ທ່ານ ບຸນທອງ ຈິດມະນີ ເຄື່ອນໄຫວຊີ້ນຳວຽກງານຢູ່ເມືອງນອງ

11:21 | 21/06/2019

ທ່ານ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຮອງນາຍົກລັດຖະມົນຕີ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາລັດຖະບານ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ພ້ອມຄະນະໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງນອງ ແຂວງສະຫວັນນະເຂດ ເມື່ອວັນທີ 17 ມິຖຸນາ 2019 ຜ່ານມາ ໂດຍໃຫ້ກຽດຕ້ອນຮັບຈາກທ່ານ ໂພໄຊ ໄຊຍະສອນ ກໍາມະການສໍາຮອງສູນກາງພັກ ຮອງເລຂາພັກແຂວງ ຮອງເຈົ້າແຂວງໆສະຫວັນນະເຂດ, ມີຄະນະພັກ, ຄະນະນຳຂອງເມືອງ, ບັນດາຫ້ອງການອ້ອມຂ້າງແຂວງ, ພະນັກງານ, ທະຫານ, ຕໍາຫຼວດ ພ້ອມດ້ວຍປະຊາຊົນໃຫ້ການຕ້ອນຮັບ.

ທ່ານ ບຸນທອງ ຈິດມະນີ ເຄື່ອນໄຫວຊີ້ນຳວຽກງານຢູ່ເມືອງນອງ

ທ່ານ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຮອງນາຍົກລັດຖະມົນຕີ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາລັດຖະບານ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ.

ການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກໃນຄັ້ງນີ້, ທ່ານ ໄດ້ຮັບຟັງການລາຍງານສະ ພາບການພັດທະນາເສດຖະກິດ-ສັງຄົມຂອງເມືອງນອງໃນໄລຍະທີ່ຜ່ານມາໂດຍສັງເຂບ,ເປັນຕົ້ນແມ່ນການເອົາໃຈໃສ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງ ຕາມ 8 ແຜນງານ, 101 ໂຄງ ການ, ມາຮອດປັດຈຸບັນເມືອງນອງສາມາດປະຕິບັດໄດ້ 62 ໂຄງການ, ກວມເອົາ 61,4% ຂອງແຜນງານຊຶ່ງມີມູນຄ່າ 26, 25 ຕື້ກີບ; ພ້ອມກັນນັ້ນອໍານາດການປົກຄອງຂອງເມືອງໄດ້ສືບຕໍ່ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານກະສິກໍາ ໂດຍໄດ້ເອົາໃຈໃສ່, ປຸກລະດົມ ແລະ ອໍານວຍຄວາມສະດວກໃຫ້ປະຊາຊົນຫັນມາປູກພືດເປັນສິນຄ້າ ເປັນຕົ້ນແມ່ນ: ປູກຢາງໂບງ, ກ້ວຍ, ມັນຕົ້ນ, ຫວາຍ, ໄມ້ກິນໝາກ… ແລະ ຂະຫຍາຍການລ້ຽງສັດ ເພື່ອສ້າງລາຍຮັບໃຫ້ແກ່ປະຊາຊົນ, ແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນເປັນກ້າວໆ, ນອກຈາກນັ້ນ ອໍານາດການປົກຄອງໄດ້ອໍານວຍຄວາມສະດວກໃນການກໍ່ສ້າງເຂື່ອນໄຟຟ້າ ເຊລະນອງ 1, ເຊລະນອງ 2, ເຊລະນອງ 3 ແລະ ເຂື່ອນຫ້ວຍລະລາບ ບ້ານໂອ້ຍຕານຕີບ, ປັດຈຸບັນປະຊາຊົນ ຊາວເມືອງນອງໄດ້ຊົມໃຊ້ໄຟຟ້າຖາວອນ ກວມ 83% ແລ້ວ.

ທ່ານ ບຸນທອງ ຈິດມະນີ ເຄື່ອນໄຫວຊີ້ນຳວຽກງານຢູ່ເມືອງນອງ

ບັນຍາກາດກອງປະຊຸມ.

ໃນຕອນບ່າຍຂອງມື້ດຽວກັນ, ທ່ານ ບຸນທອງ ຈິດມະ ນີ ພ້ອມຄະນະ ໄດ້ເຮັດວຽກ ຮ່ວມກັບຄະນະພັກ-ຄະນະນໍາ, ອົງການປົກຄອງແຂວງສະຫວັນນະເຂດ ໂດຍ ທ່ານໂພໄຊ ໄຊຍະສອນ ໄດ້ລາຍງານສະພາບລວມຂອງແຂວງໂດຍຫຍໍ້ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 8 ຊຶ່ງຜ່ານມາແຂວງສະຫວັນນະເຂດໄດ້ເອົາໃຈໃສ່ວາງມາດຕະການຕ່າງໆເພື່ອຊຸກຍູ້ເສດຖະກິດ ເຮັດໃຫ້ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ລວມຍອດຜະລິດຕະພັນພາຍໃນບັນລຸໄດ້ 9.393,96 ຕື້ກີບ ເທົ່າກັບ 49,47% ຂອງແຜນການປີ (ໃນນັ້ນ ດ້ານກະສິກໍາກວມ 15,98%, ອຸດສາຫະກໍາ-ຫັດຖະກໍາ ກວມ 10,08%, ບໍລິການກວມ 42,69% ຂອງ GDP); ຮັບຟັງລາຍງານກ່ຽວກັບການກະກຽມກອງປະຊຸມໃຫຍ່ 3 ຂັ້ນຂອງຄະນະພັກແຂວງ ຊຶ່ງໄດ້ຈັດຕັ້ງເຊື່ອມຊຶມບັນດານິຕິກໍາກໍ່ສ້າງພັກ-ພະນັກງານໃຫ້ ຄະນະພັກຮາກຖານ, ໜ່ວຍພັກຮາກຖານ ພ້ອມແຕ່ງຕັ້ງຄະນະຊີ້ນໍາ ເພື່ອມີການຊີ້ນໍາ-ນໍາພາເປັນເອກະພາບ ແລະ ໄປລວງດຽວກັນ, ປັດຈຸບັນແມ່ນໄດ້ສໍາເລັດການຂຶ້ນແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ຂັ້ນສູນກາງຄຸ້ມຄອງແລ້ວ, ສ່ວນແຜນການກໍານົດພະນັກງານນໍາພາ-ຄຸ້ມຄອງຂັ້ນແຂວງ, ຂັ້ນເມືອງ-ນະຄອນ ແມ່ນໄດ້ສ້າງມາແຕ່ປີ 2016 ແລ້ວ.

ໂອກາດການລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດໃນຄັ້ງນີ້, ທ່ານ ບຸນທອງ ຈິດມະນີ ໄດ້ໃຫ້ກຽດໂອ້ລົມ ແລະ ມີທິດຊີ້ນຳຕໍ່ຄະນະພັກ-ຄະນະນໍາ ຂອງແຂວງ, ເມືອງ ຕະຫຼອດຮອດພໍ່ແມ່ປະຊາຊົນ ໂດຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະພັກ, ຄະນະນຳແຂວງ, ເມືອງ ທີ່ໄດ້ມີຄວາມຕັດສິນໃຈສູງໃນການຊີ້ນຳ-ນຳພາວຽກງານຮອບດ້ານ, ໂດຍສະເພາະແມ່ນຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ໄດ້ເນັ້ນໃຫ້ຄະນະພັກ, ອົງການປົກຄອງແຕ່ລະຂັ້ນຈົ່ງພ້ອມກັນສືບຕໍ່ນຳພາ-ຊີ້ນຳການພັດທະນາຕາມຂອບເຂດຄວາມຮັບຜິດຊອບຂອງຕົນໃຫ້ມີຄວາມກ້າວໜ້າຢ່າງເປັນຮູບປະທຳ ໂດຍສຸມໃສ່ການແກ້ໄຂຄວາມທຸກຍາກຂອງປະຊາຊົນເປັນບັນຫາສຳຄັນໄປຄຽງຄູ່ກັບວຽກງານປ້ອງກັນຊາດ ປ້ອງກັນຄວາມສະຫງົບເພື່ອເຮັດໃຫ້ສັງຄົມມີຄວາມເປັນລະບຽບຮຽບຮ້ອຍໂດຍຖືເອົາວຽກງານດັ່ງກ່າວສອດຫ້ອຍກັບການເຮັດວຽກງານການເມືອງ-ແນວຄິດ, ສຶກສາອົບຮົມໃຫ້ຄະນະພັກ ແລະ ສະມາຊິກພັກ, ພະນັກງານ-ລັດຖະກອນ ກຳແໜ້ນແນວທາງນະໂຍບາຍຂອງພັກ, ກົດໝາຍ ແລະ ລະບຽບການຂອງລັດໃຫ້ເລິກເຊິ່ງໄປພ້ອມກັບວຽກງານລົງກໍ່ສ້າງຮາກຖານການເມືອງ, ນຳເອົາແນວທາງນະໂຍບາຍຂອງພັກ ແລະ ນິຕິກຳຕ່າງໆລັດຖະບານລົງເຜີຍແຜ່ໃຫ້ປະຊາຊົນບັນດາເຜົ່າໄດ້ຮັບຮູ້ເຂົ້າໃຈ, ຮຽກຮ້ອງໃຫ້ຄະນະພັກ, ສະມາຊິກພັກ, ພະນັກງານ-ລັດຖະກອນຈົ່ງຕັ້ງໜ້າຈັດຕັ້ງປະຕິບັດວຽກງານຕາມໜ້າທີ່ຄວາມຮັບຜິດຊອບຂອງຕົນດ້ວຍຈັນຍາບັນ, ມີສະຕິຕໍ່ການຈັດຕັ້ງ, ເປັນເຈົ້າການເຄົາລົບ ແລະ ປະຕິບັດມະຕິ, ຄໍາສັ່ງ, ກົດລະບຽບຂອງພັກ, ກົດໝາຍ ແລະ ລະບຽບການຂອງລັດຕິດພັນກັບການຍົກລະດັບດ້ານການສຶກສາໃຫ້ໄວໜຸ່ມ ,ຊາວໜຸ່ມມີຄວາມຮູ້, ຄວາມສາມາດເພື່ອໄດ້ມີວຽກເຮັດງານທຳທີ່ແນ່ນອນ ແລະ ໝັ້ນຄົງ, ວຽກງານສາທາລະນະສຸກຕ້ອງໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດຢ່າງຕໍ່ເນື່ອງ ເພື່ອຮັບປະກັນດ້ານສຸຂະພາບຂອງປະຊາຊົນບັນດາເຜົ່າທັງສູ້ຊົນຈັດຕັ້ງປະຕິບັດວຽກງານ 3 ສ້າງໃຫ້ປະກົດຜົນເປັນຈິງ, ພ້ອມກັນນັ້ນ ກໍໃຫ້ສືບຕໍ່ກະກຽມການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງຄະນະພັກແຕ່ລະຂັ້ນໃຫ້ທວງທັນເວລາຕາມທີ່ໄດ້ກໍານົດໄວ້.

(ແຫຼ່ງ​ຂໍ້​ມູນ​: ນາງ ປະທຸມພອນ/pasaxon.org.la)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.