ຫວຽດນາມ ຢັ້ງຢືນຄຳໝັ້ນສັນຍາໃຫ້ບຸລິມະສິດ ປະຕິບັດຄວາມສະເໝີພາບລະຫວ່າງຍິງ - ຊາຍຢູ່ CSW

06:31 | 26/03/2021

ຍສໝ - ຄວາມມານະພະຍາຍາມຂອງຫວຽດນາມ ໃນການປະຕິບັດຄວາມສະເໝີພາບລະຫວ່າງຍິງ - ຊາຍໄດ້ສະແດງໃຫ້ເຫັນໝາກຜົນອັນຕັ້ງໜ້າ. ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ມີທ່າອຽງຈະຫຼຸດລົງ. ອັດຕາສ່ວນແມ່ຍິງໃນສະພາແຫ່ງຊາດຫວຽດນາມແມ່ນ 27,31%, ສູງກວ່າອັດຕາສ່ວນລວມຂອງໂລກ.

ແຮກສ່ຽວ​ເຂດ​ຊຸມ​ຊົນ​ລະ​ຫວ່ງ​ສອງ​ຝ່າຍ​ເຂດ​ຊາຍ​ແດນ: ເພື່ອ​ປະ​ກອບ​ສ່ວນ​ເຂົ້າ​ການ​ຮັກ​ສາ​ຄວາມ​ສະ​ຫງົບ​ໃຫ້​ແກ່​ເຂດ​ຊາຍ​ແດນ
ຫວຽດ​ນາມ​ຮ່ວມ​ແຮງ​ຮ່ວມ​ໃຈ​ຊຸກ​ຍູ້​ການ​ຮ່ວມ​ມື​ສາ​ກົນ ກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ ຍິງ ຊາຍ

ໃນວັນທີ 23 ມີນາ, ທ່ານ ດ່າວຫງອກຢູງ - ລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ, ຕາງໜ້າຄະນະຜູ້ແທນລັດຖະບານຫວຽດນາມ ໄດ້ກ່າວຄຳປາໄສທີ່ກອງປະຊຸມຄັ້ງທີ 65 ຂອງຄະນະກຳມາທິການສະຫະປະຊາຊາດ ກ່ຽວກັບສະຖານະພາບແມ່ຍິງ (CSW). ກອງປະຊຸມດັ່ງກ່າວ ໄດ້ຈັດຂື້ນດ້ວຍຮູບການຖ່າຍທອດສົດ ທີ່ສຳນັກງານໃຫຍ່ຂອງອົງການສະຫະປະຊາຊາດທີ່ນິວຢອກ, ປະເທດອາເມລິກາ ໂດຍການເຂົ້າຮ່ວມຂອງຄະນະຜູ້ແທນຂັ້ນສູງຈາກ 193 ປະເທດສະມາຊິກ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ ແລະ ພາກພື້ນ.

ຫວຽດນາມ ຢັ້ງຢືນຄຳໝັ້ນສັນຍາໃຫ້ບຸລິມະສິດ ປະຕິບັດຄວາມສະເໝີພາບລະຫວ່າງຍິງ - ຊາຍຢູ່ CSW
ທ່ານ ດ່າວຫງອກຢູງ - ລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ, ຕາງໜ້າຄະນະຜູ້ແທນລັດຖະບານຫວຽດນາມ. (ພາບ: vietnamplus)

ກ່າວຄຳເຫັນທີ່ກອງປະຊຸມສົນທະນາທົ່ວໄປ, ທ່ານ ດ່າວຫງອກຢູງ ໄດ້ສະແດງຄວາມຊົມເຊີຍ ແລະ ເນັ້ນໜັກວ່າ ນີ້ແມ່ນບັນດາບຸລິມະສິດເຊິ່ງລັດຖະບານຫວຽດນາມພວມຍູ້ແຮງເພື່ອປະຕິບັດຢ່າງຕັ້ງໜ້າ. ການເພີ່ມທະວີການມີສ່ວນຮ່ວມຂອງແມ່ຍິງ ແລະ ການສ້າງນະໂຍບາຍໃນຊີວິດສັງຄົມ, ການລົບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ, ການຮ່ວມມືກັບຄູ່ຮ່ວມພັດທະນາ ແລະ ອົງການສະຫະປະຊາຊາດ ກໍ່ໄດ້ຮັບການສົ່ງເສີມສະເໝີ ເພື່ອປະຕິບັດວຽກງານທີ່ໄດ້ກຳນົດໄວ້ໃນຂົງເຂດນີ້.

ທ່ານລັດຖະມົນຕີ ດ່າວຫງອກຢູງ ໃຫ້ຮູ້ວ່າ, ບັນດາສິ່ງທ້າທາຍທີ່ເກີດຈາກການລະບາດຂອງ COVID-19 ຍັງແມ່ນບັນຫາທົ່ວໄປໃນທົ່ວໂລກ, ສະນັ້ນ, ມັນແມ່ນສິ່ງຈຳເປັນທີ່ທຸກປະເທດສະມາຊິກສະຫະປະຊາຊາດ ຕ້ອງໄດ້ພະຍາຍາມ ແລະ ສາມັກຄີ, ແບ່ງປັນ ແລະ ສະໜັບສະໜູນ ເຊິ່ງກັນ ແລະ ກັນ, ໃນນັ້ນແມ່ຍິງ ແລະ ເດັກຍິງຕ້ອງການຖືເປັນໃຈກາງ ໃນບັນດາຄວາມພະຍາຍາມໃນການຟື້ນຟູ, ໂດຍມີການປະຊິດເຂົ້າເຖິງການເບິ່ງແຍງດູແລ ແລະ ການປົກປ້ອງຢ່າງເທົ່າທຽມກັນ, ໃນໄລຍະສັ້ນແມ່ນການເຂົ້າເຖິງຢາວັກຊິນ COVID-19 ໂດຍດ່ວນ.

ຫວຽດນາມ ຢັ້ງຢືນຄຳໝັ້ນສັນຍາໃຫ້ບຸລິມະສິດ ປະຕິບັດຄວາມສະເໝີພາບລະຫວ່າງຍິງ - ຊາຍຢູ່ CSW
ອັດຕາສ່ວນແມ່ຍິງໃນສະພາແຫ່ງຊາດຫວຽດນາມແມ່ນ 27,31%, ສູງກວ່າອັດຕາສ່ວນລວມຂອງໂລກ. (ພາບ: vietnamplus)

ບົດກ່າວປາໄສຂອງທ່ານລັດຖະມົນຕີ ດ່າວຫງອກຢູງ ກໍ່ໄດ້ສົ່ງສານເຖິງໂລກວ່າ: ຫວຽດນາມຢັ້ງຢືນ ຄຳໝັ້ນສັນຍາ ໃຫ້ບຸລິມະສິດຄວາມສະເໝີພາບລະຫວ່າງຍິງ - ຊາຍ, ປາດຖະໜາຢາກສືບຕໍ່ໄດ້ຮັບການສະໜັບສະໜູນ ຈາກສະຫະປະຊາຊາດ ແລະ ບັນດາປະເທດສະມາຊິກ ເພື່ອຜ່ານຜ່າໄລຍະຫຍຸ້ງຍາກໃນປະຈຸບັນ.

ຫວຽດນາມ ເພີ່ມຂຶ້ນ 4 ຂັ້ນໃນບົດລາຍງານຄວາມສຸກຂອງໂລກ 2021

ຕາມບົດລາຍງານກ່ຽວກັບຄວາມສຸກຂອງໂລກໂດຍສະຫະປະຊາຊາດ ປະກາດຫວ່າງແລ້ວນີ້, ຫວຽດນາມ ເພີ່ມຂຶ້ນ 4 ຂັ້ນຈາກອັນດັບທີ 83 ຂຶ້ນມາຢູ່ອັນດັບທີ 79 ໃນບັນຊີລາຍຊື່ 149 ປະເທດ, ໂດຍບໍ່ຫົວຊາຕໍ່ຜົນສະທ້ອນຈາກພະຍາດໂຄວິດ-19.

ແຮກສ່ຽວ​ເຂດ​ຊຸມ​ຊົນ​ລະ​ຫວ່ງ​ສອງ​ຝ່າຍ​ເຂດ​ຊາຍ​ແດນ: ເພື່ອ​ປະ​ກອບ​ສ່ວນ​ເຂົ້າ​ການ​ຮັກ​ສາ​ຄວາມ​ສະ​ຫງົບ​ໃຫ້​ແກ່​ເຂດ​ຊາຍ​ແດນ

ຍ​ສ​ໝ - ຜ່ານ​ໂຄງ​ການ​ແຮກ​ສ່ຽວ, ເສັ້ນ​ຊາຍ​ແດນ​ລະ​ຫວ່າງ​ສອງ​ແຂວງ, ສອງ​ປະ​ເທດ ໄດ້​ຮັບ​ການ​ປົກ​ປັກ​ຮັກ​ສາ​ນັບ​ມື້​ນັບ​ດີ​ຂຶ້ນ ແລະ ກາຍ​ເປັນ​ເສັ້ນ​ຊາຍ​ແດນ​ແຫ່ງ​ນ້ຳ​ໃຈ, ເຂດ​ຊາຍ​ແດນ​ມິດ​ຕະ​ພາບ ແລະ ໄດ້​ຮັກ​ສາ ແລະ ເພີ່ມ​ພຸນ​ຄຸນ​ສ້າງ ບົນ​ພື້ນ​ຖານ​ເຄົາ​ລົບ, ເຂົ້າ​ໃຈ, ຊ່​ວຍ​ເຫຼືອ​ເຊິ່ງ​ກັນ​ແລະ​ກັນ.

ກອງປະຊຸມສຳມະນາສາກົນ "ຄວາມສະເໝີພາບລະຫວ່າງຍິງ - ຊາຍ, ເສີມຂະຫຍາຍບົດບາດຂອງແມ່ຍິງ ແລະ ປ້ອງກັນຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ"

ຍສໝ - ໃນວັນທີ 15-16 ທັນວານີ້, ກົມພົວພັນການຕ່າງປະເທດຂອງກະຊວງຕຳຫຼວດຫວຽດນາມ ໄດ້ຮ່ວມມືກັບອົງການສະຫະປະຊາຊາດ ເພື່ອຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ມອບສິດໃຫ້ແກ່ແມ່ຍິງ ສະຫະປະຊາຊາດ (UN Women) ຈັດຕັ້ງກອງປະຊຸມສາກົນ "ຄວາມສະເໝີພາບລະຫວ່າງຍິງ - ຊາຍ, ເສີມຂະຫຍາຍບົດບາດຂອງແມ່ຍິງ ແລະ ປ້ອງກັນຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ" ຢູ່ ນະຄອນ ຫາຍຟ່ອງ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.