ຄະ​ນະ​ຜູ້​ຕາງ​ໜ້າ ຫວຽດ​ນາມ ປະ​ຈຳ​ເຊີ​ແນວ​ສະ​ເຫຼີມ​ສະຫຼອງ 111 ປ​ີ​ແຫ່ງວັນ​ແມ່​ຍິງ​ສາ​ກົນ

16:30 | 09/03/2021

ຍ​ສ​ໝ - ໂດຍ​ຕາງ​ໜ້າ​ການ​ນຳ​ຄະ​ນະ​ຜູ້​ແທນ, ທ່ານ​ນາງ ເລ​ທິ​ຕວຽດ​ມາຍເອກ​ອັກ​ຄະ​ລັດ​ຖະ​ທູດ, ຫົວ​ໜ້າ​ຄະ​ນະ​ຜູ້​ຕາງ​ໜ້າຫວຽດ​ນາມ ປະ​ຈຳ​ເຊີ​ແນວ ໄດ້​ສົ່ງ​ຄຳ​ອວຍ​ພອນ​ອັນ​ດີ​ງາມ​ໄປ​ຍັງ​ໝູ່​ຄະ​ນະ​ບັນ​ດາ​ເອື້ອຍນ​້ອງ, ພະ​ນັກ​ງານ, ພັນ​ລະ​ນາ, ລູກ​ຫຼ້ານ​ເພດ​ຍິງ​ໃນ​ຄ​ອບ​ຄົວ​ສະ​ມາ​ຊິກ​ຄະ​ນະ​ຜູ້​ແທນ ແລະ ຫ້ອງ​ການ​ຕາງ​ໜ້າ​ອົງ​ການ​ຂອງ ຫວຽດ​ນາມ ປະ​ຈຳ​ເຊີ​ແນວ.

ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ຮ່ວມ​ມື​ຮ່ວມ ອາ​ຊຽນ - ຈີນ​ຄັ້ງ​ທີ 22
ຫວຽດ​ນາມ ຕີ​ລາ​ຄາ​ສູງ ແລະ ສະ​ໜັບ​ສະ​ໜູນ​ການ​ເຄື່ອນ​ໄຫວ​ຂອງ​ຄະ​ນະ​ປະ​ຕິ​ບັດ​ການ​ຮັກ​ສາສັນ​ຕິ​ພາບ​ຢູ່ ຊູ​ດັງ​ໃຕ້
ຄະ​ນະ​ຜູ້​ຕາງ​ໜ້າ ຫວຽດ​ນາມ ປະ​ຈຳ​ເຊີ​ແນວ​ສະ​ເຫຼີມ​ສະຫຼອງ 111 ປ​ີ​ແຫ່ງວັນ​ແມ່​ຍິງ​ສາ​ກົນ
ທ່ານ​ນາງ ເລ​ທິ​ຕວຽດ​ມາຍເອກ​ອັກ​ຄະ​ລັດ​ຖະ​ທູດຫົວ​ໜ້າ​ຄະ​ນະ​ຜູ້​ຕາງ​ໜ້າຫວຽດ​ນາມ ປະ​ຈຳ​ເຊີ​ແນວ (ພ​າບ: Baoquocte)

ວັນ​ທີ 8 ມີ​ນາ, ຄະ​ນະ​ຜູ້​ຕາງ​ໜ້າ ຫວຽດ​ນາມ​ປະ​ຈຳ ສ​ະ​ຫະ​ປະ​ຊາ​ຊາດ, ອົງ​ການ​ການ​ຄ້າ​ໂລກ ແລະ ບັນ​ດາ​ອົງ​ການ​ສາ​ກົນ ຕ່າງໆ​ຢູ່​ເຊີ​ແນວ ໄດ້​ຈັ​ດ​ຕັ້ງ​ການ​ພົບ​ປະ​ແລ​ກ​ປ່ຽນ​ເນື່ອ​ງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງ 1981 ປີ​ແຫ່ງວັນ​ລຸກ​ຮຶ້​ຂຶ້ນ​ຂອງ ສອງ​​ພະນາງ​ຈຶງ ແລະ 111 ປີ​ແຫ່ງວັນ​ແມ່ຍິງສາ​ກົນ

ໂດຍ​ຕາງ​ໜ້າ​ການ​ນຳ​ຄະ​ນະ​ຜູ້​ແທນ, ທ່ານ​ນາງ ເລ​ທິ​ຕວຽດ​ມາຍເອກ​ອັກ​ຄະ​ລັດ​ຖະ​ທູດ, ຫົວ​ໜ້າ​ຄະ​ນະ​ຜູ້​ຕາງ​ໜ້າຫວຽດ​ນາມ ປະ​ຈຳ​ເຊີ​ແນວ ໄດ້​ສົ່ງ​ຄຳ​ອວຍ​ພອນ​ອັນ​ດີ​ງາມ​ໄປ​ຍັງ​ໝູ່​ຄະ​ນະ​ບັນ​ດາ​ເອື້ອຍນ້ອງ, ພະ​ນັກ​ງານ, ພັນ​ລະ​ນາ, ລູກ​ຫຼ້ານ​ເພດ​ຍິງ​ໃນ​ຄ​ອບ​ຄົວ​ສະ​ມາ​ຊິກ​ຄະ​ນະ​ຜູ້​ແທນ ແລະ ຫ້ອງ​ການ​ຕາງ​ໜ້າ​ອົງ​ການ​ຂອງ ຫວຽດ​ນາມ ປະ​ຈຳ​ເຊີ​ແນວ.

ທ່ານ​ນາງ​ເລ​ທິ​ຕວຽດ​ມາ​ຍ ເນັ້ນ​ໜັກ​ວ່າ, ການ​ລຸກ​ຮຶ້​ຂຶ້ນ​ຂອງ​ສອງ​ພະ​ນາງ​ຈຶງ​ໄດ້​ເຂົ້າ​ສູ່​ປະ​ຫວັດ​ສາດ​ແຫ່ງ​ຊາດ, ແມ່ນ​ສິ່ງ​ພິ​ສູດ​ໃຫ້​ເປັນ​ເຈດ​ຈຳ​ນົງ, ກຳ​ລັງ​ແຮງ​ອັນ​ໃຫຍ່ຫຼວງ​ຂອງ​ແມ່​ຍິງ​ຫວຽດ​ນາມ​ໃນ​ວິ​ວັດ​ການ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ. ພວກ​ເຮົາ​ໄດ້​ເຄົາ​ລົບ ແລະ ເອກ​ອ້າງ​ທະ​ນົງ​ໃຈ​ຕໍ່​ບັນ​ດາ​ວິ​ລະ​ຊົນ​ເພດ​ຍິງ​ໃນ​ປະ​ຫວັດ​ສາດ ແລະ ມີ​ແມ່​ຫວຽດ​ນາມ​ວິ​ລະ​ຊົນ, ວິ​ລະ​ຊົນ​ແຮງ​ງານ​ເພດ​ຍິງ, ບັນ​ດາ​ນັກ​ວິ​ທະ​ຍາ​ສາດ, ນັກ​ການ​ທູດ​ຍິງ, ວິ​ສາ​ຫະ​ກິດ​ຍິງ​ໃນ​ບັນ​ດາ​ໄລ​ຍະ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ.

ໝູ່​ຄະ​ນະ​ພະ​ນັກ​ງານ​ຄະ​ນະຜູ້​ຕາງ​ໜ້າ ຫວຽດ​ນາມ ແລະ ຫ້ອງວ່າ​ການ​ຜູ້​ຕາງ​ໜ້າ​ຂອງ ຫວຽດ​ນາມ ປະ​ຈຳ​ເຊີ​ແນວ​ຕັ້ງ​ໜ້າ​ປະ​ຕິ​ບັດ​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ​ຢູ່​ອົງການ​ຂອງ​ຕົນ ແລະ ເປັນ​ກຽດ​ໄດ້​ປະ​ກອບ​ສ່ວນ​ເຂົ້າ​ການ​ປະ​ຕິ​ບັດ​ວຽກ​ງານ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ຢູ່​ບັນ​ດາ​ເວ​ທີ​ປາ​ໄສ​ຫຼາຍ​ຝ່າຍ​ຢູ່​ເຊີ​ແນວ, ພ້ອມ​ທັງ​ຮູ້​ສຶກ​ເອກ​ອ້າງ​ທະ​ນົງ​ໃຈ​ຍ້ອນ ຫວຽດ​ນາມ ໄດ້​ຮັບ​ຄວາມ​ຊົບ​ເຊີຍ​ຈາກ​ປະ​ຊາ​ຄົມ​ສາ​ກົ​ນ ຍ້ອນ​ບັນ​ລຸ​ຜົນ​ສຳ​ເລັດ​ກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບ ແລະ ຍົກ​ສູງ​ສິດ​ອຳ​ນາດ​ຂອງ​ແມ່​ຍິງ.

ຕາມ​ບົດ​ລາຍ​ງານ​ພັດ​ທະ​ນາ​ມະ​ນຸດ​ໃນ​ປີ 2020 ຂອງ UNDP ແລ້ວ, ຫວຽດ​ນາມ​ຢຶນ​ຢູ່​ອັນ​ດັບ​ທີ 65 ໃນ​ຈຳ​ນວນ 162 ປະ​ເທດ ແລະ ນອນ​ໃນ​ກຸ່ມ 1/3 ປະ​ເທດ​ຢືນ​ຢູ່​ໜ້າ​ໂລກ ກ່ຽວ​ກັບ​ອັດ​ຕາ​ສະ​ມາ​ຊິກ​ຍິງ​ໃນ​ສະ​ພາ​ແຫ່ງ​ຊາດ. ມີ​ແມ່​ຍິງ​ຫວຽດ​ນາມ ດີ​ເດັ່ນ​ພວມ​ດຳ​ລົງ​ຕຳ​ແໜ່ງ​ການ​ນຳ​ຂັ້ນ​ສູງ​ຂອງ​ພັກ, ລັດ ນັ້ນ​ແມ່ນ​ປະ​ທານ​ສະ​ພາ​ແຫ່ງ​ຊາດ, ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ, ຮອງ​ປະ​ທານ​ປະ​ເທດ…

ເນື່ອງ​ໃນ​ໂອ​ກາດນີ້, ບັນ​ດາ​ພະ​ນັກ​ງານ​ຍິງ​ເວົ້າ​ສະ​ເພາະ ແລະ ໝູ່​ຄະ​ນະ​ພະ​ນັກ​ງານ, ພາ​ລະ​ກອນ​ຂອງ​ຄະ​ນະ​ປະ​ຕິ​ບັດ​ງານ ແລະ ຫ້ອງ​ການ​ຜູ້​ຕາງ​ໜ້າ​ຂອງ ຫວຽດ​ນາມ ປະ​ຈຳ ເຊີ​ແນວ​ເວົ້າ​ລວມ ລ້ວນ​ແຕ່​ຢັ້ງ​ຢືນ​ວ່າ​ຈະ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ຄວາມ​ປະ​ດິດ​ຄິດ​ສ້າງ, ພູມ​ປັນ​ຍາ, ເພື່ອ​ປະ​ຕິ​ບັດ​ໜ້າ​ທີ່​ດ້ານ​ການ​ເມືອງ ວິ​ຊາ​ການ​ໃຫ້​ເປັນ​ຢ່າງ​ດີ, ປ​ະ​ຕິ​ບັດ​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ​ຢູ່​ອົງ​ການ​ຂອງ​ຕົນ​ໃຫ້​ເປັນ​ຢ່າງ​ດີ.

ປ​ະ​ທາ​ນາ​ທິ​ບໍ​ດີ ຢູ​ແກຼນ ສະ​ແດງ​ຄວາມ​ປະ​ທັບ​ໃຈ​ຕໍ່​ບັນ​ດາ​ຜົນ​ງານ​ຂອງ ຫວຽດ​ນາມ

ຍ​ສ​ໝ - ພາຍຫຼັງ​ພິ​ທີ​ຍືນ​ສານ​ຕະ​ຕັ້ງ, ທ່ານ​ເອ​ກ​ອັກ​ຄະ​ລັດ​ຖະ​ທູດ​ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Volodymyr Zelensky. ທີ່​ການ​ພົບ​ປະ, ທ່ານ Volodymyr Zelensky ໄດ້​ເຊື້ອ​ເຊີນ​ຢ່າງ​ທ່ານ ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽ​ນ​ຝູ​ຈ້ອງ ມາ​ຢ້ຽມ​ຢາມ ຢູ​ແກຼນ​ໃນ​ເດືອນ​ສິງ​ຫາ 2021 ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 30 ປີ​ແຫ່ງວັນ​ເອ​ກະ​ລາດ​ຢູ​ແກຼນ.

ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ຮ່ວມ​ມື​ຮ່ວມ ອາ​ຊຽນ - ຈີນ​ຄັ້ງ​ທີ 22

ຍ​ສ​ໝ - ເຂົ້າ​ຮ່ວມກອ​ງ​ປະ​ຊຸມ​ຝ່າຍ ອາ​ຊຽນ​ມີ​ທ່ານ Michael Tene ຮອງ​ເລ​ຂາ​ທິ​ການ​ໃຫຍ່​ຜູ້​ຮັບ​ຜິດ​ຊອບ ດ້ານ​ການ​ເມືອງ - ຄວາມ​ໝັ້ນ​ຄົງ ແລະ ຄະ​ນະ​ກຳ​ມະ​ການ​ບັ​ນ​ດາ​ຜູ້​ຕາງ​ໜ້າ​ອາ​ຊຽນ (CPR). ຄະ​ນະ​ຜູ້​ແທນ​ຈີນ​ໂດຍ​ທ່ານເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ ປະ​ຈຳ​ອາ​ຊຽນ​ນຳ​ໜ້າ.

ຫວຽດ​ນາມ ຕີ​ລາ​ຄາ​ສູງ ແລະ ສະ​ໜັບ​ສະ​ໜູນ​ການ​ເຄື່ອນ​ໄຫວ​ຂອງ​ຄະ​ນະ​ປະ​ຕິ​ບັດ​ການ​ຮັກ​ສາສັນ​ຕິ​ພາບ​ຢູ່ ຊູ​ດັງ​ໃຕ້

ຍ​ສ​ໝ - ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ​ດັ້ງ​ດິ່ງ​ກຸ໊ຍ, ເອກ​ອັກ​ຄະ​ລັດ​ຖະ​ທູດ, ຫົວ​ໜ້າ​ຄະ​ນະ​ຜູ້​ຕາງ​ໜ້າ ຫວຽດ​ນາມ ປະ​ຈຳ ສ​ະ​ຫະ​ປະ​ຊາ​ຊາດ ໄດ້​ຕີ​ລາ​ຄາ​ສູງ ບັນ​ດາ​ຄວາມ​ຄືບ​ໜ້າ​ຢ່າງ​ຕັ້ງ​ໜ້າ ກ່ຽວ​ກັບ​ການ​ເມືອງ - ຄວາມ​ໝັ້ນ​ຄົງ ຢູ່ ປະ​ເທດ​ຊູ​ດັງ​ໃຕ້ ໃນ​ໄລ​ຍະ​ທີ່​ຜ່ານ​ມາ, ໃນ​ນັ້ນ UNMISS ໄດ້​ສວມ​ບົດ​ບາດ​ສຳ​ຄັນ​ໃນ​ການ​ຊຸກ​ຍູ້​ບັນ​ດາ​ຄວາມ​ຄືບ​ໜ້າ​ດັ່ງ​ກ່າວ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.