ລາວບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ ຮຽກຮ້ອງໃຫ້ປະຕິບັດວິຖີ ການດຳລົງຊີວິດປົກກະຕິແບບໃໝ່ ໃຫ້ກາຍເປັນຄວາມຊິນເຄີຍ

17:16 | 16/12/2020

 ​ໃນວັນທີ 16 ທັນວາ 2020 ສປປ ລາວ ຍັງບໍ່ມີຜູ້ຕິດເຊື້ອພະຍາດ ໂຄວິດ-19 ເພີ່ມ ເຖິງຢ່າງໃດກໍຕາມ ຮຽກຮ້ອງ​ໃຫ້ສືບຕໍ່ປະຕິບັດ ວິຖີການດຳລົງຊີວິດ ປົກກະຕິແບບໃໝ່ ໃຫ້ກາຍເປັນຄວາມຊິນເຄີຍ ​​ໂດຍ​ສະ​ເພາະ ອອກຈາກບ້ານ ຫລື ໄປສະຖານທີ່ ທີ່ມີຄວາມສ່ຽງຕໍ່ ການຕິດເຊື້ອ ຄວນໃສ່ຜ້າປິດປາກ-ດັງ, ຮັກສາມາລະຍາດ ໃນການໄອ-ຈາມ, ເມື່ອໄອ ຫລື ຈາມ ຄວນໃຊ້ຂໍ້ພັບແຂນສອກປິດປາກ, ລ້າງມືເລື້ອຍໆ ດ້ວຍນໍ້າສະອາດໃສ່ສະບູ ຫລື ເຈວລ້າງມື, ຮັກສາໄລຍະຫ່າງ 1-2 ແມັດຂຶ້ນໄປ, ກິນອາຫານທີ່ປຸງແຕ່ງສຸກໃໝ່ໆ ​ແລະ ອື່ນໆ.

ລາວບ ພ ບຜ ຕ ດເຊ ອໂຄວ ດ 19 ເພ ມ ຮຽກຮ ອງໃຫ ປະຕ ບ ດວ ຖ ການດຳລ ງຊ ວ ດປ ກກະຕ ແບບໃໝ ໃຫ ກາຍເປ ນຄວາມຊ ນເຄ ຍ 47 ມື້ທີ່ ສປປ ລາວ ບໍ່ພົບຜູ້ຕິດເຊື້ອໂຄວິດ - 19 ເພີ່ມ
ລາວບ ພ ບຜ ຕ ດເຊ ອໂຄວ ດ 19 ເພ ມ ຮຽກຮ ອງໃຫ ປະຕ ບ ດວ ຖ ການດຳລ ງຊ ວ ດປ ກກະຕ ແບບໃໝ ໃຫ ກາຍເປ ນຄວາມຊ ນເຄ ຍ ຂ່າວດີ ສປປ ລາວ ຍັງບໍ່ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ ຕົວເລກສະສົມຍັງຢູ່ 19 ຄົນ
ລາວບ ພ ບຜ ຕ ດເຊ ອໂຄວ ດ 19 ເພ ມ ຮຽກຮ ອງໃຫ ປະຕ ບ ດວ ຖ ການດຳລ ງຊ ວ ດປ ກກະຕ ແບບໃໝ ໃຫ ກາຍເປ ນຄວາມຊ ນເຄ ຍ
ພາບປະກອບ

ທ່ານ ດຣ.ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ລາຍງານໃຫ້ຮູ້ວ່າ: ໃນວັນທີ 15 ທັນວາ 2020 ທົ່ວປະເທດມີຜູ້ເດີນທາງເຂົ້າມາ ສປປ ລາວ ທັງໝົດ 2.418 ຄົນ, ໃນນັ້ນຜ່ານດ່ານລາວ-ໄທ 1.826 ຄົນ; ດ່ານລາວ-ຈີນ 35 ຄົນ, ດ່ານລາວ-ຫວຽດນາມ 557 ຄົນ, ທຸກຄົນແມ່ນໄດ້ແທກ ອຸນຫະພູມຮ່າງກາຍ, ແຕ່ບໍ່ພົບຜູ້ມີອາການ ເປັນໄຂ້ ແລະ ໄດ້ເກັບຕົວຢ່າງ ທຸກ​ຄົນມາກວດ (ຍົກ​ເວັ້ນ​ຜູ້​ຂັບ​ລົດ​ຂົນ​ສົ່ງ ​ແລະ ​ຜູ້​ຕິດ​ຕາມ​) ແລ້ວຈຶ່ງນຳສົ່ງໄປ​ສະ ຖານທີ່ ຈຳກັດບໍລິເວນທີ່ກຳນົດ ໄວ້ຈົນກວ່າຈະຄົບກຳນົດ 14 ວັນ.

ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຍັງ​ລາຍ​ງານ​ໃຫ້​ຮູ້​ວ່າ: ໃນ​ວັນ​ທີ 15 ທັນວາໄດ້ເກັບຕົວ ຢ່າງມາກວດວິເຄາະທັງໝົດ 286 ຕົວຢ່າງ, ໃນນັ້ນ 8 ຕົວຢ່າງ ຈາກບຸກຄົນທົ່ວໄປທີ່ມີອາການ, 72 ຕົວຢ່າງ ຈາກບຸກຄົນທົ່ວໄປທີ່ບໍ່ມີອາການ, 72 ຕົວຢ່າງ ຈາກແຮງງານລາວ ທີ່ກັບມາແຕ່ໄທ, 110 ຕົວຢ່າງ ແຮງງານຫວຽດນາມ, 22 ຕົວຢ່າງຈາກແຮງງານໄທ; 2 ຕົວຢ່າງ ຈາກຜູ້ຕິດເຊື້ອນ້ຳເບີ 34 ແລະ 38 ຜົນກວດວິເຄາະທັງໝົດ ແມ່ນບໍ່ພົບເຊື້ອ, ສຳລັບຜູ້ຕິດເຊື້ອນ້ຳເບີ 34 ແລະ 38 ຜົນກວດ ແມ່ນບໍ່ພົບເຊື້ອຕິດຕໍ່ກັນ​ 2 ຄັ້ງ, ໝາຍຄວາມວ່າ ວັນທີ 15 ທັນວາ 2020 ບໍ່ພົບຜູ້ຕິດເຊື້ອໃໝ່ ນັບແຕ່ເດືອນມັງກອນ ມາເຖິງ ວັນທີ 15 ທັນວາ 2020 ໄດ້ເກັບຕົວຢ່າງ ມາກວດທັງໝົດ 86.028 ຕົວ ຢ່າງ ໃນນັ້ນກວດພົບເຊື້ອ ໂຄວິດ-19 ຈຳນວນ 41 ຄົນ.

ລາວບ ພ ບຜ ຕ ດເຊ ອໂຄວ ດ 19 ເພ ມ ຮຽກຮ ອງໃຫ ປະຕ ບ ດວ ຖ ການດຳລ ງຊ ວ ດປ ກກະຕ ແບບໃໝ ໃຫ ກາຍເປ ນຄວາມຊ ນເຄ ຍ ກອງປະຊຸມສຳມະນາສາກົນ "ຄວາມສະເໝີພາບລະຫວ່າງຍິງ - ຊາຍ, ເສີມຂະຫຍາຍບົດບາດຂອງແມ່ຍິງ ແລະ ປ້ອງກັນຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ"

ຍສໝ - ໃນວັນທີ 15-16 ທັນວານີ້, ກົມພົວພັນການຕ່າງປະເທດຂອງກະຊວງຕຳຫຼວດຫວຽດນາມ ໄດ້ຮ່ວມມືກັບອົງການສະຫະປະຊາຊາດ ເພື່ອຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ມອບສິດໃຫ້ແກ່ແມ່ຍິງ ສະຫະປະຊາຊາດ (UN Women) ຈັດຕັ້ງກອງປະຊຸມສາກົນ "ຄວາມສະເໝີພາບລະຫວ່າງຍິງ - ຊາຍ, ເສີມຂະຫຍາຍບົດບາດຂອງແມ່ຍິງ ແລະ ປ້ອງກັນຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ" ຢູ່ ນະຄອນ ຫາຍຟ່ອງ.

ລາວບ ພ ບຜ ຕ ດເຊ ອໂຄວ ດ 19 ເພ ມ ຮຽກຮ ອງໃຫ ປະຕ ບ ດວ ຖ ການດຳລ ງຊ ວ ດປ ກກະຕ ແບບໃໝ ໃຫ ກາຍເປ ນຄວາມຊ ນເຄ ຍ ຫວຽດນາມ: ການຮັບປະກັນສະຫວັດດີການສັງຄົມ, ເພື່ອການພັດທະນາແບບຍືນຍົງຂອງປະເທດຊາດ

ຍສໝ - ເມື່ອບໍ່ດົນມານີ້, ທີ່ກອງປະຊຸມທາງອອນລາຍທົ່ວປະເທດ ສະຫລຸບວຽກງານ ລົບລ້າງຄວາມອຶດຫິວ ຫລຸດຜ່ອນຄວາມທຸກຍາກໄລຍະ 2016-2020, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຢືນຢັນວ່າ: ຍາມໃດ, ພັກ, ລັດ ກໍ່ມີທັດສະນະສະເໝີຕົ້ນສະເໝີປາຍ ກ່ຽວກັບການພັດທະນາເສດຖະກິດ ຕິດພັນກັບສັງຄົມ, ສິ່ງແວດລ້ອມ, ໃນນັ້ນ ຍາມໃດກໍ່ເອົາໃຈໃສ່ເປັນພິເສດເຖິງການ ລົບລ້າງຄວາມອຶດຫິວ ຫລຸດຜ່ອນຄວາມທຸກຍາກ ແລະ ຮັບປະກັນສະຫວັດດີການສັງຄົມ.

ລາວບ ພ ບຜ ຕ ດເຊ ອໂຄວ ດ 19 ເພ ມ ຮຽກຮ ອງໃຫ ປະຕ ບ ດວ ຖ ການດຳລ ງຊ ວ ດປ ກກະຕ ແບບໃໝ ໃຫ ກາຍເປ ນຄວາມຊ ນເຄ ຍ ຫວຽດນາມ ແມ່ນຄູ່ຮ່ວມມືເສດຖະກິດທີ່ດີເລີດ ຂອງປະເທດອົດສະຕາລີ

ຍສໝ - ເມື່ອບໍ່ດົນມານີ້, ຕ່າມບົດລາຍງານໂດຍສະມາຄົມອາຊີ ແລະ ສູນຄົ້ນຄວ້າ APEC ທີ່ມະຫາວິທະຍາໄລ RMIT ໃຫ້ຮູ້ວ່າ ປະເທດຫວຽດນາມດ້ວຍພົນລະເມືອງເກືອບ 100 ລ້ານຄົນ ແມ່ນຄູ່ຮ່ວມມືເສດຖະກິດທີ່ດີເລີດຂອງອົດສະຕາລີ.

kpl.gov.la

ເຫດການ
302 Found

Found

The document has moved here.