ສປປ ລາວ ບໍ່ຄົນຕິດເຊື້ອໂຄວິດ-19 ເພີ່ມ ແຕ່ບໍ່ໃຫ້ ປະໝາດ ເພາະທົ່ວໂລກຍັງມີຜູ້ຕິດເຊື້ອເພີ່ມຂຶ້ນຢ່າງຕໍ່ເນື່ອງ

13:20 | 31/01/2021

ປັດຈຸບັນ, ສປປ ລາວ ບໍ່​ມີ​ຜູ້​ຕິດ​ເຊື້ອ​ພະຍາດ​ໂຄ​ວິດ-19 ​ເພີ່ມ, ​ແຕ່​ບໍ່​ຄວນ​ປະໝາດ ​ເພາະ​ທົ່ວ​ໂລກ​ຍັງ​ມີ​ຕົວ​ເລກ ​ຜູ້​ຕິດ​ເຊື້ອ​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ. ສະ​ເພາະ ຢູ່​ປະ​ເທດ​ເຮົາ ມາຮອດ​ວັນ​ທີ 28 ມັງກອນ ຕົວ​ເລກ​ຜູ້​ຕິດ​ເຊື້ອ​ສະ​ສົມ​ ຈຳນວນ 44 ຄົນ, ​ໃນ​ນັ້ນ ​ປິ່ນປົວ​ຫາຍ​ດີ​ແລ້ວ 41 ຄົນ ​ແລະ ຍັງອີກ 3 ​ແມ່ນ​ສືບ​ຕໍ່ຮັບການປິ່ນປົ່ວ ຢູ່ໂຮງໝໍທີ່ກຳນົດໄວ້ຄື: ກໍລະນີ 42 ຕິດຕາມປິ່ນປົວ ຢູ່ທີ່ແຂວງຈໍາປາສັກ, ກໍລະນີ 43 ຕິດຕາມປິ່ນປົວ ຢູ່ທີ່ແຂວງຫລວງນໍ້າທາ ແລະ ກໍລະນີ 44 ຕິດຕາມປິ່ນປົວ ຢູ່ທີ່ນະຄອນຫລວງວຽຈັນ, ທັງ 3 ຄົນ ແມ່ນມີສຸຂະພາບແຂງແຮງດີ.

ສປປ ລາວ ບ ຄ ນຕ ດເຊ ອໂຄວ ດ 19 ເພ ມ ແຕ ບ ໃຫ ປະໝາດ ເພາະທ ວໂລກຍ ງມ ຜ ຕ ດເຊ ອເພ ມຂ ນຢ າງຕ ເນ ອງ ສປປ ລາວ ບໍ່ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ ແລະ ຄົນເຈັບ ຕິດເຊື້ອໄດ້ອອກໂຮງໝໍໝົດທຸກຄົນແລ້ວ
ສປປ ລາວ ບ ຄ ນຕ ດເຊ ອໂຄວ ດ 19 ເພ ມ ແຕ ບ ໃຫ ປະໝາດ ເພາະທ ວໂລກຍ ງມ ຜ ຕ ດເຊ ອເພ ມຂ ນຢ າງຕ ເນ ອງ ສປປ ລາວ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ ແຕ່ໃຫ້ປະຊາຊົນບໍ່ຄວນປະໝາດ
ສປປ ລາວ ບ ຄ ນຕ ດເຊ ອໂຄວ ດ 19 ເພ ມ ແຕ ບ ໃຫ ປະໝາດ ເພາະທ ວໂລກຍ ງມ ຜ ຕ ດເຊ ອເພ ມຂ ນຢ າງຕ ເນ ອງ
ພາບປະກອບ

ທ່ານ ດຣ. ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ຕາງໜ້າໃຫ້ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ​ໂຄ​ວິດ-19 ​ໄດ້​ໃຫ້​ຮູ້​ໃນ​ວັນ​ທີ 29 ມັງກອນ 2021 ນີ້​ວ່າ: ປັດຈຸບັນ, ສປປ ລາວ ບໍ່​ມີ​ຜູ້​ຕິດ​ເຊື້ອ​ພະຍາດ​ໂຄ​ວິດ-19 ​ເພີ່ມ, ​ແຕ່​ບໍ່​ຄວນ​ປະໝາດ ​ເພາະ​ທົ່ວ​ໂລກ​ຍັງ​ມີ​ຕົວ​ເລກ ​ຜູ້​ຕິດ​ເຊື້ອ​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ. ສະ​ເພາະ ຢູ່​ປະ​ເທດ​ເຮົາ ມາຮອດ​ວັນ​ທີ 28 ມັງກອນ ຕົວ​ເລກ​ຜູ້​ຕິດ​ເຊື້ອ​ສະ​ສົມ​ ຈຳນວນ 44 ຄົນ, ​ໃນ​ນັ້ນ ​ປິ່ນປົວ​ຫາຍ​ດີ​ແລ້ວ 41 ຄົນ ​ແລະ ຍັງອີກ 3 ​ແມ່ນ​ສືບ​ຕໍ່ຮັບການປິ່ນປົ່ວ ຢູ່ໂຮງໝໍທີ່ກຳນົດໄວ້ຄື: ກໍລະນີ 42 ຕິດຕາມປິ່ນປົວ ຢູ່ທີ່ແຂວງຈໍາປາສັກ, ກໍລະນີ 43 ຕິດຕາມປິ່ນປົວ ຢູ່ທີ່ແຂວງຫລວງນໍ້າທາ ແລະ ກໍລະນີ 44 ຕິດຕາມປິ່ນປົວ ຢູ່ທີ່ນະຄອນຫລວງວຽຈັນ, ທັງ 3 ຄົນ ແມ່ນມີສຸຂະພາບແຂງແຮງດີ.

ສຳລັບການເຝົ້າລະວັງຮອດ 5 ໂມງແລງຂອງວັນທີ 28 ມັງກອນ 2021, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 821 ຄົນ, ໃນນັ້ນມີ 10 ຕົວຢ່າງຈາກບຸກຄົນ ທົ່ວໄປມີອາການ; 30 ຕົວຢ່າງຈາກບຸກຄົນທົ່ວໄປບໍ່ມີອາການ, ມີແຮງງານລາວມາແຕ່ໄທ 493 ຕົວຢ່າງ; ແຮງງານຈີນ 182 ຕົວຢ່າງ; ແຮງງານໄທ 102 ຕົວຢ່າງ; ແຮງງານຫວຽດນາມ 2 ຕົວຢ່າງ ແລະ ແຮງງານລາວມາແຕ່ຈີນ 2 ຕົວຢ່າງ ຜົນກວດວິເຄາະທັງໝົດ ແມ່ນບໍ່ພົບເຊື້ອ. ປັດຈຸບັນນີ້, ທົ່ວປະເທດມີສູນຈໍາກັດ ບໍລິເວນທີ່ຍັງເປີດນຳໃຊ້ຢູ່ ທັງໝົດ 39 ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 2.428 ຄົນ. ສັງລວມການກວດວິເຄາະ ນັບແຕ່ ເດືອນມັງກອນ 2020 ຮອດ ວັນທີ 28 ມັງກອນ 2021 ໄດ້ເກັບຕົວຢ່າງມາກວດທັງໝົດ 103.294 ຕົວຢ່າງ ແລະ ໃຫ້ຜົນບວກ 44 ຄົນ.

ທ່ານ ດຣ. ພອນປະເສີດ ໄຊຍະມຸງຄຸນ ຍັງ​ໃຫ້​ຮູ້​ອີກ​ວ່າ: ປັດຈຸບັນ ມີລາຍງານຜູ້ຕິດເຊື້ອສະສົມໃນທົ່ວໂລກສູງເຖິງ 100 ລ້ານກວ່າ ຄົນແລ້ວ, ເສຍຊີວິດ 2 ລ້ານກວ່າຄົນ, ຫລາຍປະເທດ ລວມທັງ ປະເທດໃກ້ຄຽງ ຍັງຄົງມີການລະບາດຢ່າງຕໍ່ເນື່ອງ ແລະ ໜ້າເປັນຫ່ວງ ເພາະມີລາຍງານ ຜູ້ຕິດເຊື້ອເພີ່ມສູງຂຶ້ນ, ຕໍ່ກັບສະພາບການດັ່ງກ່າວ ພວກເຮົາບໍ່ຄວນປະໝາດຢ່າງເດັດຂາດ ເພື່ອບໍ່ໃຫ້ຂະຫຍາຍເປັນວົງກວ້າງ ພວກເຮົາທຸກຄົນ ຕ້ອງໄດ້ຮ່ວມແຮງຮ່ວມໃຈກັນ ເອົາໃຈໃສ່ປະຕິບັດ ຕາມແຈ້ງການຂອງ ສຳນັກ ງານນາຍົກລັດຖະມົນຕີ ແລະ ຄຳແນະນຳ ຂອງຂະແໜງ ການກ່ຽວຂ້ອງ, ພ້ອມທັງ ມາດຕະການປ້ອງກັນການຕິດເຊື້ອ ທີ່ຄະນະສະເພາະກິດວາງອອກ ຢ່າງເຄັ່ງຄັດ ເປັນຕົ້ນ ໃສ່ຜ້າອັດ ປາກ-ດັງ ເມື່ອອອກຈາກບ້ານ, ຫລີກລ້ຽງການເດີນທາງ ໄປຍັງສະຖານທີ່ແອອັດ, ຮັກສາໄລຍະຫ່າງ ທາງສັງຄົມ 1-2 ແມັດຂຶ້ນໄປ ເພື່ອຫລຸດຜ່ອນ ຄວາມສ່ຽງ ທີ່ຈະຕິດເຊື້ອພະຍາດ ໂຄວິດ-19. ພ້ອມດຽວກັນ ກໍ່ໃຫ້ໝັ່ນສັງເກດສຸຂະພາບ ຮ່າງກາຍຂອງຕົນເອງ, ລູກຫລານ ແລະ ຄົນໃນຄອບຄົວ ຖ້າຫາກທ່ານມີອາການ ຄ້າຍຄືໄຂ້ຫວັດ ກໍ່ໃຫ້ຮີບຮ້ອນໄປພົບແພດ ເພື່ອຮັບການກວດ ສຸຂະພາບໂດຍໄວ ຫລື ກໍລະນີສົງໃສ ຈະໄດ້ທຳການເກັບຕົວຢ່າງ ກວດຊອກຫາເຊື້ອ ໂຄວິດ-19 ຢ່າງທັນທີ.

ສປປ ລາວ ບ ຄ ນຕ ດເຊ ອໂຄວ ດ 19 ເພ ມ ແຕ ບ ໃຫ ປະໝາດ ເພາະທ ວໂລກຍ ງມ ຜ ຕ ດເຊ ອເພ ມຂ ນຢ າງຕ ເນ ອງ ລາວ ບໍ່ມີຄົນຕິດເຊື້ອໂຄວິດ-19 ເພີ່ມ ແຕ່ຍັງມີຄົນລັກລອບເຂົ້າເມືອງຜິດລະບຽບ

ໃນວັນທີ 13 ມັງກອນ 2021, ທ່ານ ດຣ. ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ຕາງໜ້າໃຫ້ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ໄດ້ລາຍງານໃຫ້ຮູ້ວ່າ: ນັບແຕ່ວັນທີ 1-11 ມັງ ກອນ 2021 ມີລາຍງານກໍລະນີຄົນເຂົ້າມາ ສປປ ລາວ ບໍ່ຖືກລະບຽບ ໂດຍໃຊ້ເຮືອນ້ອຍ ຂ້າມມາຈາກປະເທດເພື່ອບ້ານ ຜ່ານເຂດເມືອງສັງທອງ, ນະຄອນຫລວງວຽງຈັນ, ມີທັງໝົດ ...

ສປປ ລາວ ບ ຄ ນຕ ດເຊ ອໂຄວ ດ 19 ເພ ມ ແຕ ບ ໃຫ ປະໝາດ ເພາະທ ວໂລກຍ ງມ ຜ ຕ ດເຊ ອເພ ມຂ ນຢ າງຕ ເນ ອງ ສປປ ລາວ ບໍ່ມີຄົນຕິດເຊື້ອໂຄວິດ-19 ເພີ່ມ

ທ່ານ ດຣ.ພູທອນ ເມືອງປາກ ກ່າວວ່າ: ປັດຈຸບັນ, ຢູ່ປະເທດຂອງພວກເຮົາ ມີຂະບວນການອັນສຳຄັນ ລະດັບຊາດຫລາຍຢ່າງ ເປັນຕົ້ນ ການດຳເນີນກອງປະຊຸມ ໃຫ່ຍຄັ້ງທີ XI ຂອງພັກ, ວັນສ້າງຕັ້ງກອງທັບ 20 ມັງກອນ ຄົບຮອບ 72 ປີ (1949-2021), ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 66 ປີ (1955-2021) ຊຶ່ງຈະຕ້ອງໄດ້ຮຽກຮ້ອງ ໃຫ້ທົ່ວສັງຄົມຮ່ວມແຮງ, ຮ່ວມໃຈກັນປ້ອງກັນພະຍາດ COVID-19 ເພື່ອໃຫ້ປະເທດຂອງພວກເຮົາ ມີຄວາມສະຫງົບສຸກ ຮັບປະກັນບໍ່ໃຫ້ມີການລະບາດຂອງພະຍາດ COVID-19.

ສປປ ລາວ ບ ຄ ນຕ ດເຊ ອໂຄວ ດ 19 ເພ ມ ແຕ ບ ໃຫ ປະໝາດ ເພາະທ ວໂລກຍ ງມ ຜ ຕ ດເຊ ອເພ ມຂ ນຢ າງຕ ເນ ອງ ລາວ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ ຮຽກຮ້ອງໃຫ້ທຸກຄົນບໍ່ຄວນປະໝາດ

ສະເພາະວັນທີ 10 ມັງກອນ 2021 ມີຜູ້ເດີນທາງເຂົ້າມາທັງໝົດ 2.564 ຄົນໃນນັ້ນ ຜ່ານດ່ານລາວ-ໄທ 1.258 ຄົນ(ແຮງງານລາວ ກັບມາແຕ່ໄທ 48 ຄົນ), ຜ່ານດ່ານລາວ-ຈີນ 32 ຄົນ, ດ່ານລາວ-ຫວຽດນາມ 1.131 ຄົນ, ຜ່ານສະໜາມບິນສາ ກົນວັດໄຕທັງໝົດ 143 ຄົນ ​ເປັນຄົນຈີນ ທັງໝົດໄດ້ແທກ ອຸນຫະພູມຮ່າງກາຍ, ບໍ່ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງ ທັງໝົດມາກວດເພື່ອຊອກຫາເຊື້ອ ໂຄວິດ-19 ຈາກນັ້ນໄດ້ນຳສົ່ງໄປ ສະຖານທີ່ຈຳກັດບໍລິເວນ 14 ວັນ.

kpl.gov.la

ເຫດການ
302 Found

Found

The document has moved here.