ກອງປະຊຸມໃຫຍ່ຂອງຜູ້ແທນກຳມະບານກະຊວງການຕ່າງປະເທດ ຄັ້ງທີ XI

11:30 | 12/08/2020

ກອງປະຊຸມຄັ້ງປະຖົມມະລຶກ ໄດ້ເປັນເອກະສັນເລືອກເອົາ ສະຫາຍ ວັນທາ ແສງເມືອງ ເປັນປະທານ, ສະຫາຍ ຄຳໄພ ພັນທອງດີ ເປັນຮອງປະທານຜູ້ທີ 1 ແລະ ສະຫາຍ ກັນຍາ ຄຳມຸງຄຸນ ເປັນຮອງປະທານຜູ້ທີ 2 ແລະ ເປັນປະທານກວດກາ ເພື່ອສືບຕໍ່ຊີ້ນຳ-ນຳພາວຽກງານການຈັດຕັ້ງປະຕິບັດ ຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງສະຫະພັນກຳມະບານ ກະຊວງການຕ່າງປະເທດ ໃຫ້ປະກົດຜົນເປັນຈິງ.

ກອງປະຊ ມໃຫຍ ຂອງຜ ແທນກຳມະບານກະຊວງການຕ າງປະເທດ ຄ ງທ xi ປະເທດລາວ ຈັດຕັ້ງກິດຈະກຳແຂ່ງຂັນລົດຖີບ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດຄົບຮອບ 70 ປີ
ກອງປະຊ ມໃຫຍ ຂອງຜ ແທນກຳມະບານກະຊວງການຕ າງປະເທດ ຄ ງທ xi ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ XI: ຮັກ​ສາ​ສະ​ຖຽນ​ລະ​ພາບ​ດ້ານ​ການ​ເມືອງ, ປ້ອງ​ກັນ​ຄວາມ​​ສະ​ຫງົບ​ແຫ່ງ​ຊາດ
ກອງປະຊ ມໃຫຍ ຂອງຜ ແທນກຳມະບານກະຊວງການຕ າງປະເທດ ຄ ງທ xi
ກອງປະຊຸມໃຫຍ່ຂອງຜູ້ແທນກຳມະບານກະຊວງການຕ່າງປະເທດ ຄັ້ງທີ XI

ໃນວັນທີ 11 ສິງຫາ 2020, ທີ່ສູນການຮ່ວມມື ແລະ ຝຶກອົບຮົມສາກົນ (ICTC), ສະຫະພັນ ກຳມະບານ ກະຊວງການຕ່າງປະເທດ ໄດ້ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XI ຂຶ້ນ ໂດຍການເປັນປະທານຂອງ ສະຫາຍ ບົວພັດ ພຸດທະວົງ ປະທານຄະນະບໍລິຫານງານສະຫະພັນກຳມະ ບານ ກະຊວງການຕ່າງປະເທດ ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ສະເຫລີມໄຊ ກົມມະສິດ, ກຳມະ ການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງການຕ່າງປະເທດ, ສະຫາຍ ປ້ານ ນ້ອຍມະນີ ກໍາມະການສູນກາງພັກ, ປະທານສູນກາງສະຫະພັນ ກຳມະບານລາວ, ມີບັນດາອົງການຈັດຕັ້ງມະຫາຊົນຂອງກະຊວງ, ຄະນະບໍລິຫານງານ ສະຫະພັນກຳມະບານ, ຜູ້ແທນສົມບູນ, ສະມາຊິກກຳມະບານ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ໃນກອງປະຊຸມໃຫຍ່ຄັ້ງນີ້, ສະຫາຍ ບົວພັດ ພຸດທະວົງ ໄດ້ຂຶ້ນຜ່ານບົດລາຍງານ ການເມືອງ ໂດຍໄດ້ທົບທວນຄືນ ສະພາບການເຄື່ອນໄຫວ ວຽກງານກຳມະບານ ຢູ່ກະຊວງການຕ່າງປະເທດ ຕະຫລອດໄລຍະ 04 ປີ ກວ່າຜ່ານມາ ແລະ ທິດທາງຄາດໝາຍສູ້ຊົນ ໃນໄລຍະ 05 ປີ ຕໍ່ໜ້າ (2020-2025), ໄດ້ຕີລາຄາຜົນງານ ອັນພົ້ນເດັ່ນ ແລະ ຜົນສໍາເລັດທີ່ຍາດມາໄດ້ ໃນການເຄື່ອນໄຫວ, ພ້ອມທັງຍົກໃຫ້ເຫັນຈຸດດີ, ຂໍ້ຄົງຄ້າງ ແລະ ບາງບົດຮຽນ ທີ່ຖອດຖອນມາໄດ້ໃນດ້ານຕ່າງໆ ທີ່ສະຫະພັນກຳມະບານ ກະຊວງການຕ່າງປະເທດ ຍາດມາໄດ້. ປັດຈຸບັນ, ຄະນະສະຫະພັນກໍາມະບານກະຊວງ ມີຈໍານວນ 09 ສະຫາຍ, ຍິງ 02 ສະຫາຍ ຈາກຈໍານວນທັງໝົດ 11 ສະຫາຍ, ຄະນະກໍາມະບານຮາກຖານ ກະຊວງການຕ່າງປະເທດ ທັງຢູ່ພາຍໃນ ແລະ ຕ່າງປະເທດ ມີທັງໝົດ 57 ຮາກຖານ, ມີສະມາຊິກທັງໝົດ 750 ສະຫາຍ, ຍິງ 300 ສະຫາຍ. ສະຫະພັນກຳມະບານ ກະຊວງການຕ່າງປະເທດ ຍາມໃດກໍ່ໄດ້ຖືເອົາ ວຽກງານໂຄສະນາສຶກສາອົບຮົມ ດ້ານການເມືອງ-ແນວຄິດ ໃຫ້ແກ່ສະມາຊິກກຳມະບານຂອງຕົນເພື່ອໃຫ້ເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ແລະ ກຳໄດ້ແນວ ທາງນະໂຍບາຍການຕ່າງປະເທດ ຂອງພັກຢ່າງໜັກແໜ້ນ. ພ້ອມດຽວກັນນີ້, ສະຫະພັນກໍາມະບານ ກະຊວງການຕ່າງປະເທດ ກໍ່ໄດ້ມີການເຄື່ອນ ໄຫວວຽກງານກຳມະບານ ໂດຍຖືເອົາຂໍ້ແຂ່ງຂັນ 5 ເປັນເຈົ້າ ທີ່ສູນກາງກຳມະບານລາວວາງອອກ ໃນການຈັດຕັ້ງປະຕິບັດ ໂດຍຕິດພັນກັບວຽກງານວິຊາສະເພາະຂອງຕົນ.

ກອງປະຊຸມໃຫຍ່ຄັ້ງນີ້, ຍັງໄດ້ປ່ອນບັດຄັດເລືອກເອົາ ຄະນະບໍລິຫານງານ ສະຫະພັນກຳມະບານກະຊວງ ການຕ່າງປະເທດຊຸດໃໝ່, ຊຶ່ງມີຜູ້ສະໝັກທັງໝົດ 15 ສະຫາຍ, ຍິງ 03 ສະຫາຍ, ເລືອກເອົາ 11 ສະຫາຍ. ກອງປະຊຸມຄັ້ງປະຖົມມະລຶກ ໄດ້ເປັນເອກະສັນເລືອກເອົາ ສະຫາຍ ວັນທາ ແສງເມືອງ ເປັນປະທານ, ສະຫາຍ ຄຳໄພ ພັນທອງດີ ເປັນຮອງປະທານຜູ້ທີ 1 ແລະ ສະຫາຍ ກັນຍາ ຄຳມຸງຄຸນ ເປັນຮອງປະທານຜູ້ທີ 2 ແລະ ເປັນປະທານກວດກາ ເພື່ອສືບຕໍ່ຊີ້ນຳ-ນຳພາວຽກງານການຈັດຕັ້ງປະຕິບັດ ຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງສະຫະພັນກຳມະບານ ກະຊວງການຕ່າງປະເທດ ໃຫ້ປະກົດຜົນເປັນຈິງ.

ກອງປະຊ ມໃຫຍ ຂອງຜ ແທນກຳມະບານກະຊວງການຕ າງປະເທດ ຄ ງທ xi ປະເທດລາວ ຈັດຕັ້ງກິດຈະກຳແຂ່ງຂັນລົດຖີບ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດຄົບຮອບ 70 ປີ

ໃນວັນທີ 9 ສິງຫາ 2020 ຢູ່ທີ່ສະໜາມຫຼວງ, ນະຄອນຫຼວງວຽງຈັນ, ສູນກາງແນວລາວສ້າງຊາດ ໄດ້ຮ່ວມກັບສະຫະພັນລົດຖີບແຫ່ງຊາດລາວ ເພື່ອຈັດຕັ້ງກິດຈະກຳແຂ່ງຂັນລົດຖີບ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດຄົບຮອບ 70 ປີ.

ກອງປະຊ ມໃຫຍ ຂອງຜ ແທນກຳມະບານກະຊວງການຕ າງປະເທດ ຄ ງທ xi ລາວເຂົ້າຮວ່ມກອງປະຊຸມທາງໄກ ຂອງ ຄະນະກຳມະການ ຄຸ້ມຄອງໄພພິບັດອາຊຽນ ຄັ້ງທີ 36 ທີ່ປະເທດຟີລິບປິນ

ໃນລະຫວ່າງວັນທີ 11-12 ສິງຫາ 2020 ນີ້ທີ່ກະຊວງແຮງງານ ແລະ ສະຫວັດດີ ກສນສັງຄົມ, ທ່ານ ວິໄລພົງ ສີສົມຫວັງ ຫົວໜ້າກົມສັງຄົມສົງເຄາະ, ບັນດາຈຸດປະສານງານ ຄະນະກຳມະການຄຸ້ມຄອງໄພພິບັດ ປະເທດອາຊຽນ ແລະ ໃນນາມເປັນຫົວໜ້າ ຄະນະຜູ້ແທນຂອງລາວ ໄດ້ເຂົ້າຮ່ວມກອງປະຊຸມທາງໄກ (Video conferencing) ຂອງກອງປະຊຸມ ຄະນະກຳມະການຄຸ້ມຄອງໄພພິບັດອາຊຽນ ຄັ້ງທີ 36 ແລະ ກອງປະຊຸມປິ່ນອ້ອມ, ໂດຍການເປັນປະທານ ຂອງ ທ່ານ Ricardo B.JALAD ຫົວໜ້າກົມ, ຫົວໜ້າຫ້ງການຄະນະ ກຳມະການຄຸ້ມຄອງ ໄພພິບັດແຫ່ງຊາດ ປະເທດຟີລິບປິນ ແລະ ...

ກອງປະຊ ມໃຫຍ ຂອງຜ ແທນກຳມະບານກະຊວງການຕ າງປະເທດ ຄ ງທ xi ຫວຽດນາມ ໜູນຊ່ວຍລາວ ປັບປຸງສໍານວນເອກະສານເຂດອະນຸລັກຮັກສາທໍາມະຊາດຍື່ນສະເໜີຕໍ່ UNESCO

ຍສໝ - ຫີນໜາມໜໍ່ ແມ່ນເຂດອະນຸລັກຮັກສາທໍາມະຊາດຂຶ້ນກັບແຂວງຄໍາມ່ວນ, ຕິດກັບລະບົບພູຫີນປູນຕາມເສັ້ນຊາຍແດນຫວຽດນາມ-ລາວ ຂອງປ່າສະຫງວນແຫ່ງຊາດຟອງຍາ-ແກ໋ບ່າງ (123.00 ເຮັກຕາ), ສະນັ້ນຈໍາເປັນຕ້ອງນອນໃນລະບົບດຽວກັນເພື່ອອະນຸລັກຮັກສາ ແລະສ້າງເປັນເຂດພູຫີນປູນໃຫຍ່ທີ່ສຸດຢູ່ອາຊີ.

kpl.gov.la

ເຫດການ
302 Found

Found

The document has moved here.