ຫວຽດນາມ ຮຽກຮ້ອງໃຫ້ບັນດາປະເທດທີ່ກ່ຽວຂ້ອງເຄົາລົບອະທິປະໄຕ, ສິດອະທິປະໄຕ, ສິດອຳນາດສານຂອງຫວຽດນາມຢູ່ທະເລຕາເວັນອອກ

14:24 | 02/02/2021

ຍສໝ - ຫວຽດນາມ ຮຽກຮ້ອງໃຫ້ບັນດາປະເທດທີ່ກ່ຽວຂ້ອງເຄົາລົບອະທິປະໄຕ, ສິດອະທິປະໄຕ,  ສິດອຳນາດສານຂອງຫວຽດນາມຢູ່ທະເລຕາເວັນອອກ, ມີຄວາມຮັບຜິດຊອບຕໍ່ການປະຕິບັດກົດໝາຍສາກົນ, ສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 ດ້ວຍເຈດຕະນາດີ.

ຫວຽດນາມ ຮຽກຮ ອງໃຫ ບ ນດາປະເທດທ ກ ຽວຂ ອງເຄ າລ ບອະທ ປະໄຕ ສ ດອະທ ປະໄຕ ສ ດອຳນາດສານຂອງຫວຽດນາມຢ ທະເລຕາເວ ນອອກ ຫວຽດນາມ ມີພະຍານຫຼັກຖານປະຫວັດສາດ ແລະພື້ນຖານນິຕິກໍາຢ່າງພຽງພໍເພື່ອຢັ້ງຢືນອະທິປະໄຕສໍາລັບໝູ່ເກາະຮວ່າງຊາ ແລະເຈື່ອງຊາ ແມ່ນສອດຄ່ອງກັບກົດໝາຍສາກົນ
ຫວຽດນາມ ຮຽກຮ ອງໃຫ ບ ນດາປະເທດທ ກ ຽວຂ ອງເຄ າລ ບອະທ ປະໄຕ ສ ດອະທ ປະໄຕ ສ ດອຳນາດສານຂອງຫວຽດນາມຢ ທະເລຕາເວ ນອອກ ແຂວງກວາງນາມ: ປ້ອງກັນ ແລະ ສະກັດກັ້ນ ບໍ່ໃຫ້ມີການແຜ່ລະບາດ COVID-19 ເຂົ້າປະເທດ ດ້ວຍທາງທະເລ

ຫວ່າງແລ້ວນີ້, ໃນການຕອບຄຳຖາມຂອງນັກຂ່າວ ກ່ຽວກັບ ໃນວັນທີ 22 ມັງກອນ 2021, ຄະນະປະຈໍາສະພາແຫ່ງຊາດຈີນ ໄດ້ຮັບຮອງເອົາກົດໝາຍວ່າດ້ວຍຕໍາຫຼວດທະເລປະເທດສາທາລະນະລັດປະຊາຊົນຈີນ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ໃຫ້ຮູ້ວ່າ:

ໃນການປະກາດໃຊ້ ແລະ ຈັດຕັ້ງປະຕິບັດເອກະສານກົດໝາຍແຫ່ງຊາດທີ່ກ່ຽວຂ້ອງກັບທະເລ, ບັນດາປະເທດຕ່າງໆ ຕ້ອງປະຕິບັດຕາມກົດໝາຍສາກົນ, ສົນທິສັນຍາສາກົນທີ່ພວກເຂົາໄດ້ລົງນາມ, ໂດຍສະເພາະແມ່ນສົນທິສັນຍາຂອງສະຫະປະຊາຊາດ ວ່າດ້ວຍກົດໝາຍທະເລປີ 1982 (UNCLOS 1982).

ຫວຽດນາມ ຮຽກຮ ອງໃຫ ບ ນດາປະເທດທ ກ ຽວຂ ອງເຄ າລ ບອະທ ປະໄຕ ສ ດອະທ ປະໄຕ ສ ດອຳນາດສານຂອງຫວຽດນາມຢ ທະເລຕາເວ ນອອກ
ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ.(ພາບ: TTXVN)

ຫວຽດນາມມີຫຼັກຖານປະຫວັດສາດ ແລະ ພື້ນຖານດ້ານກົດໝາຍທີ່ພຽງພໍ ເພື່ອຢັ້ງຢືນອະທິປະໄຕຕໍ່ ໝູ່ເກາະຮ່ວາງຊາ (Paracel) ແລະ ເຈື່ອງຊາ (Spratly), ສອດຄ່ອງກັບກົດໝາຍສາກົນ; ອະທິປະໄຕ, ສິດອະທິປະໄຕ ແລະ ສິດພິພາກສາສຳຫຼັບເຂດເທະເລ ທີ່ສອດຄ່ອງກັບສົນທິສັນຍາກົດໝາຍວ່າດ້ວຍທະເລ ຂອງສະຫະປະຊາຊາດປີ 1982 ແລະ ຈະມີມາດຕະການຢ່າງເດັດຂາດ ແລະ ສອດຄ່ອງກັບກົດໝາຍສາກົນເພື່ອປົກປ້ອງສິດທິຕ່າງໆຖືກຕ້ອງຕາມກົດໝາຍ, ສົມເຫດສົມຜົນດັ່ງກ່າວ.

ຫວຽດນາມ ຮຽກຮ້ອງໃຫ້ບັນດາປະເທດທີ່ກ່ຽວຂ້ອງເຄົາລົບອະທິປະໄຕ, ສິດອະທິປະໄຕ, ສິດອຳນາດສານຂອງຫວຽດນາມຢູ່ທະເລຕາເວັນອອກ, ມີຄວາມຮັບຜິດຊອບຕໍ່ການປະຕິບັດກົດໝາຍສາກົນ, ສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 ດ້ວຍເຈດຕະນາດີ; ບໍ່ໄດ້ປະຕິບັດການເພີ່ມທະວີຄວາມເຄັ່ງຕຶງ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສ້າງຄວາມໄວ້ເນື້ອເຊື່ອໃຈ, ຮັກສາສັນຕິພາບ, ສະຖຽນລະພາບ, ສົ່ງເສີມຄວາມເປັນລະບຽບຮຽບຮ້ອຍທາງທະເລສາກົນ ແລະ ຄວາມໝັ້ນຄົງ, ຄວາມປອດໄພ ແລະ ຄວາມເສລີພາບໃນການເດີນທະເລຢູ່ເຂດທະເລຕາເວັນອອກ.

ຫວຽດນາມ ຮຽກຮ ອງໃຫ ບ ນດາປະເທດທ ກ ຽວຂ ອງເຄ າລ ບອະທ ປະໄຕ ສ ດອະທ ປະໄຕ ສ ດອຳນາດສານຂອງຫວຽດນາມຢ ທະເລຕາເວ ນອອກ ຫວຽດນາມສະແດງຄວາມເດັດດ່ຽວ, ຢຶດໝັ້ນໃນການຕໍ່ສູ້ປົກປັກຮັກສາອະທິປະໄຕເຂດທະເລ, ໝູ່ ເກາະຢ່າງໝັ້ນຄົງ

ຍສໝ - ຫວ່າງແລ້ວນີ້, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສະຫຼຸບວຽກງານປີ 2020, ທິດທາງ, ໜ້າທີ່ປີ 2021.

ຫວຽດນາມ ຮຽກຮ ອງໃຫ ບ ນດາປະເທດທ ກ ຽວຂ ອງເຄ າລ ບອະທ ປະໄຕ ສ ດອະທ ປະໄຕ ສ ດອຳນາດສານຂອງຫວຽດນາມຢ ທະເລຕາເວ ນອອກ ຫວຽດນາມ - ຈີນ ໄດ້ເຈລະຈາກ່ຽວກັບເຂດທະເລຢູ່ນອກອ່າວພາກເໜືອ

ຍສໝ - ສອງຝ່າຍໄດ້ເຫັນດີສືບຕໍ່ຊຸກຍູ້ການເຈລະຈາກໍານົດເຂດທະເລນອກອ່າວພາກເໜືອ ແລະ ການຮ່ວມມືພ້ອມກັນພັດທະນາຢູ່ທະເລຕາເວັນອອກ ໃຫ້ບັນລຸຄວາມຄືບໜ້າຖືກຕາມຂໍ້ກໍານົດຂອງກົດໝາຍສາກົນ.

ຫວຽດນາມ ຮຽກຮ ອງໃຫ ບ ນດາປະເທດທ ກ ຽວຂ ອງເຄ າລ ບອະທ ປະໄຕ ສ ດອະທ ປະໄຕ ສ ດອຳນາດສານຂອງຫວຽດນາມຢ ທະເລຕາເວ ນອອກ ຫວຽດນາມ: ຕ້ອງຮັກສາສັນຕິພາບ ແລະ ສະຖຽນລະພາບຕະຫຼອດໄປໃນທະເລຕາເວັນອອກ

ຍສໝ - ໃນກອງປະຊຸມສຸດຍອດອາຊຽນຄັ້ງທີ 37 ແລະ ກອງປະຊຸມສຸດຍອດອາຊີຕາເວັນອອກຄັ້ງທີ 15, ຜູ້ຕາງໜ້າຂອງຫຼາຍປະເທດ ໄດ້ຢືນຢັນເຖິງຄວາມຈຳເປັນ ໃນການຮັກສາສັນຕິພາບແບບຍືນຍົງ ແລະ ສະຖຽນລະພາບໃນໄລຍະຍາວໃນເຂດທະເລທີ່ສຳຄັນຂອງພາກພື້ນນີ້.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.