ຫວຽດ​ນາມ - ອາ​ເມ​ລິ​ກາ ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ການ​ຄ້າ ແລະ ພະ​ລັງ​ງານ

20:21 | 25/03/2021

ຍ​ສ​ໝ - ພິ​ທີ​ລົງ​ນາມ​ໄດ້​ດຳ​ເນີນ​ຕໍ່​ໜ້າ​ການ​ເປັນ​ສັກ​ຂີ​ພະ​ຍານ​ຂອງ​ທ່ານ ເຈິ່ນ​ຕວັນ​ແອັງ, ກຳ​ມະ​ການ​ກົມ​ການ​ເມືອງ, ຫົວ​ໜ້າ​ຄະ​ນະ​ເສດ​ຖະ​ກິດ​ສູນ​ກາງ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ຫວຽດ​ນາມ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ ສ​ສ.ຫວຽດ​ນາມ ປະ​ຈຳ​ອາ​ເມ​ລິ​ກາ ແລະ ຜູ້​ຕາງ​ໜ້າ​ບັນ​ດາ​ກະ​ຊວງ​ການ​ຕ່າງ​ປະ​ເທດ…

ຫວຽດ ນາມ ອາ ເມ ລ ກາ ຮ ວມ ມ ດ ານ ເສດ ຖະ ກ ດ ການ ຄ າ ແລະ ພະ ລ ງ ງານ ຈ​ໍ​ແດນ​ເປີດກວ້າງ​ການ​ຮ່ວ​ມ​ມື - ລົງ​ທຶນ​ດ້ານ​ການ​ຄ້າ ກັບ ຫວຽດ​ນາມ
ຫວຽດ ນາມ ອາ ເມ ລ ກາ ຮ ວມ ມ ດ ານ ເສດ ຖະ ກ ດ ການ ຄ າ ແລະ ພະ ລ ງ ງານ ສືບ​ຕໍ່ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະ​ຫວ່າງ ຫວຽດ​ນາມ ໄທ
ຫວຽດ ນາມ ອາ ເມ ລ ກາ ຮ ວມ ມ ດ ານ ເສດ ຖະ ກ ດ ການ ຄ າ ແລະ ພະ ລ ງ ງານ
​ທ່ານ ເຈິ່ນ​ຕວັນ​ແອັງ, ກຳ​ມະ​ການ​ກົມ​ການ​ເມືອງ, ຫົວ​ໜ້າ​ຄະ​ນະ​ເສດ​ຖະ​ກິດ​ສູນ​ກາງ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ຫວຽດ​ນາມ (ພາບ: TTXVN)

ຫວ່າງແລ້ວນີ້, ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ຫວຽດ​ນາມ ແລະ ອຳ​ນາດ​ການ​ປົກ​ຄອງ ລັດ West Virginia, ອາ​ເມ​ລິ​ກາ​ໄດ້​ລົງ​ນາມ​ບົດ​ບັດ​ທຶກ​ຊ່ວຍ​ຈຳ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ເສດ​ຖະ​ກິດ, ການ​ຄ້າ ແລະ ພະ​ລັງ​ງານ.

ພິ​ທີ​ລົງ​ນາມ​ໄດ້​ດຳ​ເນີນ​ຕໍ່​ໜ້າ​ການ​ເປັນ​ສັກ​ຂີ​ພະ​ຍານ​ຂອງ​ທ່ານ ເຈິ່ນ​ຕວັນ​ແອັງ, ກຳ​ມະ​ການ​ກົມ​ການ​ເມືອງ, ຫົວ​ໜ້າ​ຄະ​ນະ​ເສດ​ຖະ​ກິດ​ສູນ​ກາງ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ຫວຽດ​ນາມ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ ສ​ສ.ຫວຽດ​ນາມ ປະ​ຈຳ​ອາ​ເມ​ລິ​ກາ ແລະ ຜູ້​ຕາງ​ໜ້າ​ບັນ​ດາ​ກະ​ຊວງ​ການ​ຕ່າງ​ປະ​ເທດ…ສ່ວນ​ຝ່າຍ West Virginia ມີ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ Carol Miller ສະ​ມາ​ຊິກ​ສະ​ພາ​ຕ່ຳ, ທ່ານ Jim Justice ຜູ້​ວ່າ​ການ​ລັດ ຕາ​ເວັນ​ຕົກ Virginia ແລະ ທ່ານ Ed Gaunch ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າ.

ດ້ວຍ​ການ​ລົງ​ນາມ​ບົດ​ບັນ​ທຶກນີ້, ກະ​ຊວງ​ການ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ຫວຽດ​ນາມ ແລະ ລັດ ໄດ້​ຕັ້ງ​ເປົ້າ​ໝາຍ​ກຳ​ນົດ​ຂອບ​ເຂດ​ການ​ຮ່ວມ​ມື​ຮອບ​ດ້ານ​ເພື່ອ​ຫັນ​ບັນ​ດາ​ການ​ເຄື່ອນ​ໄຫວ​ແລກ​ປ່ຽນ​ການ​ຄ້າ ແລະ ການ​ລົງ​ທຶນເປັນ​ສະ​ດວກ ໃນ​ບັນ​ດາ​ຂົງ​ເຂດ​ສົ່ງ​ເສີມ​ນຳ​ເຂົ້າ, ການ​ຄ້າ, ອຸດ​ສາ​ຫະ​ກຳ ແລະ ພະ​ລັງ​ງານ, ເພີ່ມ​ທະ​ວີ​ການ​ແບ່ງ​ປັນ​ຂໍ້​ມູນ​ກ່ຽວ​ກັບ​ບັນ​ດາ​ກາ​ລະ​ໂອ​ກາດ​ດຳ​ເນີນ​ທຸ​ລະ​ກິດ​ທີ່​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ໜູນ​ຊ່ວຍ​ບັນ​ດາ​ໂຄງ​ການ​ກໍ່​ຄື​ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ​ບັນ​ດາ​ວິ​ສາ​ກະ​ກິດ​ສອງ​ປະ​ເທດ.

ບົດ​ບັນ​ທຶກ​ກໍ່​ໄດ້​ຕັ້ງ​ບັນ​ດາ​ເປົ້າ​ໝາຍ​ຢ່າງ​ລະ​ອຽດ, ພ້ອມ​ທັງ​ຈຳ​ແຍກ​ຢ່າງ​ຈະ​ແຈ້ງ​ໜ້າ​ທີ່ ແລະ ສິດ​ອຳ​ນາດ​ຂອງ​ແຕ່​ລະ​ຝ່າຍ​ໃນ​ວິ​ວັດ​ການ​ປະ​ຕິ​ບັດ, ສ້າງ​ຕັ້ງ​ກຸ່ມ​ປະ​ຕິ​ບັດ​ງານ​ລວມ​ເພື່ອ​ຊຸກ​ຍູ້​ບັນ​ດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື.

ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ ເຈິ່ນ​ຕວັນ​ແອັງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ໄດ້​ຢັ້ງ​ຢືນ​ຄວາມ​ສຳ​ຄັນ​ພິ​ເສດ​ຂອງ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ອາ​ເມ​ລິ​ກາ, ທ່ານ​ກໍ່​ສະ​ແດງ​ຄວາມ​ຊົມ​ເຊີຍ ແລະ ຕີ​ລາ​ຄ​າ​ສູງ​ບົດ​ບາດ ແລະ ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ ທ່ານ Carol Miller ແລະ ທ່ານ Jim Justice ໃນ​ການ​ຊຸກ​ຍູ້​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ສອງ​ຝ່າຍ ຢູ່​ສະ​ພາ​ແຫ່ງ​ຊາດ ແລະ ລັດ​ຖະ​ບານ ອາ​ເມ​ລິ​ກາ. ພ້ອມ​ທັງ, ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ນີ້​ແມ່ນ​ຈຸດ​ເວ​ລາ​ທີ່​ເໝ​າ​ະ​ສົມ​ທີ່​ສຸດ​ເພື່ອ​ໃຫ້​ທັງ​ສອງ​ຝ່າຍ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຕາມ​ລວງ​ເລິກ, ຊຸກ​ຍູ້​ການ​ຟື້ນ​ຟູ​ພື້ນ​ຖານ​ເສດ​ຖະ​ກິດ, ຮັບ​ມື​ກັບ​ໂລກ​ລະ​ບາດ​ໂຄວິດ - 19.

ສ່ວນ​ທ່ານ Carol Miller ໄດ້​ຢັ້ງ​ຢືນ​ວ່າ ການ​ລົງ​ນາມ​ບົດ​ບັນ​ທຶກ​ຊ່ຽວ​ຈຳ​ການ​ຮ່ວມ​ມື​ລະ​ຫວ່າງ ລັດ West Virginiaແລະ ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ກາ​ນ​ຄ້າ ຫວຽດນາມ ແມ່ນ​ຈຸດ​ເລີ່ມ​ຕົ້ນ​ໃໝ່​ໃນ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ທີ່​ສຳ​ຄັນ, ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ດ້ານ​ເສດ​ຖະ​ກິດ ຢ່າງ​ແທດ​ຈິງ ມາ​ໃຫ້​ທັງ​ສອງ​ຝ່າຍ. ຈາກກ​ນັ້ນ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຊຸກ​ຍູ້​ຄວາມ​ກົມ​ກຽ​ວ​ ແລະ ສະ​ເໝີ​ພາບ ໃນ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ທາງ​ກາ​ນ​ຄ້າ​ສອງ​ຝ່າຍ​ລະ​ຫວ່າງ ຫວຽດ​ນາມ ແລະ ອາ​ເມ​ລິ​ກາ.

ຫວຽດ ນາມ ອາ ເມ ລ ກາ ຮ ວມ ມ ດ ານ ເສດ ຖະ ກ ດ ການ ຄ າ ແລະ ພະ ລ ງ ງານ

ຈ​ໍ​ແດນ​ເປີດກວ້າງ​ການ​ຮ່ວ​ມ​ມື - ລົງ​ທຶນ​ດ້ານ​ການ​ຄ້າ ກັບ ຫວຽດ​ນາມ

ຍ​ສ​ໝ - ຈໍແດນມີບຸ​ລິ​ມະ​ສິດຫຼາຍຢ່າງໃຫ້ແກ່ບັນດາວິສາຫະກິດຕ່າງປະເທດລົງທະບຽນ ດຳເນີນທຸລະກິດຢູ່ບັນດາເຂດອຸດສາຫະກຳ, ນອກຈາກນັ້ນ, ຫວຽດນາມຍັງສາມາດເຂົ້າຕະຫຼາດຕາເວັນອອກກາງຜ່ານຈໍແດນ.

ຫວຽດ ນາມ ອາ ເມ ລ ກາ ຮ ວມ ມ ດ ານ ເສດ ຖະ ກ ດ ການ ຄ າ ແລະ ພະ ລ ງ ງານ

ສືບ​ຕໍ່ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະ​ຫວ່າງ ຫວຽດ​ນາມ ໄທ

ຍ​ສ​ໝ - ສອງ​ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ສືບ​ຕໍ່​ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮວມ​ມື​ຍຸດ​ທະ​ສາດ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ໄທ ໃຫ້​ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ ແລະ ມີ​ປະ​ສິດ​ທິ​ຜົນ, ເພີ່ມ​ທະ​ວີ​ບັນ​ດາ​ການ​ຢ້ຽມ​ຢາມ, ພົບ​ປະ​ຂັ້ນ​ສູງ ແລະ ໃນ​ທຸກ​ຂັ້ນ, ຮັກ​ສາ​ກົນ​ໄກ​ຮ່ວມ​ມື​ສອງ​ຝ່າຍ.

ຫວຽດ ນາມ ອາ ເມ ລ ກາ ຮ ວມ ມ ດ ານ ເສດ ຖະ ກ ດ ການ ຄ າ ແລະ ພະ ລ ງ ງານ

ສື່ມວນ​ຊົນ ອາ​ເມ​ລິ​ກາ​ ຮັບ​ຮູ້ ຜົນ​ສຳ​ເລ​ັດ​ ຂອງ​ ຫວຽດ​ນາມໃນ​ກ​ານ​ຄວບ​ຄຸມ​ໂລກ​ລະ​ບາດ​ໂຄວິດ - 19

ຫວຽດນາມໜ້າຈະເປັນທີ່ໄດ້ຮັບຮູ້ຫຼາຍກ່ວາອີກ ຍ້ອນຄວາມສາມາດໃນການຄວບຄຸມໂລກລະບາດໂຄວິດ - 19 ໃນໄລຍະສັ້ນ ດ້ວຍບັນດາຂັ້ນຕອນທີ່ຮັບປະກັນຄວາມປອດໄພໂດຍພື້ນຖານ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.