ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມກອງປະຊຸມ ລັດຖະມົນຕີ ຕ່າງປະເທດອາຊຽນວົງແຄບ ແບບທາງໄກ

11:05 | 22/01/2021

ໃນວັນທີ 21 ມັງກອນ 2021 ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ນໍາພາຄະນະ ເຂົ້າຮ່ວມກອງປະຊຸມ ວົງແຄບລັດຖະມົນຕີ ຕ່າງປະເທດອາຊຽນ ແບບທາງໄກ ເຊິ່ງເປັນ​ກອງ​ປະ​ຊຸມ​ທຳ​ອິດ​ ພາຍໃຕ້​ການ​ເປັນ​ປະ​ທານ ​ອາ​ຊຽນຂອງ ບຣູໄນ ດາຣູຊາລາມ (ສຳລັບສົກປີ 2021) ໂດຍມີບັນດາລັດຖະມົນຕີ ຕ່າງປະເທດອາຊຽນອື່ນ ແລະ ເລຂາທິການໃຫຍ່ອາຊຽນ ເຂົ້າຮ່ວມຕື່ມອີກ.

ລ ດຖະມ ນຕ ກະຊວງການຕ າງປະເທດ ເຂ າຮ ວມກອງປະຊ ມ ລ ດຖະມ ນຕ ຕ າງປະເທດອາຊຽນວ ງແຄບ ແບບທາງໄກ ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເຂົ້າຮ່ວມກອງປະຊຸມ ກ່ຽວກັບການປ່ອຍເງິນລົງທຶນ ODA
ລ ດຖະມ ນຕ ກະຊວງການຕ າງປະເທດ ເຂ າຮ ວມກອງປະຊ ມ ລ ດຖະມ ນຕ ຕ າງປະເທດອາຊຽນວ ງແຄບ ແບບທາງໄກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ເຈລະຈາກັບ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ພັດທະນາອັງກິດ
ລ ດຖະມ ນຕ ກະຊວງການຕ າງປະເທດ ເຂ າຮ ວມກອງປະຊ ມ ລ ດຖະມ ນຕ ຕ າງປະເທດອາຊຽນວ ງແຄບ ແບບທາງໄກ
ທ່ານ ສະເຫລີມໄຊ ກົມມະສິດ

ກອງປະຊຸມໄດ້ຕີລາຄາສູງ ຕໍ່ຜົນການຈັດຕັ້ງປະຕິບັດ ບັນ​ດາຄໍາຕົກລົງ ຂອງຜູ້ນໍາອາຊຽນ ໃນກອງປະຊຸມ ສຸດຍອດອາຊຽນ ຄັ້ງທີ 37 ຜ່ານມາ ລວມທັງການສຳເລັດ ການທົບທວນກາງ ສະໄໝ ແຜນແມ່ບົດ ການສ້າງປະຊາຄົມ ອາຊຽນຮອດ ປີ 2025; ການປັບປຸງຂອດ ປະສານງານ ລະຫວ່າງຂະແໜງ ການກ່ຽວຂ້ອງພາຍໃນເສົາຄໍ້າ ແລະ ລະຫວ່າງເສົາຄໍ້າ ປະຊາຄົມອາຊຽນ; ການກະກຽມ ຮ່າງວິໄສທັດ ປະຊາຄົມອາຊຽນ ຫລັງປີ 2025. ພ້ອມກັນນັ້ນ, ກອງປະຊຸມຍັງໄດ້ ປຶກສາຫາລື ສືບຕໍ່ຈັດຕັ້ງປະຕິບັດ ແຜນຟື້ນຟູຮອບດ້ານອາຊຽນ; ການນຳໃຊ້ສ່ວນໜຶ່ງ ຂອງກອງທຶນຕ້ານ ໂຄວິດ-19 ອາຊຽນ ເພື່ອຈັດຊື້ຢາວັກແຊັງ ແລະ ອຸປະກອນການແພດ ສໍາລັບປະຊາຊົນອາຊຽນ; ການສ້າງຕັ້ງແລວການເດີນທາງພິເສດອາ ຊຽນ ແລະ ອື່ນໆ. ພ້ອມ​ນັ້ນ, ຍັງໄດ້ປຶກສາຫາລື ແລະ ເຫັນດີເປັນເອກະພາບ ຕໍ່ບັນດາບູລິມະສິດ ການເປັນປະທານອາຊຽນ ຂອງ ບຣູໄນ ດາຣູຊາລາມ ສົກປີ 2021 ພາຍໃຕ້ຄໍາຂວັນ “ພວກເຮົາຫ່ວງໄຍ, ພວກເຮົາກຽມພ້ອມ, ພວກເຮົາພ້ອມ ກັນຈະເລີນ” (We Care, We Prepare, We Prosper) ​ໂດຍສຸມໃສ່ຄວາມເປັນເອກກະພາບ ເພື່ອສ້າງປະຊາຄົມອາຊຽນ ໃຫ້ມີຄວາມກົມກຽວ ໂດຍມີປະຊາຊົນເປັນແກນກາງ; ການກະກຽມຄວາມພ້ອມ ແລະ ການປັບຕົວເພື່ອຮັບມື ແລະ ຍາດເອົາກາລະໂອກາດອັນໃໝ່ ທີ່ອາດຈະເກີດຂຶ້ນ; ການເພີ່ມທະວີຄວາມສະມັກຄີ ເປັນປຶກແຜ່ນພາຍໃນອາຊຽນ ແລະ ສືບຕໍ່ສົ່ງເສີມ ການຮ່ວມມືກັບພາຍນອກ.

ກອງປະຊຸມຄັ້ງນີ້, ຍັງໄດ້ປຶກສາຫາລື ການຮ່ວມມື ລະຫວ່າງອາຊຽນ ກັບພາຍນອກ, ເຊິ່ງໃນນີ້, ໄດ້ພິຈາລະນາ ຂໍ້ສະເໜີຂອງບັນດາປະເທດ ທີ່ສົນໃຈເຂົ້າເປັນຄູ່ຮ່ວມ ມືກັບອາຊຽນ ແລະ ການເຂົ້າເປັນພາຄີ ຂອງສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີ ຕາເວັນອອກສ່ຽງໃຕ້ (TAC) ຂອງປະເທດນອກພາກພື້ນຈຳນວນໜຶ່ງ. ໃນໂອກາດນີ້, ບັນດາລັດຖະມົນຕີ ຕ່າງປະເທດອາຊຽນ ຍັງໄດ້ແລກປ່ຽນຄວາມຄິດເຫັນ ຕໍ່ບາງບັນຫາພົ້ນເດັ່ນ ຢູ່ພາກພື້ນ ແລະ ສາກົນ ເປັນຕົ້ນ, ການກໍ່ການຮ້າຍ, ຄວາມປອດໄພທາງໄຊເບີ, ໄພພິ ບັດທາງທໍາມະຊາດ, ການປ່ຽນແປງຂອງ ສະພາບດິນ ຟ້າອາກາດ, ການຄ້າມະນຸດ, ຄວາມປອດໄພທາງທະເລ ແລະ ອື່ນໆ.

​ໂອກາດ​ດັ່ງກ່າວ, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ຕີລາຄາສູງ ແລະ ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດ ການເປັນປະທານອາຊຽນຂອງ ສສ. ຫວຽດນາມ ໃນປີ 2020 ໂດຍສະເພາະ ຄວາມຄືບໜ້າໃນການຜັນຂະຫຍາຍ ບັນດາຄໍາຕົກລົງ ຂອງຜູ້ນໍາອາຊຽນ ໃນກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37 ແລະ ກອງປະຊຸມສຸດຍອດ ອື່ນຜ່ານມາ ພ້ອມທັງສະແດງ ຄວາມຊົມເຊີຍ ຕໍ່ການຮັບໜ້າທີ່ ເປັນປະທານອາ ຊຽນຂອງ ບຣູໄນ ດາຣູຊາລາມ ສຳລັບສົກປີ 2021. ນອກນັ້ນ, ກໍໄດ້ຊຸກຍູ້ໃຫ້ຂະແໜງ ການກ່ຽວຂ້ອງຂອງອາຊຽນ ເລັ່ງລັດຈັດຕັ້ງປະຕິບັດ ບັນດາຂໍ້ລິເລີ່ມ ທີ່ກ່ຽວພັນການຮັບມື ແລະ ແກ້ໄຂການແຜ່ລະບາດ ຂອງພະຍາດໂຄວິດ-19 ໃຫ້ເປັນຮູບປະທໍາ ລວມທັງການຜັນຂະຫຍາຍ ແຜນຟື້ນຟູຮອບ ດ້ານອາຊຽນ ແລະ ການນໍາໃຊ້ກອງທຶນ ຕ້ານໂຄວິດອາຊຽນ ເພື່ອຈັດຊື້ຢາວັກແຊັງ ແລະ ຢາປົວພະຍາດສໍາລັບປະຊາ ຊົນອາຊຽນ, ເຊິ່ງທັງໝົດນີ້ ຈະປະກອບສ່ວນເຂົ້າໃນ ການຫລຸດຜ່ອນຜົນກະທົບທາງດ້ານ ເສດຖະກິດ-ສັງຄົມ ແລະ ສຸຂະພາບໃນພາກພື້ນ. ພ້ອ​ມນັ້ນ, ທ່ານລັດຖະມົນຕີ ຍັງໄດ້ເນັ້ນຕື່ມວ່າ: ອາຊຽນຄວນສືບຕໍ່ສົ່ງເສີມ ບົດບາດຄວາມເປັນແກນກາງ ຂອງຕົນໃນການພົວພັນ ຮ່ວມມືກັບພາຍນອກ ແລະ ໃນໂຄງສ້າງພາກພື້ນທີ່ພວມຜັນແປ ໂດຍສະເພາະໃ ນສະພາບການແຜ່ລະບາດ ຂອງພະຍາດ ໂຄວິດ-19 ແລະ ຫລັງໂຄວິດ-19.

ລ ດຖະມ ນຕ ກະຊວງການຕ າງປະເທດ ເຂ າຮ ວມກອງປະຊ ມ ລ ດຖະມ ນຕ ຕ າງປະເທດອາຊຽນວ ງແຄບ ແບບທາງໄກ ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 36 ແລະ ກອງປະຊຸມທີ່ກ່ຽວຂ້ອງອື່ນໆ ແບບທາງໄກ

ໃນວັນທີ 26 ມິຖຸນາ 2020, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 36 ຂອງຜູ້ນໍາອາຊຽນ ແລະ ກອງປະຊຸມທີ່ກ່ຽວຂ້ອງອື່ນໆ ແບບທາງໄກ, ພາຍໃຕ້ການເປັນປະທານຂອງ ສສ ຫວຽດນາມ ໃນຖານະປະທານໝູນວຽນອາຊຽນ ປີ 2020, ...

ລ ດຖະມ ນຕ ກະຊວງການຕ າງປະເທດ ເຂ າຮ ວມກອງປະຊ ມ ລ ດຖະມ ນຕ ຕ າງປະເທດອາຊຽນວ ງແຄບ ແບບທາງໄກ ຫວຽດນາມ ເຂົ້າຮ່ວມກອງປະຊຸມ ຄັ້ງທີ 43 ຂອງສະພາສິດທິມະນຸດສະຫະປະຊາຊາດ

ຍສໝ - ວັນທີ 24 ກຸມພາ, ກອງປະຊຸມຄັ້ງທີ 43 ຂອງສະພາສິດທິມະນຸດສະຫະປະຊາຊາດ (ສປຊ) ໄດ້ໄຂຂຶ້ນຢູ່ສຳນັກງານໃຫຍ່ອົງການສະຫະປະຊາຊາດທີ່ນະຄອນເຈນີວາ (ສະວິດເຊີແລນ).

ລ ດຖະມ ນຕ ກະຊວງການຕ າງປະເທດ ເຂ າຮ ວມກອງປະຊ ມ ລ ດຖະມ ນຕ ຕ າງປະເທດອາຊຽນວ ງແຄບ ແບບທາງໄກ ຮອງ​ນາຍົກ​ລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດຫວຽດນາມ ​ພົບ​ປະການ​ນໍາ ​ແລະ ລັດຖະມົນຕີ​ການ​ຕ່າງປະ​ເ​ທດບັນດາ​ປະ​ເທດ ​ເຂົ້າ​ຮ່ວມ​ວາລະ​ປະຊຸມ​ປຶກສາ​ຫາລື​ເປ

ວັນທີ 9 ມັງກອນ, ຢູ່ສໍານັກງານ ສປຊ ຢູ່ ນິວຢອກ, ອາເມລິກາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ໄດ້ມີການພົບປະກັບທ່ານ Urmas Reinsalu ລັດຖະມົນຕີການຕ່າງປະເທດ Estonia, ທ່ານ Peter Szijjarto ລັດຖະມົນຕີການຕ່າງປະເທດ Hungary, ທ່ານ Michelle Muntefering ລັດຖະມົນຕີການຕ່າງປະເທດ ...

kpl.gov.la

ເຫດການ
302 Found

Found

The document has moved here.