ຫວຽດນາມ: ການຮັບປະກັນສະຫວັດດີການສັງຄົມ, ເພື່ອການພັດທະນາແບບຍືນຍົງຂອງປະເທດຊາດ

18:11 | 15/12/2020

ຍສໝ - ເມື່ອບໍ່ດົນມານີ້, ທີ່ກອງປະຊຸມທາງອອນລາຍທົ່ວປະເທດ ສະຫລຸບວຽກງານ ລົບລ້າງຄວາມອຶດຫິວ ຫລຸດຜ່ອນຄວາມທຸກຍາກໄລຍະ  2016-2020, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຢືນຢັນວ່າ: ຍາມໃດ, ພັກ, ລັດ ກໍ່ມີທັດສະນະສະເໝີຕົ້ນສະເໝີປາຍ ກ່ຽວກັບການພັດທະນາເສດຖະກິດ ຕິດພັນກັບສັງຄົມ, ສິ່ງແວດລ້ອມ, ໃນນັ້ນ ຍາມໃດກໍ່ເອົາໃຈໃສ່ເປັນພິເສດເຖິງການ ລົບລ້າງຄວາມອຶດຫິວ ຫລຸດຜ່ອນຄວາມທຸກຍາກ ແລະ ຮັບປະກັນສະຫວັດດີການສັງຄົມ.

ຫວຽດນາມ ການຮ ບປະກ ນສະຫວ ດດ ການສ ງຄ ມ ເພ ອການພ ດທະນາແບບຍ ນຍ ງຂອງປະເທດຊາດ ຫວຽດນາມ ແມ່ນຄູ່ຮ່ວມມືເສດຖະກິດທີ່ດີເລີດ ຂອງປະເທດອົດສະຕາລີ
ຫວຽດນາມ ການຮ ບປະກ ນສະຫວ ດດ ການສ ງຄ ມ ເພ ອການພ ດທະນາແບບຍ ນຍ ງຂອງປະເທດຊາດ ຊາວໜຸ່ມພາຍໃນ ແລະຕ່າງປະເທດຮ່ວມແຮງຮ່ວມໃຈ “ເຊື່ອມຕໍ່ທົ່ວໂລກ” ເພື່ອປະຕິບັດຄວາມໃຝ່ຝັນພັດທະນາປະເທດຊາດ
ຫວຽດນາມ ການຮ ບປະກ ນສະຫວ ດດ ການສ ງຄ ມ ເພ ອການພ ດທະນາແບບຍ ນຍ ງຂອງປະເທດຊາດ
ພາບປະກອບ

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຢືນຢັນວ່າ: ເພື່ອປະຕິບັດການຫລຸດຜ່ອນຄວາມທຸກຍາກ ແລະ ສະຫວັດດີການສັງຄົມແບບຍືນຍົງ ໄລຍະ 2021-2025, ວິໄສທັດປີ 2030 ແລະ ເປົ້າໝາຍພັດທະນາແບບຍືນຍົງຂອງໂລກໃຫ້ແກ່ໄລຍະ 2015-2030 ຂອງ ສປຊ ນັ້ນ, ຫວຽດນາມ ມານະພະຍາຍາມ ຕັດສິນໃຈຫຼາຍກ່ວາອີກ, ສຸມໃສ່ຊີ້ນຳຢ່າງຂ້ຽວຂາດກ່ວາອີກ, ມີປະສິດທິຜົນກ່ວາອີກ ກ່ຽວກັບບັນດາໜ້າທີ່ດັ່ງນີ້: ທີ 1 ແມ່ນຄົ້ນຄ້ວາເພື່ອຍື່ນສະເໜີຕໍ່ຄະນະບໍລິຫານງານສູນກາງ, ກົມການເມືອງ, ຄະນະເລຂາທິການ ປະກາດໃຊ້ບັນດາມະຕິ, ຄຳສັ່ງກ່ຽວກັບນະໂຍບາຍ ຫລຸດຜ່ອນຄວາມທຸກຍາກ ແລະ ສະຫວັດດີການສັງຄົມ ແບບຍືນຍົງຍອດປີ 2030, ຍື່ນສະເໜີຕໍ່ສະພາແຫ່ງຊາດ ປະກາດໃຊ້ມະຕິວ່າດ້ວຍການສືບຕໍ່ຍູ້ແຮງ ການປະຕິບັດເປົ້າໝາຍຫລຸດຜ່ອນຄວາມທຸກຍາກກວມລວມ ແລະ ເຊັນອະນຸມັດແຜນນະໂຍບາຍລົງທຶນ ໃຫ້ແກ່ໂຄງການເປົ້າໝາຍແຫ່ງຊາດ ການຫລຸດຜ່ອນຄວາມທຸກຍາກ ແລະ ສະຫວັດດີການສັງຄົມແບບຍືນຍົງ ໄລຍະ 2021-2025, ການກຳນົດທິດຮອດປີ 2030, ວິໄສທັດປີ 2045 “ເພື່ອໃຫ້ຫວຽດນາມ ບໍ່ມີຜູ້ທຸກຍາກອຶດຫິວ”.

ການຄວບຄຸມໂລກລະບາດເປັນຢ່າງດີ - ນັ້ນແມ່ນຈຸດເດັ່ນທຳອິດຊ່ວຍ ຫວຽດນາມ ຫລຸດພົ້ນອອກຈາກສະພາບ “ເວັ້ນໄລຍະຫ່າງສັງຄົມ”ໂດຍໄວ ແລະ ຫັນມາສູ່ສະພາບເປັນປົກກະຕິ ທັງປ້ອງກັນ ທັງພັດທະນາເສດຖະກິດ. ວັນທີ 22 ເມສາ ທີ່ກອງປະຊຸມປະຈຳເດືອນຂອງລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ກຳນົດສະພາບເປັນປົກກະຕິໃຫມ່ ເມື່ອຍັງບໍ່ທັນມີ ວັກຊີນ ແລະ ຢາປົວໂຄວິດ 19.

ໂດຍປະຕິບັດຄຳສັ່ງຂອງ ນາຍົກລັດຖະມົນຕີ, ເມື່ອໂລກ ມີກວ່າ 210 ປະເທດ ພວມປະເຊີນຫນ້າກັບສະພາບການໂຄວິດ 19, ໃນນັ້ນ ມີ 10 ພື້ນຖານເສດຖະກິດໃຫຍ່ຂອງໂລກ ກໍ່ແມ່ນບັນດາຄູ່ຮ່ວມມືດ້ານເສດຖະກິດໃຫຍ່ຂອງຫວຽດນາມ ພວມແມ່ນ “ບ່ອນເຊື້ອພະຍາດໂຄວິດລະບາດຢ່າງຮ້າຍແຮງ”, ມີຫລາຍມາດຕະການພັດທະນາການຜະລິດຕິດພັນກັບການສ້າງໂຄງປະກອບເສດຖະກິດຄືນໃຫມ່,ຟື້ນຕົວການເຄື່ອນໄຫວຕະຫລາດພາຍໃນ, ເປີດກວ້າງການຊອກຫາຕະຫລາດ, ຫັນບັນດາຜະລິດຕະພັນສົ່ງອອກເປັນຫລາຍຮູບຫລາຍແບບ ຕາມຄວາມຕ້ອງການຂອງບັນດາປະເທດ.. ໂດຍໄດ້ຮັບການຜັນຂະຫຍາຍຈາກຂະແຫນງອຸດສາຫະກຳ ການຄ້າ.

ອາດເວົ້າເຖິງເລື່ອງ ເປັນຄັ້ງທຳອິດ ລັດຖະບານ ຕົກລົງຜັນຂະຫຍາຍບ້ວງເງິນ ຮັບປະກັນຊີວິດສັງຄົມລວມມູນຄ່າ 62.000 ຕື້ດົ່ງ ເພື່ອຫນູນຊ່ວຍໃຫ້ແກ່ຜູ້ທຸກຍາກ, ຜູ້ດ້ອຍໂອກາດ, ມີຄວາມສ່ຽງ ນັບທັງແຮງງານເສລີ, ບໍ່ມີສັນຍາແຮງງານ ແລະ ວິສາຫະກິດ, ຮາກຖານການຜະລິດ ດຳເນີນທຸລະກິດ, ຄ້າຂາຍຍ່ອຍ ທີ່ຖືກຜົນສະທ້ອນຍ້ອນໂລກລະບາດໂຄວິດ 19. ອາດເຫັນໄດ້ວ່າ ບັນດານະໂຍບາຍຂອງລັດຖະບານ, ກະຊວງ ຂະແຫນງການທອ້ງຖິ່ນ ໄດ້ຊ່ວຍໃຫ້ຫວຽດນາມ ຮັກສາໄດ້ການດຸ່ນດ່ຽງໃຫຍ່ຂອງພື້ນຖານເສດຖະກິດ, ຮັບປະກັນທັງສອງເປົ້າໝາຍຄວບຄູ່ ທັງພັດທະນາເສດຖະກິດ ທັງປ້ອງກັນສະກັດກັ້ນໂລກລະບາດຢ່າງມີປະສິດທິຜົນ, ສູ້ຊົນໃຫ້ GDP ຂອງທັງປີ 2020 ອາດບັນລຸລະດັບສູງກວ່າ 2%.

ຫວຽດນາມ ການຮ ບປະກ ນສະຫວ ດດ ການສ ງຄ ມ ເພ ອການພ ດທະນາແບບຍ ນຍ ງຂອງປະເທດຊາດ ປະທານ ໄກສອນ ພົມວິຫານ - ເພື່ອນຜູ້ທີ່ຍິ່ງໃຫຍ່ຂອງປະຊາຊົນ ຫວຽດນາມ

ປະທານໄກສອນ ພົມວິຫານ ແມ່ນເພື່ອນຜູ້ຍິ່ງໃຫຍ່, ສະໜິດສະໜົມຂອງປະຊາຊົນຫວຽດນາມ, ແມ່ນສະຫາຍເພື່ອນຮ່ວມກົມກອງທີ່ສະໜິດຕິດພັນກັບພັກກອມມູນິດຫວຽດນາມ, ເພີ່ມພູນຄູນສ້າງໃຫ້ແກ່ນໍ້າໃຈສາມັກຄີແບບພິເສດລາວ-ຫວຽດນາມ ໃຫ້ນັບມື້ນັບຂຽວສົດງົດງາມ, ແຕກດອກອອກຜົນຢ່າງສຸດຈິດສຸດໃຈ.

ຫວຽດນາມ ການຮ ບປະກ ນສະຫວ ດດ ການສ ງຄ ມ ເພ ອການພ ດທະນາແບບຍ ນຍ ງຂອງປະເທດຊາດ ວິສາຫະກິດ ຫວຽດນາມປະຈຳພາກເໜືອລາວປັບປຸງການຈັດຕັ້ງ, ສາມັກຄີກັນເພື່ອຜ່ານຜ່າຄວາມຫຍຸ້ງຍາກ

ຍ​ສ​ໝ - ທ່ານ ຫງວຽນ​ດັງ​ຮຸ່ງ, ກົງ​ສູນ​ໃຫຍ່ຫວຽດ​ນາມ ປະ​ຈຳຫຼວງ​ພະ​ບາງ​ໃຫ້​ຮູ້​ວ່າ ເພື່ອ​ຮ່ວມ​ເດີນ​ທາງ, ໜູນ​ຊ່ວຍ​ບັນ​ດາ​ວິ​ສາ​ຫະ​ກິດ ຫວຽດ​ນາມ ໄດ້​ດຳ​ເນີນ​ທຸ​ລະ​ກິດ​ຢູ່​ພາກ​ເໜືອ​ລາວ, ສະ​ຖານ​ກົງ​ສູນ​ຫວຽດ​ນາມ ຈັດ​​ກອງ​ປະ​ຊຸມນີ້ດ້ວນ​ຄວາ​ມ​ຫ​ວັງຮັບຟັງຄຳເຫັນຂອງບັນດາຜູ້ແທນວິສາຫະກິດກ່ຽວກັບບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຄັດເຊິ່ງວິສາຫະກິດພວມປະເຊີນໜ້າ.

ຫວຽດນາມ ການຮ ບປະກ ນສະຫວ ດດ ການສ ງຄ ມ ເພ ອການພ ດທະນາແບບຍ ນຍ ງຂອງປະເທດຊາດ ສຳນັກ​ຂ່າວ​ ສານ​ຫວຽດນາມ ​ໄດ້​ມີ​ຄວາມ​ພາກ​ພູມ​ໃຈ​ ໃນ​ການ​ປະກອບສ່ວນ ​ຢ່າງ​ສົມຄວນ ​ໂດຍ​ຜ່ານ​ ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ ​ແລະ ​​ໃກ້ຊິດ ກັບ ສຳນັກ​ຂ່າວສານ​

ຍສໝ - ປັດຈຸບັນ, ສຳນັກ​ຂ່າວ​ ສານ​ຫວຽດນາມ ໄດ້ພົວພັນຮ່ວມມື ຫລາຍກວ່າ 40 ສຳນັກຂ່າວສານ ແລະ ອົງການ ສື່ມວນຊົນສາກົນ ໃນພາກພື້ນ ແລະ ໂລກ, ແຕ່ການພົວພັນ ຮ່ວມມືກັບ ສຳນັກ​ຂ່າວສານ​ປະ​ເທດ​ລາວ ເປັນການພົວພັນ ຮ່ວມມືຢ່າງເລິກເຊິ່ງ ດ້ວຍຄວາມຮັກຊື່ສັດບໍລິສຸດ.

ໄຊພອນ

ເຫດການ
302 Found

Found

The document has moved here.