ສົ່ງເສີມບົດບາດຂອງ ຫວຽດນາມ ໃນການສ້າງບັນດາຂໍ້ລິເລີ່ມຍຸດທະສາດໃໝ່

11:27 | 09/04/2021

ຍ​ສ​ໝ - ກອງ​ປະ​ຊຸມ​ສຳ​ມະ​ນາ​ໄດ້​ດຳ​ເນີນ​ຕາມ​ສອງ​ຮູບ​ການ​ທາງ​ອອນ​ລາຍ ແລະ ໂດຍ​ກົງ. ເຫດ​ການ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ການ​ນຳ APE, ລັດ​ຖະ​ມົນ​ຕີ​ກ່ຽວ​ກັບ​ບັນ​ຫາ​ເຊື່ອມ​ໂຍງ​ຂອງ​ຄະ​ນະ​ກຳ​ມະ​ການ​ເສດ​ຖະ​ກິດ ອາ​ຊີ - ເອີ​ລົບ Sergey Glazev, ທ່ານ Ochirova ​Alexandra ທູດ​ເຈດ​ຕະ​ນາ​ດີ UNESCO.

ໃນຖານະເປັນເລຂາຄະນະພັກ ແຂວງກວາງນິງ (ໄລຍະ 2011-2015), ທ່ານ ຟ້າມມິນຈິງ ໄດ້ປະສົບຜົນສຳເລັດຢ່າງຈົບງາມໃນຫລາຍດ້ານ ໃນຖານະເປັນເລຂາຄະນະພັກ ແຂວງກວາງນິງ (ໄລຍະ 2011-2015), ທ່ານ ຟ້າມມິນຈິງ ໄດ້ປະສົບຜົນສຳເລັດຢ່າງຈົບງາມໃນຫລາຍດ້ານ
ໜັງສືພິມລາວ ໄດ້ຕີລາຄາສູງສະພາແຫ່ງຊາດຫວຽດນາມ ສຳເລັດການແຕ່ງຕັ້ງບັນດາຕຳແໜ່ງການນຳຂອງກົງຈັກລັດ ໜັງສືພິມລາວ ໄດ້ຕີລາຄາສູງສະພາແຫ່ງຊາດຫວຽດນາມ ສຳເລັດການແຕ່ງຕັ້ງບັນດາຕຳແໜ່ງການນຳຂອງກົງຈັກລັດ
ສົ່ງເສີມບົດບາດຂອງ ຫວຽດນາມ ໃນການສ້າງບັນດາຂໍ້ລິເລີ່ມຍຸດທະສາດໃໝ່
ການ​ນຳ​ສະ​ພາ​ຊົນ​ຊາດ​ອາ​ຊີ - ເອີ​ລົບ

ຫວ່າງ​ແລ້ວນີ້ ສະ​ພາ​ບັນ​ດາ​ຊາດ ອາ​ຊີ - ເອີ​ລົບ (APE) ໄດ້​ຈັດ​ກອງ​ປະ​ຊຸມ​ສຳ​ມ​ະ​ນາ​ສາ​ກົນ ດ້ວຍ​ຫົວ​ຂໍ່ ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ອາ​ຊີ - ເອີ​ລົບ ເປີດ​ກ້​ວາງ ບົດ​ບາດ​ຂອງ ຫວຽດ​ນາມ ໃນ​ການ​ສ້າງ​ບັນ​ດາ​ຂໍ້​ລິ​ເລີ່ມ​ຍຸດ​ທະ​ສາດ​ໃໝ່.

ກອງ​ປະ​ຊຸມ​ສຳ​ມະ​ນາ​ໄດ້​ດຳ​ເນີນ​ຕາມ​ສອງ​ຮູບ​ການ​ທາງ​ອອນ​ລາຍ ແລະ ໂດຍ​ກົງ. ເຫດ​ການ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ການ​ນຳ APE, ລັດ​ຖະ​ມົນ​ຕີ​ກ່ຽວ​ກັບ​ບັນ​ຫາ​ເຊື່ອມ​ໂຍງ​ຂອງ​ຄະ​ນະ​ກຳ​ມະ​ການ​ເສດ​ຖະ​ກິດ ອາ​ຊີ - ເອີ​ລົບ Sergey Glazev, ທ່ານ Ochirova ​Alexandra ທູດ​ເຈດ​ຕະ​ນາ​ດີ UNESCO. ຝ່າຍ ​ຫວຽດ​ນາມ ​ມີ​ການ​ເຂົ້າ​ຮ່ວມ​ຂອງ ທ່າ​ນນາງ ຫງວຽນ​ເຟືອງ​ງາ ປະ​ທານ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ​ຫວຽດ​ນາມ, ທ່ານນາມ ຫງວຽນ​ກ່​ວຽນ​ມາຍ ຜູ້​ຊ່ວຍວຽກ​ຫົວ​ໜ້າ​ກົງ​ສູນ​ຫວຽດ​ນາມ ປະ​ຈຳ ລັດ​ເຊຍ.

ກ່າວ​ຄຳ​ເຫັນ​ໄຂ​ກອ​ງ​ປະ​ຊຸມ​ສຳ​ມະ​ນາ, ທ່ານ Andrey Belyaninov ເລ​ຂາ​ທິ​ການ​ໃຫຍ່ APE ໄດ້​ສົ່ງ​ຄຳອວຍ​ພອນ​ໄປ​ຍັງ​ການ​ນຳ​ຫວຽດ​ນາມທີ່​ຫາ​ກໍ່​ໄດ້​ຮັບ​ຄວາມ​ໄວ້​ວາງ​ໃຈ​ເລືອກ​ຕັ້ງ​ໃນ​ບັນ​ດາ​ຕຳ​ແໜ່ງ​ສຳ​ຄັນ​ຂອງ​ປະ​ເທດ. ທ່ານ​ກໍ່​ໃຫ້​ຮູ້​ວ່າ ປະ​ຊາ​ຊົນ​ລັດ​ເຊຍ​ ຍາມ​ໃດ​ກໍ່​ຕິດ​ຕາມ​ບັນ​ດາ​ຜົນ​ສຳ​ເລັດ​ຂອງ ຫວຽດ​ນາມ ດ້ວຍ​ຄວາມ​ເຄົາ​ລົ​ບ​ຢ່າງ​ສູງ, ປະ​ຊາ​ຊົນ ສອງ​ປະ​ເທດ​ລ້ວ​ນ​ແຕ່​ແບ່ງ​ປັນ​ບັນ​ດາ​ຄຸນ​ຄ່າມູ​ນ​ເຊື້ອ​. ທ່ານ Belyaninov ໄດ້​ສະ​ແດງ​ຄວາມ​ຍິ​ນ​ດີ​ຕໍ່ ຫວຽດ​ນາມ ເມື່ອ​ຫວຽດ​ນາມ ກາຍ​ເປັນ​ພື້ນ​ຖານ​ເສດ​ຖະ​ກິດ​ທີ່​ມີ​ການ​ເຕີບ​ໂຕ​ໄວ ແລະ ມີ​ການ​ຕະຫຼາດ​ທີ່​ກ້​ວາງ​ຂວາງ. ພ້ອມ​ທັງ​ຫວັງ​ວ່າ​ສອງ​ປະ​ເທດ​ຈະ​ສືບ​ຕໍ່​ຍູ້​ແຮງ​ການ​ເຄື່ອນ​ໄຫວ​ການ​ທູດ​ປະ​ຊາ​ຊົນ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ສົ່ງເສີມບົດບາດຂອງ ຫວຽດນາມ ໃນການສ້າງບັນດາຂໍ້ລິເລີ່ມຍຸດທະສາດໃໝ່
​ທ່ານ​ນາງ ຫງວຽນ​ເຟືອງ​ງາ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຳ​ມະ​ນາ

ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ, ບັນ​ດາ​ນັກ​ຊ່ຽວ​ຊານ, ນັກ​ຮຽນ​ຮູ້​ຕີ​ລາ​ຄາ​ສູງ​ການ​ພັດ​ທະ​ນາ​ຢ່າງ​ຂະ​ຫຍັນ​ຂັນ​ເຄື່ອນ, ກໍ່​ຄື​ບົດ​ບາດ, ການ​ປະ​ກອບ​ສ່ວນ​ຂອງ ຫວຽດ​ນາມ ຕໍ່​ປະ​ຊາ​ຄົມ​ສາ​ກົນ, ໄຈ​ແຍກ​ກ່ຽວ​ກັບ​ຄວາມ​ສາ​ມາດ​ໃນ​ການ​ເຊື່ອ​ມ​ຕໍ່​ບັນ​ດາ​ໂຄງ​ການ ແລະ ຂໍ້​ລິ​ເລີ່ມ​ພັດ​ທະ​ນາ, ກໍ່​ຄື​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຄູ່​ຮ່ວມ​ມື, ການ​ທູດ​ປະ​ຊາ​ຊົນ​ໃນ​ພາກ​ພື້ນ​ອາ​ຊີ - ເອີ​ລົບ. ໃນ​ບົດ​ປຶກ​ສາ​ຫາ​ລື “ບົດ​ບາດ​ຂອງ ການ​ທູດ​ປະ​ຊາ​ຊົນ​ໃນ​ການ​ຮັກ​ສາ, ປັດ​ປຸງ​ສັນ​ຕິ​ພາບ, ນ້ຳ​ໃຈ​ມິດ​ຕະ​ພາບ​ລະ​ຫວ່າງ​ບັນ​ດາ​ຊົນ​ຊາດ ແລະ ສ້າງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ຄວາມ​ສະ​ດວກ​ເພື່ອ​ຊຸກ​ຍູ້​ບັນ​ດາ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຢູ່​ພາກ​ພື້ນ” ທ່ານ​ນາງ ຫງວຽນ​ເຟືອງ​ງາ ກໍ່​ໄດ້​ແຈ້ງ​ໃຫ້​ຊາບ​ໂດຍ​ຫຍໍ້​ກ່ຽວ​ກັບ​ບັນ​ດາ​ເປົ້າ​ໝາຍ ແລະ ວິ​ໄສ​ທັດ​ທີ່​ໄດ້​ຍົກ​ອອກ​ມາ​ຢູ່​ມະ​ຕິ​ຂອງກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ໃນ​ນັ້ນ​, ຮອດ​ກາງ​ສະ​ຕະ​ວັດ ທີ XXI ຈະ​ນຳ​ປະ​ເທດ​ກາຍ​ເປັນ​ປະ​ເທດ​ພັດ​ທະ​ນາ​ທີ່​ມີ​ລາຍ​ຮັບ​ສູງ, ຕາມ​ການ​ກຳ​ນົດ​ທິດ​ສັງ​ຄົມ​ນິ​ຍົມ

ປິດຊຸດບໍາລຸງສ້າງບັນຊາ-ເສນາທິການຂັ້ນສູງບັ້ນຮົບ, ຍຸດທະສາດໄລຍະສັ້ນ, ຊຸດທີ III ໃຫ້ກອງທັບປະຊາຊົນລາວ ປິດຊຸດບໍາລຸງສ້າງບັນຊາ-ເສນາທິການຂັ້ນສູງບັ້ນຮົບ, ຍຸດທະສາດໄລຍະສັ້ນ, ຊຸດທີ III ໃຫ້ກອງທັບປະຊາຊົນລາວ

ຍສໝ - ຊຸດບໍາລຸງສ້າງບັນຊາ-ເສນາທິການຂັ້ນສູງບັ້ນຮົບ, ຍຸດທະສາດ ໄລຍະສັ້ນ, ຊຸດທີ III ໃຫ້ກອງທັບປະຊາຊົນລາວ ຈັດຕັ້ງທີ່ວິທະຍາຄານປ້ອງກັນຊາດ ໃນໄລຍະ 4 ເດືອນ. ນັກສໍາມະນາກອນໄດ້ຄົ້ນຄວ້າບາງເນື້ອໃນ, ຄື: ປະຫວັດສາດແຫ່ງການສ້າງສາ ແລະປົກປັກຮັກສາປະເທດຊາດຂອງຫວຽດນາມ, ລະບົບການເມືອງຂອງຫວຽດນາມ; ນະໂຍບາຍປ້ອງກັນຊາດ ແລະກໍາລັງແຮງດ້ານປ້ອງກັນຊາດຂອງຫວຽດນາມ; ທາດແທ້, ມູນເຊື້ອ ແລະການຈັດຕັ້ງຂອງກອງທັບປະຊາຊົນຫວຽດນາມ...

ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ໄທ ຢ່າງມີປະສິດທິຜົນ ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ໄທ ຢ່າງມີປະສິດທິຜົນ

ຍສໝ - ສອງຝ່າຍເຫັນດີສືບຕໍ່ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ໃຫ້ນັບມື້ນັບເລິກເຊິ່ງ ແລະ ມີປະສິດທິຜົນ ເພື່ອເພີ່ມທະວີການພົວພັນຮ່ວມມືຫວຽດນາມ - ໄທ; ເພີ່ມການຢ້ຽມຢາມເພີ່ມເຕີມ, ການຕິດຕໍ່ໃນລະດັບສູງ ແລະ ລະດັບຕ່າງໆ...

ໄຊຊະນະທາງເລກ 9 - ພາກໃຕ້ລາວ ປີ 1971 ແມ່ນໜຶ່ງໃນບັນດາເຫດການປະຫວັດສາດທີ່ມີລັກສະນະຍຸດທະສາດ,ສ້າງທ່າ ແລະກໍາລັງແຮງໃຫ້ແກ່ການບຸກໂຈມຕີຄັ້ງໃຫຍ່ໃນລະດູບານໃໝ່ປີ 1975 ໄຊຊະນະທາງເລກ 9 - ພາກໃຕ້ລາວ ປີ 1971 ແມ່ນໜຶ່ງໃນບັນດາເຫດການປະຫວັດສາດທີ່ມີລັກສະນະຍຸດທະສາດ,ສ້າງທ່າ ແລະກໍາລັງແຮງໃຫ້ແກ່ການບຸກໂຈມຕີຄັ້ງໃຫຍ່ໃນລະດູບານໃໝ່ປີ 1975

ຍສໝ - ທາງເລກ 9 - ພາກໃຕ້ລາວ ຍັງແມ່ນບັ້ນຮົບທີ່ມີລັກສະນະຫັນປ່ຽນສະຖານະການ, ແມ່ນໜຶ່ງໃນບັນດາບັ້ນຮົບໃຫຍ່ຂອງກອງທັບ ແລະ ປະຊາຊົນ ຫວຽດນາມ ໃນພາລະກິດຕໍ່ສູ້ຕ້ານຈັກກະພັດອາເມລິກາ, ກູ້ຊາດ, ສະແດງໃຫ້ເຫັນສະຕິປັນຍາ, ເຈດຈໍານົງອົງອາດກ້າແກ່ນ, ນໍ້າໃຈຮັກຊາດ, ນໍ້າໃຈພິລະອາດຫານ, ຍອມເສຍສະຫຼະຊີວິດເພື່ອປົກປັກຮັກສາປະເທດຊາດ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.