ການປະຊຸມແລກປ່ຽນວຽກງານກັບບັນດາອົງການສື່ມວນຊົນ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ, ຫົວໜ້າຄະນະຊີ້ນຳແຫ່ງຊາດ ກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໄດ້ແຈ້ງໃຫ້ບັນດາການນຳຂອງອົງການສື່ມວນຊົນຮັບຊາບກ່ຽວກັບສະພາບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19.

VKBIA  ມະ​ຫາ​ວິ​ທະ​ຍາ​ໄລ Songgok (ສ.ເກົາຫຼີ) ຮ່ວມ​ສຳ​ພັນ​ພັດ​ທະ​ນາ​ແຫຼ່ງ​ບຸກ​ຄະ​ລາ​ກອນ​ທີ່​ມີ​ຄຸນ​ນະ​ພາບ​ສູງ VKBIA ມະ​ຫາ​ວິ​ທະ​ຍາ​ໄລ Songgok (ສ.ເກົາຫຼີ) ຮ່ວມ​ສຳ​ພັນ​ພັດ​ທະ​ນາ​ແຫຼ່ງ​ບຸກ​ຄະ​ລາ​ກອນ​ທີ່​ມີ​ຄຸນ​ນະ​ພາບ​ສູງ
ທ່ານນາຍົກລັດຖະມົນຕີຟ້າມມິງຈິ້ງໄດ້ເນັ້ນໜັກເຖິງການຕິດຕາມ ສິດອຳນາດຕາມຂໍ້ກຳນົດຢ່າງໃກ້ຊິດເພື່ອຈັດຕັ້ງການເລືອກຕັ້ງໃຫ້ດີທີ່ສຸດ ທ່ານນາຍົກລັດຖະມົນຕີຟ້າມມິງຈິ້ງໄດ້ເນັ້ນໜັກເຖິງການຕິດຕາມ ສິດອຳນາດຕາມຂໍ້ກຳນົດຢ່າງໃກ້ຊິດເພື່ອຈັດຕັ້ງການເລືອກຕັ້ງໃຫ້ດີທີ່ສຸດ
ຫວຽດນາມ ບໍ່ພຽງແຕ່ຮັບມືກັບໂລກລະບາດໂຄວິດ - 19 ໄດ້ເປັນຢ່າງດີເທົ່ານັ້ນ ຫາກຍັງມີການເຕີບໂຕດ້ານເສດຖະກິດອີກດ້ວຍ
ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ, ຫົວໜ້າຄະນະຊີ້ນຳແຫ່ງຊາດ ກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19. ພາບ: ດີ່ງນາມ

ວັນທີ 11 ພຶດສະພາ 2021, ທີ່ການປະຊຸມແລກປ່ຽນວຽກງານກັບບັນດາອົງການສື່ມວນຊົນ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ, ຫົວໜ້າຄະນະຊີ້ນຳແຫ່ງຊາດ ກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໃຫ້ຮູ້ວ່າ ຫວຽດນາມ ກໍ່ແມ່ນໜຶ່ງໃນບັນດາປະເທດມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກອນໝູ່, ເຖິງຢ່າງໃດກໍຕາມ ມາຮອດປັດຈຸບັນ, ອາດຢັ້ງຢືນໄດ້ວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດສາມາດຮັບມືກັບໂລກລະບາດໂຄວິດ - 19 ດີທີ່ສຸດໃນໂລກ. ປັດຈຸບັນ ປະເທດຕ້ອງປະຕິບັດເປົ້າໝາຍຄວບຄູ່ ໃຫ້ເປັນຢ່າງດີ ແລະ ໃນສະພາບຕົວຈິງ ຫວຽດນາມ ບໍ່ພຽງແຕ່ຮັບມືກັບໂລກລະບາດໂຄວິດ - 19 ໄດ້ເປັນຢ່າງດີເທົ່ານັ້ນ ຫາກຍັງມີການເຕີບໂຕດ້ານເສດຖະກິດອີກດ້ວຍ.

ພາຍຫຼັງໄລຍະ 30 ວັນທີ່ບໍ່ພົບກໍລະນີຕິດເຊື້ອພະຍາດໃນຊຸມຊົນ, ນັບແຕ່ວັນທີ 27 ເມສາ ມາຮອດປະຈຸບັນ ໄດ້ກວດພົບກວ່າ 300 ກໍລະນີຕິດເຊື້ອພະຍາດຢູ່ບາງທ້ອງຖິ່ນ, ຊ້ຳບໍ່ໜຳແມ່ນຢູ່ໂຮງໝໍຂັ້ນສູນກາງ. ເປົ້າໝາຍສູງສຸດໃນປະຈຸບັນຂອງຫວຽດນາມ ແມ່ນສຸມໃສ່ປ້ອງກັນ, ຕ້ານໂລກລະບາດ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໂລກລະບາດໂຄວິດ-19 ເພື່ອຮັບປະກັນຄວາມສະຫງົບປອດໄພໃຫ້ແກ່ປະຊາຊົນ, ຮັກສາສຸຂະພາບໃຫ້ແກ່ປະຊາຊົນເພື່ອແນໃສ່ປະຕິບັດເປົ້າໝາຍຄວບຄູ່ແມ່ນທັງປ້ອງກັນ, ຕ້ານໂລກລະບາດຢ່າງປອດໄພ, ມີປະສິດທິຜົນ ແລະ ພັດທະນາເສດຖະກິດສັງຄົມຢ່າງມີໄຊ.

ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ໄດ້ຮຽກຮ້ອງໃຫ້ຄະນະພັກທຸກຂັ້ນເສີມຂະຫຍາຍບົດບາດຊີ້ນຳນຳພາ, ບໍລິຫານ, ຄຸ້ມຄອງຂອງອຳນາດການປົກຄອງ ແລະ ປຸກລະດົມການເຂົ້າຮ່ວມຂອງທົ່ວປວງຊົນ, ທັງລະບົບການເມືອງ, ເປັນເຈົ້າການເສີມຂະຫຍາຍກຳລັງພາຍໃນດ້ວຍຈິດໃຈ: “ປ້ອງກັນ” ເປັນພື້ນຖານ, ມີຍຸດທະສາດຍາວນານ, ມີລັກສະນະຕັດສິນ; “ຕ້ານ” ແມ່ນຮີບດ່ວນ, ຂ້ຽວຂາດ, ວ່ອງໄວ ດ້ວຍຈິດໃຈ “ຕ້ານໂລກລະບາດຄືດັ່ງຕ້ານສັດຕູ”. ຕາມນັ້ນແລ້ວ, ວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ຂອງຫວຽດນາມ ເລີ່ມຫັນຈາກສະພາບປ້ອງກັນເປັນຕົ້ນໄປສູ່ສະພາບສົມທົບກັນຢ່າງກົມກຽວ; ເພີ່ມທະວີການນຳໃຊ້ເຕັກໂນໂລຊີເພື່ອຕິດຕາມກວດກາ; ປະຕິບັດທິດທາງ “ຕັ້ງໜ້າ ປ້ອງກັນ, ກວດພົບໄວ, ແຍກຕົວໄວ, ປິ່ນປົວຢ່າງມີປະສິດທິຜົນ, ແກ້ໄຂຢ່າງເຖິງຖອງ, ຮັບປະກັນສະພາບການເປັນປົກກະຕິໂດຍໄວ”.

ປະທານສະພາແຫ່ງຊາດ ຫວຽດນາມ: ສະພາແຫ່ງຊາດຈະ ເອົາໃຈໃສ່ເປັນພິເສດເຖິງບັນດາການເຄື່ອນໄຫວຂອງສະມາຊິກສະພາແຫ່ງຊາດສະເພາະກິດ, ສະມາຊິກສະພາແຫ່ງຊາດ ຄວບຕຳແໜ່ງ ປະທານສະພາແຫ່ງຊາດ ຫວຽດນາມ: ສະພາແຫ່ງຊາດຈະ ເອົາໃຈໃສ່ເປັນພິເສດເຖິງບັນດາການເຄື່ອນໄຫວຂອງສະມາຊິກສະພາແຫ່ງຊາດສະເພາະກິດ, ສະມາຊິກສະພາແຫ່ງຊາດ ຄວບຕຳແໜ່ງ

ຍສໝ - ທ່ານ ເວືອງດິ່ງເຫ້ວ ປະທານສະພາແຫ່ງຊາດ ຫວຽດນາມ ໃຫ້ຮູ້ວ່າ: ເພື່ອຍົກສູງປະສິດທິຜົນໃນການເຄື່ອນໄຫວຂອງສະພາແຫ່ງຊາດ, ສະພາແຫ່ງຊາດຈະ ເອົາໃຈໃສ່ເປັນພິເສດເຖິງບັນດາການເຄື່ອນໄຫວຂອງສະມາຊິກສະພາແຫ່ງຊາດສະເພາະກິດ, ສະມາຊິກສະພາແຫ່ງຊາດ ຄວບຕຳແໜ່ງ ຢ່າງຖືກຕ້ອງຕາມກົດໝາຍ ແລະ ຕາມການກຳນົດທິດເປັນອາຊີບ ແລະ ທັນສະໄໝ.

ຫວຽດນາມ ໄດ້ຮຽກຮ້ອງໃຫ້ປະຊາຄົມສາກົນ ເພີ່ມທະວີການສະໜັບສະໜູນສຳລັບ UNITAD ໃນ ການປະຕີບັດໜ້າທີ່ຕາມກົດໝາຍສາກົນ ຫວຽດນາມ ໄດ້ຮຽກຮ້ອງໃຫ້ປະຊາຄົມສາກົນ ເພີ່ມທະວີການສະໜັບສະໜູນສຳລັບ UNITAD ໃນ ການປະຕີບັດໜ້າທີ່ຕາມກົດໝາຍສາກົນ

ຍສໝ - ຕອນເຊົ້າວັນທີ 10 ພຶດສະພາ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຈັດກອງປະຊຸມດ້ວຍຮູບການຖ່າຍທອດສົດ ເພື່ອປຶກສາຫາລືກ່ຽວກັບບົດລາຍງານການປະຕິບັດງານ ຂອງສະຫະປະຊາຊາດ ເພື່ອສົ່ງເສີມການຕິດຕາມອາຊະຍາກຳ Da'esh / ISIL ຢູ່ອີຣັກ (ເອີ້ນວ່າ UNITAD) ໃນ 6 ເດືອນຜ່ານມາ.

ບັນດາການເຄື່ອນໄຫວວັດທະນະທຳ ເຄື່ອງປັ້ນດິນເຜົາທີ່ເປັນເອກະລັກ ບັນດາການເຄື່ອນໄຫວວັດທະນະທຳ ເຄື່ອງປັ້ນດິນເຜົາທີ່ເປັນເອກະລັກ

ຄະນະຄຸ້ມຄອງໜອງ ຮວ່ານກ໊ຽມ ແລະ ຄຸ້ມຖະໜົນເກົ່າ ຮ່າໂນ້ຍ ຈັດຕັ້ງບັນດາການເຄື່ອນໄຫວວັດທະນະທຳ ດ້ວຍຫົວຂໍ້ເຄື່ອງປັ້ນດິນເຜົາ ແຕ່ວັນທີ 23 ເມສາ ຫາ ວັນທີ 31 ພຶດສະພາ ປີ 2021 ຢູ່ສາລາ ກີມເງິນ ເຮືອນເລກທີ 42, 44 ຖະໜົນຫ່າງບາກ ເມືອງ ຮວ່ານກ໊ຽມ ນະຄອນຮ່າໂນ້ຍ. ...

ໄຊພອນ

ເຫດການ
302 Found

Found

The document has moved here.