ໃນຖານະເປັນເລຂາຄະນະພັກ ແຂວງກວາງນິງ (ໄລຍະ 2011-2015), ທ່ານ ຟ້າມມິນຈິງ ໄດ້ປະສົບຜົນສຳເລັດຢ່າງຈົບງາມໃນຫລາຍດ້ານ

21:40 | 08/04/2021

ຍສໝ - ໃນວາລະປະຊຸມສະພາແຫ່ງຊາດ ທີ່ໄດ້ດຳເນີນໃນຕອນບ່າຍວັນທີ 5 ເມສາ, ບັນດາຜູ້ແທນສະພາແຫ່ງຊາດ ໄດ້ເລືອກຕັ້ງທ່ານ ຟ້າມມິງຈິງ, ຫົວໜ້າຄະນະຈັດຕັ້ງສູນກາງ, ດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ ດ້ວຍອັດຕາລວມບັດສະໜັບສະໜູນ 96,25% ໃນຈຳນວນສະມາຊິກສະພາແຫ່ງຊາດທັງໝົດ.

ໜັງສືພິມລາວ ໄດ້ຕີລາຄາສູງສະພາແຫ່ງຊາດຫວຽດນາມ ສຳເລັດການແຕ່ງຕັ້ງບັນດາຕຳແໜ່ງການນຳຂອງກົງຈັກລັດ ໜັງສືພິມລາວ ໄດ້ຕີລາຄາສູງສະພາແຫ່ງຊາດຫວຽດນາມ ສຳເລັດການແຕ່ງຕັ້ງບັນດາຕຳແໜ່ງການນຳຂອງກົງຈັກລັດ
ການ​ເຕີບ​ໂຕ​ເສດ​ຖະ​ກິດ​ໃນ 3 ໄຕ​ມາດ ທີ່ຍັງ​ເຫຼືອ​ຕ້ອງ​ອີງ​ໃສ່ການສົ່ງ​ອອກ ການ​ເຕີບ​ໂຕ​ເສດ​ຖະ​ກິດ​ໃນ 3 ໄຕ​ມາດ ທີ່ຍັງ​ເຫຼືອ​ຕ້ອງ​ອີງ​ໃສ່ການສົ່ງ​ອອກ
ທ່ານ ຟ້າມມິງຈິງ ໄດ້ຢັ້ງຢືນວ່າ ເລື່ອງສະພາແຫ່ງຊາດມີຄວາມໄວ້ເນື້ອເຊື່ອໃຈ ເລືອກຕັ້ງທ່ານດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ ສສ.ຫວຽດນາມ ແມ່ນຄວາມເປັນກຽດ, ພ້ອມທັງກໍ
ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ. ພາບ: cdn.baogiaothong.vn

ກ່າວຄຳເຫັນພາຍຫຼັງພິທີສາບານຕົວ, ທ່ານ ຟ້າມມິງຈິງ ໄດ້ຢັ້ງຢືນວ່າ ເລື່ອງສະພາແຫ່ງຊາດມີຄວາມໄວ້ເນື້ອເຊື່ອໃຈ ເລືອກຕັ້ງທ່ານດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ ປະເທດແຫ່ງສສ.ຫວຽດນາມ ແມ່ນຄວາມເປັນກຽດ, ພ້ອມທັງກໍ່ແມ່ນພາລະບົດບາດທີ່ໜັກໜ່ວງເຊິ່ງພັກ, ລັດ ແລະ ປະຊາຊົນເຊື່ອໝັ້ນມອບໝາຍໃຫ້. ຕໍ່ໜ້າຄວາມຮຽກຮ້ອງຕ້ອງການສືບຕໍ່ຍູ້ແຮງຢ່າງຮອບດ້ານ, ຄົບຊຸດພາລະກິດແຫ່ງການປ່ຽນແປງໃໝ່ຕາມຈິດໃຈຂອງມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ, ທ່ານນາຍົກລັດຖະມົນຕີຄົນໃໝ່ ໄດ້ສະເໜີແນະບາງໜ້າທີ່ ເຊິ່ງໄດ້ລັດຖະບານ,ນາຍົກລັດຖະມົນຕີຈະຜັນຂະຫຍາຍປະຕິບັດໃນໄລຍະຈະມາເຖິງ.

ໃນຖານະເປັນເລຂາຄະນະພັກ ແຂວງກວາງນິງ ສສ.ຫວຽດນາມ (ໄລຍະ 2011-2015), ທ່ານ ຟ້າມມິງຈິງ ໄດ້ປະສົບຜົນສຳເລັດ ຢ່າງຈົບງາມໃນຫລາຍດ້ານ. ທ່ານ ຟ້າມມິງຈິງ ໄດ້ພະຍາຍາມຊຸກຍູ້ການປະຕິຮູບດ້ານບໍລິຫານຂອງແຂວງ ກວາງນິງ ຕາມສອງທິດ ຄື: ທີໜຶ່ງ ແມ່ນປັບປຸງສະພາບແວດລ້ອມການຜະລິດ ແລະ ການດຳເນີນທຸລະກິດ, ການຮັບໃຊ້ວິສາຫະກິດ; ທີສອງ ແມ່ນການຮັບໃຊ້ປະຊາຊົນ ຕ້ອງໃຫ້ດີກວ່າເກົ່າ. ໃນຊຸມປີມໍ່ໆມານີ້, ແຂວງ ກວາງນິງ ຍາມໃດກໍ່ນອນໃນກຸ່ມບັນດາແຂວງນຳໜ້າ ໃນການປະຕິຮູບການບໍລິຫານລັດ. ໃນປີ 2019, ແຂວງກວາງນິງ ໄດ້ຈັດຢູ່ລະດັບທີໜຶ່ງ ໃນທົ່ວປະເທດ ກ່ຽວກັບດັດຊະນີຂອງການປະຕິຮູບດ້ານການບໍລິຫານ ແລະ ດັດສະນີຄວາມເພິ່ງພໍໃຈ ຂອງປະຊາຊົນ. ແຂວງ ກວາງນິງ ກໍ່ແມ່ນທ້ອງຖິ່ນໜຶ່ງ ທີ່ກຳລັງດຶງດູດ ແຫລ່ງກຳລັງແຮງຈາກຄູ່ຮ່ວມມືພາກລັດ-ເອກະຊົນ ເພື່ອລົງທຶນເຂົ້າໃນການກໍ່ສ້າງພື້ນຖານໂຄງລ່າງເປັນຕົ້ນແມ່ນ: ສະໜາມບິນ, ທາງດ່ວນ, ທ່າເຮືອ. ນີ້ແມ່ນແຂວງທີ່ມີລະບົບ ພື້ນຖານໂຄງລ່າງ ທີ່ທັນສະໄໝຢ່າງຍິ່ງ ເມື່ອທຽບກັບຫລາຍທ້ອງຖິ່ນອື່ນ, ເປັນແຂວງທີ່ມີສະໜາມບິນ ທີ່ມີການລົງທຶນ ຂອງເອກະຊົນຄັ້ງທຳອິດ ຢູ່ຫວຽດນາມ; ມີທາງດ່ວນເຊື່ອມຕໍ່ລະຫວ່າງ ແຂວງຍາວທີ່ສຸດໃນປະເທດຫວຽດນາມ. ບັນດາຜົນສໍາເລັດໄດ້ຮັບໃນມື້ນີ້ ແມ່ນມີການປະກອບສ່ວນທີ່ສໍາຄັນຂອງ ທ່ານເລຂາຄະນະພັກແຂວງ ຟ້າມມິງຈິງ.

ທ່ານ ຟ້າມມິງຈິງ ໄດ້ຮັບເລືອກຕັ້ງເປັນກຳມະການກົມການເມືອງ ແລະ ໄດ້ຮັບມອບໝາຍ ໃຫ້ດຳລົງຕຳແໜ່ງ ຫົວໜ້າ ຄະນະຈັດຕັ້ງສູນກາງໃນປີ 2016. ໃນພາລະບົດບາດໜ້າວຽກ “ສຳຄັນຂອງສິ່ງສຳຄັນ” ຂອງພັກ ກອມມູນິດຫວຽດນາມ, ຫລາຍກ່ວາໜຶ່ງໄລຍະດໍາລົງຕໍາແໜ່ງຜ່ານມາ, ກໍ່ຍັງເປັນເວລາຂອງ "ການທົດສອບໄຟ” ເຊິ່ງແມ່ນເຕັມໄປດ້ວຍສິ່ງທ້າທາຍ ສຳລັບຂະແໜງການຈັດຕັ້ງພະນັກງານ ກໍ່ຄື ທົ່ວພັກ, ທົ່ວລະບົບການເມືອງ. ພາຍຫລັງກວ່າ 2 ປີ ແຫ່ງການປະຕິບັດມະຕິເລກທີ 18 ແລະ 19 ຂອງຄະນະບໍລິຫານງານສູນກາງຊຸດທີ XII, ລະບົບກົງຈັກມີຄວາມຄ່ອງແຄ້ວພໍ່ສົມຄວນ. ສະໄໝກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກອມມູນິດຫວຽດນາມ ກໍ່ເປັນຂີດໝາຍອັນສຳຄັນຂອງ ທ່ານຫົວໜ້າຄະນະຈັດຕັ້ງສູນກາງ ຟ້າມມິນຈິງ ໃນການເປັນເສນາທິການ ທີ່ເປັນຍຸດທະສາດ ກ່ຽວກັບການຄວບຄຸມສິດອຳນາດ, ຕ້ານກັບການແລ່ນຊື້ຈ້າງສິດ, ແລ່ນຊື້ຈ້າງຕໍາແໜ່ງ ໃນວຽກງານຈັດຕັ້ງພະນັກງານ.

ທ່ານ ຟ້າມມິງຈິງ ເກີດປີ 1958, ບ້ານເກີດຢູ່: ຕາແສງ ຮວາລົກ, ເມືອງເຮົ້າລົກ, ແຂວງແທັງຮ໊ວາ. ທ່ານແມ່ນກຳມະການກົມການເມືອງ ຊຸດທີ XII, XIII, ເລຂາທິການສູນກາງພັກຊຸດທີ XII, ກຳມະການຄະນະບໍລິຫານງານສູນກາງພັກ ຊຸດທີ XI, XII, XIII,ສະມາຊິກສະພາແຫ່ງຊາດຊຸດທີ XIV.

ຊຸມວັນວັດທະນະທໍາ ສ.ເກົາຫຼີ ຢູ່ ກວ໋າງນາມ ປີ 2021 ຊຸມວັນວັດທະນະທໍາ ສ.ເກົາຫຼີ ຢູ່ ກວ໋າງນາມ ປີ 2021

ວັນທີ 6 ເມສາ, ສູນວັດທະນະທໍາສ.ເກົາຫຼີ ຢູ່ຫວຽດນາມ ໃຫ້ຂ່າວວ່າ, ສະຖານທູດສ.ເກົາຫຼີ ປະຈໍາ ຫວຽດນາມ ໄດ້ສົມທົບກັບຄະນະກໍາມະການປະຊາຊົນແຂວງກວ໋າງນາມ ຈັດຕັ້ງ “ຊຸມວັນວັດທະນະທໍາສ.ເກົາຫຼີ ຢູ່ກວ໋າງນາມ ປີ 2021” ຂຶ້ນໃນລະຫວ່າງວັນທີ 7-14 ເມສາ ຢູ່ນະຄອນຕາມກີ່ ແລະນະຄອນໂຮ້ຍອານ.

ມີຫຼາຍກິດຈະກຳເຄື່ອນໄຫວໃນປີທ່ອງທ່ຽວແຫ່ງຊາດນີງບິ່ງ 2021 ມີຫຼາຍກິດຈະກຳເຄື່ອນໄຫວໃນປີທ່ອງທ່ຽວແຫ່ງຊາດນີງບິ່ງ 2021

ວັນທີ 6 ເມສາ, ຢູ່ນະຄອນນີງບິ່ງ, ກະຊວງວັດທະນະທຳ, ກິລາ ແລະທ່ອງທ່ຽວຫວຽດນາມ ໄດ້ສົມທົບກັບຄະນະກຳມະການປະຊາຊົນແຂວງນີງບິ່ງ ຈັດກອງປະຊຸມຂ່າວແນະນຳກ່ຽວກັບປີທ່ອງທ່ຽວແຫ່ງຊາດນີງບິ່ງ 2021-ຮວາລື, ນີງບິ່ງ.

ບູລະນະການນຳບາງກຳມາທິການຂອງສະພາແຫ່ງຊາດ ບູລະນະການນຳບາງກຳມາທິການຂອງສະພາແຫ່ງຊາດ

ບັນດາສະມາຊິກສະພາແຫ່ງຊາດເຂົ້າຮ່ວມກອງປະຊຸມສະໄໝສາມັນເທື່ອທີ 11, ສະພາແຫ່ງຊາດຫວຽດນາມ ຊຸດທີ XIV ໄດ້ປ່ອນບັດເລືອກຕັ້ງການນຳບາງກຳມາທິການສະພາແຫ່ງຊາດ, ເລຂາທິການໃຫຍ່ສະພາແຫ່ງຊາດ.

ໄຊພອນ

ເຫດການ
302 Found

Found

The document has moved here.