ສະມາຄົມມິດຕະພາບລາວ - ຫວຽດນາມ ສົ່ງສານອວຍພອນເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດຫວຽດນາມ 2021

17:55 | 22/02/2021

ຍສໝ - ໃນສານອວຍພອນປີໃໝ່ຂອງສະມາຄົມມິດຕະພາບລາວ - ຫວຽດນາມ, ປະທານສູນກາງສະມາຄົມມິດຕະພາບລາວ - ຫວຽດນາມ ທ່ານ ຄຳໄບ ດຳລັດ ໄດ້ສະແດງຄວາມເຊື່ອໝັ້ນວ່າ, ພາຍໃຕ້ການນຳ ພາອັນສະຫຼາດສ່ອງໃສຂອງພັກກອມມູນິດຫວຽດນາມ, ປະຊາຊົນຫວຽດນາມ ຈະສືບຕໍ່ໄດ້ຮັບຜົນສຳເລັດອັນໃຫຍ່ຫຼວງ ໃນຂະບວນການຫັນເປັນອຸດສາຫະກຳ ແລະ ທັນສະໄໝຂອງປະເທດ…

ເປີດຕົວສະມາຄົມມິດຕະພາບຫວຽດນາມ - ລາວ ອະດີດທະຫານອາສາສະໝັກ
HUFO, ສະມາຄົມມິດຕະພາບຫວຽດນາມ - ລາວ ນະຄອນໂຮ່ຈີມິນ ໄດ້ມອບຜ້າອັດປາກ 5.000 ອັນ ໃຫ້ນັກສຶກສາລາວ

ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດປີ 2021, ປະທານສູນກາງສະມາຄົມມິດຕະພາບລາວ - ຫວຽດນາມ ທ່ານ ຄຳໄບ ດຳລັດ ໄດ້ສົ່ງສານອວຍພອນເຖິງປະທານສູນກາງສະມາຄົມມິດຕະພາບຫວຽດນາມ - ລາວ ທ່ານ ເຈີນວັນຕຸຍ.

ໃນສານອວຍພອນ, ທ່ານປະທານສູນກາງສະມາຄົມມິດຕະພາບລາວ - ຫວຽດນາມ ໄດ້ຕີລາຄາສູງບັນດາຜົນງານອັນໃຫຍ່ຫຼວງ ເຊິ່ງປະຊາຊົນຫວຽດນາມຍາດມາໄດ້ ໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ, ຮັກສາສະຖຽນລະພາບດ້ານການເມືອງ, ເສດຖະກິດສືບຕໍ່ເຕີບໃຫຍ່ຢູ່ໃນແຖວໜ້າໃນທຸກຂົງເຂດ, ຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບໄດ້ຮັບການປັບປຸງ, ການພົວພັນຕ່າງປະເທດໄດ້ຮັບການເປີດກວ້າງ, ບົດບາດ ແລະ ທີ່ຕັ້ງຂອງຫວຽດນາມນັບມື້ນັບພົ້ນເດັ່ນໃນເວທີສາກົນ ແລະ ພາກພື້ນ.

ສະມາຄົມມິດຕະພາບລາວ - ຫວຽດນາມ ສົ່ງສານອວຍພອນເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດຫວຽດນາມ 2021
ທ່ານ ຄຳໄບ ດຳລັດ ປະທານສູນກາງສະມາຄົມມິດຕະພາບລາວ - ຫວຽດນາມ.

ໂດຍສະເພາະແມ່ນຜົນສຳເລັດ ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XII ແລະ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XII. ນີ້ແມ່ນຂີດໝາຍສຳຄັນໃນການພັດທະນາ ແລະ ສະແດງການນຳພາທີ່ສະຫຼາດສ່ອງໃສຂອງພັກກອມມູນິດຫວຽດນາມ ທີ່ນຳປະເທດຊາດພັດທະນາຢ່າງບໍ່ຢຸດຢັ້ງ.

ທ່ານປະທານສູນກາງສະມາຄົມມິດຕະພາບ ລາວ - ຫວຽດນາມ ຄຳໄບ ດຳລັດ ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ, ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກກອມມູນິດຫວຽດນາມ, ປະຊາຊົນຫວຽດນາມ ຈະສືບຕໍ່ບັນລຸໄດ້ບັນດາຜົນງານທີ່ໃຫຍ່ຫຼວງກວ່າເກົ່າໃນການຫັນເປັນອຸດສາຫະກຳ ແລະ ທັນສະໄໝຂອງປະເທດສັງຄົມນິຍົມ, ປະຊາຊົນຮັ່ງມີ, ປະເທດເຂັ້ມແຂງ, ປະຊາທິປະໄຕ, ຍຸດຕິທຳ, ສີວິໄລ ແລະ ກາຍເປັນປະເທດທີ່ພັດທະນາໃນກາງສະຕະວັດທີ 21.

ກໍ່ໃນໂອກາດນີ້, ທ່ານປະທານສະມາຄົມມິດຕະພາບລາວ - ຫວຽດນາມ, ນະຄອນຫຼວງວຽງຈັນ ກໍ່ໄດ້ສົ່ງສານອວຍພອນເຖິງປະທານສະມາຄົມມິດຕະພາບຫວຽດນາມ - ລາວ, ນະຄອນຫຼວງຮ່າໂນ້ຍ ຫງວຽນວັນເທືອງ.

ເນື້ອໃນຂອງສານອວຍພອນໄດ້ຂຽນວ່າ: “ຂ້າພະເຈົ້າ ມີຄວາມປິຕິຊົມຊື່ນ ແລະ ດີໃຈທີ່ສຸດໃນປີທີ່ຜ່ານມາ, ປະຊາຊົນຫວຽດນາມເວົ້າລວມ, ປະຊາຊົນນະຄອນຫຼວງຮ່າໂນ້ຍເວົ້າສະເພາະ ໄດ້ຮັບຜົນສຳເລັດອັນໃຫຍ່ຫຼວງໃນຫຼາຍຂົງເຂດ, ໂດຍສະເພາະແມ່ນການພັດທະນາເສດຖະກິດ - ສັງຄົມມີຄວາມໝັ້ນຄົງທາງການເມືອງ, ພື້ນຖານເສດຖະກິດພັດທະນາຢ່າງຕໍ່ເນື່ອງ ແລະ ຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບດີຂື້ນ, ການພົວພັນຮ່ວມມືກັບບັນດານະຄອນທົ່ວໂລກ ໄດ້ເສີມຂະຫຍາຍບົດບາດຂອງນະຄອນຫຼວງຮ່າໂນ້ຍໃນບັນດາພາກພື້ນ ແລະ ສາກົນທີ່ພົ້ນເດັ່ນ.”

ປະທານສະມາຄົມມິດຕະພາບລາວ - ຫວຽດນາມ, ນະຄອນຫຼວງວຽງຈັນ ກໍ່ສະແດງຄວາມຫວັງວ່າສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານແບບດັ້ງເດີມຍາວນານລະຫວ່າງສອງປະເທດລາວ - ຫວຽດນາມເວົ້າລວມ, ເວົ້າສະເພາະລະຫວ່າງນະຄອນຫຼວງວຽງຈັນ ແລະ ນະຄອນຫຼວງຮ່າໂນ້ຍເວົ້າສະເພາະ, ໄດ້ເສີມຂະຫຍາຍພັດທະນາ ແລະ ຍືນຍົງຢ່າງຕະຫຼອດໄປ.

ບັນ​ດາ​ເມືອງ​ເຂດ​ຊາຍ​ແດນ​ຍູ້​ແຮງ​ການ​ເຄື່ອນ​ໄຫວ​ຮັດ​ແໜ້ນ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ລະ​ຫວ່າງ ຫວຽດນາມ - ລາວ

ຍ​ສ​ໝ - ຜ່ານ​ບັນ​ດາ​ການ​ເຄື່ອນ​ໄຫວ​ແລ​ກ​ປ່ຽນ​ວັດ​ທະ​ນະ​ທຳ, ການ​ທູດ, ປະ​ຊາ​ຊົນ​ສອງ​ຝ່າຍ​ຊາຍ​ແດນ ແທັງ​ຮ​ວາ - ຫົວ​ພັນ​ໄດ້​ຍົກ​ສູງ​ສະ​ຕິ, ຄວາມ​ຮັບ​ຜິດ​ຊອບ​ຕໍ່​ອະ​ທິ​ປະ​ໄຕ​ຜືນ​ແຜ່ນ​ດິນ​ແຫ່ງ​ຊາດ, ພ້ອມ​ກັນ​ແປ່ງ​ບັນ, ຊ່ວຍ​ເຫຼືອ​ເຊິ່ງ​ກັນ​ແລະ​ກັນ ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັ​ງ​ຄົມ​ດ ສ້າງ​ນ້ຳ​ໃຈ​ສາ​ມັກ​ຄີ, ມິດ​ຕະ​ພາບ​ທີ່​ເປັນ​ມູ​ນ​ເຊື້ອ, ພ້ອມ​ກັນ​ປະ​ຕິ​ເສດ​ບັນ​ດາ​ຖ້ວຍ​ທຳ​ນອງ​ຂອງ​ບັນ​ດາ​ກຳ​ລັງ​ປໍ​ລະ​ປັກ, ແບ່ງ​ແຍກ​ການ​ພົວ​ພັນ​ຄວາມ​ສາ​ມັກ​ຄີ, ມິດ​ຕະ​ພາບ ຫວຽດ​ນາມ - ລາວ.

ສາຍພົວພັນຫວຽດນາມ - ລາວ ນັບມື້ນັບພັດທະນາຢ່າງເລິກເຊິ່ງ, ແທດຈິງ ແລະ ມີປະສິດທິຜົນໃນທຸກຂົງເຂດ

ຕອນບ່າຍວັນທີ 6 ທັນວາ ຢູ່ ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຂັ້ນສູງ ລັດຖະບານ ລາວ ໂດຍທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ນຳຫນ້າ ພວມຢູ່ຢ້ຽມຢາມຫວຽດນາມ ແລະ ເຂົ້າຮ່ວມກອງປະຊຸມຄັ້ງທີ 43 ຄະນະກຳມະການລະຫວ່າງລັດຖະບານ ລາວ - ຫວຽດນາມ.

ນາຍົກລັດຖະມົນຕີສອງປະເທດ ຫວຽດນາມ - ລາວເປັນປະທານກອງປະຊຸມຄະນະກຳມະການລະຫວ່າງລັດຖະບານ

ຍ​ສ​ໝ - ຕອນ​ເຊົ້າ​ວັນ​ທີ 6 ທັນ​ວາ ຢູ່​ຮ່າ​ໂນ້ຍ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ທອງ​ລຸນ ສີ​ສຸ​ລິດ ໄດ້​ເປັນ​ປະ​ທານ​ຮ່ວມກອງ​ປະ​ຊຸມ​ຄັ້ງ​ທີ 43 ຄະ​ນະ​ກຳ​ມະ​ການ​ລະ​ຫວ່າ​ງ ລັດ​ຖະ​ບານ ຫວຽດ​ນາມ - ລາວ.

ຄຳຮຸ່ງ

302 Found

Found

The document has moved here.