ສານປະຊາຊົນສູງສຸດ ສາມາດປະຕິບັດການຕັດສິນຄະດີ ຕາມຂະບວນການຍຸຕິທຳ ໄດ້ 44.521 ເລື່ອງ

16:52 | 24/03/2021

ໃນໄລຍະ 5 ປີຜ່ານມາ ສານປະຊາຊົນສູງສຸດ ໄດ້ຕິດຕາມກວດກາ ການປະຕິບັດການຕັດສິນຄະດີ ຕາມຂະບວນການຍຸຕິທຳ ໂດຍມີຄະດີ ເຂົ້າສານປະຊາຊົນ ແລະ ສານທະຫານ ທຸກຂັ້ນທັງໝົດ 44.521 ເລື່ອງ. ໃນນີ້, ມີຄະດີທີ່ຄ້າງມາ 1.606 ເລື່ອງ, ເຊິ່ງລວມທັງໝົດ 46.127 ເລື່ອງ, ສາມາດແກ້ໄຂໄດ້ແລ້ວ 43.559 ເລື່ອງ, ເທົ່າກັບ 94.43%, ຍັງຄ້າງ 2.568 ເລື່ອງ ຖ້າທຽບໃສ່ 5 ປີກ່ອນ ເຫັນວ່າຄະດີເພີ່ມຂຶ້ນ. ໂດຍແຍກຕາມແຕ່ລະຄະດີ, ເຊິ່ງປະກອບມີ ຄະດີເຂົ້າສານຂັ້ນຕົ້ນ ຢູ່ສານເຂດ, ແຂວງ, ນະຄອນຫລວງ ແລະ ສານທະຫານ ມີຈຳນວນ 37.454 ເລື່ອງ.

ສານປະຊາຊ ນສ ງສ ດ ສາມາດປະຕ ບ ດການຕ ດສ ນຄະດ ຕາມຂະບວນການຍ ຕ ທຳ ໄດ 44 521 ເລ ອງ ວິ​ສາ​ຫະ​ກິດ ສ.ເກົາຫຼີ​ ເພິ່ງ​ພໍ​ໃຈ​ກັ​ບ​ເລື່ອງ​ເຂົ້າ​ເມືອງ ຫວຽດ​ນາມ​ໃນ​ໄລ​ຍະ​ເກີດ​ໂລກ​ລະ​ບາດ ໂຄວິດ - 19
ສານປະຊາຊ ນສ ງສ ດ ສາມາດປະຕ ບ ດການຕ ດສ ນຄະດ ຕາມຂະບວນການຍ ຕ ທຳ ໄດ 44 521 ເລ ອງ ຫວຽດ​ນາມ​ຄັດ​ຄ້ານ​ເລື່ອງ​ຈີ​ນ​ສົ່ງກຳປັ່ນສູ້ຮົບ ແລະ ​ເຮື​ອ​ບິນ​ສູ້​ຮົບ ໄປຍັງເກາະເຈື່ອງຊາ
ສານປະຊາຊ ນສ ງສ ດ ສາມາດປະຕ ບ ດການຕ ດສ ນຄະດ ຕາມຂະບວນການຍ ຕ ທຳ ໄດ 44 521 ເລ ອງ
ທ່ານ ນາງ ວຽງທອງ ສີພັນດອນ

ໃນນັ້ນ, ຄະດີຄ້າງ 1.177 ເລື່ອງ, ສາມາດແກ້ໄຂແລ້ວ 36.599 ເລື່ອງ ເທົ່າກັບ 34,73% ຜ່ານການຕັດສິນຄະດີ ຂອງສານຂັ້ນຕົ້ນແລ້ວ ຄູ່ຄວາມ ບໍ່ພໍໃຈອຸທອນຂຶ້ນມາ ມີ 4.932 ເລື່ອງ ກວມເອົາ 13,47% ປະເພດຄະດີ ທີ່ເຂົ້າສານຫລາຍ ແລະ ພົ້ນເດັ່ນແມ່ນຄະດີອາຍາ, ຢູ່ສານຂັ້ນຕົ້ນແມ່ນ ການລັກຊັບພົນລະເມືອງ ມີ 2.348 ເລື່ອງ ແລະ ຄະດີຄ້າຂາຍຢາເສບຕິດ 10.864 ເລື່ອງ ຖ້າທຽບໃສ່ 5 ປີກ່ອນເຫັນວ່າຄະດີ ແມ່ນເພີ່ມຂຶ້ນ. ຂໍ້ມູນດັ່ງກ່າວ, ໄດ້ລາຍງານໂດຍ ທ່ານ ນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດ ໃນວາລະກອງປະຊຸມ ຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດຊຸດທີ IX ຕອນເຊົ້າວັນທີ 24 ມີນາ 2021 ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານ ສະພາແຫ່ງຊາດ.

ທ່ານ ນາງ ວຽງທອງ ສີພັນດອນ ແຈ້ງໃຫ້ຮູ້ວ່າ: ພາຍໃຕ້ສະຖານະພາບ ຄວາມສຳຄັນຂອງສານປະຊາຊົນ ແລະ ຄວາມເປັນເອກະພາບ ປະຕິບັດສິດ ໜ້າທີ່ຕາມລັດ ຖະທຳມະນູນກົດໝາຍ ແລະ ປະຕິບັດບັນດານິຕິກຳໃຕ້ກົດໝາຍ ຂອງຄະນະພັກ ຄະນະປະທານສານແຕ່ລະຂັ້ນ ຕິດພັນຂະບວນການ ຮັກຊາດພັດທະນາ ໄດ້ສຳເລັດການປັບປຸງ ກົດໝາຍວ່າດ້ວຍຜູ້ພິພາກສາດ ກົດໝາຍວ່າດ້ວຍສານປະຊາຊົນ ແລະ ກົດໝາຍວ່າດ້ວຍ ຄ່າທຳນຽມສານ, ໄດ້ຮ່າງລັດຖະບັນຍັດ ຂອງປະທານປະເທດ ວ່າດ້ວຍການດຳເນີນ ຄະດີການປົກຄອງ, ປັບປຸງຂໍ້ກຳນົດ ພາລະບົດບາດ ຂອງສານປະຊາຊົນສູງສຸດ ແລະ ສານທ້ອງຖິ່ນຄືນໃໝ່, ໄດ້ເອົາໃຈໃສ່ກວດກາ ຄຳຕັດສິນພິພາກສາ ແລະ ສັງລວມສະຖິຕິຄະດີ ເພື່ອຊອກໃຫ້ ເຫັນດ້ານຕັ້ງໜ້າ ແລະ ດ້ານອ່ອນຂໍ້ຄົງຄ້າງ ເພື່ອສ້າງເປັນນິຕິກຳໃຕ້ກົດໝາຍໄດ້ 48 ສະ ບັບ. ເພື່ອແກ້ໄຂປະກົດການຫຍໍ້ທໍ້ຢູ່ສານ, ໂດຍໄດ້ແຕ່ງຕັ້ງ ຄະນະກຳມະການ ຕິດຕາມກວດການປະຕິ ບັດໜ້າຂອງຜູ້ພິພາສາ ຕາມທີ່ໄດ້ກຳນົດໄວ້ ໃນກົດໝາຍວ່າດ້ວຍຜູ້ພິພາກສາ. ຄຽງຄູ່ກັນນັ້ນ, ກໍໄດ້ຮັບຄຳຮ້ອງທຸກຄຳເໜີ ກ່ຽວກັບການປະພຶດ ແລະ ການປະຕິບັດໜ້າທີ່ຂອງຜູ້ພິພາກສາ ແລະ ພະນັກງານຂອງສານ ຈຳນວນ 78 ສະບັບ ແລະ ໄດ້ແກ້ໄຂແລ້ວ 70 ສະບັບ, ຍັງຄ້າງ 8 ສະບັບ.

ສຳລັບທິດທາງລວມ, ຄາດໝາຍແຜນພັດທະນາ ວຽກງານຂອງສານ ປະຊາຊົນສູງສຸດ 5 ປີຕໍ່ໜ້າ (2021-2025) ແມ່ນເພີ່ມທະວີວຽກງານ ສຶກສາອົບຮົມ ການເມືອງແນວຄິດ ໃຫ້ພະນັກງານ-ລັດຖະກອນ ສານປະຊາຊົນສູງສຸດ ມີຄວາມເຊື່ອໝັ້ນ ຕໍ່ອຸດົມການຂອງພັກ ປະຕິບັດນະໂຍບາຍ ຂອງລັດແຕ່ລະໄລຍະ; ພັດທະນາກົງຈັກ ການຈັດຕັ້ງຂອງສານ ໃຫ້ມີຄວາມເຂັ້ມແຂງໜັກແໜ້ນ ຍົກລະດັບ ຄວາມຮູ້ຄວາມສາມາດ ທາງດ້ານເຕັກນິກ ວິຊາສະເພາະ ໃຫ້ຜູ້ພິພາກສາ ແລະ ພະນັກງານສານ; ຍົກລະດັບການພັດທະນາ ພື້ນຖານໂຄງລ່າງວັດຖຸເຕັກນິກ ເພື່ອຮັບປະກັນ ໃຫ້ແກ່ການ ຫັນເປັນທັນ ສະໄໝ; ສ້າງເງື່ອນໄຂອຳນວຍ ໃຫ້ປະຊາຊົນມີສ່ວນຮ່ວມ ໃນການດຳເນີນຄະດີ ແລະ ເຂົ້າເຖິງຂະບວນຍຸຕິທຳ, ບໍລິການຮັບໃຊ້ ປະຊາຊົນ ເປັນທີ່ເພິ່ງ ທີ່ໄວ້ເນື້ອເຊື່ອໃຈ ຂອງປະຊາຊົນ; ສ້າງກົນໄກ ແລະ ປະສານສົມ ທົບຕິດຕາມກວດກາ ປະເມີນການປະຕິບັດໜ້າທີ່ ຂອງພະນັກງານສານ ປະຊົນແຕ່ລະຂັ້ນ ໃຫ້ມີຄວາມ ຮັບຜິດຊອບຕໍ່ວຽກງານ ທີ່ໄດ້ຮັບມອບໝາຍ ເພື່ອຫັນເປັນຜູ້ພິພາກສາມີຄຸນນະພາບ, ພ້ອມທັງຍົກລະດັບ ຂອງຜູ້ພິພາກສາ ໃນແຕ່ລະຂັ້ນໃຫ້ມີ ຄຸນນະພາບສູງ ຫັນເປັນມືອາຊີບ ແລະ ມີຄຸນນະທຳປະຕິ ວັດທີ່ໜັກແໜ້ນ.

ສານປະຊາຊ ນສ ງສ ດ ສາມາດປະຕ ບ ດການຕ ດສ ນຄະດ ຕາມຂະບວນການຍ ຕ ທຳ ໄດ 44 521 ເລ ອງ ແຂວງເງະອານ ສສ ຫວຽດນາມ: ຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງວັນຊາດລາວຄົບຮອບ 44 ປີ

ຍສໝ - ວັນທີ 2 ທັນວາ, ຢູ່ກອງບັນຊາການທະຫານປ້ອງກັນຊາຍແດນ ເງະອານ, ພິທີຊຸມນຸມມິດຕິງສະເຫຼີມສະຫຼອງວັນຊາດຂອງ ສ.ປ.ປ.ລາວຄົບຮອບ 44 ປີ ໄດ້ຖືກຈັດຂຶ້ນຢ່າງສົມກຽດ.

ສານປະຊາຊ ນສ ງສ ດ ສາມາດປະຕ ບ ດການຕ ດສ ນຄະດ ຕາມຂະບວນການຍ ຕ ທຳ ໄດ 44 521 ເລ ອງ ຫວຽດນາມ ອວຍພອນ​ວັນ​ຊາດ​ຂອງ ສປປ.ລາວ ຄົບຮອບ 44 ປີ

ຍສໝ - ໃນວັນທີ 27 ພະຈິກ 2019, ຢູ່ນະຄອນຫຼວງວຽງຈັນ, ທ່ານ ຫງວຽນແທັງຕຸ່ງ ອຸປະທູດຫວຽດນາມ ປະຈໍາ ລາວ ໄດ້ໄປອວຍພອນວັນຊາດຂອງ ສປປ.ລາວ ຄົບຮອບ 44 ປີ ຢູ່ກະຊວງການຕ່າງປະເທດ ລາວ ແລະ ຄະນະພົວພັນສູນກາງພັກຕ່າງປະເທດ ປະຊາຊົນປະຕິວັດລາວ.

ສານປະຊາຊ ນສ ງສ ດ ສາມາດປະຕ ບ ດການຕ ດສ ນຄະດ ຕາມຂະບວນການຍ ຕ ທຳ ໄດ 44 521 ເລ ອງ ມະຫາວິທະຍາໄລ ແພດການຢາ ຖ໋າຍບິິ່ງ ມອບໃບປະກາດ ໃຫ້ນັກສຶກສາລາວ ແລະ ກໍາປູເຈຍ ຈຳນວນ 44 ຄົນ: ບັນດາທ່ານຫມໍ ຈາກນ້ຳໃຈມິດຕະພາບ

ຍສໝ - ໃນຕອນເຊົ້າວັນທີ 18 ມິຖຸນາ, ຢູ່ທີ່ມະຫາວິທະຍາໄລ ແພດການຢາ ຖ໋າຍບິິ່ງ ໄດ້ຈັດພິທີມອບໃບປະກາດ ໃຫ້ແກ່ນັກສຶກສາລາວ 17 ຄົນ ແລະ ນັກສຶກສາກໍາປູເຈຍ 27 ຄົນ ທີ່ຮຽນຈົບ ຄະນະ ແພດສາດ ແລະ ແພດສາທາລະນະ.

kpl.gov.la

ເຫດການ
302 Found

Found

The document has moved here.