ແຟນ​ລັງ ໄດ້​ສະ​ຫງວນ​ເງິນ​ກ່​ວາ 100 ລ້ານ USD ເພື່ອ​ໜູນ​ຊ່ວຍ​ບັນ​ດາ​ໂຄງ​ການ​ລົງ​ທຶນ​ສາ​ທາ​ລະ​ນະ​ຢູ່​ຫວຽດ​ນາມ

10:16 | 30/03/2021

ຍ​ສ​ໝ - ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ Kari Kahiluoto ເອກ​ອັກ​ຄະ​ລັດ​ຖະ​ທູດ ແຟນ​ລັງ​ປະ​ຈຳ ຫວຽດ​ນາມ ໃຫ້​ຮູ້​ວ່າ ພິ​ທີ​ລົງ​ນາມ​ສັນ​ຍາ​ແມ່ ໄດ້​ດຳ​ເນີນ​ໃນ​ວັນ​ທີ 21 ມັງ​ກອນ. ທ່ານ Kari Kahiluoto ແລະ ທ່ານ ເຈິ່ນ​ຊວັນ​ຮ່າ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ​ຫວຽດ​ນາມ ໄດ້​ຮັບ​ການມອບ​ສິດ​ລົງ​ນາມ​ສັນ​ຍາ​ຈາກ​ລັດ​ຖະ​ບານ​ສອງ​ປະ​ເທດ.

ແຟນ ລ ງ ໄດ ສະ ຫງວນ ເງ ນ ກ ວາ 100 ລ ານ usd ເພ ອ ໜ ນ ຊ ວຍ ບ ນ ດາ ໂຄງ ການ ລ ງ ທ ນ ສາ ທາ ລະ ນະ ຢ ຫວຽດ ນາມ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟຸກ ໂອ້​ລົມ​ທາງ​ໂທ​ລະ​ສັບ​ກັບ​ທ່ານນ​າ​ຍົກ​ລັດ​ຖະ​ມົນ​ຕີ ອົດ​ສະ​ຕາ​ລີ
ແຟນ ລ ງ ໄດ ສະ ຫງວນ ເງ ນ ກ ວາ 100 ລ ານ usd ເພ ອ ໜ ນ ຊ ວຍ ບ ນ ດາ ໂຄງ ການ ລ ງ ທ ນ ສາ ທາ ລະ ນະ ຢ ຫວຽດ ນາມ ຈັດ​ສົ່ງ​ພົນ​ລະ​ເມືອງ​ຫວຽດ​ນາມ ກ່​ວາ 300 ຄົນ​ຈາກ​ຊູ​ແອັດ ແລະ ແຟນ​ລັງ ກັບ​ຄືນ​ປະ​ເທດ
ແຟນ ລ ງ ໄດ ສະ ຫງວນ ເງ ນ ກ ວາ 100 ລ ານ usd ເພ ອ ໜ ນ ຊ ວຍ ບ ນ ດາ ໂຄງ ການ ລ ງ ທ ນ ສາ ທາ ລະ ນະ ຢ ຫວຽດ ນາມ
ພາບ​ປະ​ກອບ: TTXVN

ເມື່ອບໍ່ດົນມານີ້, ສະ​ຖານ​ທູດ ແຟນ​ລັງ ໄດ້​ຈັດ​ຕັ້ງ​ພິ​ທີ​ປະ​ກາດ ແລະ ລົງ​ນາມ​ສັນ​ຍາ​ລະ​ຫວ່າງ​ສອງ​ຝ່າຍ​ກ່ຽວ​ກັບ​ແຫຼ່ງ​ເງິນ​ລົງ​ທຶນ​ສາ​ທາ​ລະ​ນະ​ເຊິ່ງ​ໄດ້​ອຸ​ປະ​ຖຳ ແລະ ປົກ​ປ້ອງ​ໂດຍ​ລັດ​ຖະ​ບານ ແຟນ​ລັງ.

ຕາມ​ນັ້ນ​ແລ້ວ, ລັດ​ຖະ​ບານ ແຟນ​ລັງ ຈະ​ສະ​ຫງວນ​ເງິນ​ກ່າ​ວ 100 ລ້ານ USD ໃຫ້​ແກ່​ບັນ​ດາ​ໂຄງ​ການ​ລົງ​ທຶນ​ສາ​ທາ​ລະ​ນະ​ຢູ່​ຫວຽດ​ນາມ​ນັບ​ແຕ່​ປີ 2021.

ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ Kari Kahiluoto ເອກ​ອັກ​ຄະ​ລັດ​ຖະ​ທູດ ແຟນ​ລັງ​ປະ​ຈຳ ຫວຽດ​ນາມ ໃຫ້​ຮູ້​ວ່າ ພິ​ທີ​ລົງ​ນາມ​ສັນ​ຍາ​ແມ່ ໄດ້​ດຳ​ເນີນ​ໃນ​ວັນ​ທີ 21 ມັງ​ກອນ. ທ່ານ Kari Kahiluoto ແລະ ທ່ານ ເຈິ່ນ​ຊວັນ​ຮ່າ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ​ຫວຽດ​ນາມ ໄດ້​ຮັບ​ການມອບ​ສິດ​ລົງ​ນາມ​ສັນ​ຍາ​ຈາກ​ລັດ​ຖະ​ບານ​ສອງ​ປະ​ເທດ.

ຕາມ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ແລ້ວ, ເປົ້າ​ໝາຍ​ຂອງ​ແຫຼ່ງ​ທຶນ​ໜູນ​ຊ່ວຍ​ລົງ​ທຶນ​ສາ​ທາ​ລະ​ນະ ແຟນ​ລັງ ແມ່ນ​ສະ​ໜອງ​ໜູນ​ຊ່ວຍ​ດ້ານ​ການ​ເງິນ​ສຳ​ລັບ​ບັນ​ດາ​ໂຄງ​ການ​ລົງ​ທຶນ​ສາ​ທາ​ລະ​ນະ ຂອງ​ບັນ​ດາ​ປະ​ເທດ​ພວມ​ພັດ​ທະ​ນາ​ທີ່​ເໝາະ​ສົມ​ກັບ​ເປົ້າ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຂອງ ສ​ປ​ຊ ພ້ອມ​ທັງ​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ​ທີ່​ກ້າວ​ໜ້າ​ຂອງ ແຟນ​ລັງ.

ແຫຼ່ງເງິນ​ລົງ​ທຶນ​ໜູນ​ຊ່ວຍ​ໃຫ້​ແກ່​ບັນ​ດາ​ໂຄງ​ການ​ລົງ​ທຶນ​ໃນ​ບັນ​ດາ​ຂົງ​ເຂດ​ສະ​ໜອງ​ການ​ບໍ​ລິ​ການ​ສັງ​ຄົມ ຄື​ນ້ຳ​ສະ​ອາດ ແລະ ການ​ທຳ​ຄວາມ​ສະ​ອາດ​ສິ່​ງ​ແວດ​ລ້ອມ, ປົກ​ປັກ​ຮັກ​ສາ​ສິ່ງ​ແວ​ດ​ລ້ອມ, ພະ​ລັງ​ງານ, ເຕັກ​ໂນ​ໂລ​ຢີ​ສະ​ອາດ ແລະ ບັນ​ດາ​ຂົງ​ເຂດ​ທີ່​ເໝາະ​ສົມ​ຕ່າງໆ.

ໃນ​ບົດ​ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ Ville Skinnari ລັດ​ຖະ​ມົນ​ຕີ​ກ​ະ​ຊວງ​ການ​ຮ່ວມ​ມື​ພັດ​ທະ​ນາ ແລະ ການ​ຄ້າ​ຕາງ​ປະ​ເທດ ແຟນ​ລັງ ຫວັງ​ວ່າ ຜ່ານ​ບ້ວງ​ເງິນ​ໜູນ​ຊ່​ວຍນີ້, ຫວຽດ​ນາມ​ຈະ​ມີ​ແຫຼ່ງ​ທຶນ​ລົງ​ທຶນ​ຕື່ມ​ອີກ, ໃນ​ຂະ​ນະ​ບັນ​ດາ​ບໍ​ລິ​ສັດ​ແຟນ​ລັງ ດ້ວຍ​ວິ​ຊາ​ການ​ທີ່​ດີ, ປະ​ສົບ​ການ, ວິ​ທີ​ການ​ເຕັກ​ໂຍ​ໂລ​ຢີ​ທີ່​ເໝາະ​ສົມ​ຈະ​ມີ​ເງື່ອນ​ໄຂ​ດີ​ກ່າວ​ເມື່ອ​ເຂົ້າ​ຮ່ວມ​ຕະຫຼາດ​ຫວຽດ​ນາມ.

ທ່ານ ທ່ານ Ville Skinnari ລັດ​ຖະ​ມົນ​ຕີ​ ໄດ້​ເນັ້ນ​ໜັກ​ວ່າ ການ​ຜັນ​ຂະ​ຫຍາຍ​ສັນ​ຍາ​ກໍ່​ຈະ​ກາຍ​ເປັນ​ປັດ​ໄຈ​ປະ​ກອບ​ສ່ວນ​ຢ່າງ​ສຳ​ຄັນ​ເຂົ້າ​ໃນ​ການ​ເພີ່ມ​ພູນ​ຄູ​ນ​ສ້າງ ການ​ພົວ​ພັນ​ຮ່ວມ​ມື​ອັນ​ຍາວ​ນານ ແລະ ມີ​ປະ​ສິດ​ທິ​ຜົນ​ລະ​ຫວ່າງ​ແຟນ​ລັງ ແລະ ຫວຽດ​ນາມ.

ທີ່​ພິ​ທີ, ຜູ້​ແທນ​ບັນ​ດາ​ກະ​ຊວງ: ການ​ເງິນ, ແຜນ​ການ ແລະ ການ​ລົງ​ທຶນ​ໄດ້​ແນະ​ນຳ​ສັງ​ລວມ​ກ່ຽວ​ກັບ​ສັນ​ຍາ​ພ້ອມ​ກັບ​ການ​ນຳ​ໃຊ້​ແຫຼ່ງ​ເງິນ​ທຶນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ.

ແຟນ ລ ງ ໄດ ສະ ຫງວນ ເງ ນ ກ ວາ 100 ລ ານ usd ເພ ອ ໜ ນ ຊ ວຍ ບ ນ ດາ ໂຄງ ການ ລ ງ ທ ນ ສາ ທາ ລະ ນະ ຢ ຫວຽດ ນາມ ຫວຽດ​ນາມ - ຝ​ລັ່ງ: ຮ່ວມ​ມື​ເພື່ອ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ດ້ານ​ສາ​ທາ​ລະ​ນະ​ສຸກ, ໃນ​ນັ້ນ​ມີ​ໂລກ​ລະ​ບາດ​ໂຄວິດ - 19

ຍ​ສ​ໝ - ກ່າວ​ຄຳ​ເຫັນ​ໄຂ​ການ​ໂອ້​ລົມ​ສົນ​ທະ​ສາ, ທ່ານ ໂຕ​ແອັງ​ຢຸງ ຮອງ​ລັດ​ຖະ​ມົນ​ຕີ ໄດ້​ຕີ​ລາ​ຄາ​ວ່າ ການ​ໂອ້​ລົມ​ສົນ​ທະ​ນາ​ມື້ນີ້​ມີ​ຄວາມໝາຍ​ຢ່າງ​ຍິ່ງ ເປັນ​ຕົ້ນ​ແມ່ນ​ໃນ​ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຍັງ​ຄົງ​ນາບ​ຂູ່​ຕໍ່​ຊີ​ວິດ ຂອງ​ປະ​ຊາ​ຊົນ​ໃນ​ທົ່ວ​ປະ​ເທດ.

ແຟນ ລ ງ ໄດ ສະ ຫງວນ ເງ ນ ກ ວາ 100 ລ ານ usd ເພ ອ ໜ ນ ຊ ວຍ ບ ນ ດາ ໂຄງ ການ ລ ງ ທ ນ ສາ ທາ ລະ ນະ ຢ ຫວຽດ ນາມ ການ​ໂອ້​ລົມ​ສົນ​ທະ​ນາ​ນະ​ໂຍ​ບາຍ​ການ​ປ້ອງ​ກັນ​ຊາດ​ຄັ້ງ​ທີ 13 ລະ​ຫວ່າງ ຫວຽດ​ນາມ ແລະ ອິນ​ເດຍ

ຍ​ສ​ໝ - ສອງ​ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ສືບ​ຕໍ່​ຜັນ​ຂະ​ຫຍາຍ​ບັນ​ດາ​ເນື້ອ​ໃນ​ການ​ຮ່ວມ​ມືຢ່າງ​ມີ​ປະ​ສິດ​ທິ​ຜົນ, ພິ​ເສດ​ແມ່ນ​ໃນ​ໝາກ​ຜົນ​ຂອງ​ການ​ເຈ​ລະ​ຈາ​ຂັ້ນ​ສູງ​ທາງ​ອອນ​ລາຍ​ລະ​ຫວ່າງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ສອງ​ປະ​ເທດ​ໃນ​ວັນ​ທີ 21 ທັນ​ວາ 2020.

ແຟນ ລ ງ ໄດ ສະ ຫງວນ ເງ ນ ກ ວາ 100 ລ ານ usd ເພ ອ ໜ ນ ຊ ວຍ ບ ນ ດາ ໂຄງ ການ ລ ງ ທ ນ ສາ ທາ ລະ ນະ ຢ ຫວຽດ ນາມ ຫວຽດ​ນາມ​ຢັ້ງ​ຢືນ​ຄືນ​ໃໝ່​ຄຳ​ໝັ້ນ​ສັນ​ຍາ​ເຂົ້າ​ຮ່ວມ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ລວມ​ກ່ຽວ​ກັບ​ການ​ປ້ອງ​ກັນ​ສະ​ກັດ​ກັ້ນ​ກໍ​ການ​ຮ້າຍ​ສາ​ກົນ

ຍ​ສ​ໝ - ທ່ານນາງ ຫງວຽນ​ເຟືອງ​ຈ່າ ຮອງ​ຫົວ​ໜ້າ​ຄະ​ນະ​ຜູ້​ຕາງ​ໜ້າ ຫວຽດ​ນາມ ປະ​ຈຳ ສ​ປ​ຊ ຖື​ວ່າ ພາຍຫຼັງ​ມະ​ຕິ​ເລກ​ທີ 1373 ໄດ້​ຮັບ​ຮອງ​ເອົາ, ສະ​ພາ​ຄວາມ​ໝັ້ນ​ຄົງ ປ​ສ​ຊ​ໄດ້​ຊຸກ​ຍູ້ກອບ​ລະ​ບອບ​ລະ​ບຽບ​ການ​ກ່ຽວ​ກັບ​ການ​ຕ້ານ​ການ​ກໍ່​ການ​ຮ້າຍ​ທົ່ວ​ໂລກ​ໃນຫຼາຍ​ຂົງ​ເຂດ, ການ​ຕ້ານ​ການ​ກໍ່​ການ​ຮ້າຍ​ກໍ່​ບັນ​ລຸ​ໄດ້​ໝາ​ຜົນ​ທີ່​ສຳ​ຄັນຫຼາຍ​ຢ່າງ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.