ເສັ້ນທາງ 13 ໃຕ້ ຈະໄດ້ຮັບການປັບປຸງ-ສ້ອມແປງຄືນໃໝ່

10:38 | 29/03/2021

ເມື່ອອາທິດຜ່ານມາ, ທີ່ກະຊວງໂຍທາທິການ ແລະ ຂົນສົ່ງ ນະຄອນຫລວງວຽງຈັນ, ໄດ້ມີພິທີເຊັນສັນຍາ ໂຄງການປັບປຸງ ແລະ ສ້ອມແປງທາງ 13 ໃຕ້ ສັນຍາ 1, ກິໂລແມັດ 71 ຫາກິໂລແມັດ 111 ແຂວງບໍລິຄໍາໄຊ ລະຫວ່າງ ກົມຂົວທາງກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ແລະ ບໍລິສັດທັງລ່ອງຈ່ອຍ ສະໂຕກ ກໍໂປເຣຊັນ ແລະ ບໍລິສັດສຸພາພອນກໍ່ສ້າງ ສຳຫລວດອອກແບບ ແລະ ຂົວທາງຈຳກັດຜູ້ດຽວ ຮ່ວມລົງນາມລະຫວ່າງ ທ່ານ ສີສົມພັນ ພິມສີປະສົມ ຫົວໜ້າໂຄງການປັບປຸງ ແລະ ສ້ອມແປງທາງ 13 ໃຕ້ ແລະ ທ່ານ ສຸກສະໝອນ ບານຸວົງ ຫົວໜ້າບໍລິສັດ ສຸພາພອນ ກໍ່ສ້າງ, ສຳຫລວດ-ອອກແບບ ແລະ ຂົວທາງ ຈຳກັດຜູ້ດຽວ, ໂດຍມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ເສ ນທາງ 13 ໃຕ ຈະໄດ ຮ ບການປ ບປ ງ ສ ອມແປງຄ ນໃໝ ເອກ​ອັກ​ຄະ​ລັດ​ຖະ​ທູດ​ບັນ​ດາ​ປະ​ເທດ​ອາ​ຊ​ີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ປະ​ຈຳ​ອາ​ຟ​ຼິກ​ກາ​ໃຕ້​ຕີ​ລາ​ຄາ​ສູງ​ຫວຽດ​ນາມ​ໃນ​ການ​ດຳ​ລົງ​ຕຳ​ແໜ່ງ​ປະ​ທານ​ອາ​ຊຽນ
ເສ ນທາງ 13 ໃຕ ຈະໄດ ຮ ບການປ ບປ ງ ສ ອມແປງຄ ນໃໝ ລັດວິສາຫະກິດການບິນລາວ ໄດ້ໂຈະສາຍການບິນ ທີ່ບິນຈາກ ສປປ ລາວ ຫາ ສປ ຈີນ ສຳລັບຖ້ຽວບິນ ແບບເໝົາໄປແລ້ວ 5 ເສັ້ນທາງ

ເສັ້ນທາງ 13 ໃຕ້ ສັນຍາ 1, ກິໂລແມັດ 71 ຫາ ກິໂລແມັດ 111 ແຂວງບໍລິຄໍາໄຊ ທີ່ນອນຢູ່ໃນໂຄງການປັບປຸງ ແລະ ສ້ອມແປງທາງ 13 ໃຕ້, ແຕ່ກິໂລແມັດ 71 (ແຂວງບໍລິຄໍາໄຊ) ຫາ ກິໂລແມັດ 346 (ແຂວງຄໍາມ່ວນ ) ມີຄວາມຍາວທັງໝົດ 275 ກິໂລແມັດ. ໂຄງການໄລຍະທີ 1 ນີ້ ແມ່ນນໍາໃຊ້ທຶນກູ້ຢືມ ຈາກທະນາຄານໂລກ ເພື່ອປັບປຸງຍົກລະດັບ ຈຸດນ້ຳຖ້ວມ ແລະ ຂະຫຍາຍໜ້າທາງເກົ່າ ຈາກ 9 ແມັດ ເປັນ 12 ແມັດ ມີ 2 ຊ່ອງທາງຈາລະຈອນ (2x3,5 ແມັດ) ແລະ ບ່າທາງເບື້ອງລະ 2,5 ແມັດ ກໍ່ສ້າງຂົວໃໝ່ 2 ແຫ່ງ ແທນໃສ່ຈຸດເກົ່າ ລວງຍາວແຕ່ລະແຫ່ງ ປະມານ 25 ແມັດ, ກ້ວາງ 12 ແມັດ ໂຄງສ້າງທາງໄດ້ອອກແບບ ເປັນໜ້າທາງແບບປູຢາງຂົ້ວ (ເບຕົງອັສຟານ).

ເສ ນທາງ 13 ໃຕ ຈະໄດ ຮ ບການປ ບປ ງ ສ ອມແປງຄ ນໃໝ
ເສັ້ນທາງ 13 ໃຕ້ ຈະໄດ້ຮັບການປັບປຸງ-ສ້ອມແປງຄືນໃໝ່. (ພາບ: KPL)

ສ່ວນການຈັດຕັ້ງປະຕິບັດ ໂຄງການດັ່ງກ່າວ ໄດ້ຄັດເລືອກເອົາບໍລິສັດຮັບເໝົາໂດຍການປະມູນສາກົນ ໃນຮູບແບບສັນຍາແບບມອບເໝົາ ຄື ຜູ້ຮັບເໝົາເປັນຜູ້ດໍາເນີນການກໍ່ສ້າງສໍາເລັດພາຍໃນ 2 ປີ ແລະ ສືບຕໍ່ບູລະນະຮັກສາໄປຕື່ມອີກ 8 ປີ ຈຶ່ງຈະມອບໃຫ້ເຈົ້າຂອງໂຄງການມູນຄ່າຂອງສັນຍາຜ່ານການປະມູນ ສໍາລັບສັນຍານີ້ແມ່ນ 17,5 ລ້ານໂດລາ, ສ່ວນຮູບການຊໍາລະ ໃຫ້ແກ່ໂຄງການ ແບ່ງອອກເປັນ 2 ໄລຍະ ຄື: ໄລຍະທີ 1: ແມ່ນໄລຍະດໍາເນີນການກໍ່ສ້າງ 2 ປີ ມີມູນຄ່າປະມານ 14 ລ້ານໂດລາ ໂດຍແມ່ນທະນາຄານໂລກ ເປັນຜູ້ສໍາລະ ໄລຍະທີ 2: ແມ່ນໄລຍະການນໍາໃຊ້ ແລະ ບູລະນະຮັກສາເສັ້ນທາງ 8 ປີ ແບ່ງຈ່າຍເປັນງວດໆ ໂດຍນໍາໃຊ້ເງິນຈາກກອງທຶນທາງ (ຂອງລັດຖະບານລາວ) ຈໍານວນ 3,5 ລ້ານ ໂດລາສະຫະລັດ.

ສໍາລັບໂຄງການປັບປຸງ ແລະ ສ້ອມແປງທາງ 13 ໃຕ້ ແຕ່ກິໂລແມັດ 71 (ແຂວງບໍລິຄໍາໄຊ) ຫາ ກິໂລແມັດ 346 (ແຂວງ ຄໍາມ່ວນ) ແບ່ງອອກເປັນ 4 ໄລຍະສັນຍາ ໂດຍໄດ້ຮັບການສະໜັບສະໜູນ ເງິນກູ້ດອກເບ້ຍຕ່ຳ ຈາກສາມສະຖາບັນ ຄື: ທະນາຄານໂລກ (WB) ທະນາຄານລົງທຶນເອີຣົບ (EIB) ທະນາຄານການລົງທຶນ ໂຄງລ່າງພື້ນຖານອາຊີ (AIB) ແລະ ງົບປະມານຈາກກອງທຶນ ທາງ ລວມທັງໝົດ 157,5 ລ້ານ ໂດລາສະຫະລັດ ໃນນີ້ຄ່າກໍ່ສ້າງ ແລະ ປັບປຸງເສັ້ນທາງ 275 ກິໂລແມັດ ມູນຄ່າ 125 ລ້ານໂດລາ ຄ່າຊົດເຊີຍສິ່ງກີດຂວາງ ແລະ ເວນຄືນທີ່ດີນ 1,7 ລ້ານໂດລາ, ຄ່າວ່າຈ້າງທີ່ປຶກສາ 5 ລ້ານໂດລາ ແລະ ຄ່າບູລະນະຮັກສາ 25,8 ລ້ານໂດລາ ສ່ວນໄລຍະເວລາໃນການປະຕິບັດໂຄງການ 10 ປີ ແຕ່ປີ 2021 -2031 ໃນນີ້ໄລຍະກໍ່ສ້າງ 2 ຫາ 3 ປີ ແລະ ບູລະນະຮັກສາ 7 ຫາ 8 ປີ.

ເສ ນທາງ 13 ໃຕ ຈະໄດ ຮ ບການປ ບປ ງ ສ ອມແປງຄ ນໃໝ ປະເທດລາວ: ຫາລືວຽກງານຄຸ້ມຄອງໄພພິບັດ ແລະ ກຽມຄວາມພ້ອມ ຕອບໂຕ້ໄພພິບັດ ໃນທົ່ວປະເທດ

ໃນວັນທີ 10 ມີນາ 2021 ທີ່ນະຄອນຫລວງວຽງຈັນ, ກົມສັງຄົມສົງເຄາະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຈັດກອງປະຊຸມ ວຽກງານຄຸ້ມຄອງ ໄພພິບັດທົ່ວປະເທດ ປະຈໍາປີ 2020 ເພື່ອຮັບຟັງການສະເໜີ ບົດສະຫລຸບ ການຈັດຕັ້ງປະຕິບັດ ວຽກງານຄຸ້ມຄອງໄພພິບັດ ໄລຍະ 5 ປີ ຜ່ານມາ (2016-2020) ແລະ ທິດທາງແຜນການ ...

ເສ ນທາງ 13 ໃຕ ຈະໄດ ຮ ບການປ ບປ ງ ສ ອມແປງຄ ນໃໝ ເຢຍລະມັນສະໜັບສະໜູນ 20 ລ້ານເອີໂຣໃຫ້ແກ່ປະເທດລາວໃນການຄຸ້ມຄອງປ່າໄມ້

ພິທີເຊັນສັນຍາ ແຜນງານ ການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ລະຫວ່າງລັດຖະບານ ສປປ ລາວ ແລະ ລັດຖະບານ ສ. ເຢຍລະມັນ ໄດ້ຈັດຂຶ້ນໃນວັນທີ 15 ກຸມພາ 2021 ທີ່ກະຊວງແຜນການ ແລະ ການລົງທຶນ ຊຶ່ງໄດ້ລົງນາມໂດຍ ພະນະທ່ານ ປອ ກິແກ້ວ ຈັນທະບູຣີ, ...

ເສ ນທາງ 13 ໃຕ ຈະໄດ ຮ ບການປ ບປ ງ ສ ອມແປງຄ ນໃໝ ປະເທດລາວ ໄດ້ເລີ່ມຕົ້ົ້ນທົດລອງການສັກວັກຊິນ ຕ້ານພະຍາດ COVID – 19

ຍສໝ - ປະເທດລາວ ກຳລັງຈັດຕັ້ງການທົດສອບວັກຊີນ ຕ້ານພະຍາດ COVID – 19 ຄັ້ງທຳອິດ ສຳລັບ ບັນດາຜູ້ອາສາສະໝັກ ແລະ ສືບຕໍ່ຮັບເອົາວັກຊີນທີ່ບໍລິຈາກໂດຍປະເທດອື່ນ ເພື່ອໃຫ້ສາມາດສັກຢາວັກຊີນໃຫ້ແກ່ພົນລະເມືອງ ທີ່ຈະໄດ້ເລີ່ມແຕ່ເດືອນເມສາປີນີ້.

kpl.gov.la

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.