ສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ຮັບປະກັນການດ້ານການສັບຊ້ອນ, ນະໂຍບາສຳລັບພະນັກງານຂອງຕົນ

14:37 | 30/03/2021

ຍສໝ -  ນາຍົກລັດຖະມົນຕີ ຫວຽດນາມ ຫາກໍ່ຮັບຮອງເອົາກົດບັດຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ. ຕາມນັ້ນແລ້ວ, ສະຫະພັນບັນດາອົງການມິດຕະພາບຫວຽດນາມ ແມ່ນອົງການຈັດຕັ້ງການເມືອງ - ສັງຄົມ ຮັບຜິດຊອບດ້ານການທູດປະຊາຊົນ ກ່ຽວກັບສັນຕິພາບ, ສາມັກຄີ, ມິດຕະພາບ ແລະ ການຮ່ວມມືຂອງປະຊາຊົນ. ສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ເຄື່ອນໄຫວຕາມຫຼັກການສະໝັກໃຈ, ປະຊາທິປະໄຕ, ຄວາມສະເໝີພາບ ແລະ ການຮັບປະກັນການສັບຊ້ອນ, ລະບອບ, ນະໂຍບາຍຕ່າງໆ ສຳລັບພະນັກງານ ແລະ ສະພາບການເຮັດວຽກເພື່ອຈັດຕັ້ງປະຕິບັດ ແລະ ເຄື່ອນໄຫວສຳເລັດໜ້າທີ່ການເມືອງທີ່ພັກ ແລະ ລັດມອບໝາຍໃຫ້ເປັນຢ່າງດີ.

ສະຫະພ ນບ ນດາອ ງການມ ດຕະພາບຫວຽດນາມ ໄດ ຮ ບປະກ ນການດ ານການສ ບຊ ອນ ນະໂຍບາສຳລ ບພະນ ກງານຂອງຕ ນ VUFO ໄດ້ມອບໃບປະກາດຍ້ອງຍໍ ໃຫ້ແກ່ 50 ອົງການທີ່ບໍ່ຂຶ້ນກັບລັດຖະບານຕ່າງປະເທດ
ສະຫະພ ນບ ນດາອ ງການມ ດຕະພາບຫວຽດນາມ ໄດ ຮ ບປະກ ນການດ ານການສ ບຊ ອນ ນະໂຍບາສຳລ ບພະນ ກງານຂອງຕ ນ ທ່ານເອກອັກຄະລັດຖະທູດອາເມລິກາ: ສະຫະພັນບັນດາອົງການມິດຕະພາບຫວຽດນາມ ມີບົດບາດສຳຄັນ ໃນການຊຸກຍູ້ການພົວພັນທາງການທູດປະຊາຊົນ ລະຫວ່າງສອງປະເທດອາເມລິກາ - ຫວຽດນາມ

ເອກະສານທີ່ໄດ້ຮັບການອະນຸມັດລະບຸຢ່າງຈະແຈ້ງວ່າ: ສະຫະພັນບັນດາອົງການມິດຕະພາບຫວຽດນາມ ແມ່ນອົງການຈັດຕັ້ງການເມືອງ - ສັງຄົມ ຮັບຜິດຊອບດ້ານການທູດປະຊາຊົນ ກ່ຽວກັບສັນຕິພາບ, ສາມັກຄີ, ມິດຕະພາບ ແລະ ການຮ່ວມມືຂອງປະຊາຊົນ, ເປັນສະມາຊິກຂອງແນວໂຮມແຫ່ງຊາດຫວຽດນາມ; ມີບົດບາດສຳຄັນໃນການທູດປະຊາຊົນ ແລະ ການຂົນຂວາຍຄວາມຊ່ວຍເຫຼືອບໍ່ຂຶ້ນກັບລັດຖະບານຕ່າງປະເທດ; ແມ່ນອົງການໜຶ່ງທີ່ຮັບຜິດຊອບໜ້າທີ່ວຽກງານການເມືອງການຕ່າງປະເທດ ແລະ ເປັນສ່ວນໜຶ່ງຂອງກຳລັງດ້ານການພົວພັນຕ່າງປະເທດຂອງປະເທດຫວຽດນາມ.

ສະຫະພ ນບ ນດາອ ງການມ ດຕະພາບຫວຽດນາມ ໄດ ຮ ບປະກ ນການດ ານການສ ບຊ ອນ ນະໂຍບາສຳລ ບພະນ ກງານຂອງຕ ນ
ສະຫະພັນບັນດາອົງການມິດຕະພາບຫວຽດນາມ ມີບົດບາດສຳຄັນໃນການທູດປະຊາຊົນ ແລະ ການຂົນຂວາຍຄວາມຊ່ວຍເຫຼືອບໍ່ຂຶ້ນກັບລັດຖະບານຕ່າງປະເທດ. (ພາບ: TTXVN)

ສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ດຳເນີນງານພາຍໃຕ້ກົດບັດທີ່ຮັບຮອງເອົາໂດຍກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແລະ ໄດ້ຮັບການອະນຸມັດຈາກນາຍົກລັດຖະມົນຕີ; ອີງຕາມຫຼັກການຂອງຄວາມສະໝັກໃຈ, ປະຊາທິປະໄຕ, ຄວາມສະເໝີພາບ, ເປີດເຜີຍ, ຄວາມໂປ່ງໃສ, ບໍ່ຫວັງຜົນຕອບແທນທີ່ໄດ້ຮັບ, ແລະ ປະຕິບັດຕາມລັດຖະທຳມະນູນ ແລະ ກົດໝາຍ.

ສະຫະພັນບັນດາອົງການມິດຕະພາບຫວຽດນາມ ມີໜ້າທີ່ໂຄສະນາເຜີຍແຜ່ບັນດາຫຼັກການ, ຈຸດປະສົງຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ; ສ້າງຄວາມສຳພັນສັນຕິພາບ, ສາມັກຄີ, ມິດຕະພາບ ແລະ ການຮ່ວມມືກັບບັນດາອົງການຈັດຕັ້ງທີ່ກ່ຽວຂ້ອງ, ອົງການທີ່ບໍ່ຂຶ້ນກັບລັດຖະບານ ແລະ ບຸກຄົນຕ່າງປະເທດ.

ເປີດກວ້າງ ແລະ ເຮັດໃຫ້ການພົວພັນຄູ່ຮ່ວມມືມີຫຼາຍຮູບຫຼາຍແບບ ເພື່ອປະກອບສ່ວນເຂົ້າໃນການເພີ່ມທະວີ ແລະ ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງປະຊາຊົນຫວຽດນາມ ແລະ ປະຊາຊົນຂອງປະເທດຕ່າງໆ, ຍາດແຍ່ງຄວາມເຫັນດີເຫັນພ້ອມ, ການສະໜັບສະໜູນ ແລະ ການຮ່ວມມືຂອງປະຊາຊົນໂລກ ໃນພາລະກິດການສ້າງສາ ແລະ ປົກປັກຮັກສາປະເທດຊາດຂອງປະຊາຊົນຫວຽດນາມ.

ເຂົ້າຮ່ວມການໂຄສະນາ ແລະ ຕໍ່ສູ້ກັບຄວາມຄິດເຫັນ, ຫາງສຽງເພື່ອປົກປ້ອງຜົນປະໂຫຍດຂອງປະເທດຊາດ, ໂດຍສະເພາະກ່ຽວກັບບັນຫາປະຊາທິປະໄຕ, ສິດທິມະນຸດ, ອະທິປະໄຕແຫ່ງຊາດ; ໂຄສະນາພາບພົດຂອງຫວຽດນາມໃນເວທີສາກົນ. ເຂົ້າຮ່ວມການລະດົມ ແລະ ເຕົ້າໂຮມຊາວຫວຽດນາມຢູ່ຕ່າງປະເທດ ມຸ່ງໄປເຖິງປະເທດຊາດ ແລະ ບັນດາການເຄື່ອນໄຫວເພື່ອແນໃສ່ເພີ່ມທະວີການພົວພັນມິດຕະພາບ, ການຮ່ວມມືລະຫວ່າງຫວຽດນາມ ແລະ ບັນດາປະເທດໃນບັນດາຂົງເຂດເສດຖະກິດ, ວັດທະນະທຳ, ການສຶກສາ, ວິທະຍາສາດ, ເຕັກໂນໂລຢີ…

ສະຫະພ ນບ ນດາອ ງການມ ດຕະພາບຫວຽດນາມ ໄດ ຮ ບປະກ ນການດ ານການສ ບຊ ອນ ນະໂຍບາສຳລ ບພະນ ກງານຂອງຕ ນ VUFO ໄດ້ຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກຢ່າງລະອຽດ

ຍສໝ - ທ່ານ ຫງວຽນຫວຽດໂທງ - ເລຂາທິການໃຫຍ່ສະພາທິດສະດີສູນກາງ ໄດ້ເນັ້ນໜັກ 8 ຈຸດເດັ່ນໃນບັນດາເອກະສານຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ, ປະກອບມີ: ຫົວຂໍ້ຂອງກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ XIII ແມ່ນຫົວຂໍ້ບົດລາຍງານການເມືອງ; 5 ບົດຮຽນໃນການກໍ່ສ້າງ ແລະ ປັບປຸງພາຍໃນພັກ; ຄາດຄະເນສະພາບການໂລກ ແລະ ພາກພື້ນ; ທັດສະນະໃນການຊີ້ນຳ; ວິທີການໃນການກຳນົດເປົ້າໝາຍ ແລະ ທິດທາງການພັດທະນາປະເທດຊາດໃນໄລຍະ ...

ສະຫະພ ນບ ນດາອ ງການມ ດຕະພາບຫວຽດນາມ ໄດ ຮ ບປະກ ນການດ ານການສ ບຊ ອນ ນະໂຍບາສຳລ ບພະນ ກງານຂອງຕ ນ ທ່ານເອກອັກຄະລັດຖະທູດ ຫງວຽນເຟືອງງາ: ວຽກງານການທູດປະຊາຊົນມີຫລາຍເງື່ອນໄຂເພື່ອປະຕິບັດ ແລະ ຊຸກຍູ້ບັນດາການເຄື່ອນໄຫວຢ່າງຮອບດ້ານ

ຍສໝ - ທ່ານເອກອັກຄະລັດຖະທູດຫງວຽນເຟືອງງາ - ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ (VUFO) ໄດ້ຢືນຢັນວ່າ ວຽກງານການທູດປະຊາຊົນມີຫລາຍເງື່ອນໄຂເພື່ອປະຕິບັດ ແລະ ຊຸກຍູ້ບັນດາການເຄື່ອນໄຫວຢ່າງຮອບດ້ານ.

ສະຫະພ ນບ ນດາອ ງການມ ດຕະພາບຫວຽດນາມ ໄດ ຮ ບປະກ ນການດ ານການສ ບຊ ອນ ນະໂຍບາສຳລ ບພະນ ກງານຂອງຕ ນ ທ່ານເອກອັກຄະລັດຖະທູດຟີລິບປິນ ປະຈຳຫວຽດນາມ: ປາດຖະໜາຢາກຮ່ວມມືກັບ VUFO ຢ່າງໃກ້ຊິດກ່ວາເກົ່າ

ຍສໝ - ເມື່ອບໍ່ດົນມານີ້, ຢູ່ສຳນັກງານໃຫຍ່ຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ (VUFO) ຢູ່ຮ່າໂນ້ຍ, ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟື່ອງງາ - ປະທານ VUFO ໄດ້ຕ້ອນຮັບທ່ານ Meynardo Los Banos Montealegre - ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ຟີລິບປິນ ປະຈຳຫວຽດນາມ ເນື່ອງໃນໂອກາດທີ່ໄດ້ຮັບໜ້າທີ່ວຽກງານຢູ່ຫວຽດນາມ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.