ກອງປະຊຸມທາງໄກສອງລັດຖະມົນຕີ ກະຊວງ ປ້ອງກັນປະເທດ ລາວ-ອົດສະຕຣາລີ

08:42 | 29/09/2020

ຫ່​ວ​າງ​ແລ້ວນີ້, ທີ່ຫ້ອງປະຊຸມກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ໄດ້ຈັດກອງປະຊຸມທາງໄກ ລະຫວ່າງສອງກະຊວງປ້ອງກັນປະເທດ ລາວ-ອົດສະຕຣາລີ ຂຶ້ນ, ຝ່າຍລາວນໍາໂດຍ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ແລະ ທ່ານ ນາງ ລິນດາ ເຣນໍ ລັດຖະມົນຕີ ກະຊວງປ້ອງກັນປະເທດອົດສະຕຣາລີ, ພ້ອມດ້ວຍຄະນະທັງສອງຝ່າຍ ເຂົ້າຮ່ວມ.

ກອງປະຊ ມທາງໄກສອງລ ດຖະມ ນຕ ກະຊວງ ປ ອງກ ນປະເທດ ລາວ ອ ດສະຕຣາລ ກອງທັບປະຊາຊົນລາວ ແລະ ກອງທັບສະຫະພັນຣັດເຊຍ ແລກປ່ຽນບົດຮຽນວຽກງານເຊື້ອໄຟ ແລະ ຂົນສົ່ງ
ກອງປະຊ ມທາງໄກສອງລ ດຖະມ ນຕ ກະຊວງ ປ ອງກ ນປະເທດ ລາວ ອ ດສະຕຣາລ ຮອງລັດຖະມົນຕີກະຊວງປ້ອງກັນປະເທດລາວ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງຜູ້ຊ່ວຍທູດຝ່າຍທະຫານອາກາດໄທ
ກອງປະຊ ມທາງໄກສອງລ ດຖະມ ນຕ ກະຊວງ ປ ອງກ ນປະເທດ ລາວ ອ ດສະຕຣາລ

ກອງປະຊຸມທາງໄກ ລະຫວ່າງສອງກະຊວງປ້ອງກັນປະເທດ ລາວ-ອົດສະຕຣາລີ (ພາບ: Kpl)

ກອງປະຊຸມຄັ້ງນີ້, ທັງສອງຝ່າຍໄດ້ແຈ້ງສະພາບ ກ່ຽວກັບການສະກັດກັ້ນພະຍາດໂຄວິດ-19 ຢູ່ພາຍໃນປະເທດຂອງຕົນໃຫ້ກັນ ແລະ ກັນຊາບ, ພ້ອມນັ້ນຍັງໄດ້ປຶກສາຫາລື ບົດບັນທຶກຄວາມເຂົ້າໃຈ ດ້ານວຽກການກໍ່ສ້າງພະນັກງານພາສາອັງກິດ ເພື່ອຍົກລະດັບຂອບເຂດການຮ່ວມມື ລະຫວ່າງສອງກອງ ທັບລາວ-ອົດສະຕຣາລີ ໃຫ້ດີຂຶ້ນ, ທັງສອງກະຊວງມີຄວາມຍິນດີຮ່ວມກັນຄົ້ນຄວ້າການສ້າງຕັ້ງ ຫ້ອງການທີ່ປຶກສາທູດ ຝ່າຍປ້ອງກັນຊາດອົດສະຕຣາລີ ປະຈໍາ ລາວ ແລະ ຫ້ອງການທູດ ຝ່າຍປ້ອງກັນຊາດລາວ ປະຈຳ ອົດສະຕຣາລີ ໃນຕໍ່ໜ້າ. ໂອກາດນີ້, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຍັງໄດ້ຕອບຮັບຄໍາເຊີນຂອງ ທ່ານ ນາງ ລິນດາ ເຣນໍ ໃນການຢ້ຽມຢາມອົດສະຕຣາລີ ຢ່າງເປັນທາງການໃນປີ 2021.

ກອງປະຊຸມ ຍັງໄດ້ປຶກສາຫາລື ກ່ຽວກັບການຖອດຖອນບົດຮຽນສອງຝ່າຍ ແລະ ຝ່າຍ ກອງທັບປະຊາຊົນລາວ ຍີນດີສົ່ງຄະນະຜູ້ແທນເຫລົ່າຮົບເສນາຮັກ ໄປຢ້ຽມຢາມຖອນຖອນບົດຮຽນ ຢູ່ສະຖາບັນມາເລເລຍ ແລະ ສະຖາບັນກ່ຽວກັບພະຍາດຕິດແປດ ທີ່ຂຶ້ນກັບກະຊວງປ້ອງກັນປະເທດ ຂອງອົດສະຕຣາລີ ຕາມການເຊື້ອເຊີນຂອງຝ່າຍອົດສະຕຣາລີ.

ໃນໂອກາດດຽວກັນນີ້, ທ່ານລັດຖະມົນຕີ ກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ຍັງໄດ້ສະ ແດງຄວາມຂອບໃຈ ທີ່ທາງລັດຖະບານ ກໍຄື ກະຊວງປ້ອງກັນປະເທດອົດສະຕຣາລີ ສືບຕໍ່ໃຫ້ທຶນການສຶກສາ ແລະ ຝຶກອົບຮົບດ້ານພາສາອັງກິດ ໃຫ້ນາຍທະຫານ ກອງທັບປະຊາຊົນລາວ ໃນໄລຍະຜ່ານມາເຫັນວ່າຂະແໜງການພາສາອັງກິດ ສາມາດຕອບສະໜອງໄດ້ ຕໍ່ໜ້າທີ່ວິຊາສະເພາະການພົວພັນຮ່ວມມື, ພ້ອມສະແດງຄວາມຊົມເຊີຍ ຕໍ່ກະຊວງປ້ອກັນປະເທດອົດສະຕຣາລີ ທີ່ມີຄວາມມຸ່ງໝັ້ນປະກອບສ່ວນ ເຂົ້າໃນວຽກງານການຮ່ວມມືອາຊຽນ ເຊັ່ນ: ກອງປະຊຸມລັດຖະມົນຕີ ປ້ອງກັນປະເທດອາຊຽນບວກ ຂອງອົດສະ ຕຣາລີ ແລະ ຂົງເຂດວຽກງານອື່ນໆ ນີ້ມັນສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງອົດສະຕຣາລີ ໃນການເສີມຂະຫຍາຍການພົວພັນຮ່ວມກັບອາຊຽນ.

ຕອນທ້າຍກອງປະຊຸມ, ທ່ານລັດຖະມົນຕີ ກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ໄດ້ສະແດງຄວາມຂອບໃຈທີ່ລັດຖະບານ ກໍຄື ກະຊວງປ້ອງກັນປະເທດອົດສະຕຣາລີ ໄດ້ໃຫ້ການສະໜັບສະໜູນ ແລະ ປະກອບສ່ວນ ທີ່ ສປປ ລາວ ເປັນປະທານຮ່ວມຂົງເຂດວຽກງານການເກັບກູ້ລະເບີດ ເພື່ອມະນຸດສະທໍາ ແລະ ກອງປະຊຸມອື່ນໆ ຈົນບັນລຸເປົ້າໝາຍຕະຫລອດມາ ເຮັດໃຫ້ການພົວພັນຮ່ວມມືລະຫວ່າງ ລາວ-ອົດສະຕຣາລີ ມີບາດກ້າວອັນໃໝ່.

ກອງປະຊ ມທາງໄກສອງລ ດຖະມ ນຕ ກະຊວງ ປ ອງກ ນປະເທດ ລາວ ອ ດສະຕຣາລ ສປປ ລາວ ບໍ່ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ

ໃນວັນທີ 28 ກັນຍາ 2020 ທີ່ກະຊວງສາທາລະນະສຸກ ໄດ້ລາຍງານສະພາບ ການລະ ບາດຂອງພະຍາດ ໂຄວິດ-19 ໃນ ສປປ ລາວ ໂດຍ ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມ ພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ມີບັນດາສື່ມວນຊົນ ເຂົ້າຮ່ວມ.

ກອງປະຊ ມທາງໄກສອງລ ດຖະມ ນຕ ກະຊວງ ປ ອງກ ນປະເທດ ລາວ ອ ດສະຕຣາລ ກອງທັບປະຊາຊົນລາວ ແລະ ກອງທັບສະຫະພັນຣັດເຊຍ ແລກປ່ຽນບົດຮຽນວຽກງານເຊື້ອໄຟ ແລະ ຂົນສົ່ງ

ໃນວັນທີ 25 ກັນຍາ ນີ້, ສະຫາຍ ພັນເອກ ຢາໂບຣບ ອັບເດເລ ຫົວໜ້າຫ້ອງການ, ຜູ້ຕາງໜ້າກະຊວງປ້ອງກັນປະເທດ ແຫ່ງສະຫະພັນລັດເຊຍ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະ ເຂົ້າຮ່ວມພົບປະ ແລກປ່ຽນບົດຮຽນກັບຄະນະນຳ ກົມໃຫຍ່ພະລາທິການກອງທັບ ກ່ຽວກັບການຈັດຕັ້ງປະຕິບັດຂົງເຂດວຽກງານເຊື້ອໄຟ ແລະ ຂົງເຂດ ວຽກງານຂົນສົ່ງຂອງກອງທັບ ປະຊາຊົນລາວ.

ກອງປະຊ ມທາງໄກສອງລ ດຖະມ ນຕ ກະຊວງ ປ ອງກ ນປະເທດ ລາວ ອ ດສະຕຣາລ ນາຍົກລັດຖະມົນຕີ ຫວຽດນາມ ຕ້ອນຮັບ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ ລາວ

ຍສໝ - ຫວຽດນາມ ຍາມໃດກໍຄຽງບ່າຄຽງໄຫຼ່, ສະໜັບສະໜູນ ແລະ ໜູນຊ່ວຍພາລະກິດແຫ່່ງການສ້າງສາປະເທດຊາດຂອງ ປະຊາຊົນລາວ ອ້າຍນ້ອງ.

kpl.gov.la

ເຫດການ
302 Found

Found

The document has moved here.