ການ​ເຕີບ​ໂຕ​ເສດ​ຖະ​ກິດ ຫວຽດ​ນາມ 2021 ອີງ​ໃສ່​ການ​ປ່ຽນ​ແປງ​ໃໝ່​ປະ​ດິດ​ຄິດ​ສ້າງ

10:57 | 21/01/2021

ຍ​ສໝ - ທ່ານ ​ຮອງ​ສາດ​ສະ​ດາ​ຈານ, ປ.ອ ບຸຍ​ເຍິດກວາງ, ປະ​ທານ​ສະ​ພາ​ບັນ​ດິດ ວິ​ທະ​ຍາ​ສາດ ສັງ​ຄົມ ຫວຽດ​ນາມ ຊີ້​ແຈ້ງວ່າ ດ້ວຍ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ໜູນ​ຊ່ວຍ​ຂອງ​ລັດ​ຖະ​ບານ​ກ່ຽວ​ກັບ​ເສດ​ຖະ​ກິດ, ການ​ໜູນ​ຊ່ວຍ​ສັງ​ຄົມ​ຕໍ່​ວິ​ສາ​ຫະ​ກິດ, ຜູ້​ອອກ​ແຮງ​ງານ ແລະ ປະ​ຊາ​ຊົນ, ສິ່ງນີ້​ໄດ້​ປະ​ກອບ​ສ່ວນ​ນຳ​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ປີ 2020 ຢູ່​ລະ​ດັບ​ສູງ​ທີ່​ສຸດ​ທີ່​ສາ​ມາດ​ບັນ​ລຸ​ໄດ້​ໃນ​ສະ​ພາບ​ການ​ເກີດ​ໂລ​ກ​ລະ​ບາດ​ໂຄວິດ - 19.

ການ ເຕ ບ ໂຕ ເສດ ຖະ ກ ດ ຫວຽດ ນາມ 2021 ອ ງ ໃສ ການ ປ ຽນ ແປງ ໃໝ ປະ ດ ດ ຄ ດ ສ າງ ສື່ມວນ​ຊົນ ສາ​ກົນ: ເສດ​ຖະ​ກິດ ຫວຽດ​ນາມ ໝັ້ນ​ຄົງ​ໃນ​ໂລກ​ລະ​ບາດ​ໂຄວິດ - 19
ການ ເຕ ບ ໂຕ ເສດ ຖະ ກ ດ ຫວຽດ ນາມ 2021 ອ ງ ໃສ ການ ປ ຽນ ແປງ ໃໝ ປະ ດ ດ ຄ ດ ສ າງ ການ​ເຕີບ​ໂຕເສດ​ຖະ​ກິດ​ຂອງຫວຽດ​ນາມ​ຈະ​ສືບ​ຕໍ່​ພົ້ນ​ເດັ່ນ​ໃນ​ໄລ​ຍະຫຼັງ​ໂລກ​ລະ​ບາດ​ໂຄວິດ - 19
ການ ເຕ ບ ໂຕ ເສດ ຖະ ກ ດ ຫວຽດ ນາມ 2021 ອ ງ ໃສ ການ ປ ຽນ ແປງ ໃໝ ປະ ດ ດ ຄ ດ ສ າງ
ກອງ​ປະ​ຊຸມ​ສຳ​ມະ​ນາ “ເສດ​ຖະ​ກິດ ຫວຽດ​ນາມ ປີ 2020 ຊຸກ​ຍູ້​ການ​ເຕີບ​ໂຕ​ໂດຍ​ອີງ​ໃສ່​ການ​ປ່ຽນ​ແປງ​ໃໝ່​ປະ​ດິດ​ຄິດ​ສ້າງ”

ຕ້ອ​ງ​ຊຸ​ກ​ຍູ້​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ໄລ​ຍະຫຼັງ​ໂລກ​ລະ​ບາດ​ໂຄວິດ - 19 ອີງ​ໃສ່​ການ​ປ່ຽນ​ແປງ​ໃໝ່, ຫົວ​ຄິດ​ປະ​ດິດ​ສ້າງ ແລະ ການ​ຫັນ​ເປັນ​ດີ​ຕີ​ຕອນ. ນີ້​ແມ່ນ​ຄຳ​ເຫັນ​ຂອງ​ບັນ​ດາ​ນັກ​ວິ​ທະ​ຍາ​ສາດ, ນັກ​ຊ່ຽວ​ຊານ ຢູ່ກອງ​ປະ​ຊຸມ​ສຳ​ມະ​ນາ “ເສດ​ຖະ​ກິດ ຫວຽດ​ນາມ ປີ 2020 ຊຸກ​ຍູ້​ການ​ເຕີບ​ໂຕ​ໂດຍ​ອີງ​ໃສ່​ການ​ປ່ຽນ​ແປງ​ໃໝ່​ປະ​ດິດ​ຄິດ​ສ້າງ”. ເຫດ​ການ​ໂດບ​ສະ​ຖາ​ບັນ​ເສດ​ຖະ​ກິດ ຫວຽດ​ນາມ​ຈັດ​ຕັ້ງ​ໃນ​ຕອນ​ເຊົ້າ​ວັ​ນ​ທີ 19 ມັງ​ກອນ ຢູ່​ຮ່າ​ໂນ້ຍ.

ປີ 2020, ເສດ​ຖະ​ກິດ​ໂລກ​ລ້ວນ​ແຕ່​ໄດ້​ຮັບ​ຜົນ​ສ​ະ​ທ້ອນ​ຢ່າງ​ໜັກ​ໜ່ວງ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19. ໂລກ​ລະ​ບາດ​ໄດ້​ເຫັນ​ໃຫ້ຫຼາຍ​ປະ​ເທດ​ບັນ​ລຸ​ການ​ເຕີບ​ໂຕ​ເປັນ​ລົບ ລະ​ອຽດ​ຄື ອາ​ເມ​ລິ​ກາ - 5,9%, ອັງ​ກິດ - 6,5%, EU -7,5%... ຢູ່​ຫວຽດ​ນາມ, ຍ້ອນ​ຜົນ​ສະ​ທ້ອນ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19 ມີຫຼາຍ​ຂະ​ແໜງ, ອາ​ຊີບ​ຖືກ​ຜົນ​ສະ​ທ້ອນ​ຢ່າງ​ໜັກ​ໜ່ວງ​ຄື​ຂະ​ແໜງ​ການ​ບໍ​ລິ​ການ, ການ​ທ່ອງ​ທ່ຽວ, ການ​ຂົນ​ສົ່ງ…

ໂລກ​ລະ​ບາດ ໂຄວິດ - 19 ເຮັດ​ໃຫ້​ການ​ບໍ​ລິ​ໂພກ, ການ​ລົງ​ທຶນ, ການ​ຄ້າຫຼຸດ​ລົງ, ເຖິງ​ຢ່າງ​ໃດ​ກໍ່​ຕາມ​ການ​ລົງ​ທຶນ​ພາກ​ລັດ, ການ​ສົ່ງ​ອອກ - ນຳ​ເຂົ້າ​ເຂດ​ເສດ​ຖະ​ກິດ​ພາຍ​ໃນ​ປະ​ເທດ ໄດ້​ມີ​ການ​ເພີ່ມ​ຂຶ້ນ​ຢ່າງ​ແຮງ, ຊົດ​ເຊີຍ​ສ່ວນ​ໃດ​ໜຶ່ງ​ຂອງຍອດ​ຄວາມ​ຕ້ອງ​ການ​ໃນ​ການ​ລົງ​ທຶນ​ພາກ​ພື້ນ​ທີ່​ມີ​ເງິນລົງ​ທຶນ​ຈາກ​ຕ່າງ​ປະ​ເທດ ແລະ ການ​ສົ່ງ​ອອກ​ພາກ​ພື້ນ.

ທ່ານ​ຮອງ​ສາດ​ສະ​ດາ​ຈານ, ປ.ອ ບຸຍ​ເຍິດກວາງ, ປະ​ທານ​ສະ​ພາ​ບັນ​ດິດ ວິ​ທະ​ຍາ​ສາດ ສັງ​ຄົມ ຫວຽດ​ນາມ ຊີ້​ແຈ້ງວ່າ ດ້ວຍ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ໜູນ​ຊ່ວຍ​ຂອງ​ລັດ​ຖະ​ບານ​ກ່ຽວ​ກັບ​ເສດ​ຖະ​ກິດ, ການ​ໜູນ​ຊ່ວຍ​ສັງ​ຄົມ​ຕໍ່​ວິ​ສາ​ຫະ​ກິດ, ຜູ້​ອອກ​ແຮງ​ງານ ແລະ ປະ​ຊາ​ຊົນ, ສິ່ງນີ້​ໄດ້​ປະ​ກອບ​ສ່ວນ​ນຳ​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ປີ 2020 ຢູ່​ລະ​ດັບ​ສູງ​ທີ່​ສຸດ​ທີ່​ສາ​ມາດ​ບັນ​ລຸ​ໄດ້​ໃນ​ສະ​ພາບ​ການ​ເກີດ​ໂລ​ກ​ລະ​ບາດ​ໂຄວິດ - 19.

ທ່ານ ກ່າວ​ວ່າ: ປີ 2021 ແມ່ນ​ປີ​ເລີ່ມ​ຕົ້ນ​ຂອງ​ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ ໄລ​ຍະ 5 ປີ 2021 – 2020, ແລະ ຍຸດ​ທະ​ສາດ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ 10 ປີ 2021 – 2030. ເພາະ​ສະ​ນັ້ນ, ປີ 2021 ແມ່ນ​ປີ​ທີ່​ມີ​ຄວາມ​ໝາຍ​ຢ່າງ​ຍິ່ງ​ຕໍ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ໃຫ້​ຊຸມ​ປີ​ຕໍ່​ໄປ. ດັ່ງ​ນັ້ນ, ການ​ຕີ​ລາ​ຄາ​ສະ​ພາບ​ການ​ເສດ​ຖະ​ກິດ ຫວຽດ​ນາມ​ໃນ​ປີ 2020 ມີ​ບົດ​ບາດ​ສຳ​ຄັນ, ເພື່ອ​ຖອດ​ຖອນ​ບັນ​ດາ​ບົດ​ຮຽນ​ປະ​ສົບ​ການ​ໃຫ້​ແກ່​ປີ 2021 ແລະ ໃຫ້​ໄລ​ຍະ​ຕໍ່​ໄປ, ປະ​ກອ​ບ​ສ່ວນ​ເຂົ້າ​ເປົ້າ​ໝາຍ​ເຕີບ​ໂຕ​ເສດ​ຖະ​ກິດ​ໂດຍ​ໄວ, ມີ​ຄຸນ​ນະ​ພາບ ແລະ ຍືນ​ຍົງ.

ການ ເຕ ບ ໂຕ ເສດ ຖະ ກ ດ ຫວຽດ ນາມ 2021 ອ ງ ໃສ ການ ປ ຽນ ແປງ ໃໝ ປະ ດ ດ ຄ ດ ສ າງ ສື່ມວນ​ຊົນ ສາ​ກົນ: ເສດ​ຖະ​ກິດ ຫວຽດ​ນາມ ໝັ້ນ​ຄົງ​ໃນ​ໂລກ​ລະ​ບາດ​ໂຄວິດ - 19

ຍ​ສ​ໝ - ໜັງ​ສື​ພິມ​ຕ່າງ​ປະ​ເທດ​ສືບ​ຕໍ່​ສ່ອງ​ແສງ​ບັນ​ດາ​ຜົນ​ສຳ​ເລັດ​ດ້ານ​ເສດ​ຖະ​ກິດ​ຂອງ ຫວຽດ​ນາມ​ໃນ​ສະ​ພາບ​ການ​ໂລກ​ພວມ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19.

ການ ເຕ ບ ໂຕ ເສດ ຖະ ກ ດ ຫວຽດ ນາມ 2021 ອ ງ ໃສ ການ ປ ຽນ ແປງ ໃໝ ປະ ດ ດ ຄ ດ ສ າງ ການ​ເຕີບ​ໂຕເສດ​ຖະ​ກິດ​ຂອງຫວຽດ​ນາມ​ຈະ​ສືບ​ຕໍ່​ພົ້ນ​ເດັ່ນ​ໃນ​ໄລ​ຍະຫຼັງ​ໂລກ​ລະ​ບາດ​ໂຄວິດ - 19

ຍ​ສ​ໝ - ເນື່ອງ​ໃນ​ໂອ​ກາດນີ້, ທ່ານ ຫງວຽນ​ກ໊ວກ​ຢຸງ ຮອງ​ລັດ​ຖະ​ມົນ​ຕີ ກໍ່​ໄດ້​ສສົ່ງ​ຄຳ​ອວຍ​ພອນ​ປີ​ໃໝ່ ແລະ ຂອບ​ອົກ​ຂອບ​ໃຈ​ຢ່າງ​ເລິກ​ເຊິ່ງ​ຕໍ່​ບັນ​ດາ​ນັກ​ຂ່າວ, ອົງ​ການ​ຈັດ​ຕັ້ງ​ສື່ມວນ​ຊົນປະ​ຈຳ​ຫວຽດ​ນາມ​ໃນ​ການ​ຮ່ຽງ​ບ່າ​ຮຽງ​ໄຫຼ່​ກັບ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ໃນ​ການ​ໂຄ​ສະ​ນາ​ປະ​ເທດ​ຊາດ ແລະ ຊາວ​ຫວຽດ​ນາມ ຊຸກ​ຍູ້​ການ​ພົນ​ພັວ​ວັດ​ທະ​ນະ​ທຳ, ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ໃຈ​ລະ​ຫວ່າງ ຫວຽດ​ນາມ ແລະ ປະ​ຊາ​ຊົນ​ໂລກ.

ການ ເຕ ບ ໂຕ ເສດ ຖະ ກ ດ ຫວຽດ ນາມ 2021 ອ ງ ໃສ ການ ປ ຽນ ແປງ ໃໝ ປະ ດ ດ ຄ ດ ສ າງ HSBC: ການ​ເຕີ​ບ​ໂຕ​ເສດ​ຖະ​ກິດ ຫວຽດ​ນາມ ຈະ​ຢູ່​ລະ​ດັບ 7,6% ໃນ​ປີ 2021

ຍ​ສ​ໝ - ບົ​ດ​ລາຍ​ງານ​ຕີ​ລາ​ຄາ​ຫວຽດ​ນາມ ແມ່ນ​ໜຶ່ງ​ໃນ​ຈຳ​ນວນ​ໜ້ອຍ​ພື້ນ​ຖານ​ເສດ​ຖະ​ກິດ​ມີ​ການ​ເຕີ​ບ​ໂຕ​ບັນ​ລຸ​ຜົນ​ເປັນ​ບວກ​ໃນ​ປີ 2020 ດ້ວຍ​ອັດ​ຕາ 2,9% ຍ້ອນ​ບັນ​ດາ​ປັດ​ໄຈ​ຕັ້ງ​ໜ້າ​ລວມ​ມີ ບັນ​ດາ​ມາດ​ຕ​ະ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ຢ່າງ​ມີ​ປະ​ສິດ​ທິ​ຜົນ​ໂດຍ​ໄວ, ກັບ​ຄືນ​ການ​ເຄື່ອ​ນ​ໄຫວ​ທີ່​ເປັນ​ປົກ​ກະ​ຕິ ແລະ ການ​ສົ່ງ​ອອກ​ບັນ​ດາ​ສິ​ນ​ຄ້າ​ປະ​ເພດ​ເອ​ເລັກ​ໂຕ​ນິກ.

​ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.