ບັນດາວິສາຫະກິດເຄື່ອນໄຫວຢູ່ ຫວຽດນາມ ຕ້ອງປະຕິບັດຕາມກົດໝາຍ ຫວຽດນາມ | |
ຫວຽດນາມ ກາຍເປັນປະຊາຄົມຊາວຕ່າງປະເທດອາໄສຢູ່ ຍີ່ປຸ່ນ ໃຫຍ່ອັນດັບທີ 2 |
![]() |
ເລີມດົ່ງ ຮຽກຮ້ອງນັກທຸລະກິດ ຫວຽດນາມ ອາໄສຢູ່ຕ່າງປະເທດ ມາລົງທຶນຢູ່ແຂວງ (ພາບ: VOV) |
ຫວ່າງແລ້ວນີ້, ຄະນະກຳມະການປະຊາຊົນແຂວງເລິມດົ່ງ ໄດ້ມີການເຮັດວຽກກັບຄະນະກຳມະການຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ນະຄອນ ໂຮ່ຈີມິນ ພ້ອມກັບບັນດານັກທຸລະກິດທີ່ເປັນຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ເພື່ອແນໃສ່ແບ່ງປັນບັນດາຂໍ້ມູນຂ່າວສານ, ເຊື່ອມຕໍ່ບັນດານັກລົງທຶນ, ວິສາຫະກິດ, ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ເພື່ອຮຽກຮ້ອງຜັນຂະຫຍາຍການບັນດາໂຄງການຢູ່ບັນດາທ້ອງຖິ່ນ.
ແຂວງເລິມດົ່ງໄດ້ແນະນຳໄປຍັງຄະນະປະຕິບັດງານຂອງຄະນະກຳມະການຊາວຫວຽດນາມ ໄອໄສຢູ່ຕ່ງາປະເທດ ນະຄອນ ໂຮ່ຈີມິນ ແລະ ປະຊາຄົມບັນດານັກລົງທຶນ, ວິສາຫະກິດ, ນັກທຸລະກິດ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດກ່ຽວກັບຄວາມສາມາດບົ່ມຊ້ອນ, ທ່າແຮງຂອງແຂວງເລິມດົ່ງ, ສະໜອງຂໍ້ມູນບັນດາໂຄງການທີ່ພວມຮຽກຮ້ອງການລົງທຶນຄື: ໂຄງການເຂດທ່ອງທ່ຽວ Prenn, ໂຄງການຕົວເມືອງ ລຽນເຄືອງ - Prenn, ເຂດທ່ອງທ່ຽວແຫ່ງຊາດໜອງ ຕວຽນເລິມ… ທຸກໆປີ ມີແຂກທ່ອງທ່ຽວ 7 ລ້ານຄົນ ໄປຍັງເລິມດົ່ງ. ເລິມດົ່ງຍັງແມ່ນແຂວງນຳໜ້າກ່ຽວກັບການຜະລິດກະສິກຳທີ່ນຳໃຊ້ເຕັກໂນໂລຢີສູງ. ທ່ານ ຫງວຽນວັນເຈົາ ຮອງຫົວໜ້າພະແນກກະສິກຳ ແລະ ພັດທະນາ ຊົນນະບົດແຂວງ ເລິມດົ່ງເນັ້ນໜັກວ່າ:
ຕ້ອງເວົ້າວ່າ ກະສິກຳແຂວງເລິມດົ່ງມີການພັດທະນາຕ້ອງມີການປະກອບສ່ວນຂອງບັນດາວິສາຫະກິດ, ພິເສດແມ່ນບັນດາວິສາຫະກິດຕ່າງປະເທດ ເພື່ອຂະແໜງກະສິກຳທ້ອງຖິ່ນ ຸມ່ງໄປສູ່ຕະຫຼາດສະໜອງ, ຍົກສູງລະບົບມູນຄ່າທົ່ວໂລກ. ເປັນຕົ້ນແມ່ນຜະລິດຕະພັນຕົ້ນປູກຊະນິດຕ່າງໆ ອາດຈະມີທ່າແຮງ ຄືຊາ, ກາເຟ, ໜອນ, ດອກໄມ້ ແລະ ລ້ຽງງົວນົມ… ຖ້າຫາກວ່າ ບັນດານັກລົງທຶນ ໄດ້ຊອກຮູ້ຢ່າງເລິກເຊິ່ງ ແລະ ມີການລົງທຶນທີ່ຈະຊ່ວຍໃຫ້ແຂວງລົມດົ່ງ ພັດທະນາ.
![]() |
ພາບປະກອບ |
ພາຍຫຼັງການເຮັດວຽກກັບແຂວງ, ຄະນະປະຕິບັດງານຂອງຄະນະກຳມະການຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ນະຄອນໂຮ່ຈີມິນ ແລະ ບັນດາວິສາຫະກິດ, ນັກລົງທຶນ ໄດ້ມີການເຮັດວຽກກັບການນຳເມືອງ ລາກເຢືອງ, ຢ້ຽມຊົມກຸ່ມບໍລິສັດ ລຽນມິງ, ບໍລິສັດຜະລິດຕະພັນກະເສດ Langbiang ແລະ ສຳຫຼວດບັນດາໂຄງການທີ່ພວມໄດ້ຮັບການຮຽກຮ້ອງລົງທຶນຢູ່ແຂວງເລິມດົ່ງ.
ທ່ານ Steve ບຸ່ຍ, ປະທານກຸ່ມບໍລິສັດ Delta E &C Japan ໃຫ້ຮູ້ວ່າ: ປັດຈຸບັນ, ບັນດານັກລົງທຶນ, ນັກທຸລະກິດ, ວິສາຫະກິດຫວຽດນາມ ຢູ່ຕ່າງປະເທດ ນັບມື້ນັບມີຄວາມຕ້ອງກັນກັບຄືນມາລົງທຶນຢູ່ ຫວຽດນາມ. ເພາະສະນັ້ນ, ການເດີນທາງໄປຊອກຫາສະພາບການຕົວຈິງນີ້ ຈະແມ່ນຂົວເຊື່ອມຕໍ່, ປະຖົມປັດໄຈສຳຄັນ ເພື່ອສ້າງກາລະໂອກາດຫຼາຍຢ່າງໃຫ້ແກ່ວິສາຫະກິດ, ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ເຂົ້າຮ່ວມມາລົງທຶນຢູ່ແຂວງ.
![]() | ບັນດາວິສາຫະກິດເຄື່ອນໄຫວຢູ່ ຫວຽດນາມ ຕ້ອງປະຕິບັດຕາມກົດໝາຍ ຫວຽດນາມ ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໄດ້ປະກາດວ່າ ທຸກຮູບແບບການໂຄສະນາເຜີຍແຜ່ ບັນດາເນື້ອໃນທີ່ຜິດກັບຄວາມຈິງປະຫວັດສາດ ແລະ ກົດໝາຍສາກົນ ລ້ວນແຕ່ບໍ່ມີຄຸນຄ່າ, ບໍ່ສາດມາດປ່ຽນແປງໄດ້ຄວາມຈິງແມ່ນ ອະທິປະໄຕ, ອຳນາດອະທິປະໄຕ ແລະ ສິດອຳນາດສານຂອງ ຫວຽດນາມ ຕໍ່ສອງໝູ່ເກາະເຈື່ອງຊາ ແລະ ຮ່ວາງຊາ ກໍ່ຄືຄວາມຈິງກ່ຽວກັບບັນຫາຢູ່ທະເລຕາເວັນອອກ. |
![]() | ຫວຽດນາມ ກາຍເປັນປະຊາຄົມຊາວຕ່າງປະເທດອາໄສຢູ່ ຍີ່ປຸ່ນ ໃຫຍ່ອັນດັບທີ 2 ຍສໝ - ISA ໃຫ້ຮູ້ວ່າເຫດຜົນທີ່ເຮັດໃຫ້ ຫວຽດນາມລື່ນກາຍ ສ.ເກົາຫຼີ ເພື່ອກາຍເປັນປະຊາຄົມຊາວຕ່າງປະເທດອາໄສຢູ່ ຍີ່ປຸ່ນຫຼາຍອັນດັບທີ 2 ຕົ້ນຕໍແມ່ນຍ້ອນການເພີ່ມຂຶ້ນຂອງຈຳນວນນັກສຶກສາ, ນັກຄົ້ນຄ້ວາ ແລະ ນັກຝຶກງານຊາວຫວຽດນາມ ໄປຍັງບີ່ປຸ່ນໃນໄລຍະທີ່ຜ່ານມາ. |
![]() | HSBC: ການເຕີບໂຕເສດຖະກິດ ຫວຽດນາມ ຈະຢູ່ລະດັບ 7,6% ໃນປີ 2021 ຍສໝ - ບົດລາຍງານຕີລາຄາຫວຽດນາມ ແມ່ນໜຶ່ງໃນຈຳນວນໜ້ອຍພື້ນຖານເສດຖະກິດມີການເຕີບໂຕບັນລຸຜົນເປັນບວກໃນປີ 2020 ດ້ວຍອັດຕາ 2,9% ຍ້ອນບັນດາປັດໄຈຕັ້ງໜ້າລວມມີ ບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນໂດຍໄວ, ກັບຄືນການເຄື່ອນໄຫວທີ່ເປັນປົກກະຕິ ແລະ ການສົ່ງອອກບັນດາສິນຄ້າປະເພດເອເລັກໂຕນິກ. |

ບຸນຄົງ